ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2009 | ມີ 6 ຄຳເຫັນ ແລະ 0 trackback(s)

ມີນັກສຶກສາຄົນໜຶ່ງຫາກໍ່ຮຽນຈົບມາໃໝ່ໆ ໄດ້ສະໝັກເຂົ້າເຮັດວຽກເປັນພະນັກງານໃນບໍລິສັດແຫ່ງໜຶ່ງ

ໃນຕຳແໜ່ງ ເລຂານຸການ, ໃນຊ່ວງ 3 ເດືອນທຳອິດຈະເປັນການທົດລອງງານຂອງພະນັກງານໃໝ່.


ຜູ້ຈັດການ: ນິ! ເລຂາ ເຈົ້າຊ່ອຍເອົາກາເຟ ຮ້ອນໆ ມາໃຫ້ຂ້ອຍແນ່

ເລຂາ: ນັ້ນເດ້! ມີກາເຟຕັ້ງຢູ່ເທິງໜ້າໂຕະຂອງທ່ານແລ້ວເດ້

ຜູ້ຈັດການ: ມັນດົນແລ້ວ ມັນກໍ່ຕ້ອງເຢັນແລ້ວແລະນໍ໋!

                ໄປເອົາມາໃໝ່

................ 5 ນາທີຜ່ານໄປ...................

ເລຂາກໍຍົກກາເຟມາໃຫ້ຜູ້ຈັດການຕາມຄຳສັ່ງ

ເລຂາ: ມາແລ້ວ ກາເຟ ຮ້ອນໆ

ຜູ້ຈັດການຮັບເອົາກາເຟ ແລ້ວກໍເປົ່າກາເຟເລັກນ້ອຍ

ແປະ !!!!!! ສຽງຝ່າມືຂອງເລຂາຕົບລົງເທິງຫົວຂອງຜູ້ຈັດການ ແລ້ວກໍ່ເວົ້າຢາ່ງໃຈຮ້າຍວ່າ:

" ເປົ່າເຮັດຫຍັງ ກະດຽວວ່າຈະກິນກາເຟ ຮອ້ນໆ "

ຜູ້ຈັດການງົງ!!!!!!!! ?????? !!!!!!!!!

 

 

alt....................................................alt


 

Delicious Digg Fark Twitter