ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 22, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

ຂໍແນະນຳຜູ້ທີ່ຂວັນອ່ອນວ່າບໍ່ຄວນອ່ານເລື່ອງນີ້ ເພາະອາດຈະເຮັດໃຫ້ທ່ານນອນບໍ່ຫຼັບຫຼືເກີດພາບຫຼອນໄປຫຼາຍມື້ ຂໍຢ້ຳວ່າຂວັນອ່ອນຢ່າອ່ານເພາະນີ້ບໍ່ແມ່ນການຂູ່ !

 

ເລື່ອງຕໍ່ໄປນີ້ເປັນເລື່ອງຈິງທີ່ ຂພຈ ປະສົບມາກັບໂຕເອງ. ເມື່ອ 2 ປີ ກ່ອນ ຂພຈ ໄດ້ໄປຫຼິ້ນບ້ານໝູ່ຢູ່ຕ່າງແຂວງ ບໍ່ຂໍລະບຸສາເນາະວ່າແຂວງໃດ, ບ້ານໝູ່ຂອງ ຂພຈ ນັ້ນເປັນບ້ານນ້ອຍໆຢູ່ໃນທາງຮ່ອມທີ່ເປັນດິນແດງ ຫ່ າງຈາກທາງໃຫຍ່ປະມານ 500 ແມັດ, ເມື່ອເຂົ້າໄປກ່ອນຈະຮອດບ້ານຈະຕ້ອງຂ້າມຂົວໄມ້ເກົ່າໆ ຍາວປະມານ 10 ແມັດ ແລະມີສານເຈົ້າເກົ່າໆຫຼັງໜຶ່ງຢູ່ສົ້ນຂົວ ໝູ່ມັນເລົ່າວ່າເມື່ອ 20 ປີກ່ອນ ມີຜູ້ຊາຍຄົນໜຶ່ງມາຜູກຄໍຕາຍໃສ່ຂົວນີ້ຍ້ອນເສຍໃຈທີ່ແຟນໄປມີແຟນໃໝ່ ແລະຈາກນັ້ນມາມັກມີຄົນເຫັນຜູ້ຊາຍນຸ່ງຊຸດຂາວນັ່ງໃຫ້ຢູ່ສົ້ນຂົວ ເຮັດໃຫ້ຫຼາຍຄົນຕົກໃຈຂີ່ລົດລົ້ມແຂນຂາຫັກ ບາງຄົນຂີ່ລົດຕົກຂົວກະມີ ປະຊາຊົນພາກັນຢ້ານຈຶ່ງໄປເຊີນຄູບາມາສູດແລະຕັ້ງສານເຈົ້າໃຫ້. ຈາກນັ້ນມາປະຊາຊົນໃນບ້ານເວລາຈະຂ້າມຂົວຈະຕ້ອງຍົກມືໄຫວ້ ເພື່ອຄອບແລະເປັນການຂໍອະນຸຍາດ.

ຕອນເຂົ້າໄປທຳອິດ ຂພຈ ບໍ່ໄດ້ຄິດຫຍັງເພາະເປັນຄົນບໍ່ຄ່ອຍເຊື່ອເລື່ອງພວກນີ້ຢູ່ແລ້ວ ແຕ່ຢູ່ມາມື້ໜຶ່ງຕອນປະມານ 5 ໂມງແລງ ໝູ່ມັນຊວນອອກໄປຊື້ຂອງກິນຢູ່ຕະຫຼາດນອກບ້ານ ນັ່ງຊ້ອນລົດຈັກອອກມາສອງຄົນ ໝູ່ເປັນຄົນຂັບ ເມື່ອອອກມາຮອດຂົວໄມ້ໝູ່ມັນກະຈອດລົດແລ້ວຍົກມືນົບ ແຕ່ ຂພຈ ບໍ່ໄດ້ນົບເພາະຄິດວ່າຄືຊິບໍ່ເປັນຫຍັງດອກ ແລ້ວກະອອກມາຮອດຕະຫຼາດຕາມປົກກະຕິ ຈື່ໄດ້ວ່າມື້ນັ້ນຊື້ຕົ້ມເຄື່ອງໃນງົວໄປກິນເພາະເຫັນວ່າມັນຍັງຮ້ອນໆເປັນຕາແຊບ ລະກະມີອາຫານອີກສອງສາມຢ່າງ ແລ້ວກະຮີບກັບເພາະເຫັນວ່າມັນເລີ່ມມືດແລ້ວໝູ່ມັນບອກວ່າມັນຢ້ານຜີ, ບາດກັບມາໃກ້ຊິຮອດຂົວ ໝູ່ມັນບອກ ຂພຈ ວ່າ ມຶ ງຍົກມືນົບສານເຈົ້າແດ່ເດີ້ ກູບໍ່ຢາກຈອດລົດກູຢ້ານ ຂພຈ ຈຶ່ງຍົກມືນົບ ແລະເລີ່ມຮູ້ສຶກເຢັນໆເປັນຕາຢ້ານຈຶ່ງເອົາມືໄປຈັບບ່າໝູ່ ບາດມາຮອດຂົວໝູ່ມັນເລີ່ມຂັບຊ້າລົງແລະມາຈອດຢູ່ກາງຂົວ ຂພຈ ເລີ່ມຕົກໃຈ ແລະຄິດໃນໃຈວ່າ ອ້າວບັກອັນນິປານນັ້ນວ່າຢ້ານຜີ ແລ້ວມັນມາຈອດຕາຍຮ່າຫຍັງຢູ່ກາງຂົວແບບນີ້ ກຳລັງຊິອ້າປາກຖາມ ໝູ່ມັນກະເວົ້າສຽງດັງໆຄືຄົນຢາກຮ້າຍວ່າ ມຶ ງຢາກຕາຍຫວາ ຂພຈ ມິດບຶດໜຶ່ງແລະເລີ່ມຢ້ານຫຼາຍຂຶ້ນ ຈັກໜ້ອຍ ມັນກະເວົ້າດັງກວ່າເກົ່າ ມຶ ງຢາກຕາຍຫວາ ຂພຈ ເລີ່ມສັ່ນແລະຄິດວ່າມື້ນີ້ຄືຊິເຈິຂອງແທ້ແລ້ວ ເລີຍຂໍໂທດໃນໃຈວ່າຖ້າເຄີຍລົບຫຼູ່ແນວໃດກະຂໍຂະມານຳເດີ້ ບຶດໜຶ່ງໝູ່ມັນກະປິ່ນໜ້າມາຊ້າໆ ແລ້ວບອກວ່າ ຄັນມຶ ງບໍ່ຢາກຕາຍ........ມຶ ງເອົາຖົງແກງອອກຈາກຫຼັງກູແມະ!........ ຂພຈ ເລີ່ມເຂົ້າໃຈແລະຍິ້ມອອກ ໂອ້ທີ່ແທ້ແມ່ນຍ້ອນຖົງແກງຮ້ອນໆທີ່ ຂພຈ ເອົາງອຍໃສ່ຫຼັງມັນນີ້ເອງ..


ຈົບແລ້ວ!

Delicious Digg Fark Twitter