ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 3, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ຊາວໜຸ່ມແລະນັກຮຽນລາວ ເຂົ້າໄປຫຍຸ້ງກ່ຽວກັບ ບັນຫາອາຊະຍາກໍາ ຫລາຍຂຶ້ນນັບມື້

ເຈົ້າໜ້າທີ່ຂັ້ນສູງໃນກະຊວງສຶກສາທິການ ແລະກິລາໄດ້ໃຫ້ການຍອມຮັບວ່າ ບັນຫາ
ອາຊະຍາກໍາ ທີ່ເກີດຂຶ້ນໃນລາວໃນປັດຈຸບັນນີ້ ນອກຈາກຈະມີລະດັບຄວາມຮຸນແຮງ
ຫຼາຍຂຶ້ນ ທັງຍັງເປັນອາຊະຍາກໍາທີ່ມີຫຼາຍຮູບແບບ ແລະເກີດຂຶ້ນໃນທຸກວົງການແລ້ວ ກໍຍັງປະກົດວ່າມີເຍົາວະຊົນລາວ

ທີ່ເປັນນັກຮຽນ-ນັກສຶກສາໄດ້ເຂົ້າໄປກ່ຽວຂ້ອງກັບ
ອາຊະຍາກໍາຕ່າງໆເພີ່ມຫຼາຍຂຶ້ນອີກດ້ວຍ
.

ອາຊະຍາກໍາທີ່ມີເຍົາວະຊົນລາວເຂົ້າໄປກ່ຽວຂ້ອງດ້ວຍນັ້ນ ກໍມີທັງການກະທໍາຄວາມ
ຜິດກ່ຽວກັບຊີວິດ, ຮ່າງກາຍ, ຊັບສິນ ແລະໄພສັງຄົມ. ສ່ວນສາເຫດທີ່ເຮັດໃຫ້ເຍົາວະ
ຊົນລາວ ເຂົ້າໄປກ່ຽວຂ້ອງກັບການກໍ່ອາຊະຍາກໍາຫຼາຍຂຶ້ນນັ້ນ ກໍໄດ້ຮັບການຢືນຢັນ
ຈາກເຈົ້າໜ້າທີ່ຂັ້ນສູງຂອງລາວວ່າ ເປັນຍ້ອນບັນຫາທາງເສດຖະກິດ ທີ່ສົ່ງຜົນກະທົບ ຕໍ່ເນື່ອງໄປເຖິງບັນຫາສັງຄົມ

ເຊັ່ນ: ບັນຫາການຢ່າຮ້າງໃນຄອບຄົວທີ່ໄດ້ສົ່ງຜົນກະທົບ
ຕໍ່ເນື່ອງເຖິງລູກຫຼານ ເຊິ່ງເປັນເງື່ອນໄຂນໍາໄປສູ່ການຕັ້ງເປັນກຸ່ມແກ້ງຂອງເຍົາວະຊົນ
ທີ່ມີການມົ່ວສຸມເສບຢາ ແລະກໍ່ອາຊະຍາກໍາໃນທີ່ສຸດ.

ນອກຈາກນີ້ ກໍມີສາເຫດມາຈາກການປ່ອຍປະ ຫຼືການບໍ່ເອົາໃຈໃສ່ຕໍ່ລູກຫຼານຂອງ
ບັນດາພໍ່ແມ່ຜູ້ປົກຄອງລ້ຽງດູລູກຫຼານຂອງພວກຕົນດ້ວຍເງິນ ແລະວັດຖຸສິ່ງຂອງ
ຕ່າງໆ ໂດຍກໍລະນີຕົວຢ່າງທີ່ເຫັນໄດ້ຢ່າງຈະແຈ້ງທີ່ສຸດໃນປັດຈຸບັນນີ້ ກໍຄືການຊື້ລົດ
ຈັກໃຫ້ເຍົາວະຊົນໃຊ້ໄດ້ຕາມໃຈ ແລະບັນຫາທີ່ຕິດຕາມມາກໍຄື ການເສຍຄົນຂອງ
ເຍົາວະຊົນເຫຼົ່ານັ້ນ. ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວໄດ້ໃຫ້ການຊີ້ແຈງ ແລະຮຽກຮ້ອງ

ໄປເຖິງບັນດາພໍ່ແມ່ຜູ້ປົກຄອງຂອງນັກຮຽນ-ນັກສຶກສາເຫຼົ່ານັ້ນວ່າ:

ຖ້າວ່າພໍ່ແມ່ຫາກມີເວລາ ກະາກໃຫ້ມາສົ່ງ-ມາຮັບ ບໍ່ຢາກໃຫ້ເອົາລົດມາ
ໂດດດ່ຽວ
ເພາະວ່າດຽວນີ້ໜິ້ ນັກຮຽນຂອງໄທເຮົານີ້ ໄວສິບຫົກ ສິບຫ້າແມ່ນ
ໄວຄະນອງຢາກຮູ້, ຢາກທົດລອງ, ຢາກທົດສອບຫຼາຍໆ
ຢ່າງຫັ້ນນ່າ. ແຕ່ບັນ
ຫາໂຕນີ້ເຮົາກໍຕ້ອງໄດ້ຄໍານຶງເຖິງ ຄັນຖ້າວ່າຢາກໃຫ້ອານາຄົດລູກຫຼານຂອງ
ທ່ານ
ມີສິ່ງທີ່ວ່າດີຂຶ້ນຫັ່ນ ເຮົາຕ້ອງໄດ້ເບິ່ງຕັ້ງແຕ່ນີ້ໄປ ຕ້ອງໝັ່ນຊ່ວຍກັນແກ້.

ພ້ອມກັນນີ້ ເຈົ້າໜ້າທີ່ຂັ້ນສູງຂອງລາວ ກໍຍັງໄດ້ເນັ້ນຢໍ້າວ່າ ສາເຫດທີ່ສໍາຄັນອີກຢ່າງ ໜຶ່ງ

ທີ່ເຮັດໃຫ້ເຍົາວະຊົນລາວເຂົ້າໄປມີສ່ວນໃນການກໍ່ອາຊະຍາກໍາຫຼາຍຂຶ້ນນັ້ນ ກໍຄື ການຂາດໂອກາດທາງດ້ານການ

ສຶກສາໃນລະດັບທີ່ສູງກວ່າມັດທະຍົມປາຍ ໃນຂະນະ
ທີ່ເຍົາວະຊົນລາວອີກຈໍານວນບໍ່ໜ້ອຍ ທີ່ຈົບການສຶກສາຂັ້ນສູງແລ້ວນັ້ນ ກັບບໍ່ມີວຽກ
ເຮັດງານທໍາອີກດ້ວຍ.

ກ່ອນໜ້ານີ້ທ່ານນາງ ອ່ອນຈັນ ທໍາມະວົງ ລັດຖະມົນຕີວ່າການກະຊວງແຮງງານແລະ
ສະຫວັດດີການສັງຄົມ ໄດ້ຖະແຫຼງຊີ້ແຈງວ່າ ໃນປີ 2010 ທີ່ຜ່ານມາມີເຍົາວະຊົນລາວ
ທີ່ຈົບການສຶກສາທີ່ສູງກວ່າມັດທະຍົມປາຍ 5 ໝຶ່ນກວ່າຄົນ ທີ່ບໍ່ມີວຽກເຮັດງານທໍາ.
ນອກຈາກນັ້ນ ໃນແຕ່ລະປີ ກໍຈະມີເຍົາວະຊົນລາວຫຼາຍກວ່າໝື່ນຄົນທີ່ຈົບການສຶກສາ
ໃນລະດັບທີ່ສູງກວ່າມັດທະຍົມປາຍ ທີ່ຕ້ອງປະເຊີນກັບບັນຫາການຫວ່າງງານເພີ່ມ
ຂຶ້ນ ໃນທຸກໆປີອີກດ້ວຍ.

 

ເພາະສະນັ້ນ ຈິ່ງເຮັດໃຫ້ເຍົາວະຊົນລາວເຫຼົ່ານີ້ຕ້ອງພາກັນເດີນທາງໄປ
ລັກລອບເຮັດວຽກ ຢູ່ໃນເມືອງໄທຫຼາຍຂຶ້ນນັບມື້ ໂດຍເຊື່ອວ່າມີເຍົາວະ
ຊົນລາວ ຫຼາຍກວ່າ 4 ແສນຄົນ ທີ່ລັກລອບເຮັດວຽກຢູ່ໄທໃນທຸກມື້ນີ້
ແລະເກີນກວ່າ 60% ໃນຈໍານວນດັ່ງກ່າວນີ້ ກໍເປັນເພດຍິງ ທີ່ສ່ຽງຕໍ່
ການຖືກປີບບັງຄັບໃຫ້ຕ້ອງຂາຍບໍລິການທາງເພດອີກດ້ວຍ, ສ່ວນເຍົາ
ວະຊົນລາວ ທີ່ບໍ່ເດີນທາງໄປໄທນັ້ນ
ກໍມີທ່າອ່ຽງທີ່ຈະເຂົ້າໄປກ່ຽວຂ້ອງກັບອາຊະຍາກໍາໃນລາວ ເພີ່ມຫຼາຍຂຶ້ນດ້ວຍເຊັ່ນກັນ.

Delicious Digg Fark Twitter