ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 16, 2013 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

  ເທິງ​ໂຕະ​ຫ​ນ່ວຍ​ໜື່ງ ມີ​ຈິກ​ຊໍ​ວາງ​ກ​ະ​ຈັດ​ກະ​ຈາຍ​ກັນ ຍັງ​ບໍ່​ມີ​ສ່ວນ​ໃດ​ຖືກ​ປະ​ກອບ​ກັນ 

ທີ່​ມຸມ​ໂຕະ​ດ້ານ​ໜື່ງ​ມີ​ຈິກ​ຊໍ 2 ອັນ​ນອນ​ສະ​ຫງົບ​ນິ້ງຢູ່​ໃກ້ໆ​ກັນ ລວດ​ລາຍ​ຂອງ​ທັງ​ສອງ​ເປັນ​ສີ​ຟ້າ​ອ່ອນ​ໃນ​ຍາມ​ເຊົ້າຄື​ກັນ ຄ້າຍໆ​ວ່າ​ຈະ​ເປັນ​ຈິກ​ຊໍ​ທີ່​ຢູ່​ຂ້າງ​ກັນ​ໃນ​ຮູບ​ທີ່​ສົມ​ບູນ 

ຈິກ​ຊໍ​ທັງ 2 ຕົວຈື່ງ​ຄ່ອຍໆ​ເຄື່ອນ​ທີ່​ເຂົ້າ​ຫາ​ກັນ, ເລີ່ມ​ໝູນ​ຕົວ​ຊ້າໆ ພະ​ຍາ​ຍາມ​ຫາ​ມູມ​ທີ່​ຈະ​ປະ​ສານ​ກັບ​ອີກ​ຝ່າຍ​ໃຫ້​ເປັນ​ໜື່ງ​ດຽວ​ກັນ

ໃຊ້​ສ່ວນ​ໃຊ້​ສ່ວນຫຼຸບ​ຂອງ​ເຮົາ ໄປ​ສອດ​ກັບ​ສ່ວນ​ໂຄ້ງ​ຂອງ​ເຂົາ , ຫາ​ສ່ວນ​ແວ່ງ​ຂອງ​ເຂົາ ມາ​ຮັບ​ສ່ວນ​ເກີນ​ຂອງ​ເຮົາ...................

          ທັງ​ຄູ່​ພະ​ຍາ​ຍາມ​ຢູ່​ແບບ​ນັ້ນ...................​

ເວ​ລາ​ຜ່ານ​ໄປ​ຫຼາຍ​ວັນ ຈິກ​ຊໍ​ທັງ 2 ພະ​ຍາ​ຍາມ​ຢ່າງ​ເຕັມ​ທີ່ ທີ່​ຈະ​ຕໍ່​ກັນ​ໃຫ້​ສະ​ນິດ ມູມ​ນີ້​ມູມ​ນັ້ນ ຫຼຽມ​ນີ້ຫຼຽມ​ນັ້ນ ທີ່​ພະ​ຍາ​ຍາມ​ປະ​ສານ

ແຕ່​ກໍ່​ບໍ່​ມີ​ຄັ້ງ​ໃດ​ເລີຍ​ຈະ​ຕໍ່​ກັນ​ຢ່າງ​ສະ​ນິດ​ແຈບ 

                 ສຸດ​ທ້າຍ​ຈິກ​ຊໍ​ໂຕ​ໃຫ​ຍ່​ຈື່ງຍອມ​ແພ້ ເຄື່ອນ​ຕົວ​ຈາກ​ໄປ...........................

ຈິກ​ຊໍ​ໂຕ​ນ້ອຍ ກໍ່​ຮ້ອງ​ໄຫ້​ດ້ວຍ​ສຽງ​ໂສກ​ເສົ້າ

"ເຈົ້າ​ຊິ​ໄປ​ໃສ ຂ້ອຍ​ເຮັດ​ຜິດ​ຫ​ຍັງ ເຈົ້າ​ຈື່ງ​ຕ້ອງ​ຈາກ​ໄປ ຂ້ອຍ​ບໍ່​ດີ​ບ່ອນ​ໃດ ເປັນ​ຫ​ຍັງ...ຕ້ອງຍອມ​ແພ້​ແບບ​ນີ້ ເຈົ້າ​ບໍ່​ອີ​ຕົນ​ຂ້ອຍ​ແດ່​ຫວາ ຫຼື ບໍ່​ເສຍ​ດາຍ​ວັນ​ເວ​ລາ​ທີ່​ເຮົາພະ​ຍາ​ຍາມ​ຕໍ່​ປະ​ສານ​ໃຫ້​ເປັນ​ອັນ​ໜື່ງ​ອັນ​ດຽວ​ກັນຫວາ"

               ຈິກ​ຊໍ​ໂຕ​ໃຫ​ຍ່​ຫັນ​ກັບ​ມາ​ດ້ວຍ​ສີໜ້າ​ທີ່​ເຈັບ​ປວດ ແລະ ເວົ້າ​ວ່າ:

    " ເປັນ​ຫ​ຍັງ​ເຈົ້າ​ຈື່ງ​ຄິດ​ວ່າ​ເຈົ້າ​ຜິດ ການ​ທີ່​ເຮົາ​ຕໍ່​ເປັນ​ອັນ​ດຽວກັນ​ບໍ່​ໄດ້ ມັນ​ບໍ່​ແມ່ນ​ຄວາມ​ຜິດ​ຂອງ​ເຈົ້າ

        ມັນ​ບໍ່​ແມ່ນ​ຄວາມ​ຜິດ​ຂອງ​ຂ້ອຍ ພຽງ​ເພາະ​ວ່າ​ເຮົາ​ບໍ່​ໄດ້​ເປັນ​ຈິກ​ຊໍ​ທີ່​ອອກ​ແບບ​ມາ​ໃຫ້​ຢູ່​ຂ້າງ​ກັນ​ເທົ່າ​ນັ້ນ ແລະ ຂ້ອຍ​ກໍ່​ກຳ​ລັງ​ຍອມ​ຮັບ​ມັນ​ດ້ວຍ​ຄວາມ​ເຈັບ​ປວດ.........

      ຂ້ອຍ​ເສຍ​ໃຈ​ທີ່​ເຮັດ​ໃຫ້​ເຈົ້າ​ເຈັບ​ຊ້ຳາ ຈາກ​ກການ­​ທີ່​ເຮົາ​ພະ​ຍາ​ຍາມ​ດັດ​ຕົວ​ເອງ​ໃຫ້​ປະ​ສານ​ກັບ​ອີກ​ຝ່າຍ ແຕ່​ກໍ່​ຄົງ​ຈະ​ຮູ້ ວ່າ​ຂ້ອຍ​ກໍ່​ເຈັບ​ຊໍ້າບໍ່​ຕ່າງ​ກັບ​ເຈົ້າ​ເລີຍ..........

        ເວ​ລາ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ມັນ​ບໍ່​ໄດ້​ເສຍ​ໄປ​ລ້າໆ​ດອກ ເພາະ​ຢ່າງ​ໜ້ອຍ ມັນ​ກໍ່​ເຮັດ​ໃຫ້​ເຮົາ​ຮູ້​ວ່າ ສ່ວນ​ໂຄ້ງ​ຂອງ​ເຮົາ​ມັນ​ໂຄ້ງ​ເທົ້າ​ໃດ, ສ່ວນຫຼຸບ​ຂອງ​ເຮົາ​ເລິກ​ເທົ່າ​ໃດ

       ແລະ ເຮົາ​ຄວນ​ຈະ​ຫາ​ຈິກ​ຊໍ​ຮູບ​ຮ່າງ​ແບບ​ໃດ

        ມາ​ເຕີມ​ເຕັມ​ຊ່ອງວ່າງ​ທີ່​ເຮົາ​ຂາດ​ໄປ ...................ຈົ່ງຮ້ອງ​ໃຫ້ຢູ່​ບ່ອນ​ນັ້ນ ແລະ ຖິ້ມ​ຄວາມ​ໂສກ​ເສົ້າ​ທັງ​ໝົດ​ໄວ້​ບ່ອນ​ນັ້ນ

         ເມື່ອ​ເຮົາ​ແຂງ​ແຮງ​ດີ​ແລ້ວ ເຈົ້າ​ຈື່ງ​ຕາມ​ຫາ​ຈິກ​ຊໍ​ໂຕ​ທີ່​ຖືກ​ສ້າງ​ມາ​ຢູ່​ຂ້າງໆ​ເຈົ້າ​ຢ່າງ​ແທ້​ຈິງ............... ເຖິງ​ມື້​ນັ້ນ​ເຈົ້າ​ຄົງ​ຈະ​ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ຂ້ອຍ​ເວົ້າ​ໃນ​ມື້​ນີ້"

ຈິກ​ຊໍ​ໂຕ​ໃຫ​ຍ່​ຈາກ​ໄປ​ແລ້ວ ແຕ່​ເລື່ອງ​ລາວ​ຍັງ​ດຳ​ເນີນ​ຕໍ່​ໄປ.........ຮອຍ​ເຈັບ​ຊໍ້າ ແລະ ສຽງ​ຮ້ອງ​ໄຫ້​ຂອງ​ໂຕ​ຈິກ​ຊໍຫຼວງຫຼາຍ​ຍັງ​ຄົງ​ດັງ​ຈາກ​ທົ່ວ​ທຸກ​ຈຸດ​ເທິງ​ໂຕະ................

                        ສຸດ​ທ້າຍ​ແລ້ວ ຈິກ​ຊໍ​ພາບ​ທີ່​ຊື່​ຄວາມ​ຮັກ​ນີ້ ຈະ​ຖືກ​ປະ​ກອບ​ເປັນ​ພາບ​ທີ່​ສົມ​ບູນ​ງົດ​ງາມຫຼື​ບໍ່.............ບໍ່​ມິ​ໃຜ​ຮູ້

        ແລະ ເຖິງ​ຕອນ​ນີ້ ຈິກ​ຊໍ​ໂຕ​ນ້ອນ​ຜູ້​ໜ້າ​ສົງ​ສານ​ໂຕ​ນັ້ນ ຈະ​ເຂົ້າ​ໃຈ​ສິ່ງ​ທີ່​ຈິກ​ຊໍ​ໂຕ​ໃຫ​ຍ່​ເວົ່າ ຫຼື ບໍ່............ບໍ່​ມີ​ໃຜ​ຮູ້

        ຍິ່ງ​ໄປ​ກວ່າ​ນັ້ນ ຄຳ​ເວົ້າ​ຂອງ​ຈິກ​ຊໍ​ໂຕ​ໃຫ​ຍ່ທັງ​ໝົດ ຄື​ຄວາມ​ຈິງ ຫຼື ເປັນ​ພຽງຂໍ້​ແກ້​ໂຕ.........ຍິງ​ບໍ່​ມີ​ໃຜ​ຮູ້

 

 

 

 

 

ແລະ​ຂ້ອຍ​ເອງ​ກໍ່​ຍັງ​ຍອມ​ຮັບ​ມັນ​ບໍ່​ໄດ້ ແລະ ກຳ​ລັງ​ພະ​ຍາ​ຍາມ​ເຂົ້າ​ໃຈ​ເຫດ​ຜົນ​ຂອງ​ລາວ
 
                  
   

Delicious Digg Fark Twitter