ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ລ໋ອກອີນຄອມດ້ວຍລະບົບສະແກນໃບຫນ້າແທນການໃສ່ລະຫັດ

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກໂນດບຸ໋ກທີ່ທ່ານໃຊ້ມີ webcam ຕິດມານຳທ່ານກໍ່ສາມາດໃຊ້ webcam ເພື່ອລ໋ອກອີນເຂົ້າສູ່

ວີນໂດຣຄືດັ່ງທີ່ເຄີຍເຫັນໃນຫນັງ sci-fi ໂປຣແກມນີ້ສາມາດເຮັດໃຫ້ຄອມພີວເຕີຂອງທ່ານມີລະບົບ

ປ້ອງກັນທີ່ທັນສະໄຫມດ້ວຍລະບົບ Face Recognition Blink! ເປັນໂປຣແກມວີນໂດຣທີ່ເຮັດ

ໃຫ້ທ່ານລ໋ອກອີນເຂົ້າລະບົບໄດ້ຢ່າງງ່າຍດາຍໂດຍບໍ່ຕ້ອງໃສ່ລະຫັດຜ່ານອີກຕໍ່ໄປ,ສີ່ງທີ່ເຈົ້າຕ້ອງເຮັດ

ກະພຽງແຕ່ເບຶ່ງໄປທີ່ webcam ຫລັງຈາກນັ້ນກໍ່ສາມາດລ໋ອກອີນເຂົ້າລະບົບແບບອັດຕະໂນມັດ

(ໃຊ້ໄດ້ກັບ Windows Vista และ Windows 7 )

blink! ເປັນເທັກໂນໂລຢີຊັ້ນສູງ,ສາມາດໃຊ້ງານໄດ້ຢ່າງວ່ອງໄວເຊື່ອຖືໄດ້ແລະສາມາດໃຊ້ງານໄດ້ດີເຖິງ

ວ່າຄອມພີວເຕີເຄື່ອງນັ້ນຈະມີຫລາຍໆ user (ຄວາມສາມາດນີ້ບໍ່ແນ່ໃຈຄືກັນ)

blink! ມີລະບົບ Face Recognition Blink! ສາມາດປັບຄວາມສົມດູນຂອງແສງໄດ້ໂດຍອັດຕະ

ໂນມັດເຮັດໃຫ້ລະບຸໂຕຕົນໂດຍໃບຫນ້ານັ້ນມີຄວາມຜິດພາດຫນ້ອຍທີ່ສຸດ(ອັນນີ້ກະບໍ່ແນ່ໃຈຕ້ອງລອງເອງ)


Blink! file part 1ໂຫລດແລ້ວປ່ຽນຊື່ເປັນ file .exe ຈື່ງຕິດຕັ້ງໄດ້
Blink! file part 2
Blink! file part 3


ແຕ່ຖ້າຫາກມີບັນຫາກະຍັງສາມາດໃຊ້ລະຫັດເຂົ້າລະບົບໄດ້ຄືເກົ່າ,ລອງໃຊ້ເບີ່ງເດີ້ເທ້ດີ

ລາຍລະອຽດເພີ່ມເຕີມ blink!


By :


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈະລອງເບີ່ງ ຂອບໃຈ


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີເນາະ


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີຄອມສ່ວນຕົວ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືບໍ່ໃສ່ລະບົບ ທຳລາຍຕົວເອງເລີຍລະ
ແບບວ່າບໍ່ແມ່ນເຈົ້າຂອງມາເປິດໃຊ້ງານ ໃຊ້ລະຫັດຜິດ3ຄັ້ງແລ້ວຄອມລະເບິດຕົວເອງເລີຍ

ບໍມີວັນໄດ້ຮັກກັນ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈ ສຳລັບສິ່ງດີໆທີ່ແບ່ງປັນ


໒ ກະທູ້
໑໐໘ ໂພສ
ນັກການກະທູ້

[center][/center]

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ກ່ອນໜ້ານີ້ເຄີຍໃຊ້ທັງສາມຢ່າງ ໃຊ້ແບບພິມ, ສະແກນລາຍມື ແລະ ສະແກັນໃບໜ້າ ແຕ່ວ່າໜຶ່ງໃນນັ້ນທີ່ຢາກ ແລະ ເສຍເວລາກວ່າໝູ່ແມ່ນສະແກນໃບໜ້ານີ້ແລະ ເພາະມັນຕ້ອງຂຶ້ນກັບແສງສະຫວ່າງນຳ ລະຫວ່າງຄວາມສະຫວ່າງຂອງຮູບທີ່ເຮົາຖ່າຍແລ້ວເຊບໄວ້ໃນວັນນັ້ນ ກັບແສງສະຫວ່າງວັນນີ້ທີ່ກ້ອງຈະສະແກນເອົາໃບໜ້າຂອງເຮົາ ເລີຍຮູ້ສຶກວ່າລຳຄານກ່າເລີຍປົດອອກຊ້ຳ.


໐ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ຂຽນອີນຜິດ


໒໑ ກະທູ້
໔໖໑ ໂພສ
ຊຳນານການເວັບບອດ
ດີເນາະ


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກເຮັດໂອະ ອິອິ
ແຕ່ບາດຫນ້າປ່ຽນລະຈິບໍ່ໄດ້ເຂົ້າ

ຮັກນ້ອງຕອນເມົາ

໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສິລອງເບິ່ງວ່າເປັນແນວໃດແລ້ວຈະມາເລົ່າສູ່ກັນຟັງ


໔ ກະທູ້
໗໕໐ ໂພສ
ຊຳນານການເວັບບອດ
ຂອບໃຈຫລາຍໆ ທີ່ນຳຂໍ້ມູນດີໆມາຝາກ












໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ກະດີຄືກັນ ທັນສະໄໝດີ ຂອບໃຈສຳລັບຄຳແນະນຳດີດີທີ່ເອົາມາໃຫ້ເບີ່ງ