ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 3, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ທ່ານ Phil Robertson ຜູ້ບໍລິຫານຂອງອົງການ Human Rights Watch ຊຶ່ງໄດ້
ດໍາເນີນບົດບາfໃນການຕິດຕາມ ແລະກວດສອບສະຖານະການກ່ຽວກັບສິດທິມະນຸດ
ໃນທົ່ວໂລກ ໂດຍລວມເຖິງປະເທດສະມາຊິກໃນກຸ່ມອາຊຽນອີກດ້ວຍນັ້ນ ໄດ້ຖະແຫຼງ
ເນັ້ນຢໍ້າວ່າ ລັດຖະບານຂອງຫຼາຍໆ ປະເທດໃນກຸ່ມອາຊຽນ ຍັງບໍ່ໄດ້ໃຫ້ຄວາມສໍາຄັນ
ຕໍ່ການມີສ່ວນຮ່ວມຂອງພາກປະຊາຊົນຢ່າງແທ້ຈິງ ທັ້ງທີ່ວ່າ ເປົ້າໝາຍທີ່ສໍາຄັນທີ່ສຸດ
ຂອງກຸ່ມອາຊຽນນັ້ນ ຄືການພັດທະນາທີ່ມີປະຊາຊົນເປັນສູນກາງໃນທຸກໆດ້ານ ຫາກ
ແຕ່ໃນພາກປະຕິບັດຕົວຈິງກັບປາກົກວ່າ ການຮ່ວມມືໃນກຸ່ມອາຊຽນຍັງຄົງເປັນພຽງ
ການຮ່ວມມືລະຫວ່າງ ພາກລັດຖະບານເທົ່ານັ້ນ
.

ທ່ານ Phil Robertson ໄດ້ຍົກຕົວຢ່າງໃຫ້ເຫັນເຖິງສະພາບດັ່ງກ່າວວ່າ ໃນກອງປະຊຸມ ສຸດຍອດຜູ້ນໍາລັດຖະບານອາຊຽນ (ASEAN SUMMIT) ຫຼືການປະຊຸມລະດັບລັດຖະ
ມົນຕີອາຊຽນທຸກໆ ຄັ້ງທີ່ຜ່ານມານັ້ນ ການລວມຕົວເພື່ອສະແດງອອກເຖິງຄວາມຕ້ອງ
ການຂອງພາກປະຊາຊົນ ແລະອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO) ຈະຕ້ອງມີອັນ
ຖືກຂັດຂວາງຈາກປະເທດເຈົ້າພາບຕະຫຼອດມາ.

ທັ້ງນີ້ ໂດຍສະເພາະແມ່ນປະເທດ ທີ່ຍັງບໍ່ເປັນປະທິປະໄຕຢ່າງແທ້ຈິງ ເຊັ່ນ ຫວຽດນາມ,
ກໍາປະເຈຍ, ລາວ, ແລະບຣູໄນນັ້ນ ນອກຈາກຈະບໍ່ໃຫ້ການສົ່ງເສີມການມີສ່ວນຮ່ວມຂອງ
ພາກປະຊາຊົນ ແລະ NGO ແລ້ວກໍ່ຍັງບໍ່ເຄົາລົບຕໍ່ສິດຂັ້ນພື້ນຖານຂອງພົນລະເມືອງຂອງ
ຕົນອີກດ້ວຍ ດັ່ງທີ່ທ່ານ PhilRobertson ໄດ້ກ່າວເນັ້ນຢໍ້າວ່າ:

ສໍາລັບໃນໂອກາດກອງປະຊຸມສຸດຍອດຜູ້ນໍາລັດຖະບານຂອງອາຊຽນຄັ້ງທີ່ 20 ທີ່ໄດ້
ມີຂຶ້ນຢ່າງເປັນທາງການ ເມື່ອວັນທີ 3-4 ເມສາທີ່ຜ່ານມາຢູ່ກຸງພະນົມເປັນນັ້ນ ລັດ
ຖະບານກໍາປູເຈຍ ກໍ່ໄດ້ດໍາເນີນມາດຕະການຄວບຄຸມການລວມຕົວກັນຂອງພາກ
ປະຊາຊົນ ແລະ NGO ຢ່າງເຂັ້ມງວດ ຫາກແຕ່ວ່າ ລັດຖະບານກໍາປູເຈຍ ກໍ່ບໍ່ສາ
ມາດທີ່ຈະສົ່ງຫ້າມການລວມຕົວກັນຂອງພາກປະຊາຊົນ ແລະNGO ໄດ້ແຕ່ຢ່າງໃດ ເນື່ອງຈາກເປັນສິດທິຂອງພາກປະຊາຊົນຕາມກົດບັດອາຊຽນ ທີ່ບັງຄັບໃຊ້ນັບແຕ່ປີ
2010 ເປັນຕົ້ນມານັ້ນເອງ.

 

ທາງດ້ານພັນທະມິດ ເພື່ອເສລີພາບຂອງສື່ມວນຊົນ
ໃນເອເຊຍ (South East Asian Press Alliance
–SEAPA)
ທີ່ໄດ້ສົ່ງຕົວແທນຈາກປະເທດອັອສະ
ເຕຣເລຍເຂົ້າຮ່ວມ ໃນກອງປະຊຸມພາກປະຊາຊົນ
ຂອງອາຊຽນ (Asean People Forum) ທີ່ມີຂຶ້ນ
ໃນລະຫວ່າງວັນທີ່ 29-31 ມີນາ ເພື່ອເປັນການ
ລະດົມຄວາມຄິດເຫັນ ແລະຄວາມຕ້ອງການຈາກ
ພາກສ່ວນຕ່າງໆ ສໍາລັບນໍາສະເໜີຕໍ່ກອງປະຊຸມ
ສຸດຍອດຜູ້ນໍາລັດຖະບານອາຊຽນຄັ້ງທີ 20 ອີກ
ດ້ວຍນັ້ນ ກໍ່ລາຍງານວ່າ ຄະນະຜູ້ແທນຈາກລາວ
ບໍ່ມີໂອກາດໄດ້ເຂົ້າຮ່ວມກອງປະຊຸມພາກປະຊາຊົນ
ຂອງອາຊຽນໃນຄັ້ງຫລ້າສຸດນີ້ ເພາະຫລັງຈາກຄະ
ນະຜູ້ແທນດັ່ງກ່າວ ໄດ້ລົງທະບຽນເພື່ອສະແດງ
ເຈດຕະນາເຂົ້າຮ່ວມ ໃນກອງ ປະຊຸມເປັນທີ່ຮຽບ
ຮ້ອຍແລ້ວນັ້ນໄດ້ຖືກທາງການລາວ ຊັບຊ້ອນໃຫ້
ໄປເຂົ້າຮ່ວມກອງປະຊຸມ ທີ່ສະຖານທູດຝະລັ່ງເສດໃນກຸງພະນົມເປັນ ແລະໄດ້ຖືກສົ່ງກັບຄືນ
ລາວໃນມື້ຕໍ່ມາ ຈຶ່ງບໍ່ມີໂອກາດໄດ້ເຂົ້າຮ່ວມກອງປະຊຸມພາກປະຊາຊົນຂອງອາຊຽນໃນຄັ້ງ ນີ້ເລີຍ.

ແຕ່ຢ່າງໃດກໍ່ຕາມ ກອງປະຊຸມພາກປະຊາຊົນອາຊຽນໃນຄັ້ງນີ້ ກໍ່ໄດ້ຮ່ວມກັນອອກຖະແຫຼງ ການເພື່ອສະແດງການຮຽກຮ້ອງ ຕໍ່ບັນດາຜູ້ນໍາລັດຖະບານອາຊຽນໃນ 3 ດ້ານ ທີ່ສໍາຄັນ ກໍ່ຄືການຮຽກຮ້ອງໃນດ້ານເສດຖະກິດ ແລະສິ່ງແວດລ້ອມ, ດ້ານສັງຄົມ, ແລະວັດທະນະທໍາ ແລະດ້ານຄວາມໝັ້ນຄົງທາງການເມືອງ.

ບັນດາຂໍ້ຮຽກຮ້ອງທີ່ສໍາຄັນນັ້ນ ກໍ່ແມ່ນການຂໍໃຫ້ມີການແກ້ໄຂບັນຫາກ່ຽວກັບສິດໃນທີ່ດິນ
ທໍາກິນຂອງປະຊາຊົນ ການແກ້ໄຂບັນຫາສະພາວະໂລກຮ້ອນ, ການນໍາໃຊ້ຊັບພະຍາກອນ
ທໍາມະຊາດທີ່ຍືນຍົງ ການອານຸລັກສະພາບແວດລ້ອມທໍາມະຊາດໃນລຸ່ມແມ່ນໍ້າຂອງ, ການ ເຄົາລົບຕໍ່ສິດທິສະເໝີພາກຂອງທຸກຊັ້ນຄົນ ແລະການເຄົາລົບຕໍ່ສິດທິເສລີພາບຂັ້ນພື້ນຖານ ທາງການເມືອງຂອງພົນລະເມືອງຢ່າງແທ້ຈິງ ເປັນຕົ້ນ.

Delicious Digg Fark Twitter