ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2013 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເວລາຫ່ວາງໆກໍ່ມັກເຂົ້າວັດ ເຄີຍທານເງິນຕາມຄວາມສາມາດ ເຄີຍໃສ່ບາດຍາມບຸນ ເຄີຍນັ່ງສົມໂພດພະ

ເຄີຍຫົດສົງພະພຸດທະຮູບຍາມບຸນສົງການແຕ່ລະປີໃນເຮືອນ ກໍ່ໄດ້ບູຊາພະພຸດທະຮູບມາໄວ້

ໄດ້ບູຊາ ຮູບພະອາຈານມາ ກາບໄຫ້ວ ໃນຊິວິດປະຈໍາວັນ....

          ມາຫວນຄິດຄືນວ່າ ດ້ວຍເຫດໃດ ເວລາໄດ້ໄຕ້ທູບທຽນ ສວດມົນ ນັ່ງສາມາທິ ຈິ່ງຮູ້ສຶກສະບາຍໃນໃຈ...

ເປັນຫັຍງເຮົາຈິ່ງເອົາໃຈໃສໃນ ເລື້ອງນີ້  ທັງໆທີ່ພະອໍລະຫັນ(ພໍ່ແມ່ເຮົາ)ທີ່ໃຫ້ຊີວິດແລະວິນຍານແກ່ເຮົາ

ເຮົາຍັງບໍ່ໄດ້ກາບໄຫ້ວ ບູຊາປານນີ້...

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 12, 2013 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ບໍ່ຮູ້ຈັກເປັນຍ້ອນຫັຍງ ແນວຄິດ ຈິ່ງບໍ່ມັກຄວາມລໍາບາກ ແລະ ບໍ່ຢາກ ຖືກບັງຄັບ

ຖ້າເຮັດໄດ້ ... ໃນໃຈ ແມ່ນ ຢາກໃຫ້ຕົວເອງ ມີແຕ່ ຄວາມສຸກ ຄວາມສະບາຍ ໄປວັນໆ 

ບໍ່ຢາກອອກແຮງງານ ບໍ່ຢາກເຮັດວຽກ... ຢາກແຕ່ຫຼິ້ນ ກິນທ່ຽວ ເຮຮາ ນັ່ງ ນອນ ບ່ອນໄດມີຄວາມສຸກແມ່ນຢາກໄປ

        ແຕ່ໃນຄວາມເປັນຈິ່ງແລ້ວ ທຸກຢ່າງມັກຈະ ບໍ່ເປັນໄປດັ່ງໃຈທີ່ຄິດ ແລະ ຫັວງໄວ້

ຖ້າເຮົາ ບໍ່ບັງຄັບຕົວເອງ ກໍ່ຈະຖືກຄົນອຶ່ນ ສະພາບແວດລ້ອມອ້ອມຂ້າງ ບັງຄັບເຮົາ.................

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 8, 2013 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຊັບສິນຕ່າງໆ ຊີວິດຮ່າງກາຍ ແມ້ແຕ່ຈິດວິນຍານ  ກໍ່ບໍ່ຮູ້ວ່າຈະມີຄວາມໝາຍໃດ ໃຫ້ໂລກ ໃຫ້ຄົນ ຮັບຮູ້ເຖິງຕົວຕົນຂອງເຮົາ ໃນເວລານັ້ນມາເຖິງ

ຄວາມດີບາງຄັ້ງ ຖ້າບໍ່ເປັນປະໂຫຍດ ແກ່ກຸ່ມຄົນໃດໜຶ່ງ ກໍ່ມັກຈະຖືກປະຕິເສດແລະຖືກທໍາລາຍໃຫ້ສູນສິ້ນໄປຕາມການເວລາ

ດັ່ງເຊັ່ນ ບັນພະບູລຸດ ນັກປາດ ຄົນເດັ່ນໆດັງໆ ໄດ້ສ້າງໄວ້ກັບສັງຄົມບ້ານເມືອງ ເມື່ອຄວາມດີທີວ່ານັ້ນ ຫາກບໍ່ແທດເໝາະກັບຍຸກສະໄໝ...

ເພາະສະນັ້ນ ການເກີດມາດໍາລົງຢູໃນຊ້ວງເວລານັ້ນໆ ແລະຈາກໄປ ລ້ວນແຕ່ເປັນວັດທະຈັກ ເພາະສະນັ້ນຊ້ວງເວລາທີ່ມີຊີວິດ

ທີ່ແສນສັ້ນ ຄວນຈະຢູ່ກັບມັນຢ່າງເຕັມໃຈແລະກອບໂກຍເອົາຄວາມສຸກ ທາງກາຍ ໃຈ ໃຫ້ເຕັມທີ່... ແຕ່ຢ່າຫາ ຄວາມສຸກບົນຄວາມທຸກຂອງຄົນອຶ່ນ

ເພາະສຸດທ້າຍແລ້ວ ຄວາມສຸກທີ່ໄດ້ຮັບນັ້ນກໍ່ຈະນໍາມາເຊິ່ງຄວາມທຸກເຊັ່ນກັນ.............