ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 1, 2011 | ມີ 8 ຄຳເຫັນ ແລະ 0 trackback(s)


 

 

 

   ເຮົາຊື່ວ່າ ວິສະນຸ ສົມພາວັດ ໄດ້ເຂົ້າຮ່ວມໂຄງການ ຊາວໜຸ່ມເດີນທະເລ ອາຊຽນ ຍີ່ປຸ່ນ 2010 ຫຼື “The Ship for South East Asian Youth Program” ເອີ້ນສັ້ນໆວ່າ ຊຽບ (SSEAYP).

 

   ຂ້ອຍໄດ້ຮູ້ໂຄງການນີ້ໄດ້ແນວໃດຫວາ ? ຕັ້ງແຕ່ສະໄຫມຮຽນຢູ່ມັດທະຍົມແລ້ວ ຕອນນັ້ນປີ 2001 ພີ່ນ້ອງໄດ້ໄປແຕ່ກໍບໍ່ໄດ້ສົນໃຈ ມີແຕ່ວ່າ ໂອ້ ເກັ່ງເນາະ.... , ຈົນມາຮອດປີ 2005 ອ້າຍ ລູກໝູ່ພໍ່ ແລະ ເອື້ອຍໝູ່ ໄດ້ເຂົ້າຮ່ວມໂຄງການນີ້ ເຮົາກັບໝູ່ເຮົາລອງລົມກັນແບບ ຫລິ້ນໆວ່າ : ລອງເສັງເບິ່ງເບາະ ບາງທີ່ຟຸກ ແລະ ໄດ້ໄປນຳໝູ່ ເທົ່າທີ່ໄດ້ຍິນມາຕອນນັ້ນແມ່ນ ຕ້ອງມີຄວາມຮູ້ພື້ນຖານ ພາສາອັງກິດ ເວົ້າໄດ້ຂຽນໄດ້ ( ເຮົາກໍພໍໄດ້ຢູ່ ), ສິລະປະວັນະຄະດີ ( ໂອ້ ! ອັນນີ້ເກັ່ງໂພດ ເພາະແມ່ແມ່ນສິລະປະ ສາຍເລືອດມັນແຮງວ່າຊັ້ນຊະ ອິອິ), ອີກຢ່າງຂາດບໍ່ໄດ້ແມ່ນຕ້ອງມີເງິນ ຕອນກະກຽມປະມານຄົນລະ 5 000 000 ກີບວ່າຊັ້ນ ( ອັນນີ້ແມ່ນຮັບບໍ່ໄດ້ຢ່າງໜັກ ຈະເອົາມາແຕ່ໃສ່? ດຽວນີ້ເຂົ້າໃຈແລ້ວ ບໍ່ໄດ້ຫລາຍປານນັ້ນ ) ຈົນມາຮອດປີ 2007 ວ່າຈະລອງໄປເສັງເບິ່ງແຕ່ບັງເອີນ ຂ້າພະເຈົ້າພັດໄດ້ຮັບກຽດ( ອັນນ້ອຍໆ ອິອິ ) ໄປຮັບທຸງຊີເກມ ທີ່ໂຄລາດ ປະເທດໄທ, ແຕ່ໝູ່ທີ່ຮຽນຫ້ອງດຽວກັນ ນາງ ພອນນິລັນ ຫລື ຈູ່ລູ່ (ບໍ່ຢາກເປັນນ້ອງສາວ) ແລະ ໝູ່ອີກຜູ້ໜຶ່ງ ນາງໃໝ່ວິໄລ ( ຫາກໍຮູ້ວ່າລາວໄດ້ໄປປີ 2010 ນີ້ ອິອິ) ປີຕໍ່ມາ 2008 ແລະ 2009 ເວລາຂອງຂ້ອຍບໍ່ຄ່ອຍລົງຕົວ ຈົນມາຮອດປີ 2010 ນີ້ທຸກຢ່າງພ້ອມ ກໍ່ເລີຍຊັກຊວນໝູ່ຄູ່ ແລະ ພີ່ນ້ອງ ມາລອງເສັງນໍາກັນເບິ່ງ ຈົນມາຮອດທ້າຍເດືອນເມສາ ທາງສູນກາງຊາວໜຸ່ມໄດ້ເປີດຂາຍແບບຟອມ , ເຮົາໄດ້ໂທບອກພີ່ນ້ອງຢູ່ຫລວງພະບາງໄປເອົາແບບຟອມ ຢູ່ສູນກາງຊາວໜຸ່ມແຂວງ ເພາະ ເພິ່ນໄດ້ຈັດການສອບເສັງອອກເປັນສາມພາກນຳກັນດັ່ງນີ້ :

   ພາກເໜືອ ແຂວງຫລວງພະບາງ .

   ພາກກາງ ນະຄອນຫລວງວຽງຈັນ .

   ພາກໃຕ້ ແຂວງຈໍາປາສັກ .

 

  ເຮົາກໍໄດ້ໂທນໍາໆເພີ່ນໃຫ້ໄປເອົາ ເພີ່ນວຽກຫລາຍຢ້ານລືມ ( ຊ່າງເປັນຄົນດີ ຊະເຫລືອເກີນ ຫຸຫຸ ). ເມື່ອໄດ້ແບບຟອມມາແລ້ວ ສິ່ງທີ່ຈະຕ້ອງເຮັດທຳອິດແມ່ນ ຕອບແບບຟອມຕາມຄວາມເປັນຈິງ ( ເປັນພາສາອັງກິດທຸກຢ່າງເດີ້ ) ,ຜົນງານ , ລາງວັນ ,ໃບປະກາດຕ່າງໆທີ່ເຄີຍໄດ້ຮັບມາ ແລະ ໃບປະກາດຊາວໜຸ່ມ , ເຊິ່ງເຮົາເອງແມ່ນໄດ້ໄປຊອກ ໄປຂຸດຄົ້ນບັນດາໃບຕ່າງໆມາໃຫ້ມັນຮູ້ໄປເລີຍວາໃຜເປັນໃຜ ຫ່າ ຫ່າ ..... ໄດ້ມາຫລາຍເຕີບ  , ແບບວ່າເປັນຕັບເລີຍ .....ຈົນມື້ໄປສົ່ງຟອມຈຶ່ງຮູ້ຄວາມເປັນຈິງວ່າ ບັນດາໃບຕ່າງໆທີ່ເຮົາໄດ້ເປັນຕັບຫລາຍໆບໍ່ຊຳສຽ້ວ1ຂອງ ບັນດາຜູ້ທີ່ມາສົ່ງຊ້ຳບາງຄົນເປັນປຶກໆ ປານວ່າຂົນເອົາຕັບເຈ້ຍ A4 ມາ ( ບໍ່ແມ່ນໄປເອົາຂອງພໍ່ຂອງແມ່ມານຳແດ່ເບາະ ຄິດໃນໃຈ ຫ່າຫ່າ ) ແຕ່ລະຄົນທີ່ມາສົ່ງຟອມນະ ແບບວ່າ ໃຜກໍບໍຍອມໃຜ ກັນເລີຍ ຈົນໝູ່ມານຳກັນເວົ້າວ່າ: ໄປ້ ກັບ ບໍ່ຕ້ອງສົ່ງດອກ , ເຮົາເລີຍວ່າ : ກັບເຮັດຫຍັງ ມາຮອດນີ້ລະ ໃບສະມັກກໍຊື້ເສີຍເງິນລະ ເສັງບໍ່ໄດ້ກໍຖືວ່າເປັນປະສົບການເອົາຊະ , ບາງທີ່ຄົນພວກນັ້ນເຂົາກໍ່ເກັ່ງຕາມມາດຂອງເຂົາດອກ ກ່າກ່າ .

     ຈົນມາຮອດ ວັນເສົາທີ 21 ເດືອນພຶດສະພາ ແມ່ນວັນສອບເສັງ , ຕື່ນແຕ່ເຊົ້າໆ ແລ້ວໂທປຸກ ພີ່ນ້ອງ ແລະ ໝູ່ຄູ່ , ທວນຄືນບົດຮຽນກຽມເສັງ . ເມື່ອມາຮອດສູນແລ້ວ ນ້ຳເບີ ນັ່ງຂອງເຮົາແມ່ນ 345 ປະມານນີ້ ເພາະປີນີ້ມີຄົນມາສະຫມັກປະມານ ສີ່ຮ້ອຍກວ່າຄົນ , ແບ່ງຫ້ອງສອບອອກເປັນຫລາຍຫ້ອງເຕີບ ເພາະ1ຫ້ອງມີປະມານ 25 ຄົນ , ແບ່ງການສອບເສັ່ງອອກເປັນສອງພາກ ເຊັ່ນ :

 

    ພາກທໍາອິດແມ່ນເສັງຂໍ້ຂຽນ ເວລາ 1 ຊົ່ວໂມງ , ຕອນເສັງຂໍ້ຂຽນນີ້ ໂຫ່ແບບວ່າບໍ່ຕ້ອງຫລຽວຫນ້າໄປກ່າຍໃຜເລີຍ ນັ່ງຂ້າງກັນຂໍ້ສອບກໍ່ບໍ່ຄືກັນ ມີນຳກັນ 8 ຫນ້າເຈ້ຍ A4 ເປັນອັງກິດປົນລາວ ສ່ວນຫລາຍອັງກິດ ໃຄແນ່ໄດ້ເບິ່ງບົດຮຽນຄືນ ກໍ່ເລີຍວ່າບໍ່ຄ່ອຍກົດດັນປານໃດ ຂໍ້ສອບ ກໍ່ແມ່ນ ກ່ຽວກັບ ອາຊຽນ ຊາວຫນຸ່ມ ຂໍບອກວ່າຍາກຫລາຍ ໃນທີ່ສຸດກໍຜ່ານມາໄດ້ດ້ວຍດີ ໃນພາກທຳອິດນີ້ (ແຮ່ແຮ່) .

    ພາກທີ່ສອງນີ້ແມ່ນ ການສໍາພາດເຊິ່ງຈະແມ່ນຫລັງຈາກການເສັງຂໍ້ຂຽນແລ້ວໆ ປະມານ 10 ໂມງ ນີ້ລະ , ເພີ່ນຂະແບ່ງຫ້ອງສຳພາດ ອອກເປັນຫລາຍໆຫ້ອງນຳກັນ ເຊິ່ງວ່າ ໜຶ່ງຫ້ອງຈະມີກຳມະການປະຈຳຢູ່ສາມຄົນ ເຂົ້າໄປເທື່ອລະຄົນ ຄົນລະປະມານ 10 ຫາ 20 ນາທີ , ເຮົາມີລາບຊື່ເຂົ້າຫ້ອງສຳພາດແມ່ນຕອນແລງພຸ້ນ ເຮົາກໍລໍເບິ່ງໝູ່ແຕ່ລະຄົນທີ່ເຂົ້າຫ້ອງສຳພາດ ແລ້ງອອກມມາ ບາງຄົນອອກມາແລ້ວກໍ່ດີໃຈ ເອົາແທ້ເອົາວ່າ ວ່າເພິ່ນຕອບໄດ້ ແລະ ຖືກຂໍ້ງ່າຍ , ບາງຄົນກໍ່ອອກມາບໍ່ຄ່ອຍໄດ້ດີປານໃດ ກໍ່ໜ້າເສົ້າອອກມາ . ຮອດເວລາລຸ້ນລະທຶກແລ້ວບາດນີ້ ຈໍ່ໄປກໍ່ແມ່ຍຜຽນເຮົາລະໄດບາດນີ້ ເວລາ 1 30 ຕອນສວຍ ເອື້ອຍແກ້ວອຸດອນ ຄົນງາມກໍອອກມາເອີ້ນຊື່ເຂົ້າໄປຫ້ອງສຳພາດ ( ຄວາມຕື່ນເຕັ້ນຈັກເອົາມາແຕ່ໃສ ສັ່ນໄປໝົດ , ສັ່ນນິບໍ່ແມ່ນສັ່ນຢ້ານໄດ ແຕ່ແມ່ນສັ່ນສູ້ ສູ້ໆ ເປັນຈັ່ງໃດກໍເປັນກັນ )

  ພັກກ່ອນນີ້ກ່ອນເດີ້ ດຽວຈະເອົາຕອນຕໍ່ໄປມາລົງອີກ ຕອນສໍາພາດ ວ່າຂະເປັນແນວໃດ ຕອນກຽມໂຕ ແລະ ຕອນໃຊ້ຊີວິດຢູ່ເຮືອ ວ່າຂະມ່ວນ ແລະ ເປັນແນວໃດ , ອ່ານແລ້ວມີຫຍັງກໍ comment ແດ່ເດີ້ ຮັກຄົນອ່ານ .

 

     


Delicious Digg Fark Twitter