ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ມະນຸດຕ່າງດາວ (UFO)
ສ້າງເມື່ອ ກ.ລ.. 4, 2011 28 ຄົນໂຫວດ, 30 ຄຳເຫັນ, ອ່ານ 614 ເທື່ອ
Unidentified Flying Object ເພື່ອນໆຄິດວ່າມະນຸດຕ່າງດາວມີແທ້ບໍ່? ເມື່ອບໍ່ນານມານີ້ມີ Website ຂອງອົງການສຳຫລວດອາວະກາດແຫ່ງຫນຶ່ງໄດ້ເຜີຍພາບຍານອາວະກາດຂອງມະນຸດຕ່າງດາວທີ່ຖືກຈັບພາບໄດ້ໂດຍກ້ອງທີ່ມີປະສິດທິພາບຂອງອົງການດັ່ງກ່າວນັ້ນ ເຊິ່ງຄາດການວ່າຢູ່ຫ່າງຈາກໂລກປະມານ 92,600,000 ມາຍ ຫຼື 150 ລ້ານກິໂລແມັດ ນີ້ເທົ່າກັບຄວາມຫ່າງກັນລະຫວ່າງໂລກ ແລະ ຕາເວັນ ແລະ ຍານດັ່ງກ່າວມີຄວາມໄວເໜືອກ່ວາຄວາມໄວແສງ ນັກວິທະຍາສາດຄາດການວ່າຍານນີ້ອາດເປັນຍານສຳຫລວດຂອງດາວດວງອື່ນທີ່ມາສຳຫລວດແກແລັກຊີ້ຂອງພວກເຮົາ ແຕ່ບາງທ່ານຄິດວ່າຍານດັ່ງກ່າວມາປະກົດຕົວເພື່ອເຕືອນໃຫ້ໂລກຮູ້ເຖິງໄພພິບັດ 2012 ເຊິ່ງຈະເລີ່ມວັນທີ 21 ທັນວາ ມໍ່ໆນີ້. ເພື່ອນໆຄິດວ່າມະນຸດຕ່າງດາວມີແທ້ບໍ່?