ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 26, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

Apple

Katy Huberty ນັກວິເຄາະສັງກັດ Morgan Stanley ໄດ້ອອກມາອ່າງວ່າແອບເປີ້ລຕຽມໂຕທີ່ຈະເຂົ້າສູ່ ຕະຫຼາດຈໍທໍລະທັດໂດຍສິນຄ້າທີ່ຄາດໄວ້ວ່າຈະຂາຍໃນປີ 2012 ຫຼື 2013

ໂດຍທໍລິທັດຂອງແອບເປີ້ລຈະເປັນທໍລະທັດທີ່ສາມາດເຊື່ອມຕໍ່ອິນເຕີເນັດໄດ້ ໂດຍທັງໝົດນີ້ ຂໍ້ມູນຈາກບໍລິສັດຜະລິດຊິ້ນສ່ວນໃນແຖບເອເຊຍ ທີ່ໄດ້ເປີດເຜີຍວ່າແອບເປີ້ລກຳລັງຜະລິດເຄື່ອງ ທໍລະທັດຕົ້ນແບບນີ້ຢູ່ ໂດຍທໍລະທັດຈາກແອບເປີ້ລນີ້ຈະມີການລວມເອົາຄວາມສາມາດທາງດ້ານການບັນທຶກລາຍການ (DVR) ການຫຼິ້ນເກມ ແລະ FaceTime ເວົ້າງ່າຍໆວ່າມັນແມ່ນ iPad ໃຫຍ່ທີ່ຈະຢູ່ໃນເຮືອນຂອງທ່ານນັ້ນເອງ

ບໍ່ວ່າຂ່າວນີ້ຈະເປັນຈິງຫຼືບໍ່ ກໍ່ໜ້າຄິດວ່າແອບເປີ້ລຈະສາມາດປ່ຽນຕະຫຼາດທີວີ(ທໍລະທັດ)ໄດ້ຄືທີ່ເຄີຍເຮັດຕະຫຼາດໂທລະສັບ ແລະ Teblet ໄດ້ຫຼືບໍ່ ຫຼືຈະສະດຸດຄືກັບ Google TV ຫຼືບໍ່ ?

ທີ່ມາ - 9to5mac

26/03/2011

Delicious Digg Fark Twitter