ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ເມື່ອຊື້ notebook ມາໃຫມ່ຢາກລົງປ້ອງຢ້ຽມ7ເອງ ແຕ່ມີບັນຫາ

໑໐ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ຊ່ວຍແດ່....
ຫາກໍ່ຊື້ໂນ້ດບຸກມາໃຫມ່ ລຸ້ນToshiba ແຕ່ທີ່ຮ້ານ (IT nongkhai) ບໍ່ຍອມລົງໃຫ້ ກະເລີຍເອາມາລົງເອງ ແຕ່ມີບັນຫາຢູ່ບ່ອນວ່າ
ເມື່ອເປີດເຄື່ອງແລ້ວເອົາແຜ່ນ ປ້ອງຢ້ຽມ7 (copy)ໃສ່ພ້ອມທີ່ຈະລົງ... ຈົນໄປຮອດຂັ້ນຕອນ partition ແບ່ງພື້ນທີ່ການລົງວິນໂດ້ຮຽບຮ້ອຍ ດ້ວຍການແບ່ງ ໄດ c:100Gb. D: 220Gb. ແຕ່ລົງແລ້ວມີບັນຫາ ການລົງວິນໂດ້ບໍສົມບູນ ຫລັງຈາກນັ້ນກະວ່າຈະ restart ໃຫມ່ເພື່ອລົງອີກຄັ້ງ ເມື່ອrestart ແລ້ວ ມັນຂື້ນມາບອກວ່າ BOOTMGR is missing press Ctrl+Alt+Del for Restart. ຈາກນັ້ນກໍ່ກົດ ເມື່ອກົດແລ້ວມັນກໍ່ Restart ອີກ ມັນກໍ່ຂື້ນແບບນີ້ອີກທຸກຄັ້ງເລີຍເຮັດຫຍັງບໍ່ໄດ້

ໃຜມີວິທີແກ້ໄຂຊ່ວຍບອກແດ່ (ຍົກເວັ້ນເອົາໄປໃຫ້ຮ້ານລົງໃຫ້ ເດີ...ຢາກລອງແກ້ໄຂເບິ່ງກ່ອນ)

ຂອບໃຈ
ແສງ


Melodic Intervals

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແກ້ໄຂ BOOTMGR is Missing Press CTRL+ALT+DEL To Restart Windows 7









ປັນຫາທີ່ຂື້ນ Erro BOOTMGR is Missing,Press CTRL+ALT+DEL To Restart ໃນ windows 7 ຫລືwindows vista ສາເຫດແມ່ນເກີດຈາກການ Boot ບໍ່ຂື້ນຂອງ windows ນັ່ນເອງ

ວິທີແກ້ໄຂ:

1. ຫາແຜ່ນ DVD windows 7 ມາໃສ່ຄອມເຮົາ
2. ຈາກນັ້ນ ປັບໃຫ້ຄອມພິວເຕີ Boots ຈາກແຜ່ນກ່ອນ




3. ແລ້ວກົດ Next



4. ຈາກນັ້ນໃຫ້ເລືອກ Repair your computer



5. ຖ້າບຶດໜຶ່ງ



6. ໃຫ້ເຮົາເລືອກ OS ແລ້ວກົດ Next



7. ຂັ້ນຕອນນີ້ໃຫ້ເຮົເລືອກ Startup Repair ແລ້ວຖ້າໃຫ້ລະບົບປັບປຸງ BOOTMGR





ເມື່ອລະບົບ repair ຮຽບຮ້ອຍແລ້ວ ຄອມພິວເຕີ ສິໃຫ້ເຮົາ restart computer


໑໐ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ຂອບໃຈຫລາຍໆ ທ່ານ Manred
ຈະລົງມືປະຕິບັດການດຽວນີ້ເລຍ


Melodic Intervals

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SkyLine ຂຽນວ່າ...
ຂອບໃຈຫລາຍໆ ທ່ານ Manred
ຈະລົງມືປະຕິບັດການດຽວນີ້ເລຍ




ບໍ່ເປັນຫຍັງ


໑໐ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ແດ່ ມິດຕະພາບອັນດີ...

Melodic Intervals

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SkyLine ຂຽນວ່າ...
ແດ່ ມິດຕະພາບອັນດີ...



ອ່າວ! ຕຳຈອກ


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເບີ່ງ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑໐ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ເມື່ອທົດລອງ ເອົາແຜ່ນ ດີວີດີ ວິນໂດ້ 7 ເຂົ້າໄປແລ້ວ ພະຍາຍາມເຂົ້າຫາຄຳສັ່ງດ໋ອດແລ້ວ ບໍ່ສາມາດເຂົ້າໄດ້ ໝົດປັນຍາກະເລີຍເອົາໄປຮ້ານຄອມ
ຜົນປະກົດວ່າ ເມ່ນບອດ ພັງເສີຍແລ້ວ ....


Melodic Intervals

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SkyLine ຂຽນວ່າ...
ເມື່ອທົດລອງ ເອົາແຜ່ນ ດີວີດີ ວິນໂດ້ 7 ເຂົ້າໄປແລ້ວ ພະຍາຍາມເຂົ້າຫາຄຳສັ່ງດ໋ອດແລ້ວ ບໍ່ສາມາດເຂົ້າໄດ້ ໝົດປັນຍາກະເລີຍເອົາໄປຮ້ານຄອມ
ຜົນປະກົດວ່າ ເມ່ນບອດ ພັງເສີຍແລ້ວ ....


ໂອອອອອ ຊ່ວງຮັບປະກັນຢູ່ຫວາ


໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
Oh! God (-.-)!


໐ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ຫ້າໆໆໆ ແນະນໍາໄດ້ສຸດຍອດຫຼາຍ....
ຂອບໃຈຫຼາຍທີ່ມາແບບປັນຄວາມຮູ້
ເອົາຕໍາຈອກ

ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ

໑ ກະທູ້
໖໘໘ ໂພສ
ຊຳນານການເວັບບອດ
ບໍ່ເຂົ້າໃຈ

ໜ້າຕາບໍ່ສຳຄັນ ທີ່ສຳຄັນຄື ແຮງດັນແລະຈັ່ງຫວະ

໑໐ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ SkyLine ຂຽນວ່າ...
ເມື່ອທົດລອງ ເອົາແຜ່ນ ດີວີດີ ວິນໂດ້ 7 ເຂົ້າໄປແລ້ວ ພະຍາຍາມເຂົ້າຫາຄຳສັ່ງດ໋ອດແລ້ວ ບໍ່ສາມາດເຂົ້າໄດ້ ໝົດປັນຍາກະເລີຍເອົາໄປຮ້ານຄອມ
ຜົນປະກົດວ່າ ເມ່ນບອດ ພັງເສີຍແລ້ວ ....


ໂອອອອອ ຊ່ວງຮັບປະກັນຢູ່ຫວາ



ແມ່ນແລ້ວ ຫາກໍ່ຊື້ມາໄດ້ 3 ມື້ ກະເລີຍເອົາໄປປ່ຽນໃຫມ່

ເຈົ້າຂອງຮ້ານກະໃຈດີ ເອົາເຄື່ອງໃຫມ່ໃຫ້ເລີຍ


Melodic Intervals

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕົກໃຈຄິດວ່າຊື້ໂນ໊ດບຸ໊ກມາໃໝ່ແລ້ວໂຍນລົງປ່ອງຍ້ຽມ..!!


໑໐ ກະທູ້
໑໙໓ ໂພສ
ນັກການກະທູ້
ກະທູ້ບັນຫາຄອມ ຫຼື ກະທູ້ຕະຫຼົກ

ເຈົ້າຂອງຮ້ານໃຈດີ ໄດ້ຕຳຈອກນຳລາວຢູ່ ບໍ

ໄດ້ຄອມໃຫມ່ ໄປ ໄປ ໄປລ້າງຄອມ ຈັກ2ລາງ

<img src="http://uphoup.com/image-2D9D_4C8B6A12.jpg" width="338" height="50">

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອຸກໃຈວິນໂດກຳລັງຈະເຈ້ງ ໃຜຕິດຕັ້ງເປັນບອກວິທີແດ່ເອົາແບບລະອຽດດ໋ຽວຈະແວະມາເບີ່ງນຳ