ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 22, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຍາມຊິວິດອິດເມື່ອຍ ຖໍ້ແທ້ ໝົດກໍາລັງໃຈ... ແຕ່ຫາກມີຊ້ວງເວລາໃດໜຶ່ງທີ່ຈວບເໝາະ... ສະພາບແວດລ້ອມເປັນໃຈ...

ເຮັດໃຫ້ຫົວໃຈເຮົາໄດ້ຄົ້ນຄິດ ຫາສິ່ງດີໆ ສິ່ງທີ່ເປັນຄວາມຊົງຈໍາທີ່ຜ່ານມາ...ຄວາມຊົງຈໍາດີໆນັ້ນກໍ່ຈະເຮັດໃຫ້ເຮົາກັບມາຍິ້ມໄດ້

ມີກໍລັງໃຈສູ້ຊີວິດອີກຕໍ່ໄປ....

ຄວາມຮູ້ສຶກ      ທີ່ມີນີ້              ມັນຊ່າງແປກ

ພຽງຄັ້ງແລກ   ທີ່ພົບເຈີ        ກໍ່ເພີຫາ

 ພາບໜ້າຕາ   ຂອງນາງ       ຊ່າງຕຶຼງຕາ

ຈົດຈໍາມາ        ຄົ້ນຄິດ          ຈິດພະຫວາ

ຄິດເຫັນໜ້າ   ແລະຮອຍຍິ້ມ  ນາງສົ່ງມາ

ໂອອຸລາ         ຍິ້ມນາງນາ       ພາຫັ່ວນໄຫວ

ຄິດຄາວໄດ     ຫົວໃຈ             ແສນເປັນສຸກ

ຄິດຄາວໄດ      ຫົວໃຈ             ແສນສຸກສັນ

ຄິດຄາວໄດ      ຫົວໃຈ            ເຝົ້າລໍາພັນ

ຄິດຄາວໄດ      ຫົວໃຈ           ຍັງໄຫວຫັວນ

ຄົນໆນັ້ນ         ຄິດເໜືອນກັນ   ນັ້ນຫຼືບໍ່...???

 

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 17, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ກ່ອນອຶ່ນຕ້ອງຂໍໂທດ ຢ່າຫາວ່າ ລາມົກເລີຍ....

 ກອນທີ່ຈະຂຽນລົງນີ້ຄືທ່າທີລີລາຮັກ... ມັນເປັນກິດຈະກໍາປະຈໍາວັນລະຫວາ່ງຍິງຊາຍ ໂດຍສະເພາະຄູ່ຜົວເມຍ ...

ຖ້າຄົນເຮົາຂາດສິ່ງນີ້ຂ້ອຍຄິດວ່າເປັນໄປບໍ່ໄດ້ດອກສະນັ້ນເດັກໆນ້ອຍໆຫ້າມອ່ານເດີ....ດຽວອ່ານກອນນີ້ແລ້ວໃຈແຕກຢ່າຫາວ່າບໍ່ເຕືອນ....

 

ເຂົ້າຫ້ອງນອນ...ກ່ອມກອດກິ້ງ  ໂນ້ມຄໍເຂົ້າມາຈູບ

ລູບບາຍເນື້ອບີບນົມ                 ໃຊ້ລີ້ນເຂ່ຍ

ເລຍຊ້ວງອົກ                            ກ้ານຄໍ ແກ້ມ ກັດປາກ

ດູດດຶ່ມຫຼິ້ນ                              ແຍ່ປາກ ໃຊ້ລິ້ນເຂ່ຍ

ເລຍໄປເລື້ອຍ                         ບໍ່ມີເມື່ອຍແນວມັນມັກ

ຈັ່ງແມ່ນຄັກ                            ມັກຫຼາຍແນວພັນນີ້

ນ້ອງຊາຍຊີ້                             ຍໍຄໍງຶກຖີ່ໆ

ໄດ້ທີ່ແລ້ວ                               ກົ້ມກັບຈັບຫ່ວາງຂາ

ລູບໄປມາ                               ນິ້ວກາງກະດຶກເຂ່ຍ

ນໍ້າເລີ້ມເຮ່ຍ                             ຈິ່ງແທງຫວ່າງກາງຂາ

ໂຍກໄປມາ                               ຂຶ້ນລົງຈົ່ງຢ່າຊ້າ

ໃຊ້ເວລາຜ່ານໄປ                       ຢ່າໄວໂພດ

ມັນ ໂຄດໆ                               ຂໍສອນທ່າ ລີລາຊາຍ....

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເຮືອບິນເວີ່ນຢູ່ເທິງຟ້າ...ໝາຍັງຫໍ່າເຫົ່າຫາ

ໜ້າອີ່ຕົນໂຕໝາ...ວາດສະໜາມັນຕ້ອຍຕໍ່າ

ໄດ້ແຕ່ເຫົ່າ ຫໍ່າຮ້ອງ  ຫັວງໝາຍປອງເຄື່ອງບິນໃຫ່ຍ

ຊາດຕະກູນທຸກຍາກໄຮ້...ເລີຍໄດ້ແຕ່ຮໍ່າຫາ...

     ບ່ອນໃດມີຮັກ   ບ່ອນນັ້ນມັກຈະມີທຸກສະເໜີ...

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຖ້າຫາກວ່າເລືອກເກີດໄດ້...ຢາກເປັນໃຫ່ຍໃນໝູ່ຄົນ...

ຢາກຈະເປັນຄົນລວຍ ອໍານາດມີລົ້ນຟ້າ...

ປາຊາທຸກເຜົ່າເຊື້ອ ເໜືອແທ້ມີແຕ່ຕົນ...

 ຖ້າເປັນຄົນໃນໂລກາ ຢ່າມາມີທຽບໄດ້...

ເຖິງຈະໃຫ່ຍແລະນ້ອຍ ຕ້ອງເປັນຂ້ອຍພໍ່ພະຍາ...

ເຖິງເວລາກ່າວຈາ  ປາໃສມີໂອວາດ...

ຈະປະກາດໃຫ້ໄຜ່ຟ້ອງ ໄຕ້ລະອອງຕ້ອງຊັດທ່ຽງ

ລ້ຽງຊີວີໝູ່ຊຸຸມເຈົ້າ ຕາມຄໍາເວົ້າແບບພໍພຽງ....

       ຄົນເຮົານີ້ລະນໍ...ພໍພຽງ ແຕ່ບໍ່ພຽງພໍສໍາລັບຕົນ...ພີ່ນ້ອງພັນລາວມີໃຜພໍ...ຍົກມືຂຶ້ນ...

 

 

 

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ສຸດຕາເປັນຊາຍໜຸ່ມມີຖິ່ນລໍາເນົາຢູ່ແຂວງຫົວພັນ...ພໍອາຍຸໄດ້14ປີເຂົາກໍ່ຫອບສັງຂານໂຄ່ງເຄັງສູງແຮວຂອງເຂົາມາໃຊ້ຊີວິດຢູ່ຕ່າງແຂວງ... ທ່າມກາງຄວາມແຕກຕ່າງ ສະພາບແວດລ້ອມສັງຄົມໃນເມືອງ ປະຈຸບັນ ວັນເວລາກໍ່ໄດ້ໝູນວຽນປ່ຽນໄປ...ຈາກວັນນັ້ນເຖິງວັນນີ້ອາຍຸເຂົ້າກໍ່ຢ່າງກ້າວເຂົ້າໄວກາງຄົນແລ້ວ....ເຂົາຍັງໂສດ....ແລະຍັງເປັນຄົນເດີມ...ຕ່າງກໍ່ພຽງໜ້າຕາຜິວພັນອາຍຸສັງຂານ ທີຖືກ ວັນເວລາ ແດດລົມແຜດເຝົາ ຜົມສີດໍາໆກໍ່ມີເສັ້ນສີຂາວປະປົນ...ແຕ່ແວວຕາຍັງມີແວວໝຸ້ງໝັ້ນສູ້ຊີວິດ...ນະຫ້ອງເຊົ່ານ້ອຍໆຫັຼງໜຶ່ງຕັ້ງຢູ່ຮ່ອມນ້ອຍແອອັດໃນນະຄອນຫຼວງ...ຊາຍໄວກາງຄົນນັງຍອງຢໍ້ຢູ່ຕໍ່ໜ້າປະຕູ ສັງຂານຮ່າງກາຍ ນຸ່ງຮົ່ມດ້ວຍໂສ້ງເສື໊ອຊຸດສີຂຽວທະຫານເກົ່າເຕັມແຕ່ ເສດປູນ ຂາດຫ້ຽນເປັນຈຸດໆໆ...ມືຂວາຈັບກິດກອກຢາໃສ່ປາກດູດຫິ່ນສູບເອົາຂັວນຢາເຂົ້າປອດຫູດຍາວໆ...ສາຍຕາລັອກແລັກ ງວກຊ້າຍແນມຂວາ...ເໝືອນວ່າກໍາລັງແນມຫາສິ່ງໃດສິ່ງໜຶ່ງຢູ່...ເຮີຍ!ຕາ...ມື້ນີ້ມຶງບໍ່ໄດ້ໄປວຽກຫ່ວາ?.... ຊາຍໄວພໍໆກັນ ຂີ່ລົມຖີບສະແຕນດາດຜ່ານກາຍໜ້າສຸດຕາໄປ ມືເບື້ອງຂວາ ກໍາເຂົາລົດຖືບ ເບື້້ອງຊ້າຍຈັບສາມລ່ຽມໂບກປູນ ສະພາຍຖົງເຮັດດ້ວຍຖົງປູນສີມັງ ງວກໜ້າມາຫາ ສຸດຕາ ຕີນສອງເບື້ອງຍັງຄົງປັ່ນ ຢັນລົດໄປຢ່າງພ້າວຟັງ...ບໍ່ ກູບໍ່ຄ່ອຍສະບາຍ!...ບັກຫ່າມຶງ.ບໍ່ແມ່ນບໍ່ສະບາຍ ເອົາການເມືອງບໍ?...ເອົາລະມື້ແລງພໍ້ກັນຢູ່ຮ້ານຈີ່ເອັນອີ່ນ້ອຍປາກຮ່ອມເດີ...ໄປກ່ອນກູພ້າວ.​..ທ້າວແອ ທັງເວົ້າທັງພ້າວ ຢັນລົດຖີບຄູ່ ຊີບ ອອກໄປ....ທາມກາງນະຄອນຫຼວງອັນກ້ວາງໃຫ່ຍສີວິໄລ... ສຸດຕາ ເມີ ມອງອອກໄປ ກວດສາຍຕາ ແນມເບິ່ງຕຶກ ເຮືອນກໍ່ ທີ່ຕັ້ງຕະງ່ານລຽນເປັນແຖວ ...ໂອບ້ານເມືອງກູ ສີວິໄລປານນີ້ແລ້ວຫວາ...? ສຸດຕາ ຄິດແລະຖາມຕົວເອງໃນໃຈ... ແຕ່ກ່ອນ ສະໄໝສຸດຕາ ເຂົ້າມານະຄອນຫຼວງໃໝ່ໆ ແມ່ນໃນປີ1989 ຕຶກອາຄານ ທະຖະໜົນຫົນທາງ ຍັງບໍ່ທັນໄດ້ປູຮອດຢາງ ໃນບາງເສັ້ນ ... ລົດລ້າງພະຫະນະ ກໍ່ບໍ່ສ່ວນສົນປານນີ້...ເຂົ້ານັ່ງຄິດເຖິງອະດີດທີ່ຜ່ານມາ...ເຂົ້າເລືອດສາຍຕາ ແນມອອກໄປ...ພຸ້ນໂຮງແຮມຫຼັງນັ້ນ...ແຕ່ກ່ອນເຂດນັ້ນ ເປັນທົ່ງນາ...ປະຈຸບັນ ພວກນາຍທຶນ ໄດ້ມາຊື້ດິນຕອນນັ້ນ ແລ້ວກໍ່ຕັ້ງໂຮງແຮມໃສ່່.......ຄວາມສີວິໄລ ໄດ້ຕີແຍ້ ສິ່ງທີ່ເອີ້ນວ່າ ລ້າຫຼັງ ລ້າສະໄໝ ໃຫ້ຢັບຖອຍອອກໄປ ເທື່ອລະໜ່ອຍ...ແຕ່ທ່າມກາງ ຄວາມສີວິໄລ....ຄວາມສວຍງາມ ຂອງຕຶກລາ ບ້ານຊ້ອງທີ່ແຈ້ງສະຫວ່າງດ້ວຍແສງສີດອກນີອອນໃນຍາມຄໍ່າຄືນນັ້ນ ຕາມ ແຄມ ທະໜົນຫົນທາງ ປູດ້ວຍຄອນກີດ... ໃນຊອກລີກ ມຸມຕຶກ ຍັງແນມເຫັນສິ່ງ ທີ່ເຂົາເອີ້ນວ່າກະຕູບ ຝາກແອ້ມດ້ວຍ ໄມ້ເຮ້ຍ ຫຼື ສັງກະສີເກົ່າໆ..ຂາດ ໝ້ຽງ....ໂອ!ຄວາມແຕກຕ່າງໆ...ນະຄອນຫຼວງ ມັນອາດເປັນ ສະຫັວນຂອງຄົນມີເງິນ ແຕ່ສໍາລັບຜູ້ທີ່ທຸກຈົນ ຂາດໂອກາດ ຫາກິນດ້ວຍສອງຝາມືສີກັນ ມັນກໍ່ ຄືນະລົກເມືອງຄົນນີ້ເອງ....

ສຸດຕາລຸກຂື້ນຢືນ...ມືຂວາຖິ້ມກິດກອກຢາທີຖຶກໄຟຈູດກິດຫ້ຽນຈໍາກົ້ນລົງດິນ ໃຊ້ຕີນຢຽບຂະຫຍີ້ຖິ້ມ....ເຂົົາຫັນໜ້າອັດປະຕູ ແລ້ວກ້າວຂ້າອອກໄປ ດ້ວຍບາດກ້າວ ບໍ່ຄ່ອຍໝັ້ນທ່ຽງ ໃນໃຈກໍ່ຄິດ ຫວະ! ຊິໄປຂໍຖອນເງິນ ລ່ວງໜ້ານໍາ ເຈ້ ເຖົ້າແກ່ ຈີນກ່ອນ ຈະໄດ້ບໍ່ນໍ່....???? 

ເວລາຢ10 ໂມງເຊົ້າ  ອາກາດຮ້ອນອົບເອົ້າຂອງເດືອນເມສາ  ນະມູມໜຶ່ງຂອງນະຄອນຫລວງ ຝູງຊົນ ລົດລາ ພາຫະນະ ສ່່ວນສົນ    ກິ່ນຄັວນ ລົດຈັກ ລົດໃຫ່ຍ ທີ່ແລ່່ນໄປມາຕາມເສັ້ນທາງທີ່ປູດ້ວຍ ຄອນກີດ ປະສົມກັບອາຍຮ້ອນຂອງແສງແດດໃກ້ສິທ່ຽງພັດມາເປັນຮູດ  ຮູ້ສຶກໄດ້ເຖິງຈະຢູ່ຮົ່່ມເງົາຂອງກົກໄມ້ແຄມທາງພຸດບາດ   .........

ຕາຍໆໆ......ເປັນຫັຍງສັງມາຂາດວຽກ.....ຈຸໆໆໆ.......ຍິງໄວຫ້າສິບຕົ້ນໆ....ຮູບຮ່າງອ້ວນທ້ວນ ສົມບູນ......ລຸກຢືນຂຶ້ນຈາກຕັ່ງນວມຢ່າງອອກມາສອງສາມກ້າວຢຸດຢືນ

ເທີ່ເລີ້ຕໍ່ໜ້າປະຕູແວ່ນ......ແຂນສອງເບື້ອງງໍໂຄ້ງ...ໃຊ້ຫຼັງມືທໍ້າໃສ່ບັກແອວເຮັດທ້ອງສວດໆ..... ສີໜ້າສະແດງເຖິງຄວາມບໍ່ພໍໃຈ......ນາງງວກໜ້າໄປຫາຝາຫ້ອງທີ່ມີໂມງແຂນຝາຫ້ອຍຢູ່....

ທັງປາກກໍ່ຈົ່ມພືມພໍາອອກມາວ່າ.....

ສາມວັນແລ້ວວຽກຍັງບໍ່ມີຄວາມຂືບໜ້າ....ມື້ນີ້ພັດມາສາຍອີກ.....ຊິເຮັດຢູບໍວຽກຫັນ.......ສັງມາເອົາປານນີ້   ຖ້າແສ່ໂຕ ໃນ່າງນໍ້າຢູ່ໄດ....ລະມື້ໃດຊິແລ້ວ.......

      ສຸດຕາ...ຍ່າງສີຍ່ອງໆ ກົົ້ມໜ້າ ແຂນສອງເບື້ອງລູບຕິດໂຕ  ......ບ່ອນມີ ເຈ້ຢືນຂວງທາງຢູ່.....

ສຸດຕາ...ເອີ.ມືນີ້ຮູ້ສຶກບໍ່ສະບາຍ......ກະວ່າ!!!.....ຢ່າມາເວົ້າວ່າບໍ່ສະບາຍຢູ່ນີ້ໄດ້....ເຈ້ ຂ້ຽວເວົ້າຕັດຄວາມສຸດຕາ....ຫາລະຂ້ຽວເຂົ້າໄປເຮັດວຽກ....

ມາຢືນຕັດທາງລູກຄ້າຊິເຂົ້າຮ້ານ  ຢູ່ນີ້ໃດ.... ໄປໆໆ...ເຈ້ໃຫ່ຍທັງເວົ້າທັງໃຊ້ມື ກັວກສີໄວໆໃຫ້ສຸດຕາເຂົ້າໄປທາງຫຼັງ.....

ເນື່ອງຈາກເຈ້...ໄດ້ຊື້ເອົາຕຶກ ອາຄານ ດັ່ງກ່າວຈາກຄົນລາວມາເປັນຮ້ານຂາຍເຄື່ອງໄຟຟ້າຄົບວົງຈອນ.....ສະນັ້ນເພື່ອຄວາມສະດວກສະບາຍເຈ້ໄດ້ຈ້າງສຸດຕາມາ ມ້າງຫ້ອງນໍ້າເກົ່າອອກ...

ແລະໃຫ້ປັບປຸງຫ້ອງນໍ້າໃຫ້ດວກສະບາຍ....ປ່ຽນຈາກຫົວສ້ວມແບບນັ່ງຢອງມາເປັນສັກໂຄກ...ມີອ່າງແຊ່ຕົວ  ແລະຕິດຕັ້ງເຄື່ອງທໍານໍ້າອຸ່ນ ......ຕິດກະໂລ  ຕິດແວ່ນ ຕິດດອກໄຟ....

ສິ່ງອໍານວຍຄວາມສະດວກຄົບຊຸດ......ໃນຫ້ອງນໍ້າ......

ຄິດວ່າຈະໄດ້ເງິນ......ສຸດຕາຄິດໃນໃຈ.......ເອົາ!ຖ້າບໍ່ອົດທົນເຮັດບໍ່ມີທາງດອກຈະໄດ້ເງິນ....ສຸດຕາເວົ້າໃນໃຈກັບຕົນເອງ...ພ້ອມທັງກ້າວຍ່າງເຂົ້າໄປໃນຕຶກເບື້ອງຫຼັງບ້ານ......

ເຂົາຍ່າງເຂົ້າໄປຈົນສຸດຫ້ອງທີ່ໂອ່ໂຖງກ້ວາງຂວາງແລະຂັບຄາໄປດ້ວຍສິ່ງຂອງທີ່ເປັນສິນຄ້າ ທີ່ເຈ້ນໍາເຂົ້າມາຈາກປະເທດຈີນ......

ເຂົາເປີດປະຕູອອກມາ.....ຟ້າເອີຍ!!!...ສຸດຕາ ກວດສາຍຕາເຂົ້າໄປໃນຫ້ອງ......

ເຂົາຢ່ວງຂາເຂົ້າໄປໃຊ້ຕີນ ສໍາພັດກັບກະໂລ....ເຂົາຍ່າງມາປົງກົ້ນລົງທີ່ຂອບອ່າງອາບນໍ້າສໍາເລັດຮູບທີ່ເຈ້ ຊື້ມາ....ສາຍຕາຂອງເຂົາເລືອກແນມ...ເເຫງນໜ້າສໍາຫຼວດເບິ່ງໄປທົ່ວຫ້ອງ...

ໃຊ້ມືລູບຄໍາຂອບອ່າງ....ໃນໃຈກໍ່ຄິດ.....ໂອວາດສະໜ້າ.....ນີ້ຄືຫ້ອງນໍ້າໄດນີ້ເນາະ.....ເຂົາຄິດແລະຖາມໂຕເອງ.....

ເຂົາກົ້ມແນມເບິ່ງຕີນຕົນເອງທີ່ເປື້ອນເປີ ດໍາມຸມ ແຕກລະແຫງຕາມສົ້ນໜ່ອງແລະຝາຕີນ....ເບິ່ງແລ້ວມັນບໍ່ເໝາະສົມເລີຍທີ່ຈະໃຊ້ຕີນນີ້ຢຽບຢໍ່າ ສໍາພັດກັບພື້ນທີ່ກ້ຽງງາມ....

ເຂົານຶກເຖິງຫ້ອງເຊົ່ານ້ອຍໆຂອງເຂົາ...ທີ່ມີພຽງແປນໂດກຫ້ຽນເປືອນດໍາແລະສັງກະສີໝ້ຽງໂດກເປັນຮູຈ່ອງປ່ອງແຈ່ງແປ່ງ...ຄິດເຫັນຝ້າປູທີ່ນອນສົບໜອນແລະຜ້າຫົ່ມເກົ່າໆ ຂາດໆ...

..ໂອມັນຊ່າງແຕກຕ່າງກັນເຫຼືອເກີນ....ນໍຊີວິດຄົນ.....ເຮົາເຮັດວຍກລອດຕາຍ...ໃນແຕ່ລະວັນໄດ້ເງິນພຽງໄດ້ຊື້ເຂົ້າກິນພໍພຽງຢາໃສ...ແລະໃຊ້ຊອຍຈ່າຍຄ່າເຊົ່າຄ່ານໍ້າ ຄ່າໄຟຍັງບໍ່ພໍ....

ແຕ່ເຈ້......ແຕ່ລະວັນນັ່ງຢູ່ຫ້ອງແອເຢັນສະບາຍ...ແຕ່ມີເງິນໃຊ້ຈ່າຍ ຊື້ຂາຍບໍ່ອຶດບໍ່ຢາກ....ມີຄົນນົບໜ້ອມສະເໜີໜ້າມາຮັບໃຊ້ເຮັດວຽກແທນທຸກຢ່າງ............