ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ເຕັກນິກຕ່າງໆໃນການໃຊ້ວິນໂດ້ 7 (Window 7)

໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈາກກະທູ້ "ໃຜແນ່ໃຊ້ Window 7" ເຫັນວ່າມີເພື່ອນໆຫຼາຍຄົນໃນພັນລາວໄດ້ຮູ້ຈັກ ແລະ ດໃຊ້ວິນໂດ້ 7 ກັນແລ້ວ
ມາໃນກະທູ້ນີ້ ເຮົາກໍຈະຂໍນຳສະເໜີເຕັກນິກ ຫຼືວ່າ Trips ໃນການນຳໃຊ້ ແລະ ປັບແຕ່ງວິນໂດ້ 7 ທີ່ເຮົາກຳລັງໃຊ້ ຫຼື ກຳລັງ
ຈະໃຊ້ໃນອະນາຄົດ. ເຕັກນິກຕ່າງໆທີ່ຈະນຳສະເໜີໄປນັ້ນ ຫຼາຍໆຄົນອາດຈະຮູ້ແລ້ວແຕ່ກໍບໍ່ເປັນຫຍັງ, ຖ້າວ່າເພື່ອນໆມີ
ເຕັກນິກ ຫຼື ວິທີການໃໝ່ກໍສາມາດເອົາມາແລກປ່ຽນກັນໄດ້ເລີຍເນາະ.
ເອົາລະ! ຜອຍຫຼາຍມັນກະແຮ່ງຍາວ...ປະເດີມດ້ວຍເຕັກນິກທຳອິດເລີຍກໍແລ້ວກັນ.
1. ວິທີບັງຄັບ (ຢ່າເຂົ້າໃຈວ່າເປັນການໃຊ້ມີດໃຊ້ປືນໄປບັງຄັບໃດ໋) ໃຫ້ວິນໂດ້ 7 ຕິດຕັ້ງໃນເຄື່ອງມີແຣມຕ່ຳກວ່າ 512 MB
ປົກກະຕິແລ້ວ, ການຕິດຕັ້ງວິນໂດ້ 7 ຄ່າຕ່ຳສຸດຂອງແຣມທີ່ຈະຕິດຕັ້ງວິນໂດ້ດັ່ງກ່າວແມ່ນ 512 MB. ຖ້າຫາກແຣມຫາກຕ່ຳກວ່າ 512 ເມັກ ໃນເວລາທີ່ຕິດຕັ້ງມັນກໍຈະສະແດງຂໍ້ຄວາມແຈ້ງວ່າ Windows detected that this computer has MB of RAM, but 512 MB is required for installation.
Installation cannot proceed.

ນີ້ລະຄືບັນຫາ ເພາະວ່າເຄື່ອງຄອມພິວເຕີຄົນອາດຈະມີແຣມບໍ່ເຖິງ 512 ເມັກ ແຕ່ວ່າຢາກຈະລອງໃຊ້ວິນໂດ້ 7 ນຳໝູ່ຄືກັນ. ບໍ່ຕ້ອງກັງວົນ ພຽງແຕ່ປະຕິບັດຕາມຂັ້ນຕອນດັ່ງຕໍ່ໄປນີ້:
ກ. ສິ່ງທີ່ຕ້ອງກະກຽມ:
ເປັນຫຍັງເຮົາຕ້ອງກະກຽມ? ກະກຽມຫຍັງລະ? ທ່ານອາດຈະຄິດວ່າລົງວິນໂດ້ຊື່ໆຕ້ອງກະກຽມປານສິໄປຕີເສິກນີ້ລະ
1. ຕ້ອງມີແຜ່ນວິນໂດ້ 7 (ຫາຊື່ໄດ້ຕາມຮ້ານຂາຍໂປຣແກຣມຄອມທົ່ວໆໄປ) ຫຼື ວິນໂດ້ 7 ທີ່ເປັນໄຟລ໌ ISO
2. ໂປຣແກຣມ HEX editor ໃນບົດນີ້ເຮົາຈະໃຊ້ໂປຣແກຣມ Hex Editor Neo (ຊອກຫາໂຫຼດນຳອິນເຕີເນັດນີ້ແຫຼະ)
3. ໂປຣແກຣມ UltraISO ຫຼື Power ISO
ຂ. ເລີ່ມປະຕິບັດງານ
1. ເປີດໂປຣແກຣມ UltraISO ຂຶ້ນມາແລ້ວເປີດໄຟລ໌ ISO ຂອງວິນໂດ້ 7 ແລ້ວຊອກຫາໄຟລ໌ທີ່ມີຊື່ວ່າ winsetup.dll ໂດຍໄຟລ໌ດັ່ງກ່າວຈະຢູ່ໃນໂຟນເດີ Source ແລ້ວຄຣິກຂວາທີ່ໄຟລ໌ winsetup.dll ແລ້ວເລືອກຄຳສັ່ງ Extract to ເພື່ອເກັບໄວ້ໃນຮາດດິດ ຫຼື ຖ້າເປັນແຜ່ນຕິດຕັ້ງກໍໃຫ້ຄຣິກລາກມາເກັບໄດ້ຢູ່ຮາດດິດເລີຍ

2. ເປີດໂປຣແກຣມ Hex Editor Neo ຂຶ້ນມາແລ້ວເປີດໄຟລ໌ winsetup.dll ທີ່ໄດ້ຈາກຂັ້ນຕອນທີ 2, ຊອກຫາ string 77 07 3D 78 01

3. ເມື່ອເຫັນແລ້ວໃຫ້ແທນທີ່ string ນັ້ນດ້ວຍ E9 04 00 00 00, ຈາກນັ້ນກໍເຊບໄຟລ໌ນັ້ນໄວ້

4. ຈາກນັ້ນກໍເປີດໂປຣແກຣມ UltraISO ຂຶ້ນມາໃໝ່ແລ້ວເອົາໄຟລ໌ winsetup.dll ທີ່ຜ່ານການແກ້ໄຂແລ້ວນັ້ນມາແທນທີ່ໄຟລ໌ເດີມ. ຈາກນັ້ນກໍທຳການຂຽນແຜ່ນ ຫຼື ເຊບເປັນ Image ISO ໃໝ່, ເຮົາກໍຈະໄດ້ແຜ່ນຕິດຕັ້ງວິນໂດ້ 7 ໃໝ່ທີ່ສາມາດຕິດຕັ້ງລົງເຄື່ອງທີ່ມີແຣມຕ່ຳກວ່າ 512 ເມັກໄວ້ໃຊ້ແລ້ວ

UltraISO ກຳລັງຂຽນໄຟລ໌ Image ISO

ຜອຍຍາວແລ້ວຍັງບໍ່ພໍ, ບັນຍາຍກະຍາວອີກ
ມື້ໜ້າສິມາຜອຍຕື່ມ...


໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີໃຜເລີຍ


໑໕ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ຢາກຮູ້ວ່າ
ມີວິທີໃດແດ່ທີ່ຈະຊ່ວຍໃຫ້ຄອມໄວ້ຂື້ນ
(ຂ້ອຍໃຊ້ວີນໂດ7ຄືກັນເດີ)
ຕອບຫຼັງໄມກໍ່ໄດ້ ຂໍຂອບໃຈ


໒໑ ກະທູ້
໒໕໙ ໂພສ
ນັກການກະທູ້
ລາຍຕາ ຄ້ານອ່ານ.... ເຮົາມີວິທີເພີ່ມຄວາມໄວ windows 7 ໄວຂື້ນ35% ດີກວ່ານີ້ອີກ,,,,ເຮີເຮີເຮີ

Quad core QX9770@3.2Ghz OC 4.5Ghz l Rampage Fomular X48 l 8G HyperX DDR2 1066mhz Native FBS 1333l ATI HD4850 DDR3 512mb OC 1100 mhz / be quiet! BQT E6-600W COOLER: Corsair H70

໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Aarsy ຂຽນວ່າ...
ລາຍຕາ ຄ້ານອ່ານ.... ເຮົາມີວິທີເພີ່ມຄວາມໄວ windows 7 ໄວຂື້ນ35% ດີກວ່ານີ້ອີກ,,,,ເຮີເຮີເຮີ


ຄັນມີວິທີດີກະເອົາແລກປ່ຽນກັນກະໄດ້
ມື້ນີ້ວຽກຫຼາຍກະເລີຍບໍ່ໄດ້ເຂົ້າຂຽນຕໍ່...


໒໑ ກະທູ້
໒໕໙ ໂພສ
ນັກການກະທູ້
ບໍ່ຮູ້ຊິແນະນຳແນວໃດ ຍ້ອນບໍ່ມີຄົນຢາກໄດ້ ກໍ່ເລີຍບໍ່ໃຫ້ຄຳຕອບ ຮາຮາຮາ....

Quad core QX9770@3.2Ghz OC 4.5Ghz l Rampage Fomular X48 l 8G HyperX DDR2 1066mhz Native FBS 1333l ATI HD4850 DDR3 512mb OC 1100 mhz / be quiet! BQT E6-600W COOLER: Corsair H70

໔ ກະທູ້
໒໖໓ ໂພສ
ນັກການກະທູ້
ອ້າຍ ມັນຊິຊ້າຫຼາຍເບາະຄັນມີແຕ່256MB

ichigo

໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍລະຢາກເປັນໂຟໂຕຊ໋ອບ ເຫີເຫີ

ແຕ່ກະທູ້ນີ້ກາໃຫ້ຄວາມຮູ້ຫຼາຍ ເຖີງວ່າຂ້ອຍຈະບໍ່ຄ່ອຍຮູ້ເລື່ອງປານໃດກໍ່ຕາມກັກໆໆໆ

ສູ້ຕໍ່ໄປ ມີຫຍັງດີໆໆກາເອົາມາແບ່ງບັນກັນໂນະ ຄິຄິ

(ເທື່ອໜ້າຂໍກ່ຽວກັບການແຕ່ງຮູບໄດ້ບໍ່ ກັກໆໆໆ ຂໍແບບລະອຽດແດ່ເດີ 555+)


21 3-15-13-16-12-5-20-5 13-5


໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sonesoulith ຂຽນວ່າ...
ອ້າຍ ມັນຊິຊ້າຫຼາຍເບາະຄັນມີແຕ່256MB


ຍັງບໍ່ທັນລອງລົງເທື່ອ...ເພາະວ່າຄອມອ້າຍໃສ່ແຣມ 3 GB


໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍໃຊ້ລຸ້ນນີ້<a href="http://img.laoupload.com/"><img src="http://img.laoupload.com/images/86498017990550007749.jpg" border="0" alt="img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!!" /></a>ຕິດຕັ້ງກະຊີໄດ້ຫວາ

ບໍມີວັນໄດ້ຮັກກັນ

໔ ກະທູ້
໒໖໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ spngieng ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ sonesoulith ຂຽນວ່າ...
ອ້າຍ ມັນຊິຊ້າຫຼາຍເບາະຄັນມີແຕ່256MB


ຍັງບໍ່ທັນລອງລົງເທື່ອ...ເພາະວ່າຄອມອ້າຍໃສ່ແຣມ 3 GB




ຊັ້ນຂ້ອຍຂໍ1GB ກະພໍ ແຮະໆ

ichigo

໑ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ข่อย กะใช้ยูคือกัน

<a href='http://laoload.com/image/show/CGfkKDQtSz/retrospect.gif'><img src='http://laoload.com/image/thumb/CGfkKDQtSz/retrospect.gif' border='0' alt='' /></a>

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລາຍຕາ ຄິໆໆໆໆ


໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະວ່າຢູ່ລະ


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລົງວິນໂດ 7 ໃຫ້ເຮົາແນ່ເດີ ມື້ແລງຈະເອົາມາໃຫ້ລົງໃຫ້

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໐ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHOYLIN ຂຽນວ່າ...
ຂ້ອຍລະຢາກເປັນໂຟໂຕຊ໋ອບ ເຫີເຫີ

ແຕ່ກະທູ້ນີ້ກາໃຫ້ຄວາມຮູ້ຫຼາຍ ເຖີງວ່າຂ້ອຍຈະບໍ່ຄ່ອຍຮູ້ເລື່ອງປານໃດກໍ່ຕາມກັກໆໆໆ

ສູ້ຕໍ່ໄປ ມີຫຍັງດີໆໆກາເອົາມາແບ່ງບັນກັນໂນະ ຄິຄິ

(ເທື່ອໜ້າຂໍກ່ຽວກັບການແຕ່ງຮູບໄດ້ບໍ່ ກັກໆໆໆ ຂໍແບບລະອຽດແດ່ເດີ 555+)



ເຂົ້າໄປເວັບນີ້ http://www.hi5thai.com/forum-42-1.html ແລ້ວສິຮູ້ຈັກ photoshop ຫຼາຍຂື້ນ


໑໐ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ບໍ່ເຂົ້າໃຈ .....ແຕ່ກາດີ


໒໑ ກະທູ້
໔໖໑ ໂພສ
ຊຳນານການເວັບບອດ
ຂອບໃຈເດີ


໖ ກະທູ້
໕໗ ໂພສ
ຂາປະຈຳເວັບບອດ
ແບບວ່າ ສັບສົນຫລາຍຫົວຂໍ້ນິ ບໍ່ຊ່າງຊິເລີ່ມຕົ້ນແນວໃດເລີຍ !!!
ແຕ່ກະມາຢ້ຽມກະທູ້ນີ້ທັງເທື່ອ ຈະຂໍ້ແນະນໍາການນໍາໃຊ້ Win7 ໃຫ້ເໜາະສົມກະແລ້ວກັນ
1. ປິດ Services ທີ່ບໍ່ຈໍາເປັນອອກ
2. ທໍາຄວາມສະອາດ ແລະ ຈັດແຈງ files ໃຫ້ເປັນລະບຽບ ດ້ວຍໂປຼແກຼມ cleaner & Defragment
(ທຸກໆ ທິດເດີ)
3. ຢ່າລົງໂປຼແກຼມເກີນຄວາມຈໍາເປັນ
ໝາຍເຫດ: ກ່ອນຈະລົງ Win 7 ໃຫ້ເບິ່ງ system requirements ໃຫ້ລະອຽດເດີ ພີ່ນ້ອງ
ອ່ານເພີ່ມ http://windows.microsoft.com/systemrequirements