ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 5, 2009 | ມີ 27 ຄຳເຫັນ ແລະ 0 trackback(s)

alt

(ຖ້າໃຜເຄີຍອ່ານແລ້ວຕ້ອງຂໍໂທດນຳ)

ທິດ​ສະ​ດີ​ທີ່​ໂດ່ງດັງ​ທີ່​ສຸດ​ຄົງ​ຕ້ອງ​ຍົກ​ໃຫ້​ຄຳ​ທຳນາຍ​ທີ່​ວ່າ ​ໂລກ​ໜ່ວຍ​ນີ້​ຈະ​ແຕກ​ດັບ​ໃນ​ວັນ​ທີ່ 21 ທັນວາ 2012 ຫຼື​ອີກ​ບໍ່​ເຖິງ 4 ປີ​ ຂ້າງ​ໜ້າ, ທິດ​ສະ​ດີ​ນີ້​ຄິດ​ຄົ້ນ​ໂດ​ຍຊົນ​ເຜົ່າ​ມາ​ຍັນ ​ວັນ​ດັ່ງກ່າວ​ຖື​ເປັນ​ວັນ​ສິ້ນສຸດ​ຂອງ​ປະຕິທິນ ລອງ​ເຄົ້າ (Long Count) ຫຼື​ປະຕິທິນ​ລຳດັບ​ທີ່ 3 ຂອງ​ຊາວ​ມາ​ຍັນ​ ​ໂດຍ​ຄຳ​ທຳນາຍ​ໄດ້​ລະບຸ​ໄວ້​ວ່າ ​ໃນ​ມື້​ນັ້ນ​ໂລກ​ຈະ​ພົບ​ກັບ​ການ​ປ່ຽນ​ແປງ​ຄັ້ງ​ມະ​ໂຫລານ ​ເລີ່​ມຈາກ​ໄພ​ທຳ​ມະ​ຊາດ​ທີ່​ຈະ​ທຳລາຍ​ທຸກ​ສິ່ງ​ທຸກ​ຢ່າງ ​ໄປ​ຈົນ​ເຖິງ​ສົງຄາມ​ອະພິ​ມະຫາ​ໂລ​ກາ​ພິນາດ ຈົນ​ບໍ່​ມີ​ມະນຸດ​ຄົນ​ໃດ​ມີ​ຊີວິດ​ລອດ ຊຶ່ງ​ເລື່ອງ​ຂອງ​ສົງຄາມ​ໂລກາ​ພິນາດ​ນີ້​ອາດ​ເຊື່ອມ​ໂຍງ​ໄດ້​ກັບ​ທິດ​ສະ​ດີ​ສົງຄາມ​ໂລກ​ຄັ້ງ​ທີ່​ 3 ຂອງ ນອສຕຣາດາ​ມຸສ ​ໂຫລາ​ຈານ​ຊື່​ດັງ

ໜ້າ​ແປກ​ທີ່​ນອກຈາກໂຕ​ເລກ 212012 ຈະ​ເປັນ​ວັນ​ສຸດ​ທ້າຍ​ຂອງ​ປະຕິທິນ​ຊົນ​ເຜົ່າ​ມາ​ຍັນ​ແລ້ວ ຍັງ​ມີ​ຂໍ້​ມູນ​ທາງ​ດາ​ລາ​ສາດ​ທີ່​ລະບຸ​ໄວ້​ວ່າ ຈະ​ເກີດ​ພະ​ລັງ​ງານ​ລຶກລັບ​ທີ່​ຈະ​ປ່ຽນ​ໂລກ​ໄປ​ຕະຫຼອດ​ກາ​ນ ​ໂດຍ​ໃນ​ເວລາ​ທີ່​ຕາ​ເວັນ​ຢູ່​ຫ່ າ ງ ຈາກ​ເສັ້ນ​ສູນ​ສູດ​ຂອງ​ໂລກ​ຫຼາຍ​ທີ່​ສຸ​ດ​ໃນ​ໄລຍະ​ລະດູ​ໜາວ​ຂອງ​ປີ 2012 ນັ້ນ ຕາ​ເວັນ​ຈະ​ຢູ່​ລະດັບ​ດຽວ​ (ຕາ​ມທາງ​ນອນ) ກັບ​ໃຈກາງ​ຂອງ​ທາງ​ຊ້າງ​ເຜືອກ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ 26,000 ປີ ຊຶ່ງ​ໝາຍ​ຄວາມ​ວ່າ ພະລັງງານ​ທຸກ​ປະ​ເພດ​ຈາກ​ໃຈກາງ​ຂອງ​ທາງ​ຊ້າງ​ເຜືອກ​ຈະ​​ມີກາ​ນ​ເຄື່ອນ​ໄຫວ​ຢ່າງ​ຮຸນ​ແຮງ ​ແລະ​ເກີດ​ການ​ທະ​ທົບ​ກັບ​ພະລັງງານ​ທັງ​ທີ່​ເບິ່ງ​ເຫັນ ​ແລະ​ເບິ່ງ​ບໍ່​ເຫັນ​ຂອງ​ໂລກ ​ໃນ​ວັນ​ທີ່ 21 ທັນວາ 2012 ​ເວລາ 23:11 ​ໂມງ (11:11 pm ຕາມ​ເວລາ​ສາກົນ)

altນອກຈາກ​ນີ້ ຍັງ​ມີ​ຂໍ້​ມູນ​ທາງ​ທໍລະນີວິທະຍາ​ທີ່​ຊີ້​ວ່າ ປີ 2012 ຄື​ປີ​ທີ່​ຊຸປ​ເປີ້ ​ໂວ​ເຄ​ໂນ (Super Volcano) ຫຼື​ພູ​ເຂົາ​ໄຟ​ໃຕ້​ນ້ຳ ຄົບ​ກຳນົດ​ເວລາ 74,000 ປີ ທີ່​ຈະລະ​ເບີດ​ໂຕ​ເອງ ​ໂດຍ​ສັນຍານ​ເຕືອນ​​ຄັ້ງ​ຫຼັງ​ສຸດ​ຄື ​ໂສກ​ນາດຕະກຳ​ຄື້ນຍັກ​ສຶນາ​ມິ​ເມື່ອ​ປີ 2004 ທີ່​ບອກ​ໃຫ້​ຊາວ​ໂລກ​ຮູ້​ວ່າ ​ໂຄງ​ສ້າງ​ພື້ນ​ຜິວ​ໂລກ​ໄດ້​ເກີດ​ການ​ປ່ຽນ​ແປງ​ຄັ້ງ​ໃຫຍ່ ​ແລະ ກາ​ນລະ​ເບີດ​ຂອງ​ຊຸບ​ເປີ້​ໂວ​ເຄ​ໂນ ອາດ​ຢູ່ບໍ່​ໃກ້​ບໍ່​​ໄກ​ຈາກ​ບໍລິ​ເວນ​ທີ່​ສຶນາ​ມິ​​ເຄີຍ​ເກີດ​ຂຶ້ນ ​ແລະ ​ເປັນ​ທີ່​ໜ້າ​ສັງ​ເກດ​ວ່າ​ໄລຍະ​ຫຼັງ​ມາ​ນີ້ ​ເກີດ​ເຫດການ​​ແຜ່ນດິນ​ໄຫວ ດິນ​ຖະຫຼົ່ມ ​ແລະ​ແມ່​ນ້ຳ ​ຫຼື​ທະ​ເລ​ສາບ​ເຫືອດແຫ້ງ ຫຼາຍ​ໆ​ຄັ້ງ​ທົ່ວ​ໂລກ

ຢ່າງ​ໃດ​ກໍ່ຕາມ ​ບໍ່​ວ່າ​ຄຳ​ທຳນາຍ​ຈະ​ສ້າງ​ຄວາມ​ຕື່ນ​ຕົກ​ໃຈ​ຫຼາຍ​ເທົ່າ​ໃດ ກໍ່​ບໍ່​ສຳຄັນ​ເທົ່າ​ກັບ​ຄວາມ​ຈິງ​ທີ່​ວ່າ​ເວລາ​ນີ້​ ​ໂລກ​ຂອງ​ເຮົາ​ອາການ​ສາຫັດ​ແທ້ໆ ບໍ່​ວ່າ​ຈະ​ເປັນ​ພາວະ​ໂລກ​ຮ້ອນ​ທີ່​ເກີດ​ຈາກ​ຝີ​ມື​ມະນຸດ ຄວາມ​ຂັດ​ແຍ່ງ​ລະຫວ່າງ​ປະ​ເທດ ຫຼື ກະທັ້ງ​ເທັກ​ໂນ​ໂນ​ຢີທີ່​ກ້າວ​ໜ້າ​ເກີນ​ໄປ ຈົນ​ເຮັດ​ໃຫ້​ຫຼາ​ຍຊາດ​ຕ້ອງ​ອອກ​ມາສະ​​ແດງ​​ແສນ​ຍານຸພາບ​ຂອງ​ຕົວ​ເອງ ຫາກ​ໂລກ​ບໍ່​ແຕກ​ຕາມ​ຄຳ​ທຳນາຍ ກໍ່​ຄົງ​ມີ​ຈັກ​ມື້ໜຶ່ງ​ຕ້ອງ​ຫຼົ້ມ​ສະຫຼາຍ​ເພາະ​ຝີມື​ມະນຸດ​ນີ້​ເອງ ​ເພ​າະຈົນ​ເຖິງຕອນ​ນີ້​ກໍ່​ຍັງ​ບໍ່​ເຄີຍ​ມີ​ໃຜ​ທຳນາຍ​ໄດ້​ເລີຍ​ວ່າ ຈິງໆ​ແລ້ວ​ໂລກ​ມີ​ອາຍຸຍືນ​ຍາວ​ຈັກ​ປີ​ກັນ​ແທ້?

 

ໝາຍເຫດ: ພໍດີມີຄວາມເຫັນເລື່ອງວັນທີ່ 21 ຫຼື 22 ເຂົ້າມາ (ຂອບໃຈຢ່າງສູງ) ເລີຍຂໍອະທິບາຍເພິ່ມເຕີມ

ສຳຫຼັບຄວາມສົງໃສທີ່ວ່າ ມັນແມ່ນວັນທີ 21 ຫຼື 22 ກັນແທ້ນັ້ນ ຂພຈ ກະຍັງບໍ່ແນ່ໃຈ ແຕ່ເຂົ້າໃຈວ່າອາດເປັນຍ້ອນຄວາມແຕກຕ່າງກັນຂອງເຂດເວລາຢູ່ໃນໂລກ ຖ້າຜູ້ຂຽນຢູ່ໃນເຂດເວລາທີ່ຕ່າງກັນ ວັນທີທີ່ໃຊ້ກໍ່ອາດຈະແຕກຕ່າງກັນ

ເຫດຜົນທີ່ ຂພຈ ເລືອກວັນທີ 21 ກໍ່ເນື່ອງຈາກວ່າ ມັນມີຄວາມໝາຍທາງຕົວເລກ ຄື December 21, 2012 ຈະຂຽນໄດ້ວ່າ 12-21-12 ຊຶ່ງ ເລກ 1 ກົງກັບອັກສອນ A ໃນພາສາອັງກິດ ແລະ 2 ກົງກັບ B ເມື່ອລວມກັນຈະໄດ້ A-B-B-A-A-B ແລະເມື່ອອ່ານກັບດ້ານຈະກາຍເປັນ BA ABBA ຊຶ່ງຖ້າແປຈາກນພາສາ ຮີບຣູ (Hebrew) ຈະໄດ້ຄວາມໝາຍວ່າ "Father comes / is coming" (ບໍ່ເກັ່ງອັງກິດນະ ແປເອງເດີ້)  ແລ້ວຖືກໂຍງໄປເຖິງຄຳກ່າວຂອງພະເຍຊູ (Jesus) ທີ່ວ່າ ບໍມີໃຜສາມາດຮູ້ເຖິງວັນສຸດທ້າຍໄດ້ ແມ້ແຕ່ພະອົງເອງ ມີພຽງພໍ່ຂອງພະອົງເທົ່ານັ້ນທີ່ຮູ້. ດັ່ງນັ້ນຈຶ່ງເຮັດໃຫ້ຫຼາຍໆຄົນຄິດວ່າ 12-21-12 ຄືວັນສິ້ນໂລກ

(ຂໍ້​ມູນ​ຈາກ: seedang.com)

 

Delicious Digg Fark Twitter