ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 16, 2013 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

  ເທິງ​ໂຕະ​ຫ​ນ່ວຍ​ໜື່ງ ມີ​ຈິກ​ຊໍ​ວາງ​ກ​ະ​ຈັດ​ກະ​ຈາຍ​ກັນ ຍັງ​ບໍ່​ມີ​ສ່ວນ​ໃດ​ຖືກ​ປະ​ກອບ​ກັນ 

ທີ່​ມຸມ​ໂຕະ​ດ້ານ​ໜື່ງ​ມີ​ຈິກ​ຊໍ 2 ອັນ​ນອນ​ສະ​ຫງົບ​ນິ້ງຢູ່​ໃກ້ໆ​ກັນ ລວດ​ລາຍ​ຂອງ​ທັງ​ສອງ​ເປັນ​ສີ​ຟ້າ​ອ່ອນ​ໃນ​ຍາມ​ເຊົ້າຄື​ກັນ ຄ້າຍໆ​ວ່າ​ຈະ​ເປັນ​ຈິກ​ຊໍ​ທີ່​ຢູ່​ຂ້າງ​ກັນ​ໃນ​ຮູບ​ທີ່​ສົມ​ບູນ 

ຈິກ​ຊໍ​ທັງ 2 ຕົວຈື່ງ​ຄ່ອຍໆ​ເຄື່ອນ​ທີ່​ເຂົ້າ​ຫາ​ກັນ, ເລີ່ມ​ໝູນ​ຕົວ​ຊ້າໆ ພະ​ຍາ​ຍາມ​ຫາ​ມູມ​ທີ່​ຈະ​ປະ​ສານ​ກັບ​ອີກ​ຝ່າຍ​ໃຫ້​ເປັນ​ໜື່ງ​ດຽວ​ກັນ

ໃຊ້​ສ່ວນ​ໃຊ້​ສ່ວນຫຼຸບ​ຂອງ​ເຮົາ ໄປ​ສອດ​ກັບ​ສ່ວນ​ໂຄ້ງ​ຂອງ​ເຂົາ , ຫາ​ສ່ວນ​ແວ່ງ​ຂອງ​ເຂົາ ມາ​ຮັບ​ສ່ວນ​ເກີນ​ຂອງ​ເຮົາ...................

          ທັງ​ຄູ່​ພະ​ຍາ​ຍາມ​ຢູ່​ແບບ​ນັ້ນ...................​

ເວ​ລາ​ຜ່ານ​ໄປ​ຫຼາຍ​ວັນ ຈິກ​ຊໍ​ທັງ 2 ພະ​ຍາ​ຍາມ​ຢ່າງ​ເຕັມ​ທີ່ ທີ່​ຈະ​ຕໍ່​ກັນ​ໃຫ້​ສະ​ນິດ ມູມ​ນີ້​ມູມ​ນັ້ນ ຫຼຽມ​ນີ້ຫຼຽມ​ນັ້ນ ທີ່​ພະ​ຍາ​ຍາມ​ປະ​ສານ

ແຕ່​ກໍ່​ບໍ່​ມີ​ຄັ້ງ​ໃດ​ເລີຍ​ຈະ​ຕໍ່​ກັນ​ຢ່າງ​ສະ​ນິດ​ແຈບ 

                 ສຸດ​ທ້າຍ​ຈິກ​ຊໍ​ໂຕ​ໃຫ​ຍ່​ຈື່ງຍອມ​ແພ້ ເຄື່ອນ​ຕົວ​ຈາກ​ໄປ...........................

ຈິກ​ຊໍ​ໂຕ​ນ້ອຍ ກໍ່​ຮ້ອງ​ໄຫ້​ດ້ວຍ​ສຽງ​ໂສກ​ເສົ້າ

"ເຈົ້າ​ຊິ​ໄປ​ໃສ ຂ້ອຍ​ເຮັດ​ຜິດ​ຫ​ຍັງ ເຈົ້າ​ຈື່ງ​ຕ້ອງ​ຈາກ​ໄປ ຂ້ອຍ​ບໍ່​ດີ​ບ່ອນ​ໃດ ເປັນ​ຫ​ຍັງ...ຕ້ອງຍອມ​ແພ້​ແບບ​ນີ້ ເຈົ້າ​ບໍ່​ອີ​ຕົນ​ຂ້ອຍ​ແດ່​ຫວາ ຫຼື ບໍ່​ເສຍ​ດາຍ​ວັນ​ເວ​ລາ​ທີ່​ເຮົາພະ​ຍາ​ຍາມ​ຕໍ່​ປະ​ສານ​ໃຫ້​ເປັນ​ອັນ​ໜື່ງ​ອັນ​ດຽວ​ກັນຫວາ"

               ຈິກ​ຊໍ​ໂຕ​ໃຫ​ຍ່​ຫັນ​ກັບ​ມາ​ດ້ວຍ​ສີໜ້າ​ທີ່​ເຈັບ​ປວດ ແລະ ເວົ້າ​ວ່າ:

    " ເປັນ​ຫ​ຍັງ​ເຈົ້າ​ຈື່ງ​ຄິດ​ວ່າ​ເຈົ້າ​ຜິດ ການ​ທີ່​ເຮົາ​ຕໍ່​ເປັນ​ອັນ​ດຽວກັນ​ບໍ່​ໄດ້ ມັນ​ບໍ່​ແມ່ນ​ຄວາມ​ຜິດ​ຂອງ​ເຈົ້າ

        ມັນ​ບໍ່​ແມ່ນ​ຄວາມ​ຜິດ​ຂອງ​ຂ້ອຍ ພຽງ​ເພາະ​ວ່າ​ເຮົາ​ບໍ່​ໄດ້​ເປັນ​ຈິກ​ຊໍ​ທີ່​ອອກ​ແບບ​ມາ​ໃຫ້​ຢູ່​ຂ້າງ​ກັນ​ເທົ່າ​ນັ້ນ ແລະ ຂ້ອຍ​ກໍ່​ກຳ​ລັງ​ຍອມ​ຮັບ​ມັນ​ດ້ວຍ​ຄວາມ​ເຈັບ​ປວດ.........

      ຂ້ອຍ​ເສຍ​ໃຈ​ທີ່​ເຮັດ​ໃຫ້​ເຈົ້າ​ເຈັບ​ຊ້ຳາ ຈາກ​ກການ­​ທີ່​ເຮົາ​ພະ​ຍາ​ຍາມ​ດັດ​ຕົວ​ເອງ​ໃຫ້​ປະ​ສານ​ກັບ​ອີກ​ຝ່າຍ ແຕ່​ກໍ່​ຄົງ​ຈະ​ຮູ້ ວ່າ​ຂ້ອຍ​ກໍ່​ເຈັບ​ຊໍ້າບໍ່​ຕ່າງ​ກັບ​ເຈົ້າ​ເລີຍ..........

        ເວ​ລາ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ມັນ​ບໍ່​ໄດ້​ເສຍ​ໄປ​ລ້າໆ​ດອກ ເພາະ​ຢ່າງ​ໜ້ອຍ ມັນ​ກໍ່​ເຮັດ​ໃຫ້​ເຮົາ​ຮູ້​ວ່າ ສ່ວນ​ໂຄ້ງ​ຂອງ​ເຮົາ​ມັນ​ໂຄ້ງ​ເທົ້າ​ໃດ, ສ່ວນຫຼຸບ​ຂອງ​ເຮົາ​ເລິກ​ເທົ່າ​ໃດ

       ແລະ ເຮົາ​ຄວນ​ຈະ​ຫາ​ຈິກ​ຊໍ​ຮູບ​ຮ່າງ​ແບບ​ໃດ

        ມາ​ເຕີມ​ເຕັມ​ຊ່ອງວ່າງ​ທີ່​ເຮົາ​ຂາດ​ໄປ ...................ຈົ່ງຮ້ອງ​ໃຫ້ຢູ່​ບ່ອນ​ນັ້ນ ແລະ ຖິ້ມ​ຄວາມ​ໂສກ​ເສົ້າ​ທັງ​ໝົດ​ໄວ້​ບ່ອນ​ນັ້ນ

         ເມື່ອ​ເຮົາ​ແຂງ​ແຮງ​ດີ​ແລ້ວ ເຈົ້າ​ຈື່ງ​ຕາມ​ຫາ​ຈິກ​ຊໍ​ໂຕ​ທີ່​ຖືກ​ສ້າງ​ມາ​ຢູ່​ຂ້າງໆ​ເຈົ້າ​ຢ່າງ​ແທ້​ຈິງ............... ເຖິງ​ມື້​ນັ້ນ​ເຈົ້າ​ຄົງ​ຈະ​ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ຂ້ອຍ​ເວົ້າ​ໃນ​ມື້​ນີ້"

ຈິກ​ຊໍ​ໂຕ​ໃຫ​ຍ່​ຈາກ​ໄປ​ແລ້ວ ແຕ່​ເລື່ອງ​ລາວ​ຍັງ​ດຳ​ເນີນ​ຕໍ່​ໄປ.........ຮອຍ​ເຈັບ​ຊໍ້າ ແລະ ສຽງ​ຮ້ອງ​ໄຫ້​ຂອງ​ໂຕ​ຈິກ​ຊໍຫຼວງຫຼາຍ​ຍັງ​ຄົງ​ດັງ​ຈາກ​ທົ່ວ​ທຸກ​ຈຸດ​ເທິງ​ໂຕະ................

                        ສຸດ​ທ້າຍ​ແລ້ວ ຈິກ​ຊໍ​ພາບ​ທີ່​ຊື່​ຄວາມ​ຮັກ​ນີ້ ຈະ​ຖືກ​ປະ​ກອບ​ເປັນ​ພາບ​ທີ່​ສົມ​ບູນ​ງົດ​ງາມຫຼື​ບໍ່.............ບໍ່​ມິ​ໃຜ​ຮູ້

        ແລະ ເຖິງ​ຕອນ​ນີ້ ຈິກ​ຊໍ​ໂຕ​ນ້ອນ​ຜູ້​ໜ້າ​ສົງ​ສານ​ໂຕ​ນັ້ນ ຈະ​ເຂົ້າ​ໃຈ​ສິ່ງ​ທີ່​ຈິກ​ຊໍ​ໂຕ​ໃຫ​ຍ່​ເວົ່າ ຫຼື ບໍ່............ບໍ່​ມີ​ໃຜ​ຮູ້

        ຍິ່ງ​ໄປ​ກວ່າ​ນັ້ນ ຄຳ​ເວົ້າ​ຂອງ​ຈິກ​ຊໍ​ໂຕ​ໃຫ​ຍ່ທັງ​ໝົດ ຄື​ຄວາມ​ຈິງ ຫຼື ເປັນ​ພຽງຂໍ້​ແກ້​ໂຕ.........ຍິງ​ບໍ່​ມີ​ໃຜ​ຮູ້

 

 

 

 

 

ແລະ​ຂ້ອຍ​ເອງ​ກໍ່​ຍັງ​ຍອມ​ຮັບ​ມັນ​ບໍ່​ໄດ້ ແລະ ກຳ​ລັງ​ພະ​ຍາ​ຍາມ​ເຂົ້າ​ໃຈ​ເຫດ​ຜົນ​ຂອງ​ລາວ
 
                  
   

ຂຽນເມື່ອ ຂຽນເມື່ອ: ພ.ພ.. 7, 2013 | ມີ 29 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

          ຄໍາຖາມຄ້າງໃຈຮ້ອຍພັນ ແລະ ຂ້ອຍເອງກໍ່ຕ້ອງການຄໍາຕອບ ຈື່ງຕັດສິນໃຈຖາມຊາຍຄົນນັ້ນອີກຄັ້ງ

ຂອ້ຍ:  ທີ່ຜ່ານມາມັນໝາຍຄວາມວ່າແນວໃດ ຂ້ອຍຄິດໄປເອງຫວາ

ຊາຍຄົນນັ້ນ:​ ທີ່ຜ່ານເຈົ້າບໍ່ໄດ້ຄິດໄປເອງ ເພາະ ຂ້ອຍເອງກໍ່ຮູ້ສຶກດີກັບເຈົ້າຕະຫຼອດມາ ຊ່ວງເວລາທີ່ຢູ່ກັບເຈົ້າຂ້ອຍມີຄວາມສຸກ

ຂ້ອຍ: ແຕ່ມັນບໍ່ແມ່ນຄວາມຮັກແມ່ນບໍ່?

ຊາຍຄົນນັ້ນ: ເປັນຫຍັງເຈົ້າຄືຄິດແບບນັ້ນ ສິ່ງທີ່ຂ້ອຍພະຍາຍາມເຮັດເພື່ອເຈົ້າມາຕະຫຼອດ ເຈົ້າເບິ່ງບໍ່ອອກຫວາ

ຂ້ອຍ: ກໍ່ເພາະແບບນັ້ນແຫຼະມັນເຮັດໃຫ້ຂ້ອຍບໍ່ເຊື່ອໃນສິ່ງທີ່ເກີດຂື້ນ, ຂ້ອຍບໍ່ເຊື່ອວ່າເຈົ້າຈະຮັກຜູ້ຍິງຄົນອື່ນ

ຊາຍຄົນນັ້ນ:  ຂ້ອຍບໍ່ຢາກຫຼອກໂຕ ຮູ້ທັງຮູ້ວ່າເລື່ອງຂອງເຮົາມັນເປັນໄປບໍ່ໄດ້ ບໍ່ມີທາງທີ່ແມ່ຂ້ອຍ ຈະອຸນຸຍາດໃຫ້ເຮົາແຕ່ງງານກັນ ເມື່ອເຫັນທາງທີ່ມັນໄປຕໍ່ບໍ່ໄດ້ເຮົາກໍຄວນຢຸດ ຂ້ອຍເອງກໍ່ເສຍໃຈຕະຫຼອດ 2 ປີທີ່ຜ່ານມາຂ້ອຍກໍ່ພະຍາຍາມເຮັດທຸກຢ່າງກ່ຽວກັບເລື່ອງຂອງເຮົາ ແຕ່ສຸດທ້າຍກໍ່ບໍ່ມີຫຍັງທີ່ຈະປ່ຽນຄວາມຄິດຂອງແມ່ຂ້ອຍໄດ້ ເມື່ອເຮົາຮູ້ວ່າເປັນໄປບໍ່ໄດ້ເຮົາກໍ່ຄວນຖອຍ. ແລະ ອີກຢ່າງໜື່ງ ຂ້ອຍກໍ່ບໍ່ອາດລືມຍິງຄົນນັ້ນ ເຖິງຂ້ອຍແລະລາວຈະຢູ່ໄກ ກັນ ແຕ່ມັນບໍ່ໄດ້ເຮັດໃຫ້ຄວາມຮັກທີ່ຂ້ອຍມີໃຫ້ລາວມັນໜ້ອຍລົງ ຂ້ອຍຄິດວ່າເຈົ້າ ຈະສາມາດເຮັດໃຫ້ຂ້ອຍລືມລາວໄດ້ ແຕ່ເມື່ອຂ້ອຍໄດ້ເຈິກັບລາວອີກ ມັນຍິ່ງເຮັດໃຫ້ຂ້ອຍຮັກລາວຫຼາຍຂື້ນ

ຂ້ອຍ:  ຂ້ອຍເຂົາໃຈແລ້ວຄວາມຮູ້ສຶກຂອງເຈົ້າ ແຕ່ມັນໄວເກີນໄປ ຂ້ອຍຍັງຮັບບໍ່ໄດ້

ຊາຍຄົນນັ້ນ:  ຂ້ອຍຮູ້ດີ ຂ້ອຍຄິດມາຕະຫຼອດແຕ່ຂ້ອຍບໍກ້າບອກກັບເຈົ້າ ເພາະຂ້ອຍເອງກໍ່ຮັກເຈົ້າ ແລະ ເປັນຫວ່ງເຈົ້າຫຼາຍ ສວ່ນຂ້ອຍເອງກໍ່ຂໍຢູ່ແບບນີ້ຢູ່ທີ່ເດີມທີ່ຍັງເປັນຫວ່ງເຈົ້າ

                 ແລະຍ້ອນເຫດນັ້ນຂ້ອຍເອງຈື່ງຄິດເອງວ່າຈະຂໍຢູ່ແບບນີ້ໄປເລື້ອຍໆ ຂໍພຽງແຕ່ຍັງໄດ້ລົມໂທລະສັບກັບລາວ, ຍັງໄດ້ໄປກິນເຂົ້ານໍາກັນ, ຍັງມາຫາກັນ ເຖິງລາວຈະຮັກຍິງອີກຄົນຂ້ອຍຮັບໄດ້

    ຫຼາຍວັນຜ່ານໄປ ສິ່ງທີ່ຄ້າງໃນໃຈກໍ່ເກີດຂື້ນອີກ ຂ້ອຍຕ້ອງການຢາກລົມກັບຍິງຄົນນັ້ນ ໃນໃຈກໍ່ແຄ້ນ ທັ້ງໆທີ່ລາວບໍ່ໄດ້ເຮັດຫຍັງແຕ່ລາວຊໍ້າພັດໄດ້ຄວາມຮັກ ຈາກຄົນີທີ່ຂ້ອຍຮັກ ແຕ່ຂ້ອຍທຸ່ມເທທຸກຢ່າງແຕ່ກໍ່ຍັງເຈັບ ຂ້ອຍຈື່ງສົ່ງຂໍ້ຄວາມໄປທີ່ຊື່ໃນ facebook ຂອງຍິງຄົນນັ້ນ

ຂ້ອຍ:   ຢາກຮູ້ຈັກກັບເຈົ້າ ......ສາວຜູ້ໂຊກດີໄດ້ບໍ!!!!

ຍິງຄົນນັ້ນ:  ມິດ.........

ຂ້ອຍ:   ເຈົ້າຮັກ XX ຫວາ

ຍິງຄົນນັ້ນ:    ແມ່ນແລ້ວ ແລະ ຂ້ອຍກໍຮັກລາວຫຼາຍ

        ຄໍາຕອບທີ່ສຸດແສນຈະເຈັບປວດຂ້ອຍຮູ້ແລ້ວວ່າຕອນນີ້ຄວນເຮັດແບບໃດ ຂ້ອຍຄວນຈະຕ້ອງຕັດໃຈ ແລະ ປ່ອຍໃຫ້ຄົນທີ່ຂ້ອຍຮັກໄດ້ມີຄວາມສຸກ ເພາະຂ້ອຍຮູ້ດີວ່າຂ້ອຍເອງບໍ່ມີທາງທີ່ຈະສູ້ລາວໄດ້ ທັງໜ້າຕາ, ຖານະ

ແຕ່ສິ່ງທີ່ເຈັບປວດໄປກວ່ານັ້ນ ຊາຍຄົນນັ້ນ ຍັງເປັນຫວ່ງຂ້ອຍຢູ່ ແລະພະຍາຍາມເຮັດທຸກຢ່າງໃຫ້ຂ້ອຍຮູ້ສຶກດີ ແຕ່ການເຮັດດີຂອງລາວມັນຍິ່ງເຮັດໃຫ້ຂ້ອຍເຈັບປວດຂື້ນເຕີ່ມ ແລະ ຂ້ອຍເອງກໍ່ຄວນຈະຢຸດ ຂ້ອຍຈື່ງຕັດສິນໃຈໂທຫາລາວ ແລະບອກລາວເຖິງຄວາມເຈັບປວດຂອງໂຕເອງ ແລະ ຂ້ອຍຕ້ອງການທີ່ຈະຢຸດມັນ 

                 ຂ້ອຍບໍ່ຮູ້ວ່າໂຕເອງຈະຕ້ອງໃຊ້ເວລາດົນປານໃດຈື່ງສາມາດລືມລາວໄດ້ ແລະ ຂ້ອຍເອງກໍ່ຈະບໍ່ພະຍາຍາມທີ່ຈະລືມລາວ ຂ້ອຍຮັກລາວ, ລາວຈະຢູ່ໃນຄວາມຊົງຈໍາທີ່ດີໆຂ້ອຍຕະຫຼອດໄປ, ຈະເກັບທຸກຄວາມຮູ້ສຶກທີ່ດີທີ່ເຄີຍໄດ້ຮັບ ເປັນຄວາມຊົງຈໍາໃນໃຈຕະຫຼອດໄປ

                 ໂລກນີ້ມັນບໍ່ແນ່ ບໍ່ຮູ້ວ່າຕໍ່ຈາກນີ້ຂ້ອຍຈະກ້າຮັບໃຜເຂົ້າມາໃນຊີວິດອີກບໍ່ ເພາະຄົນທີ່ຄິດວ່າດີແລ້ວ ແຕ່ກໍ່ຍັງເສຍໃຈຢູ່ ແລະ ຈະມີຈັກຄົນບໍ່ ທີ່ດີ ພໍຈະບໍ່ເຮັດໃຫ້ຂ້ອຍເສຍໃຈອີກ 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 6, 2013 | ມີ 23 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຂ້ອຍ​ກັບ​ແຟນ​ຄົບ​ກັນ​ມາ​ເປັນ​ເວ​ລາ 2 ປີ ກວ່າ 

ລາວ​ເປັນ​ຜູ້​ຊາຍ​ທີ່​ແຕກ​ຕ່າງ​ຈາກ​ຜູ້​ຊາຍ​ຄົນ​ອື່ນ ລາວ​ສຸ​ພາບ, ໃຈ​ດີ, ເປັນ​ຄົນ​ທີ່​ຮຽນ​ເກັ່ງ ແລະ​ ທີ່​ສຳ​ຄັນ​ລາວ​ເຂົ້າ​ໃຈ​ຂ້ອຍ ແລະ ຂ້ອຍ​ໄວ້​ໃຈ​ລາວ​ທີ່​ສຸດ ລາວ​ເປັນ​ຄົນ​ຊ່ວຍ​ເຫຼືອ​ຂ້ອຍ​ຕະຫຼອດ​ມາ ເຮັດ​ໃຫ້​ຂ້ອຍ​ຮັບ​ຮູ້​ໄດ້​ເຖິງ​ຄວາມ​ຮັກ​ທີ່​ລາວ​ມີ​ໃຫ້​ຂ້ອຍ ແລະ ຂ້ອຍ​ກໍ່​ຮັກ​ລາວຫຼາຍ ເບິ່ງ​ແລ້ວ​ຄວາມ​ຮັກ​ຂອງ​ພວກ​ເຮົາ​ທັງ​ສອງ​ຄົງ​ບໍ່​ມີ​ອຸ​ປະ​ສັກ​ຫ​ຍັງ​ທີ່​ເຮັດ​ໃຫ້​ເຮົາ​ສອງ​ຄົນ​ຕ້ອງ​ເລີກ​ກັນ​ໄດ້  

         ແຕ່​ແລ້ວ ຈຸດ​ໜື່ງ​ທີ່​ເຮົາ​ທັງ​ສອງ​ຄົນ​ຟືນ​ມາ​ຕະຫຼອດ​ຄື​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ເຮົາ​ທັງ​ສອງ​ຄົນ(ຄວາມ​ແຕກ​ຕ່າງ​ໃນ​ທີ່​ນີ້​ໝາຍ​ເຖິງ ຂ້ອຍ​ເປັນ​ຄົນ​ລາວ​ລຸ່ມ ສ່ວນ​ລາວ ເປັນ​ຄົນ​ມົ້ງ) ເຊິ່ງ​ທາງ​ຄອບ​ຄົວ​ຂອງ​ລາວ​ກໍ່​ຫ້າມ​ບໍ່​ໃຫ້​ແຕ່ງ​ງານ​ກັບຊົນ​ເຜົ່າ​ອື່ນ ນອກ​ຈາກ​ຊົນ​ເຜົ່າ​ມົ້ງ​ດ້ວຍ​ກັຍນກັນ​ເອງ ຖ້າ​ເປັນ​ລາວ​ລຸ່ມ​ຍິ່ງ​ເປັນ​ໄປ​ບໍ່​ໄດ້ . ສ່ວນ​ໂຕ​ຂ້ອຍ​ເອງ​ກໍ່​ເຂົ້າ​ໃຈ​ເຫດ​ຜົນ​ທີ່​ທາງ​ແມ່​ລາວ​ກ່າວ​ຂື້ນ​ມາ ເຊິ່ງ​ເບິ່ງ​ຈາກ​ສະ​ພາບ​ຕົວ​ຈິ່ງ ລາວ​ລຸ່ມ​ໃນ​ເມື່ອ​ກ່ອນ​ມັກ​ຈະ​ດູ​ຖູກ,ດູ​ມິນ ຄົນ​ຊົນ​ເຜົ່າ ເຊິ່ງ​ໃນ​ປັດ​ຈຸ​ບັນ ກໍ່​ຍັງ​ມີ​ບາງ​ກຸ່ມ​ຄົນ​ທີ່​ຄິດ​ແນວ​ນີ້​ຢູ່ ເຊິ່ງ​ເຮັດ​ໃຫ້​ແມ່ນ​ລາວ​ລຳ​ບາກ​ໃຈຫຼາຍ ລາວ​ກໍ່​ພະ​ຍາ​ຍາມ​ອະ​ທິ​ບາຍ​ທຸກ​ຢ່າງ​ໃຫ້​ແມ່ລາວ​ຟັງ ແຕ່​ມັນ​ກໍ່​ບໍ່​ມີ​ປະ​ໂຫຍດ ເພາະແມ່​ລາວ​ເບິ່ງ​ຈາກ​ຄົນ​ອ້ອມ​ຂ້າງ​ທີ່​ແຕ່ງ​ງານ​ກັບ​ຄົນ​ລ​າວ​ລຸ່ມ​​ແຕ່​ລະ​ຄູຕ້ອງ​ໄປ​ບໍ່​ລອດ ຍ້ອນ​ພີ່​ນ້ອງ​ຄົນ​ຮອບ​ຂ້າງ(ຂອງ​ຄົນ​ລາວ​ລຸ່ມ) . ເຊິ່ງ​ເລື່ອງ​ນີ້​ເອງ​ກໍ່​ເຮັດ​ໃຫ້​ຂ້ອຍ​ລຳ​ບາກ​ໃຈ​ພໍ​ສົມ​ຄວນ ແຕ່ ຂ້ອຍ​ກໍ່​ບອກ​ກັບ​ລາວ​ວ່າ​ບໍ່​ມີ​ຫ​ຍັງ​ທີ່​ເປັນ​ໄປ​ບໍ່​ໄດ້.

        ພວກ​ເຮົາ​ທັງ​ສອງ​ກໍ່​ຄົບ​ກັນ​ມາ​ເລື້ອຍໆ ................. ຈົນ​ນະ​ມື້​ໜື່ງ​ຂ້ອຍ​ໄດ້​ຮູ້​ຄວາມ​ຈິງ​ເມື່ອ​ຂ້ອຍ​ເຫັນ​ຮູບ​ຍິງ​ຄົນ​ໜື່ງ​ໃນ​ໂທ​ລະ​ສັບ​ຂອງ​ລາວ ຍິງ​ຄົນ​ນັ້ນ​ເປັນ​ຍິງ​ທີ່​ລາວ​ແອບ​ຮັກ​ຕັ້ງ​ແຕ່​ຕອນ​ຍັງ​ບໍ່​ໄດ້​ຄົບ​ກັນ (ລາວ​ເຄີຍ​ເລົ່າ​ໃຫ້​ຟັງ) ແລະ ຂ້ອຍ​ກໍ່​ເຫັນ​ຂໍ້​ຄວາມ​ໜື່ງ "ຂ້ອຍ​ຮັກ​ເຈົ້າ XXX" ເມື່ອ​ເຫັນ​ແລ້ວ​ມັນ​ເຮັດ​ໃຫ້​ຂ້ອຍ​ອື້ງ ຢືນ​ຢຸດ​ນິ້ງ​ດ້ວຍ​ຄວາມ​ເຈັບ​ປວດ . ຂ້ອຍ​ກໍ່​ເລີຍ​ຖາມ​ລາວ​ໄປ​ຕົງໆ​ວ່າ ເປັນ​ຫ​ຍັງ​ຈື່ງ​ມີ​ຮູບ​ຜູ້​ຍິງ​ຄົນ

ລາວ​ຕອບ​ວ່າ:"ຮູບ​ງາມ​ດີ​ກະ​ເລີຍ​ເອົາ​ລົງ" 

ຂ້ອຍ:   ແລ້ວ​ຂໍ້​ຄວາມ​ນັ້ນ​ເດ

ລາວ:      ດຽວ​ເຂົາ​ຈະ​ເລົ່າ​ຄວາມ​ຈິງ​ໃຫ້​ຟັງ , ຕອນ 4 ເດືອນ​ກ່ອນ​ຂ້ອຍ​ໄດ້​ເຈິ​ກັບ​ລາວ​ອີກ​ຄັ້ງ ໂດຍ​ບັງ​ເອີນ (ລາວ​ເປັນ​ນັກ​ສຶກ​ສາ​​ມົ້ງທີ່​ໄປ​ຮຽນ​ຕໍ່​ເກົາຫຼີ) ຂ້ອຍ​ກໍ່​ເລີຍ​ໄດ້​ລົມ​ກັບ​ລາວ , ຈາກ​ນັ້ນ ລາວ​ກໍ່​ຮັບ​ຂ້ອຍ​ຢູ່​ບ່ອນ​ເຮັດ​ວຽກ ໄປ​ກິນ​ເຂົ້ານຳ​ກັນ , ຂ້ອຍ​ກັບ​ລາວ​ໄປ​ກິນ​ເຂົ້າ​ນຳ​ກັນ​ສອງ​ຄັ້ງ ແລະ ຫຼັງ​ຈາກ​ນັ້ນ​ລາວ​ກໍ່​ກັບ ໄປ​ເກົາຫຼີ ,ແຕ່​ຂ້ອຍ​ກັບ​ລາວ​ກໍ່​ລົມ​ກັນ​ມາ​ເລື້ອຍໆ ແລະ ຂ້ອຍ​ກໍ່​ຮູ້​ສຶກ​ເຖິງ​ຄວາມ​ຮູ້​ສຶກ​ຂອງ​ຕົວ​ເອງ ຂ້ອຍ​ຮູ້​ວ່າ​ຂ້ອຍ​ເຮັດ​ຜິດ​ຕໍ່​ເຈົ້າ ແຕ່ ຂ້ອຍ​ກໍ່​ຮັກ​ລາວຫຼາຍ ແລະ ຮັກ​ມາ​ຕະຫຼອດ ທີ່ ຜ່ານ​ມາ​ຂ້ອຍ​ພະ​ຍາ​ຍາມ​ຈະ​ລືມ​ລາວ ໂດຍ​ການ​ເປີດ​ໃຈ​ຮັບ​ຄົນ​ໃຫມ່​ເຂົ້າ​ມາ ແລະ ກໍ່​ຄື ເຈົ້າ ແຕ່​ມັນ​ກໍ່​ບໍ່​ອາດ​ເຮັດ​ໃຫ້​ຂ້ອຍ​ລື​ໃລາວ​ໄດ້ ແລະ ອີກ​ເລື່ອງ​ໜື່ງ​ເລື່ອງ​ຂອງ​ເຮົາ​ມັນ​ບໍ່​ມີ​ທາງ​ຈະ​ເປັນ​ໄປ​ໄດ້

               ຂ້ອຍ​ໄດ້​ແຕ່​ງຽບ ແລະ ປ່ອຍ​ໃຫ້​ນຳ​ຕາ​ໄຫຼ​ອອກ​ມາ ດ້ວຍ​ຄວາມ​ເຈັບ​ປວດ ມັນ​ເຮັດ​ໃຫ້​ຂ້ອຍ​ລົ້ມ​ທັງ​ຢືນ ເພາະ​ກ່ອນ​ໜ້າ​ນີ້​ລາວ​ດີ​ກັບ​ຂ້ອຍຫຼາຍ​ ທັງ​ການ​ເອົາ​ໃຈ​ໃສ່, ການ​ເບີ່ງແຍງ, ຄວາມ​ຫວ່ງໄຍ ມັນ​ເຮັດ​ໃຫ້​ຂ້ອຍ​ເຊື່ອ​ຈົນ​ໝົດ​ໃຈ ແລະ ບໍ່​ຄາດ​ຄິດ​ວ່າ​ຈະ​ມີ​ເຫດ​ການ​ແບບ​ນີ້​ເກີດ​ຂື້ນ​ກັບ​ຂ້ອຍ​ໄດ້ ​ແລະ ສິ່ງ​ທີ​ຍັງ​ເປັນ​ຄຳ​ຖາມ​ຄ້າງ​ໃຈຂ້ອຍ ລະ​ເປັນ​ຫ​ຍັງ​ຈື່ງ​ຕ້ອງ​ໃຫ້​ຄວາມ​ຫວັງ​ກັບ​ຂ້ອຍ​ຂະ​ໜາດ​ນັ້ນ ໃນ​ເວ​ລາ​ທີ່​ຄົບ​ກັນ​ຂ້ອຍ​ຍັງ​ດີ​ບໍ່​ພໍ​ຫວາ, ຂ້ອຍ​ຜິດ​ບ່ອນໃດ ເປັນ​ຫ​ຍັງ​ຂ້ອຍ​ຕ້ອງ​ມາ​ເຈັບ​ປວດ, ສອງ​ປີ​ທີ່​ຜ່ານ​ມາ​ມັນ​ບໍ່​ມີ​ຄວາມ​ໝາຍ​ເລີຍ​ຫວາ 

              ຂ້ອ​ຍ​ທີ່​ເປັນ​ຢູ່​ໃນ​ຕອນ​ນີ້​ມັນ​ບອກ​ບໍ່​ຖືກ ແລະ​ບໍ່​ຮູ້ ຊິ​ເຮັດ​ແນວ​ໃດ​ຕໍ່​ໄປ ເມື່ອ​ຄົນ​ທີ່​ໄວ້​ໃຈ​ທີ່​ສຸດ​ມາ​ທຳ​ຮ້າຍ

 

 

 

 

ຍັງ​ມີ​ຕອນ​ຕໍ່​ໄປ ................................ຂອບ​ໃຈ​ທີ່​ອ່ານ...................ຖ້າ​ຊ່ວຍ​ໃຫ້​ຄວາມ​ເຫັນ​ແດ່​ກໍ່​ດີ