ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 27, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ເມື່ອ 10 ປີກ່ອນ ອົງການວິທະຍາສາດນາໆຊາດ ຮ່ວມກັບ ນັກວິທະຍາສາດລະດັບໂລກກວ່າ 200 ຄົນ ໄດ້ຮ່ວມມືກັນເຮັດການວິໄຈທາງວິທະຍາສາດທີ່ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງມະນຸດຊາດ ແລະໄດ້ເຜີຍແຜ່ໃຫ້ຊາວໂລກຮັບຮູ້ເມື່ອ ຕົ້ນເດືອນມີຖຸນາທີ່ຜ່ານມານີ້ເອງ

ການວິໄຈຄັ້ງນີ້ແມ່ນການຄົ້ນຄວ້າກ່ຽວກັບສັດທີ່ໜ້າສົນໃຈແລະມະຫັດສະຈັນທີ່ສຸດໃນໂລກຊະນິດໜຶ່ງ ຊຶ່ງຍັງມີຂໍ້ຖົກຖຽງກັນຢູ່ວ່າອາດຈະເປັນສັດທີ່ມີຕົ້ນກຳເນີດມາຈາກອາວະກາດ ໂດຍສັດຊະນິດນີ້ມີຊື່ວິທະຍາສາດວ່າ ເພຣິພລາເນຕ້າ ອາເມຣິການາ (Periplaneta americana) ຫຼື ທີ່ບ້ານເຮົາເອີ້ນວ່າ ແມງສາບ ນັ້ນເອງ.

ມີຫຼັກຖານຄົ້ນພົບວ່າ ແມງສາບ ມີຊີວິດຢູ່ໃນໂລກຕັ້ງແຕ່ຍຸກໄດໂນເສົາ ແລະ ສືບເຜົ່າພັນມາຈົນເຖິງປະຈຸບັນ ເຫດຜົນໜຶ່ງທີ່ເຮັດໃຫ້ແມງສາບສາມາດສືບເຜົ່າພັນມາຢ່າງຍາວນານ ໃນຂະໜະທີ່ສັດອີກຫຼາຍຊະນິດໃນຍຸກດຽວກັນໄດ້ສູນພັນໄປ ນັ້ນເປັນເພາະແມງສາບມີລະບົບປະສາດສຳຜັດທີ່ຊັບຊ້ອນແລະມະຫັດສະຈັນທີ່ສຸດນັ້ນເອງ.

ໃນໄລຍະ 10 ປີທີ່ຜ່ານມາ ນັກວິທະຍາສາດກຸ່ມນີ້ໄດ້ພະຍາຍາມຄົ້ນຄວ້າລະບົບການຮັບຮູ້ສຽງຂອງແມງສາບ ຊຶ່ງເປັນລະບົບປະສາດທີ່ມີຄວາມຊັບຊ້ອນໜ້ອຍທີ່ສຸດ, ນັກວິທະຍາສາດຕ້ອງການຢາກຮູ້ວ່າແມງສາບນັ້ນໃຊ້ອະໄວຍະວະສ່ວນໃດໃນການຟັງສຽງ ຈຶ່ງໄດ້ເຮັດການທົດລອງກັບແມງສາບ ໂດຍແບ່ງອອກເປັນ 4 ຕົວຢ່າງຄື

ຕົວຢ່າງທີ່ 1: ນັກວິທະຍາສາດໄດ້ເດັດໜວດຂອງແມງສາບອອກ

ຕົວຢ່າງທີ່ 2: ພວກເຂົາໄດ້ເດັດປີກຂອງມັນອອກ

ຕົວຢ່າງທີ່ 3: ພວກເຂົາໄດ້ຜ່າຫົວຂອງແມງສາບອອກມາເລີຍ

ຕົວຢ່າງທີ່ 4: ພວກເຂົາໄດ້ແຍກຂາມັນອອກ

ເອົາແມງສາບທັງ 4 ຕົວຢ່າງນີ້ໃສ່ກ່ອງ 4 ຫຼ່ຽມທີ່ເກັບແສງ ແລະເກັບສຽງ ຫຼັງຈາກນັ້ນຈຶ່ງເປີດກ່ອງອອກແລ້ວຮ້ອງສຽງດັງໃສ່ແມງສາບ ເພື່ອເບິ່ງປະຕິກິລິຍາຂອງແຕ່ລະຕົວຢ່າງ

ເມື່ອເປີດກ່ອງທີ່ 1 ອອກແລ້ວຮ້ອງວ່າ Go go go!! ຕົວຢ່າງທີ່ 1 ຕົກໃຈແລ້ວແລ່ນໜີທັນທີ

ສຳຫຼັບຕົວຢ່າງທີ່ 2 ເມື່ອສຸດສຽງຮ້ອງ Go go go!! ປະກົດວ່າຕົວຢ່າງທີ່ 2 ກໍ່ແລ່ນໜີຢ່າງບໍ່ອີ່ຕົນສົງສານນັກວິທະຍາສາດເຊັ່ນກັນ

ມາເຖິງຕົວຢ່າງທີ່ 3 ຜົນກໍ່ຍັງຄົງຄືເກົາ

ນັກວິທະຍາສາດເລີ່ມໝົດຫວັງ ຈົນມາຮອດຕົວຢ່າງສຸດທ້າຍ ປະກົດວ່າໄດ້ຜົນ ! ຕົວຢ່າງສຸດທ້າຍບໍ່ຍອມແລ່ນໜີທັ້ງໆທີ່ໄດ້ມີການຮ້ອງສຽງດັງຢູ່ເຖິງ 5 ຮອບ ນັກວິທະຍາສາດຕ່າງພາກັນໂຫ່ຮ້ອງສະແດງຄວາມດີໃຈໃນຄວາມສຳເຫຼັດກັບຕົວຢ່າງສຸດທ້າຍນີິ້ ຊຶ່ງກໍ່ຄືແມງສາບທີ່ຖືກຕັດຂາອອກໄປນັ້ນເອງ ຫຼັງຈາກນັ້ນຈຶ່ງໄດ້ມີການຖະແຫຼງໃຫ້ຊາວໂລກຮັບຮູວ່າອະໄວຍະວະຮັບຟັງສຽງຂອງແມງສາບຄື “ຂາ” ນັ້ນເອງ

ນີ້ເປັນພຽງການຄົ້ນພົບທີ່ຍິ່ງໃຫຍ່ອັນໜຶ່ງຂອງນັກວິທະຍາສາດກຸ່ມນີ້. ໃນອານາຄົດຖ້າຫາກມີຜົນງານໃໝ່ອອກມາ ເຮົາຈະໄດ້ນຳມາສະເໜີຕໍ່ໄປ....


(ລັກມາໃຫ້ອ່ານ)

Delicious Digg Fark Twitter