ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ==>>ສະບາຍດີ ເພື່ອນໆພັນລາວທຸກຄົນ ຢາກຮູ້ກ່ຽວກັບ ADSL ຂອງ Unitel

໔ ກະທູ້
໒໖໓ ໂພສ
ນັກການກະທູ້

ສະບາຍດີເພື່ອນໆພັນລາວທຸກຄົນ, ເພື່ອນໆບາງຄົນ ຄົງຈະເຄີຍເຫັນໂຄສະນາ

ທີ່ກ່ຽວກັບ ຢູນີເທວ ອິນເຕີເນັດ ADSL ຂອງເບີຢູນີເທວແລ້ວ, ເພື່ອນໆຄົນໃດ ມີໃຜແດ່ທີ່ເຄີຍໄດ້ໃຊ້

ຢູນີເທວ ອິນເຕີເນັດ ADSL . ຫຼື ອາດຈະບໍ່ເຄີຍໃຊ້ ແຕ່ມີໝູ່ທີ່ທີ່ເຄີຍໃຊ້ ຖ້າຮູ້ກ່ຽວກັບຂໍ້ມູນ ຊ່ວຍບອກແນ່ວ່າ

ອິນເຕີເນັດ ADSL ຂອງເຄືອຂ່າຍນີ້ ໃຊ້ດີ ຫຼື ບໍ່?

ແຕ່ບໍ່ແນ່ໃຈວ່າ ຄວາມໄວຂອງການດາວໂຫຼດ ແມ່ນໄວຕາມທີ່ເພິ່ນໄດ້ຂຽນໄວ້ແທ້ບໍ່? ຂພຈ ກໍຢາກຈະຮູ້

## ເພາະວ່າ ເມື່ອຂພຈ ເຫັນເຈ້ຍໂຄສະນາແລ້ວ ກະເຫັນວ່າ ຄືເປັນຕາໃຊ້ຢູ່ ແລະ ກະມີ ໂຕລາຄາຖືກ

ໃຫ້ເຮົາໄດ້ເລືອກນຳໃຊ້ ຕາມຄວາມເໝາະສົມ

ເພື່ອນໆພັນລາວຄົນໃດ ທີ່ວ່າເຄີຍໃຊ້ ຢູນີເທວ ອິນເຕີເນັດ ADSL ຊ່ວຍບອກແນ່ວ່າ ມັນດີຈັ່ງໃດ?

ເພາະ ຂພຈ ເຫັນແຕ່ໝູ່ໃຊ້ Uni Connect , ແຕ່ພັດວ່າເນັດມັນມັກຫຼຸດຕະຫຼອດ ບໍ່ຮູ້ວ່າເປັນນຳຫຍັງ

ກະເລີຍຢາກລອງໃຊ້ ຢູນີເທວ ອິນເຕີເນັດ ADSL ລອງເບິ່ງ ແຕ່ບໍ່ຮູ້ວ່າມັນ ຊິມັກຫຼຸດ ຄືກັບໂຕ Uni Connect ຫຼືບໍ່?

ລົບກວນຜູ້ທີ່ເຄີຍໃຊ້ ຫຼື ບໍ່ເຄີຍໃຊ້ແຕ່ຫາກຮູ້ ຊ່ວຍບອກດ້ວຍ (ຂອບໃຈ)



ichigo

໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນມັກເປັນຊ່ວງນາບາງເທື່ອຫຼີ້ນເນັດບໍ່ໄດ້

ແຕ່ຄ່າໂທມັນຖືກດີ ຄິຄິ

ເຫັນໝູ່ໃຊ່ຢູ່

21 3-15-13-16-12-5-20-5 13-5


໔ ກະທູ້
໒໖໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PHOYLIN ຂຽນວ່າ...
ມັນມັກເປັນຊ່ວງນາບາງເທື່ອຫຼີ້ນເນັດບໍ່ໄດ້

ແຕ່ຄ່າໂທມັນຖືກດີ ຄິຄິ

ເຫັນໝູ່ໃຊ່ຢູ່





ລະພອຍເວົ້າກ່ຽວກັບໂຕໃດນິ

ໂຕ Uniconnect ຫັ້ນບໍ ຫຼື ADSL

ichigo

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
Unitel ຫັ້ນ ໄດ້ແຕ່ໂຄສະນາ ແຕ່ພາກປະຕິບັດລະປານເດັກນ້ອຍ

ໂຄສະນາຫັ້ນ ບອກວ່າ ADSL ພ້ອມແລ້ວທົ່ວປະເທດ ແຕ່ພໍໂທໄປຖາມຫັ້ນນະ ໂທຫາ Call Center ກໍບໍ່ມີໃຜຮັບສາຍ ໂທໄປ Customer Service ບອກວ່າຍັງບໍ່ເປີດໃຫ້ບໍລິການເທື່ອ ຕົ້ນເດືອນ 4 ພຸ້ນຈຶ່ງເປີດ (ໂທໄປຕອນທ້າຍເດືອນ 3) ກໍເລີຍຖາມວ່າ ອ້າວເປັນຫຍັງໂຄສະນາບອກວ່າ ພ້ອມແລ້ວທົ່ວປະເທດ ເພິ່ນກໍວ່າ ໂຄສະນາໄວ້ຊື່ໆ ຍັງບໍ່ໄດ້ເທື່ອ

ກໍເລີຍວ່າ ອືມ ແລ້ວຈາກນັ້ນກໍຖາມວ່າ ຢູ່ຫຼວງພະບາງໃຊ້ໄດ້ບໍ່? ເພິ່ນກໍວ່າ ໄດ້ແຕ່ບາງເຂດ ກໍເລີຍຖາມວ່າ ເຂດແຖວຕິດພູສີໄດ້ບໍ່? ເພິ່ນກໍວ່າບໍ່ຮູ້ເທື່ອ ກໍເລີຍວ່າຊັ້ນຊິສອບຖາມໄປທາງສາຂາຫຼວງພະບາງເບິ່ງເດີ ຂໍເບີສາຂາແຂວງຫຼວງພະບາງແດ່ ກໍເອົາເບີໃຫ້ມາ

ຫຼັງຈາກໄດ້ເບີສາຂາແຂວງຫຼວງພະບາງແລ້ວກໍໂທໄປ ແຕ່ເປັນເບີແຟັກ ກໍເລີຍວ່າໄດ້ໂທກັບໄປວຽງຈັນໃໝ່ ຖາມໃໝ່ອີກ ເພິ່ນກໍໃຫ້ມາອີກເບີ ກໍໂທໄປໃໝ່ ເທື່ອນີ້ຕິດ ມີຄົນຮັບ ແຕ່ພະນັກງານສາຂາແຂວງຕອບວ່າ ADSL ທີ່ວ່ານີ້ ຍັງບໍ່ຮູ້ລາຍລະອຽດເທື່ອວ່າຊິໃຊ້ໄດ້ເຂດໃດແດ່ ຕອນນີ້ຍັງບໍ່ທັນເປີດໃຊ້ ຫາກໍໄດ້ຮັບຂໍ້ມູນມາຊື່ໆ ຍັງບໍ່ໄດ້ໃຫ້ໃຊ້ເທື່ອ ເພິ່ນຊິທົດລອງກ່ອນ (ປານນັ້ນໂຄສະນາໃນໜັງສືພິມວ່າພ້ອມແລ້ວທົ່ວປະເທດ)

ກໍເລີຍວ່າ ຊັ້ນແລ້ວກໍເທົ່ານີ້ແຫລະເດີຖ້າຍັງໃຊ້ບໍ່ໄດ້ເທື່ອ ມີແຕ່ມື້ໜ້າຊິໂທມາຖາມໃໝ່ດອກ ແລ້ວກໍວາງສາຍໄປ


ພໍດີແນະນຳໃຫ້ໝູ່ວ່າ ADSL ຂອງ Unitel ມັນຖືກໃດ ລອງຕິດຕໍ່ສອບຖາມເບິ່ງ ໝູ່ກໍວ່າ ແມ່ນຫວາ? ເຮົາກໍໃຊ້ບໍລິການຂອງ Unitel ດີແນວນັ້ນແນວນີ້ ບລາໆໆໆໆ ກໍເປັນອັນວ່າ ມື້ຕໍ່ມາເພິ່ນກໍໂທໄປສອບຖາມ Unitel ເບິ່ງ ໂດຍທີ່ໝູ່ຜູ່ນີ້ຢູ່ນະຄອນຫຼວງວຽງຈັນ ກໍໂທໄປສອບຖາມບໍລິການ ADSL ປາກົດວ່າ ຍັງບໍ່ສາມາດໃຊ້ໄດ້ຢູ່ເຂດບ້ານເພິ່ນເທື່ອ (ແລ້ວທີ່ບອກວ່າ ທົ່ວປະເທດ ໝາຍເຖິງຫຍັງ -.-?)

ສະຫຼຸບແລ້ວໝູ່ເຮົາກໍອົດໃຊ້ ADSL ລາຄາຖືກທີ່ໃຊ້ໄດ້ທົ່ວປະເທດ (ໃນອະນາຄົດ) ແລ້ວໃຊ້ ADSL ຂອງ Laotel ຕໍ່ໄປ ຫະຫະ


ໂດຍສ່ວນຕົວແລ້ວ ຂພຈ ຄຶດວ່າ ຂະໜາດກ່ອນໃຊ້ຍັງປານນີ້ ໂທຖາມຫຍັງກໍບໍ່ຮູ້ເລື່ອງ ອັນໃດກໍບໍ່ມີ ບາດເອົາມາໃຊ້ເດ້ ມີບັນຫາມາ ຊິຕິດຕໍ່ໃຜ ເຂົາຊິມາເບິ່ງໃຫ້ບໍ່ລະບາດນັ້ນ

ແຕ່ກໍເອົານ່າ ເນາະ ຂອງລາຄາຖືກ ຊິເອົາຫຍັງໄດ້ຫຼາຍ


໔ ກະທູ້
໒໖໓ ໂພສ
ນັກການກະທູ້
ຂອບໃຈຫຼາຍສຳລັບຄຳເຫັນ

ທີ່ແທ້ມັນເປັນຈັ່ງຊີ້ນີ້ເອງ ຂພຈ ໄດ້ຍິນລະເຊັງເປັດເລີຍ


ichigo

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ເຫັນເຈ້ຍໂຄສະນາວ່າ ເລີ່ມເປີດບໍລິການແຕ່ວັນທີ່ 1.4.2010
ບໍ່ຮູ້ວ່າມີຄົນໄດ້ໃຊ້ລະບໍ່

M99NOY

໔ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
5555 ປານເດັກນ້ອຍແທ້ໆເນາະ ພະນັກງານກະຮອດບໍ່ຮູ້ຫຍັງຈັກອັນ ຄັນເປັນແບບນີ້ໃນຄວາມຄິດຂອງເຮົາແມ່ນບໍ່ໃຊ້ບໍລິການນຳດ໋ອກ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອ້າງເຖິງຂໍ້ຄວາມຈາກ M99NOY ຂຽນວ່າ...
ເຫັນເຈ້ຍໂຄສະນາວ່າ ເລີ່ມເປີດບໍລິການແຕ່ວັນທີ່ 1.4.2010
ບໍ່ຮູ້ວ່າມີຄົນໄດ້ໃຊ້ລະບໍ່

ໝີລອງໂທຖາມເບິ່ງແມະ ຫະຫະ ຖ້າວ່າໃຊ້ດີລະຊິໃຊ້ນຳ ໄດ້ຍິນວ່າ ເດືອນທຳອິດ ຟຣີ 1 ເດືອນ ຄວາມໄວ 512kbps ລາຄາພຽງ 300,000 ກີບ ຖ້າຈ່າຍເປັນປີແຮງຊິຖືກ :)

ແຕ່ເວົ້າຕາມຊື່ ເປັນຕາຢ້ານນ່ະ ຢ້ານໃຊ້ມາແລ້ວເວລາມີບັນຫາບໍ່ມີໃຜເບິ່ງໃຫ້

ແຕ່ກໍວ່າບໍ່ໄດ້ເນາະ ບາງທີໃຊ້ມາແທ້ ມັນອາດຈະດີ ແລ້ວກໍໄວ ແຖມປະຢັດສຸດຍອດດດດ ອິອິ ຂໍໂຊກດີຈົ່ງເປັນຂອງທ່ານ


໔ ກະທູ້
໒໖໓ ໂພສ
ນັກການກະທູ້
ບາດມື້ໂທໄປຫາ Call Center 2ມື້ກ່ອນ

ລະເວົ້າບັກຄັກໆ ຄືເປັນຕາຊິໄດ້ຫຼິ້ນນິແຫຼະ

ຂພຈ ກະຖາມລາຄາຄັກແນ່


ບໍ່ຄິດວ່າຊິມາຕົວະກັນເສີຍ

ອົດຫຼິ້ນຂອງຖືກອີກແລ້ວ

ichigo

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ກໍລອງໂທໄປໃຫ້ເຂົາໄປຕັ້ງໃຫ້ເບິ່ງ ບາງທີຊິໄດ້ແລ້ວຕິ ນີ້ກໍຈົນເດືອນ 4 ລະເດ ຄືຊິພ້ອມໃຊ້ “ທົ່ວປະເທດ” ແລ້ວລະ ຫະຫະ ໃຊ້ແລ້ວເປັນແນວໃດ ຄັກແນວໃດກໍມາບອກກັນແດ່ເດີ


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊ້າຊ້າເດີ
ແຕ່ຢູ່ໂທລະສັບຍັງຊ້າລະ


໔ ກະທູ້
໒໖໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ກໍລອງໂທໄປໃຫ້ເຂົາໄປຕັ້ງໃຫ້ເບິ່ງ ບາງທີຊິໄດ້ແລ້ວຕິ ນີ້ກໍຈົນເດືອນ 4 ລະເດ ຄືຊິພ້ອມໃຊ້ “ທົ່ວປະເທດ” ແລ້ວລະ ຫະຫະ ໃຊ້ແລ້ວເປັນແນວໃດ ຄັກແນວໃດກໍມາບອກກັນແດ່ເດີ



ເຈົ້າໆ ຄັນຖ້າເປັນໄປໄດ້ ຂພຈໄດ້ໃຊ້ລະຊິບອກ

ວ່າມັນດີຈັ່ງໃດ ແຫະໆ

ichigo

໔ ກະທູ້
໒໖໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ຊ້າຊ້າເດີ
ແຕ່ຢູ່ໂທລະສັບຍັງຊ້າລະ



ໂຕ ຫຼິ້ນເນັດ ADSL ມັນຊ້າຫຼາຍຫວະ?

ichigo

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າໃຜຢາກຈະໂທໄປ Call Centre ຂອງ Unitel 108..
ມີວິທີແນະນຳເພື່ອໃຫ້ໂທຕິດ..
..ຫ້າມໂທໄປຕອນສວາຍ ເພາະບໍ່ມັກຮັບສາຍ ໂທໃຫ້ຕາຍກະບໍ່ຮັບດອກ..
..ຕ້ອງໂທໄປຕອນ 2-3ໂມງກາງຄືນ ເພາະຂ້ອຍລອງແລ້ວ ລະມີຄົນຮັບ..


໑ ກະທູ້
໒໙໐໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຖ້າໃຜຢາກຈະໂທໄປ Call Centre ຂອງ Unitel 108..
ມີວິທີແນະນຳເພື່ອໃຫ້ໂທຕິດ..
..ຫ້າມໂທໄປຕອນສວາຍ ເພາະບໍ່ມັກຮັບສາຍ ໂທໃຫ້ຕາຍກະບໍ່ຮັບດອກ..
..ຕ້ອງໂທໄປຕອນ 2-3ໂມງກາງຄືນ ເພາະຂ້ອຍລອງແລ້ວ ລະມີຄົນຮັບ..



ແນ່ໃຈຫວ໋າ ວ່າແມ່ນຄົນຮັບ ຮ່າໆໆໆໆ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ NouKGirlLikeTheOther ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຖ້າໃຜຢາກຈະໂທໄປ Call Centre ຂອງ Unitel 108..
ມີວິທີແນະນຳເພື່ອໃຫ້ໂທຕິດ..
..ຫ້າມໂທໄປຕອນສວາຍ ເພາະບໍ່ມັກຮັບສາຍ ໂທໃຫ້ຕາຍກະບໍ່ຮັບດອກ..
..ຕ້ອງໂທໄປຕອນ 2-3ໂມງກາງຄືນ ເພາະຂ້ອຍລອງແລ້ວ ລະມີຄົນຮັບ..



ແນ່ໃຈຫວ໋າ ວ່າແມ່ນຄົນຮັບ ຮ່າໆໆໆໆ


ແຕ່ສຽງຢາກເຢັນຯໄດ໋ລ່ະ..
ຟັງລ່ະຈົນ


໔ ກະທູ້
໒໖໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຖ້າໃຜຢາກຈະໂທໄປ Call Centre ຂອງ Unitel 108..
ມີວິທີແນະນຳເພື່ອໃຫ້ໂທຕິດ..
..ຫ້າມໂທໄປຕອນສວາຍ ເພາະບໍ່ມັກຮັບສາຍ ໂທໃຫ້ຕາຍກະບໍ່ຮັບດອກ..
..ຕ້ອງໂທໄປຕອນ 2-3ໂມງກາງຄືນ ເພາະຂ້ອຍລອງແລ້ວ ລະມີຄົນຮັບ..




ແມ່ນໆ ໂທໄປຕອນສວາຍ ມັກບໍ່ມີໃຜຮັບຈັກເທື່ອ

ສົງໄສກະເຈົ້າໄປຊອກກິນເຂົ້າ ແຮະໆ


ichigo

໔ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ແມ່ນຫວະ ແຕວວວວວ ວ່າສິລອງໃຊ້ໃດ້ນນິ

ぼくのなまえ は あぎ だよ

໔ ກະທູ້
໒໖໓ ໂພສ
ນັກການກະທູ້
ເຈ້ຍ ໂຄສະນາ ຢູນີເທວ ອິນເຕີເນັດ ADSL


ichigo

໐ ກະທູ້
໑໐໓ ໂພສ
ນັກການກະທູ້
ອັນເນັດ ADSL ຫັ້ນຫວະ ຊິເປັນຕາຫຼິ້ນທຳອິດມັນກາຫຼິ້ນໄດ້ດີຢູ່ດອກ ແຕ່ການໜຶ່ງເດືອນມາມັນກາຫຼິ້ນບໍ່ໄດ້

ຄືເນັດບ້ານຂ້ອຍມັນບໍ່ໄດ້ ປະມານໜຶ່ງເດືອນເຕັມໆ ມັນຍັງບໍ່ມາແປງໃຫ້ ຊ້ຳບໍ່ໜຳາມັນໂທບອກໃຫ້ໄປຈ່າຍເງິນອີກໃນເດືອນທີ່ເນັດຂ້ອຍຫຼິ້ນບໍ່ໄດ້ຫັ້ນ

ຄັນຊິຍົກເລີກກາຕ້ອງຈ່າຍລ່ວງໜ້ສອີກໜຶ່ງເດືອນວ່າຊັ້ນ ຂ້ອຍລະເຫຼືອໃຈ ທັ້ງໆ ທີ່ມັນຫຼິ້ນບໍ່ໄດ້ເປັນດືອນລະ ໂທໄປສູນກາໂທຈົນເມືອຊິຫັກຍ້ອນກົດໂທລະສັບແລ້ວ ມັນກາຍັງບໍ່ມາແປງໃຫ້ ຈະແມ່ນຊາດຊົ່ວ ທັງຂີ້ຫຼັກ ລູກຄ້າ ບໍລິການຫຼັງການຂາບກາບໍ່ດີ ພວກຮັບໂທລະສັບຢູ່ສູນຫັ້ນ ຈະແມ່ນເວົ້າບໍ່ຄ່ອຍມ່ວນ ເວລາຖາມຂໍ້ມູນຫຼາຍກາບໍ່ຄ່ອຍເຕັມໃຈຢາກເວົ້າ ຂ້ອຍລະດີໃຈທີ່ຍົກເລີກເນັດນຳພວກເວນນີ້ໄດ້ ຄັນໃຜຊິເອົາເນັດເຂົ້າບ້ານລະແນະນຳເດີ້ ບໍ່ຕ້ອງໃຊ້ຂອງ ຢູນິເທວ ເພາະພວກເຂົາບໍ່ເອົາໃຈໃສ່ຕໍ່ລູກຄ້າ ເສຍທັງເງີນເສຍທັງອາລົມ ເຮີຍ ຈະແມ່ນຊວຍ


໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ven gam

★★★★★★★★