ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑໔ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ຖ້າທ່ານໃດມີຄວາມສົນໃຈດ້ານການນຳໃຊ້ Excel ເຊີນເຂົ້າສົນທະນາທາງນີ້:

ເມັດຊາຍໃນທະເລສາບ

໐ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຍາກຂຽນຕວເລກໃນຕາຕະລາງຂອງ Excel ຊິເຮັດແນວໃດ
Ex: ເລກ (0205678901)
ເວລາຂຽນແລ້ວເລກ 0 ໂຕໜ້າເລກ 1 ບໍ່ເຫັນ
ໃຜຮູ້ຊ່ວຍບອກແດ່!!!
ຂອບໃຈຫຼາຍໆ

໑໔ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ຖ້າທ່ານພິມດ້ວຍ Font ລາວ ແມ່ນບໍ່ໄດ້,ຖ້າຢາກພິມ ຕ້ອງມອດ Font ລາວ ກ່ອນ ແລ້ວ ກົດ ໃສ່ ຕົວ "ງ" ກ່ອນການພິມຕົວເລກ.

ເມັດຊາຍໃນທະເລສາບ

໑໔ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
file Excel ທີ່ຊ່ວຍແກ້ບັນຫາ: file ດຽວ ແຕ່ມີຫຼາຍຊື່:
ທ່ານນຳໃຊ້ file Excel ນິີ້ ເປັນຕົວແບບໃນທຸກຄັ້ງທີ່ຈະສ້າງ file Excel ໃໝ່ມັນຈະຊ່ວຍແກ້ບັນຫາຢູ່ຂ້າງເທິງດ້ວຍການ
ບໍ່ອະນຸຍາດໃຫ້ທ່ານ Save As... ໄດ້.
ດາວໂຫຼດໄດ້ທີ່ນີ້

ເມັດຊາຍໃນທະເລສາບ

໐ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ໃຫ້ເຈົ້າໄປເລືອກເອົາ format cell ເປັນ text ແລ້ວພີມເລີຍ ທັງ office 03 and 07

ຂອບໄຈ໋ :D ຂອບໃຈ

໐ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ຖ້າເຫັນມີການຟ້ອງ error ໃຫ້ເຈົ້າເລືອກ ignore error ແລ້ວໃຊ້ຕາມສະບາຍ

ຂອບໄຈ໋ :D ຂອບໃຈ

໑໔ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
* ວິທີເຊື່ຶອມຂໍ້ມູນຈາກ Sheet ຫາ Sheet:
ສົມມຸດວ່າທ່ານຢາກເຊື່ອມຂໍ້ມູນຈາກ:
1. ແຖວ A5 ຂອງ Sheet"HS" ໄປ ແຖວ A5 ຂອງ Sheet"HS2"
2. ແຖວ C5 ຂອງ Sheet"HS" ໄປ ແຖວ B5 ຂອງ Sheet"HS2"
ຂັ້ນຕອນປະຕິບັດມີດັ່ງນີ້:
1. ຂິກຂວາໃສ່ຊື່ Sheet"HS" ແລ້ວເລືອກ View code
2. Copy Code ນິີ້ໃສ່:
Option Explicit
Private Sub Worksheet_Change(ByVal Target As Range)
Dim LastRow As Long
LastRow = HS.Cells.Find(What:="*", After:=[A1], _
SearchOrder:=xlByRows, SearchDirection:=xlPrevious).Row
HS1.Range("A5:A" & LastRow).Value = HS.Range("A5:A" & LastRow).Value
HS1.Range("B5:B" & LastRow).Value = HS.Range("C5:C" & LastRow).Value
End Sub
3. ກົດ Save ແລ້ວ ອອກ.
4. ທ່ານລອງພິມເນື້ອໃນໃສ່ ແຕ່ A5 ຫາ A65536 ແລະ C5 ຫາ C65536 ຂອງ Sheet"HS" ແລ້ວໄປເບິ່ງຜົນທີ່ Sheet"HS1"
ດາວໂຫຼດ file ຕົວຢ່າງໄດ້ທີ່ນິີ້

ເມັດຊາຍໃນທະເລສາບ

໑໔ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
* ວິທີສ້າງ Form ເພື່ອ Login ເຂົ້າ Excel:
ຂັ້ນຕອນຂອງການສ້າງມີດັ່ງນີ້:
1. ຕັ້ງຊື່ Sheet1 = Data ; Sheet2 = Login.
2. ຂິກຂວາໃສ່ຊື່ Sheet"Data" ແລ້ວເລືອກ View code
3. ຂິກໃສ່ Insert / User Form.
4. ໃນກ່ອງ Toolbox ໃຫ້ຂິກໃສ່ Lebel ແລ້ວເອົາມາວາງໃສ່ User Form ,ຂຽນຄຳວ່າ: ລະຫັດ ; ຂິກໃສ່ Textbox ແລ້ວເອົາມາວາງໃສ່ User Form
ເພື່ອເປັນບ່ອນໃສ່ລະຫັດ ; ຂິກໃສ່ Commandbutton ແລ້ວເອົາມາວາງໃສ່ User Form ເພື່ອສ້າງປຸ່ມ "ຕົກລົງ" ແລະ ໃຫ້ເຮັດເຊັ່ນດຽວກັນກັບການ
ສ້າງປຸ່ມ "ອອກ"
5. ການຕັ້ງຊື່:
5.1. ຊື່ຂອງ Form: frmLogin.
5.2. ຊື່ຂອງປຸ່ມ "ຕົກລົງ" = cmdOK ; ຊື່ຂອງປຸ່ມ "ອອກ" = cmdCancel
6. ຂັ້ນຕອນການໃສ່ Code:
6.1. ຂິກໃສ່ Insert / Module ຂິກຄູ່ໃສ່ Module ແລ້ວໃສ່ Code ລຸ່ມນີ້:
Sub Auto_Open()
frmLogin.Show
End Sub
6.2. ຂິກຂວາໃສ່ "frmLogin" ທີ່ຢູ່ເບຶ້ອງຊ້າຍມື(ເທິງ) ເລືອກ View code ແລ້ວໃສ່ Code ລຸ່ມນີ້:
Const sPassword = "metxai"
Private Sub cmdCancel_Click()
MsgBox "Sorry you can not prove that they have permission to open the workbook!"
ActiveWorkbook.Close
End Sub
Private Sub cmdOK_Click()
With TextBox1
If .Text = sPassword Then
ActiveWorkbook.Sheets("Data").Activate
Unload Me
Exit Sub
End If
MsgBox "incorrect password!"
.SetFocus
End With
End Sub
Private Sub UserForm_Initialize()
ActiveWorkbook.Sheets("Login").Activate
With TextBox1
.Text = ""
.PasswordChar = "*"
End With
End Sub
7. ປ່ຽນລະຫັດໃໝ່ໂດຍການແທນລະຫັດໃໝ່ໃສ່: "metxai" = "*************" (ຕາມໃຈ,ແຕ່ບໍ່ໃຫ້ໃສ່ພາສາລາວ)
ດາວໂຫຼດຕົວຢ່າງໄດ້ທີ່ນີ້

ເມັດຊາຍໃນທະເລສາບ

໑໔ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
* ວິທີ ເຮັດໃຫ້ Excel ໃສ່ ລ/ດ ໃຫ້ໂດຍອັດຕະໂນມັດ:
ໃນ Excel,ຖ້າເຮົາໄປລືບເນື້ອໃນຂອງແຖວໜຶ່ງແລ້ວ,ເລກ ລ/ດ ຈະບໍ່ປັບໃຫ້ອັດຕະໂນມັດ ຄືໃນ Word,ສະນັ້ນຈິ່ງມີວິທີແກ້ດັ່ງນິີ້:
ສົມມຸດວ່າ:ທ່ານເລີ່ມພິມເນື້ອໃນໃສ່ແຖວທີ 3 ແລະ ໃນ ແຖວ A2 = ລ/ດ ; B2 = ຊື່ ແລະ ນາມສະກຸນ.
1. ໃຫ້ທ່ານໃສ່ສູດລຸ່ມນີ້ໃສ່ຫ້ອງ: A3
=IF(B3="","",1)
2. ໃຫ້ທ່ານໃສ່ສູດລຸ່ມນີ້ໃສ່ຫ້ອງ: A4
=IF(B3="","",MAX($A$3:A3)+1)
3. ຕໍ່ໄປໃຫ້ທ່ານຂິກໃສ່ຫ້ອງ A4 ,ລາກເມົາລົງທີ່ແຈຂວາ,ດ້ານລຸ່ມຂອງຫ້ອງ A4 ,ເວລາປະກົດເຄື່ອງໝາຍ "+" ໃຫ້ທ່ານຂິກຊ້າຍຄ້າງໄວ້
ແລ້ວລາກລົງລຸ່ມ...
4. ເວລາທ່ານພິມຊື່ເຂົ້າໃນຊ້ອງ B ທ່ານຈະເຫັນວ່າລະບົບຈະໃສ່ເລກ ລ/ດ ໃຫ້ທ່ານໂດຍອັດຕະໂນມັດ ຫຼື ເວລາທ່ານລົບແຖວໜື່ງອອກ
ລະບົບຈະປັບເລກ ລ/ດ ໃຫ້ໃໝ່.
ດາວໂຫຼດຕົວຢ່າງໄດ້ທີ່ນີ້

ເມັດຊາຍໃນທະເລສາບ

໑໔ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
* ວິທີເຮັດໃຫ້ Excel ສາມາດ Undo ໄດ້ 100 ເທື່ອ:
ຕາມປົກກະຕິແລ້ວ Excel ອະນຸຍາດໃຫ້ເຮົາ Undo ຄືນໄດ້ບໍ່ຫຼາຍ (16 ຄັ້ງ)
ແຕ່ຖ້າເຮົາຢາກ Undo ຫຼາຍກ່ວານັ້ນເດ,ຈະເຮັດແນວໃດ?ມີວິທີງ່າຍໆດັ່ງນີ້:
ທ່ານ ດາວໂຫຼດ file ຢູ່ຂ້າງລຸ່ມ ແລ້ວໃຫ້ປະຕິບັດດັ່ງນີ້:
1. ຖ້າຢາກໃຫ້ Excel ສາມາດ Undo ໄດ້ 100 ຄັ້ງ,ທ່ານ ກໍ່ຂິກຄູ່ໃສ່ file: Undo100 / Ok / Ok
2. ຖ້າຢາກໃຫ້ກັບຄືນເໝືອນເດີມ,ທ່ານ ກໍ່ຂິກຄູ່ໃສ່ file: Undo16 / Ok / Ok
3. ຕ້ອງ Start ເຄື່ອງຄືນໃໝ່ຈິ່ງມີຜົນ.
ດາວໂຫຼດໄດ້ທີ່ນີ້

ເມັດຊາຍໃນທະເລສາບ

໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ