ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2009 | ມີ 19 ຄຳເຫັນ ແລະ 0 trackback(s)

ສະບາຍດີ ..ກ່ອນອື່ນຫວັງວ່າເຈົ້າຄົງວ່າງອີ່ຫຼີເນາະຈັ່ງຄລິກເຂົ້າມາ, ແຕ່ຖ້າເວລາຂອງເຈົ້າມັນມີຄ່າກວ່າທີ່ຈະມາອ່ານອີ່ຫຍັງທີ່ໄຮ້ສາລະຕໍ່ໄປນີ້ ຂໍແນະນຳວ່າ ອອກໄປດີກວ່າ.

ຖ້າຍັງຢືນຢັນວ່າວ່າງ.. ກະເຂົ້າເລື່ອງເລີຍເນາະ ບໍ່ມີຫຍັງດອກເອົາເລື່ອງບໍ່ເປັນເລື່ອງມາໃຫ້ອ່ານ ຖ້າເຄີຍອ່ານແລ້ວ ກະອ່ານອີກເນາະ ຄືຊິບໍ່ເຈັບເກົ້າເມົາຫົວຍ້ອນດອກ

 

ຮູ້ບໍ່?

 

ຕົ້ນກຳເນີດແທ້ໆແລ້ວ ໂຄຄາໂຄລ້າ ມັນເປັນສີຂຽວ

(ແລ້ວມັນມາດຳຕອນໃດ)

ຮິດເລີ້ ແລະ ນະໂປລຽນ ມີໝາກອັນທະຂ້າງດຽວ (ໄຂ່ຫຳຫັ້ນນາ)

ຄືກັບລາຍນິ້ວມື ລິ້ນຂອງແຕ່ລະຄົນມີລາຍຕ່າງກັນ

(ສົມພໍເຫັນຄົນມັກເລຍຊອງຈົດໝາຍ ປະທັບລາຍລິ້ນນີ້ເອງ)

ແອບເປິ້ນເປັນພືດຕະກູນດຽວກັບກຸຫຼາບ

(ວາເລນທາຍປີໜ້າຊິໄດ້ຊື້ແອບເປີ້ນໃຫ້ຜູ້ສາວແທນ)

ຕັ່ງໄຟຟ້າຖືກຄິດຄົ້ນໂດຍໝໍປົວແຂ້ວ

(ສົງໃສຕອນນັ້ນຍັງບໍ່ມີຢາຊາ ເລີຍໃຊ້ໄຟຟ້າຊັອດແທນ)

ບໍ່ມີໃຜສາມາດຂ້າໂຕຕາຍດ້ວຍການກັ້ນຫາຍໃຈໄດ້

(ຢ່າລອງເລີຍ...ບໍ່ສຳເລັດດອກ)

ມັນເປັນໄປບໍ່ໄດ້ທີ່ເຈົ້າຈະເລຍຂໍ້ສອກໂຕເອງ ( ແທ້ຫວານິ)

ເປັນໄປບໍ່ໄດ້ທີ່ເຈົ້າຈະຈາມໂດຍບໍ່ຫຼັບຕາ (ຢ່າຝືນດີກວ່າ)

ແລະຖ້າເຈົ້າຈາມແຮງເກີນໄປ ອາດເຮັດໃຫ້ກະດູກຂ້າງຫັກໄດ້

(ຂະໜາດນັ້ນເລີຍ)

ແຕ່ຖ້າເຈົ້າພະຍາຍາມທີ່ຈະຢຸດຈາມ ອາດເຮັດໃຫ້ມີເລືອດອອກໃນຫົວ ແລະ ຄໍ

ແລ້ວໃນທີ່ສຸດເຈົ້າກໍ່ຈະຕາຍ (ໂອ້...god)

ການໃສ່ຫູຟັງພຽງຊົ່ວໂມງດຽວ ເຮັດໃຫ້ແບັກທີເຣຍໃນຫູເຈົ້າເພີ່ມຂື້ນ 700 ເທົ່າ

(ໂຫ...ຫູມັນຊິບໍ່ເນົ່າເບາະບາດນິ)

ລະຫັດໂທລະສັບຂອງປະເທດລັດເຊຍແມ່ນ 007

(ສົງໃສເຈມສ໌ບອນເກີດໃນລັດເຊຍ ເຮິເຮິ)

ຜູ້ຍິງ 3.9 ເປີເຊັນ ບໍ່ມັກນຸ່ງສະຫຼິບ ( ໂວໂວໂວ້...)

ແລະສຸດທ້າຍ 99 ເປີເຊັນຂອງຄົນທີ່ອ່ານໄດອາຣີ່ນີ້ ພະຍາຍາມຈະເລຍຂໍ້ສອກໂຕເອງ

(ເປັນຈັ່ງໃດ ເລຍເຖິງຢູ່ຫວາ)


ອັນນີ້ແຖມ...ທຸກຄົນທີ່ອ່ານມາຮອດນີ້ ລ້ວນແຕ່ໜ້າຮັກ  ແລະຄົນໜ້າຮັກທຸກຄົນມັກຈະສະແດງຄວາມຄິດເຫັນໄວ້ດ້ານລຸ່ມນຳ alt


ຂອບໃຈສຳຫຼັບທຸກຄຳເຫັນ


(ລັກຈາກເນັດມາຕາມເຄີຍ, ບໍ່ຮູ້ຊິບອກວ່າເວັບໃດ ມັນປົນໆກັນ ແຮະໆ)



ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 17, 2009 | ມີ 13 ຄຳເຫັນ ແລະ 0 trackback(s)


ຖ້າ​ເຈົ້າ​ຄິດ​ວ່າ​ຈະ​ໄດ້​ສາລະ​ຈາກ​ໄດ​ນີ້ ຂໍ​ບອກ​ເລີຍ​ວ່າ​ບໍ່​ມີ ​(ຈັ່ງ​ແມ່ນ​ມັນ​ຄື…) ເລື່ອງ​ຕໍ່​ໄປ​ນີ້​ເອົາ​ມາ​ໃຫ້​ອ່ານ​ຫຼິ້ນໆ ​ແກ້​ເຊັງ ​ເໝາະ​ສຳ​ຫຼັບ​ຄົນ​ທີ່​​ມີ​ເວລາ​ຫຼາຍ​ພໍ ຈົນ​ບໍ່​ຮູ້​ວ່າ​ຊິ​​ເອົາ​ໄປ​ເຮັດ​ຫຍັງ (ຝອຍ​ຫຼາຍ​ໜ້າ​ລຳ​ຄານ ​ເຂົ້າ​ເລື່ອງ​ໄດ້​ແລ້ວ)

 

ອະ…ລອງ​ອ່ານ​ເບິ່ງ​ແຕ່​ບໍ່​ຕ້ອງ​ຈື່​ໃຫ້​ມັນ​ເປືອງ​ເນື້ອ​ທີ່​ສະໝອງ​ທີ່​ມີ​ໜ້ອຍ​ຢູ່​ແລ້ວ​ດອກ (ມັນ​ຫຼອກ​ດ່າ​ຕົວະ​ນິ..)



- ຖ້າ​ເຈົ້າ​ຮ້ອງ​ດັງໆ​ເປັນ​ເວລາ 8 ປີ 7​ເດືອນ ກັບ​ອີກ 6 ມື້ ຕິດ​ຕໍ່​ກັນ ພະ​ລັງ​ງານ​ສຽງ​ທີ່​ໄດ້​ຈະ​ສາມາດ​ນຳ​​ໄປ​ອຸ່ນ​ກາ​ເຟ​ໄດ້​ຈອກ​ໜຶ່ງ​ພໍດີ (ວ່າງໆ​ກະ​ລອງ​ເບິ່ງ)

- ຖ້າ​ເຈົ້າ​ຕົດ..​ແມ່ນ​ແລ້ວ​ຕົດ ຢ່າງ​ຕໍ່​ເນື່ອງ​ເປັນ​ເວລາ 6 ປີ ກັບ​ອີກ 9 ​ເດືອນ ອາຍ​ແກ໊ສທີ່​ໄດ້​ຈະ​ທຽບ​ເທົ່າ​ລະ​ເບີດ​ປະ​ລຳ​ມະນູ​ 1 ລູກ (​ໂຫ…ມາ​ຕົດ​ຂາຍ​ໃຫ້​ກອງທັບ​ດີກ​ວ່າ)

- ຫົວ​ໃຈ​ມະນຸດ​ມີ​ແຮງ​ດັນ​ພໍ​ທີ່​ຈະ​ສີດ​ເລືອດ​ໄປ​ໄກ​ເຖິງ 9 ​ແມັດ (ປາ​ໂທ້…)

- ໝູ​ຈະ​ມີ​ຊ່ວງ​ເວລາ​ເຖິງ​ຈຸດ​ສຸດ​ຍອດ​ດົນ​ເຖິງ 30 ນາທີ (​ໂອະ​ໂອ…)

​- ແມງ​ສາບ​ຈະ​ມີ​ຊີວິດ​ຢູ່​ໄດ້​ດົນ​ເຖິງ 9 ມື້ ​ໂດຍ​ບໍ່​ມີ​ຫົວ (ບະ!...ມັນ​ຍັງ​ບໍ່​ເປັນ​ຜີ​ແມງ​ສາບ​ອີກ​ຫວາ..)

- ​ເອົາ​ຫົວ​ທຸບ​ກຳ​ແພງ​ຈະ​ໃຊ້​ພະ​ລັງ​ງານ 150 ​ແຄ​ລໍ​ລີ່ຕໍ່​ຊົ່ວ​ໂມງ (ໜ້າ​ຈະ​ໃຊ້​ລົດ​ຄວາມ​ອ້ວນ​ໄດ້…)

​- ແມງ​ມ້າ​ໂຕ​ຜູ້ ບໍ່​ສາມາດ​ຮ່ວມ​ເພດ​ໄດ້​ໃນ​ຂະນະ​ທີ່​ຍັງ​ມີ​ຫົວ​ຢູ່ (​ອ້າວ..ບໍ່​ມີ​ຫົວ​ແລັວ…ຈຸດ​ຈຸດ….​ໄດ້​ແນວ​ໃດ)

​​- ໂຕ​ໝັດ ສາມາດ​ໂດດ​ໄດ້​ໄກ​ເຖິງ 350 ​ເທົ່າ​ຂອງ​ໂຕ​ມັນ​ເອງ (ສຳ​ພໍ​ໝາ​ຢູ່​ບ້ານ​ຈັ່ງ​ມີ​ແຕ່​ໝັດ...)

- ປາດຸກ​ມີ​ຕຸ່ມ​ຮັບ​ລົດ​ຊາດ​ເຖິງ 27,000 ຕຸ່ມ (​ແລ້ວ​ມັນ​ຊິ​ມີ​ໄວ້​ເຮັດ​ຫຍັງ ຈັກ​ໜ້ອຍ​ກະຖືກ​ຈັບ​ມາ​ເຮັດ​ແກງ​ສົ້ມ​ລະ)

​- ໂຕ​ສິງ​ບາງ​ໂຕ​ຈະ​ຮ່ວມ​ເພດ​ໄດ້​ເຖິງ 50 ຄັ້ງ​ຕໍ່​ວັນ (​ໂອ້​ຈ້ອດ…​ແລ້ວ​ສິງ​ກັບ​ໝູ​ແມ່ນ​ໃຜ​ຊິ​ເກັ່ງ​ກວ່າ​ກັນ)

- ​ແມງກະ​ເບື້ອຮັບ​ຮູ້​ລົດ​ຊາດ​ດ້ວຍ​ປາຍ​ຕີນ (ຈັ່ງ​ແມ່ນ​ມັນ​ບໍ່​ມີ​ມາລະຍາດ ​ໃຊ້​ຕີນ​ຊີມ​ອາຫານ)

- ກ້າມ​ຊີ້ນ​ທີ່​ແຂງ​ແຮງ​ທີ່​ສຸດ​ໃນ​ຮ່າງກາຍ​ມະນຸດ​ຄື​ລິ້ນ (ສົມ​ພໍ່ຄົນ​ບາງ​ຄົນ​ໃຊ້​ລິ້ນ​ເກັ່ງ​ໂດຍ​ບໍ່​ເມື່ອຍ)

- ຄົນ​ທີ່​ແຮງ​ເບື້ອງ​ຂວາ (ຖະໜັດຂວາ) ຈະ​ມີ​ອາຍຸ​ຍືນ​ໂດ​ຍສະ​ເລ່ຍຫຼາຍ​ກວ່າ​ຄົນ​​ແຮງ​ຊ້າຍ 9 ປີ (ອ້າວ​ຖ້າ​ຖະໜັດ​ທັງ​ສອງ​ຂ້າງ​ມັນ​ຊິ​ເປັນຈັງ​ໃດ)

- ຊ້າງ​ເປັນ​ສັດ​ຊະນິດ​ດຽວ​ທີ່​ບໍ່​ສາມາດ​​ໂດດ (​ເຕັ້ນ) ​ໄດ້..(​ອື່ມ..ຖ້າ​ມັນ​ເຕັ້ນໄດ້​ຊິ​ເປັນ​ແນວ​ໃດ​ວະ)

- ຍ່ຽວ​ແມວ​ຈະ​ເຮືອງ​ແສງພາຍ​ໃຕ້​ແສງ​ໄຟ black light (​ໃຊ້​​ເຮັດ​ເສັ້ນ​ລາຍ​ນ້ຳ​ໃນ​ເງິນ​ໄດ້​ບໍ່​ນິ)

- ຕາ​ຂອງ​ນົກ​ກະຈອກ​ເທດ​ໃຫຍ່​ກວ່າ​ສະໝອງ​ຂອງ​ມັນ​ເອງ (​ແລ້ວ​ມັນ​ໃຊ້​ຕາ​ຫຼື​ໃຊ້​ສະ​ໝອງ​​ເວລາ​ມັນ​ຄິດ)

- ປາ​ດາວ​ບໍ່​ມີ​ສະໝອງ (ແບບ​ນີ້​ມັນ​ກະ​ໂງ່​ສຸດໆ​ເລີຍ​ຕົວະ)

- ໝີ​ຂວັ້ນ​ໂລກ​ເປັນ​ສັດ​ຖະໜັ​ດຊ້າຍ (​ແລ້ວ​ມັນ​ຊິ​ອາ​ຍຸ​ສັ້ນ​ບໍ່​ນິ)

- ມະນຸດ​ແລະ​ປາ​ໂລມາ​ເປັນ​ສັດ​ກຸ່ມ​ດຽວ​ທີ່​ມີ​ເພດ​ສຳພັນ​ເພື່ອ​ຄວາມສຸກ​ຄວາມ​ພໍ​ໃຈ (ອ້າວ..​ແລ້ວໝູ​ກັບ​ສິງ​ເດ​ຊັ້ນ)

 

ຈົບ​ແລ້ວ ລືມໆ​ໄປ​ຊະ​ເອົາ​ສະໝອງ​ທີ່​ມີ​ໜ້ອຍ​ຢູ່​ແລ້ວ​ໄວ້​ຈື່​ເລື່ອງ​ອື່ນ​ດີກ​ວ່າ (ມັນ​ລໍ້​ດ່າ​ອີກ​ແລ້ວ)


 

 

(ລັກ​ມາ​ໃຫ້​ອ່ານ​ເດີ້)

 

 

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 17, 2009 | ມີ 22 ຄຳເຫັນ ແລະ 0 trackback(s)

alt

ຈະເຮັດແນວໃດເມື່ອມືຖືຕົກນ້ຳ?

ທີ່ເອົາເລື່ອງນີ້ມານຳສະເໜີ ເພາະ ຂພຈ ເຄີຍເຮັດມືຖືຕົກນ້ຳ ແລ້ວແກ້ໄຂຢ່າງຜິດວິທີ ຜົນກໍ່ຄື...ຊື້ໜ່ວຍໄໝ່...

ມື້ນີ້ເລີຍນຳວີທີທີ່ຖືກຕ້ອງມາເວົ້າສູ່ກັນຟັງ ອາດຈະແປກໆແດ່ຈັກໜ້ອຍ ແຕ່ລອງເອົາໄປໃຊ້ກັນເບິ່ງ

(ຖ້າໃຜຮູ້ແລ້ວກະໃຫ້ຄິດວ່າເປັນການທົບທວນຄວາມຈຳເນາະ)

 

ຂັ້ນຕອນປະຕິບັດງ່າຍໆຄື

1. ຫ້າມກົດປຸ່ມເປີດເຄື່ອງ (power) ຢ່າງເດັດຂາດ ເພາະຈະເຮັດໃຫ້ເກີດການລັດວົງຈອນຢ່າງຮຸນແຮງ

2. ຢ່າພະຍາຍາມສັ່ນເອົານ້ຳອອກ ເພາະຍິ່ງຈະເຮັດໃຫ້ນ້ຳເຂົ້າໄປສ້າງຄວາມເສຍຫາຍໃຫ້ສ່ວນຕ່າງໆເພີ່ມຂຶ້ນ

3. ໄຂຝາຫຼັງ ຖອດແບັດເຕີລີ້ (battery) ອອກ ແລ້ວສັງເກດເບິ່ງວ່ານ້ຳເຂົ້າໄປຮອດໃສ ຫຼັງຈາກນັ້ນໃຊ້ຜ້າເຊັດນ້ຳໃຫ້ແຫ້ງ (ສະເພາະເທົ່າທີ່ເຮັດໄດ້)

4. ຢ່າໃຊ້ໄດເປົ່າຜົມ ເພື່ອເປົ່າໃຫ້ໂທລະສັບແຫ້ງ ເພາະອຸປະກອນອີເລັກໂທຣນິກບາງສ່ວນມີຄວາມອ່ອນໄຫວຕໍ່ຄວາມຮ້ອນ

5. ໃຊ້ຖົງຜ້າ ຫຼື ເສດຜ້າ ຫໍ່ໂທລະສັບ (ຢ່າລືມໄຂຝາຫຼັງອອກ) ແລ້ວເອົາໄປໃສ່ໄວ້ໃນຖັງເຂົ້າສານ ໃຫ້ເຂົ້າປົກໂທລະສັບປະມານ 1-2 ມື້ ແລ້ວເອົາອອກມາໃສ່ແບັດ ແລະລອງເປີດເຄື່ອງເບິ່ງ ໂທລະສັບຂອງທ່ານກໍ່ຈະກັບມາໃຊ້ໄດ້ອີກຄັ້ງໜຶ່ງ

ລອງເອົາວິທີນີ້ໄປໃຊ້ເບິ່ງ ແຕ່ຖ້າບໍ່ໄດ້ຜົນຂໍແນະນຳວ່າເອົາໄປແປງຢູ່ຮ້ານດີກວ່າ (ອ້າວ...ອ່ານມາຈົນເມື່ອຍ ສຸດທ້າຍມາບອກເອົາໄປຮ້ານ)alt

 

 

(ຂໍ້ມູນຈາກອິນເຕີເນັດເດີ້ພີ່ນ້ອງ)

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 8, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

ບໍ່​ຮູ້​ວ່າ​ທ່ານ​ຜູ້​ອ່ານ​ເຄີຍ​ສົງ​ໃສ​ຄື ຂພຈ ​​ບໍ່ວ່າ ຄົນ​ລາວ​ເຮົາ​ກິນ​ເຫຼົ້າ​ເກັ່ງ​ສ່ຳ​ໃດ ຈາກ​ຄວາມ​ສົງ​ໃສ​ນີ້ ເລີຍ​ໄປ​ຊອກ​ຫາ​ຂໍ້​ມູນ​ຫຼິ້ນໆ​ເບິ່ງວ່າ ຖ້າ​ວັດ​ຈາກ​ຄວາມ​ສາມາດ​ໃນ​ການ​ດື່ມ​ເຫຼົ້າ ຄົນ​ລາວ​​ເຮົາ​ຈະຕິດ​ອັນ​ດັບ​ທີ່​ເທົ່າ​ໃດ​ຂອງ​ໂລກ? ຜົນ​ປາກົດ​ວ່າ ຕາມ​ຂໍ້​ມູນ​ຂອງ​ WHO (2004) ຈາກຈຳນວນ 19​3 ປະ​ເທດ​ໃນ​ໂລກ ຄົນ​ລາວ​ເຮົາ​ຢູ່ອັນ​ດັບ​ທີ່ 65 ​ໂດຍ​ມີ​ອັດຕາ​ການ​ດື່ມ​​ແອວ​ກໍ​ຮໍ​​ໂດຍ​ສະ​ເລ່ຍແມ່ນ 6​.72 ລິດ ຕໍ່​ຄົນ​ຕໍ່​ປີ ນັ້ນ​ໝາຍ​ຄວາມ​ວ່າ​ຢູ່​ໃນ​ລະດັບ​ກາງ​ເຖິງ​ເກັ່ງຊຶ່ງ​ກໍ່​ຍັງ​ບໍ່​ນັບ​ວ່າ​ແປກ​ພໍ​ປານ​ໃດ.

 

ແຕ່​ທີ່​ໜ້າ​ແປກ​ໃຈຄື ຄົນລາວມີ​ອັດຕາການ​ດື່ມ​​ແອວ​ກໍ​ຮໍ (alcohol) ​ເປັນ​ດັນ​ດັບ 4 ຂອງ​ອາຊີ ຮອງ​ຈາກ ​ໄທ, ເກົາ​ຫຼຼີ ແລະ ຍີ່​ປຸ່ນ ​ ​ ແລະ​ເປັນອັນ​ດັບ 2 ຂອງອາ​ຊຽນ (ASEAN) ຮອງ​ຈາກ​ປະ​ເທດ​ໄທ ພຽງ​ປະ​ເທດ​ດຽວ.

 

ສຳ​ຫຼັບ​ຂໍ້​ດີ​ຂໍ້​ເສຍ​ຂອງ​ການ​ຕິດ​ອັນ​ດັບ​ໂລກ​ແບບ​ນີ້ ຂພຈ ຍັງບໍ່​ມີຂໍ້​ມູນ​ມາ​ນຳ​ສະ​ເໜີ ຈຶ່ງ​ຝາກ​ໃຫ້​ທ່ານ​ຜູ້​ອ່ານ​ລອງ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຮ່ວມ​ກັນ​ເບິ່ງ


ອັນ​ດັບ​ໂລກ      ປະ​ເທດ               ອັດຕາ​ການດື່ມ​ແອວ​ກໍ​ຮໍ່​ສະ​ເລ່ຍຕໍ່​ຄົນ​ຕໍ່ປີ (ລິດ)

1            ອູ​ການ​ດາ                                              19.47

2            ລຸ​ກຊຳ​ບວກ                                           17​.54

3            ສາທາລະນະ​ລັດ​ເຊັກ                              16.21 

45         ​ ໄທ                                                        8.47 

50          ​ເກົາ​ຫຼື​ໃຕ້                                                7.71

56          ຍີ່ປຸ່ນ                                                     7.38

65      ລາວ                              6.72

103         ຟີ​ລິບ​ປິນ                        ​                      3.75

118         ສິງກະ​ໂປ                                              2.73

144         ​ກຳປູ​ເຈຍ                                                -

148         ຫວຽດນາມ                                            -

156         ມາ​ເລ​ເຊຍ                                               -

165         ບຣູ​ໄນ                                                    -

169         ພະມ້າ                                                    -

181         ອິນ​ໂດ​ເນ​ເຊຍ                                            -