ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

iPad 2

ຫຼັງຈາກທີ່ແອັບເປີ້ນປັບນະໂຍບາຍເລື່ອງຄວາມຊຸ່ມໃໝ່ຍ້ອນວ່າໂຕວັດລະດັບຄວາມຊຸຸ່ມບໍ່ສາມາດ ບົ່ງບອກສາເຫດ ຂອງອຸປະກອນທີ່ເຮັດວຽກຜິດປົກກະຕິເນື່ອງຈາກຄວາມຊຸ່ມໄດ້ຢ່າງແທ້ຈິງ ທາງ iFixit ກໍ່ໄດ້ມີການກວດສອບເພີ່ມເຕີມ ໃນສວ່ນອຸປະກອນຮູສຽບຫູຟັງທີ່ມີການອອກແບບໃໝ່ ແລະ ມີການຄົ້ນ ພົບວ່າບໍ່ມີໂຕວັດແທກລະດັບຄວາມຊຸ່ມຢ່າງທີ່ ເຄີຍມີ ແລະ ບໍ່ພົບທີ່ຕຳແໜ່ງຊອງພັອຕ 30 ຂາເຊັ່ນດຽວກັນ (ເບິ່ງຮູບໄດ້ຈາກທີ່ມາ)

ຫຼັກຖານອີກຢ່າງໜຶ່ງກໍ່ຄື ຖານຂໍ້ມູນນະໂຍບາຍກວດສອບ iPad ຂອງ Apple Genius ກໍ່ປ່ຽນໄປ ເຊັ່ນດຽວກັນດັ່ງນີ້

ສຳລັບ iPad (ລຸ້ນທຳອິດ)

ການຮັບປະກັນ iPad ຈະບໍ່ຄວາບຄຸມຄວາມເສຍຫາຍທີ່ເກີດຈາກຂອງແຫຼວ ວິທີການກວດສອບວ່າ iPad ສຳພັດ ກັບຂອງແຫຼວສາມາດກວດສອບໄດ້ຈາກໂຕວັດລະດັບຄວາມຊຸ່ມ 2 ໂຕທີ່ ຕຳແໜ່ງຕໍ່ໄປນີ້ 1. ດ້ານໃນຂອງຮູສຽບຫູຟັງ 2. ໃນພັອຕ 30 ຂາ (ອຽງໃນມຸມ 45 ອົງສາ ) ໂດຍຕ້ອງໃຊ້ໄຟສ່ອງເບິ່ງໂຕວັດລະດັບຄວາມຊຸ່ມທັງສອງຕຳແໜ່ງ ຊຶ່ງເປັນຈຸດ ແດງຖ້າສຳພັດກັບຂອງແຫຼວ

ສຳລັບ iPad 2

ກວດສອບຄວາມເສຍຫາຍຂອງຖາດຊິມກາດ

ບໍ່ວ່າຈະດ້ວຍເຫດໃດກໍ່ຕາມ ນະໂຍບາຍນີ້ໜ້າຈະມີຄວາມຊັດເຈນຫຼາຍຂຶ້ນ ແລະ ນີ້ຄືຊິຫຼຸດຜ່ອນຄວາມກັງວົນສຳລັບເຈົ້າຂອງ iPad 2 ທີ່ຈະນຳເອົາອຸປະກອບໂຕນີ້ໄປໃຊ້ໃນສະຖານທີ່ ທີ່ມີອາກາດຂຸ່ມຫຼື ໃນຫ້ອງນ້ຳ

ທີ່ມາ: 9 to 5 MaciFixit (ຮູບຕົ້ນສະບັບ)

Delicious Digg Fark Twitter