ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 2, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ກ່ອນອື່ນຢາກຮູ້ວ່າໃນເມືອງລາວເຮົາໄດ້ຕຽມພ້ອມຫຍັງແດ່ທີ່ອີກສອງປີສາມເດືອນກໍ່ຮອດປີ໒໐໑໕ ແລ້ວ ທີ່ຈະເປັນສະມາຄົມອາຊ່ຽນທີ່ມີ ໑໐ ປະເທດ ຄື

  • ຄຳວ່າ ASEAN ນັ້ນຫຍໍ້ມາຈາກ Association  of  Southeast  Asian  Nations ຫຼືເອິ້ນວ່າ ສະມາຄົມປະຊາຊາດແຫ່ງອາຊ່ຽນຕະເວັນອອກສຽງໃຕ້
  • ອາຊ່ຽນເລິ່ມກໍ່ຕັ້ງຄັ້ງທຳອຶດປະກອບດ້ວຍສະມາຊິກທັງຫມົດ ໕ ປະເທດຄື ປະເທດອຶນໂດເນເຊຍ , ມາເລເຊຍ ,ຟິລິບປິນ , ສິງຄະໂປ  ແລະ ໄທ
  • ປັດຈຸບັນອາຊ່ຽນ ປະກອບດ້ວຍ ຟິລິບປິນ , ບຣູໄນ  ,ມາເລເຊຍ  , ສິງຄະໂປ ,ໄທ  , ອຶນໂນເຊຍ  ຫວຽດນາມ ພະມ່າ  ,ລາວ ,ກຳປຼຊາ
  • ອາຊ່ຽນ+໓  ປະກອບດ້ວຍ  ມີກຸ່ມອາຊ່ຽນ ໑໐ ປະເທດ ແລະປະເທດຈີນ , ເກົ່າຫລີໃຕ້ ແລະຍີ່ປຸ່ນ
  • ອາຊ່ຽນ+໖  ປະກອບດ້ວຍ  ກຸ່ມປະເທດອາຊ່ຽນ ໑໐  ປະເທດ ແລະກຸ່ມປະເທດ+໓    ແລະປະເທດອອສເຕຣເລຍ  ,ອິນເດຍ , ແລະນິວຊີແລນ
  • ຄຳຂວັນຂອງອາຊ່ຽນ ຄື ໜຶ່ງວຶໄສທັດ , ໜຶ່ງເອກລັກ ,ໜຶ່ງປະຊາຄົມ (One  Vision , One Identity, One Community)
  • ເລຂາທິການອາຊ່ຽນຄົນປັດຈຸບັນຄື ດຣ. ສຸຣຶນ  ພິດສຸວັນ
  • ສັນຍາລັກອາຊ່ຽນແລະມີຄວາມໝາຍດັງນີ້

  • ຮູບໃຈກາງເອິ້ນວ່າຮູປຮວງເຂົ້າສີເຫຼືອງພື້ນສີແດງອ້ອມຮອບດ້ວຍວົງກົມສີຂາວແລະສີຟ້າ(ສີນ້ຳເງິນ)
  • ໃນຮວງເຂົ້າ ໑໐ ຕົ້ນ (ສີເຫຼືອງ) ທີມັດຕິດກັນໄວ້ ຫມາຍຖິງປະເທດສະມາຊິກໂຮມກັນເພື່ອມິດຕະພາບເປັນນ້ຳຫນຶ່ງໃນດຽວກັນ

ສີນ້ຳເງິນ ຫມາຍເຖິງ  ສັນຕິພາບແລະຄວາມຫມັ້ນຄົງ

ສີແດງ  ໝາຍເຖິງ  ຄວາມກ້າຫານແລະຄວາມກ້າວໜ້າ

ສີຂາວ  ໝາຍເຖິງຄວາມບໍລິສຸດ

ສີເຫຼືອງ  ໝາຍເຖິງຄວາມຈະເລິນຮຸ່ງເຮືອງ

  • ສາມເສົາຫຼັກຂອງສະມາຄົມອາຊ່ຽນປະກອບຄວາມຮ່ວມມື ສາມ ດ້ານຄື
  1. ການເມືອງແລະຄວາມຫມັ້ນຄົງ
  2. ເສດຖະກິດອາຊ່ຽນ
  3. ສັງຄົມແລະວັດທະນະທຳອາຊ່ຽນ
  • ສຳນັກງານອາຊ່ຽນ  (Asean Secretariat) ຕັ້ງຢູ່ ກຸງຈາກາຣັ້ຕາ   ປະເທດອຶນໂດນີເຊຍ
  • ອາຊ່ຽນຕັ້ງເປົ້າໝາຍບັນລຸສະມາຄົມອາຊ່ຽນໃນ ປີ ໒໐໑໕
  • ກົດບັດອາຊ່ຽນ (Asean charter) ຄື ທຳມະນູນອາຊ່ຽນ ທີ່ຈະວາງກອບກົດຫມາຍແລະໂຕງສ້າງອົງກອນ ເພື່ອປະສິດທິພາບຂອງ

ອາຊ່ຽນໃນການຂັບເຄື່ອນ ເພື່ອການລວມຕົວກັນເປັນສະມາຄົມອາຊ່ຽນປີ ໒໐໑໕ , ເພື່ອອາຊ່ຽນເປັນອົງກອນລະຫວ່າງລັດຖະບານໃນພູມມິພາກ

ທີ່ມີປະສິດທິພາບ ມີປະຊາຊົນເປັນສູນກາງ ແລະເຄົາລົບໃນກົດກະຕິກາການເຮັດງານລະຫວ່າງກັນຫຼາຍຍິ່ງຂຶ້ນ.

Delicious Digg Fark Twitter