ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 7, 2013 | ມີ 29 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

          ຄໍາຖາມຄ້າງໃຈຮ້ອຍພັນ ແລະ ຂ້ອຍເອງກໍ່ຕ້ອງການຄໍາຕອບ ຈື່ງຕັດສິນໃຈຖາມຊາຍຄົນນັ້ນອີກຄັ້ງ

ຂອ້ຍ:  ທີ່ຜ່ານມາມັນໝາຍຄວາມວ່າແນວໃດ ຂ້ອຍຄິດໄປເອງຫວາ

ຊາຍຄົນນັ້ນ:​ ທີ່ຜ່ານເຈົ້າບໍ່ໄດ້ຄິດໄປເອງ ເພາະ ຂ້ອຍເອງກໍ່ຮູ້ສຶກດີກັບເຈົ້າຕະຫຼອດມາ ຊ່ວງເວລາທີ່ຢູ່ກັບເຈົ້າຂ້ອຍມີຄວາມສຸກ

ຂ້ອຍ: ແຕ່ມັນບໍ່ແມ່ນຄວາມຮັກແມ່ນບໍ່?

ຊາຍຄົນນັ້ນ: ເປັນຫຍັງເຈົ້າຄືຄິດແບບນັ້ນ ສິ່ງທີ່ຂ້ອຍພະຍາຍາມເຮັດເພື່ອເຈົ້າມາຕະຫຼອດ ເຈົ້າເບິ່ງບໍ່ອອກຫວາ

ຂ້ອຍ: ກໍ່ເພາະແບບນັ້ນແຫຼະມັນເຮັດໃຫ້ຂ້ອຍບໍ່ເຊື່ອໃນສິ່ງທີ່ເກີດຂື້ນ, ຂ້ອຍບໍ່ເຊື່ອວ່າເຈົ້າຈະຮັກຜູ້ຍິງຄົນອື່ນ

ຊາຍຄົນນັ້ນ:  ຂ້ອຍບໍ່ຢາກຫຼອກໂຕ ຮູ້ທັງຮູ້ວ່າເລື່ອງຂອງເຮົາມັນເປັນໄປບໍ່ໄດ້ ບໍ່ມີທາງທີ່ແມ່ຂ້ອຍ ຈະອຸນຸຍາດໃຫ້ເຮົາແຕ່ງງານກັນ ເມື່ອເຫັນທາງທີ່ມັນໄປຕໍ່ບໍ່ໄດ້ເຮົາກໍຄວນຢຸດ ຂ້ອຍເອງກໍ່ເສຍໃຈຕະຫຼອດ 2 ປີທີ່ຜ່ານມາຂ້ອຍກໍ່ພະຍາຍາມເຮັດທຸກຢ່າງກ່ຽວກັບເລື່ອງຂອງເຮົາ ແຕ່ສຸດທ້າຍກໍ່ບໍ່ມີຫຍັງທີ່ຈະປ່ຽນຄວາມຄິດຂອງແມ່ຂ້ອຍໄດ້ ເມື່ອເຮົາຮູ້ວ່າເປັນໄປບໍ່ໄດ້ເຮົາກໍ່ຄວນຖອຍ. ແລະ ອີກຢ່າງໜື່ງ ຂ້ອຍກໍ່ບໍ່ອາດລືມຍິງຄົນນັ້ນ ເຖິງຂ້ອຍແລະລາວຈະຢູ່ໄກ ກັນ ແຕ່ມັນບໍ່ໄດ້ເຮັດໃຫ້ຄວາມຮັກທີ່ຂ້ອຍມີໃຫ້ລາວມັນໜ້ອຍລົງ ຂ້ອຍຄິດວ່າເຈົ້າ ຈະສາມາດເຮັດໃຫ້ຂ້ອຍລືມລາວໄດ້ ແຕ່ເມື່ອຂ້ອຍໄດ້ເຈິກັບລາວອີກ ມັນຍິ່ງເຮັດໃຫ້ຂ້ອຍຮັກລາວຫຼາຍຂື້ນ

ຂ້ອຍ:  ຂ້ອຍເຂົາໃຈແລ້ວຄວາມຮູ້ສຶກຂອງເຈົ້າ ແຕ່ມັນໄວເກີນໄປ ຂ້ອຍຍັງຮັບບໍ່ໄດ້

ຊາຍຄົນນັ້ນ:  ຂ້ອຍຮູ້ດີ ຂ້ອຍຄິດມາຕະຫຼອດແຕ່ຂ້ອຍບໍກ້າບອກກັບເຈົ້າ ເພາະຂ້ອຍເອງກໍ່ຮັກເຈົ້າ ແລະ ເປັນຫວ່ງເຈົ້າຫຼາຍ ສວ່ນຂ້ອຍເອງກໍ່ຂໍຢູ່ແບບນີ້ຢູ່ທີ່ເດີມທີ່ຍັງເປັນຫວ່ງເຈົ້າ

                 ແລະຍ້ອນເຫດນັ້ນຂ້ອຍເອງຈື່ງຄິດເອງວ່າຈະຂໍຢູ່ແບບນີ້ໄປເລື້ອຍໆ ຂໍພຽງແຕ່ຍັງໄດ້ລົມໂທລະສັບກັບລາວ, ຍັງໄດ້ໄປກິນເຂົ້ານໍາກັນ, ຍັງມາຫາກັນ ເຖິງລາວຈະຮັກຍິງອີກຄົນຂ້ອຍຮັບໄດ້

    ຫຼາຍວັນຜ່ານໄປ ສິ່ງທີ່ຄ້າງໃນໃຈກໍ່ເກີດຂື້ນອີກ ຂ້ອຍຕ້ອງການຢາກລົມກັບຍິງຄົນນັ້ນ ໃນໃຈກໍ່ແຄ້ນ ທັ້ງໆທີ່ລາວບໍ່ໄດ້ເຮັດຫຍັງແຕ່ລາວຊໍ້າພັດໄດ້ຄວາມຮັກ ຈາກຄົນີທີ່ຂ້ອຍຮັກ ແຕ່ຂ້ອຍທຸ່ມເທທຸກຢ່າງແຕ່ກໍ່ຍັງເຈັບ ຂ້ອຍຈື່ງສົ່ງຂໍ້ຄວາມໄປທີ່ຊື່ໃນ facebook ຂອງຍິງຄົນນັ້ນ

ຂ້ອຍ:   ຢາກຮູ້ຈັກກັບເຈົ້າ ......ສາວຜູ້ໂຊກດີໄດ້ບໍ!!!!

ຍິງຄົນນັ້ນ:  ມິດ.........

ຂ້ອຍ:   ເຈົ້າຮັກ XX ຫວາ

ຍິງຄົນນັ້ນ:    ແມ່ນແລ້ວ ແລະ ຂ້ອຍກໍຮັກລາວຫຼາຍ

        ຄໍາຕອບທີ່ສຸດແສນຈະເຈັບປວດຂ້ອຍຮູ້ແລ້ວວ່າຕອນນີ້ຄວນເຮັດແບບໃດ ຂ້ອຍຄວນຈະຕ້ອງຕັດໃຈ ແລະ ປ່ອຍໃຫ້ຄົນທີ່ຂ້ອຍຮັກໄດ້ມີຄວາມສຸກ ເພາະຂ້ອຍຮູ້ດີວ່າຂ້ອຍເອງບໍ່ມີທາງທີ່ຈະສູ້ລາວໄດ້ ທັງໜ້າຕາ, ຖານະ

ແຕ່ສິ່ງທີ່ເຈັບປວດໄປກວ່ານັ້ນ ຊາຍຄົນນັ້ນ ຍັງເປັນຫວ່ງຂ້ອຍຢູ່ ແລະພະຍາຍາມເຮັດທຸກຢ່າງໃຫ້ຂ້ອຍຮູ້ສຶກດີ ແຕ່ການເຮັດດີຂອງລາວມັນຍິ່ງເຮັດໃຫ້ຂ້ອຍເຈັບປວດຂື້ນເຕີ່ມ ແລະ ຂ້ອຍເອງກໍ່ຄວນຈະຢຸດ ຂ້ອຍຈື່ງຕັດສິນໃຈໂທຫາລາວ ແລະບອກລາວເຖິງຄວາມເຈັບປວດຂອງໂຕເອງ ແລະ ຂ້ອຍຕ້ອງການທີ່ຈະຢຸດມັນ 

                 ຂ້ອຍບໍ່ຮູ້ວ່າໂຕເອງຈະຕ້ອງໃຊ້ເວລາດົນປານໃດຈື່ງສາມາດລືມລາວໄດ້ ແລະ ຂ້ອຍເອງກໍ່ຈະບໍ່ພະຍາຍາມທີ່ຈະລືມລາວ ຂ້ອຍຮັກລາວ, ລາວຈະຢູ່ໃນຄວາມຊົງຈໍາທີ່ດີໆຂ້ອຍຕະຫຼອດໄປ, ຈະເກັບທຸກຄວາມຮູ້ສຶກທີ່ດີທີ່ເຄີຍໄດ້ຮັບ ເປັນຄວາມຊົງຈໍາໃນໃຈຕະຫຼອດໄປ

                 ໂລກນີ້ມັນບໍ່ແນ່ ບໍ່ຮູ້ວ່າຕໍ່ຈາກນີ້ຂ້ອຍຈະກ້າຮັບໃຜເຂົ້າມາໃນຊີວິດອີກບໍ່ ເພາະຄົນທີ່ຄິດວ່າດີແລ້ວ ແຕ່ກໍ່ຍັງເສຍໃຈຢູ່ ແລະ ຈະມີຈັກຄົນບໍ່ ທີ່ດີ ພໍຈະບໍ່ເຮັດໃຫ້ຂ້ອຍເສຍໃຈອີກ 

Delicious Digg Fark Twitter