ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ຂໍຖາມກ່ຽວກັບໂປແກັມ ປ່ຽນ Font

໑໔ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ທ່ານໃດມີໂປແກັມ ປ່ຽນ Font ຈາກ saysettha lao ຫຼື Font ອື່ນໆມາເປັນ saysettha Unicode ແປ່ງປັນໃຫ້ແດ່,ກຳລັງຕ້ອງການດ່ວນ,
ຂໍຂອບໃຈລ່ວງໜ້າ.

<a href="http://metxai.web.officelive.com">ເມັດຊາຍໃນທະເລສາບ</a>

໑໕ ກະທູ້
໒໕໑ ໂພສ
ນັກການກະທູ້
ຂ້ອຍກະບໍ່ຮູ້ເດີ້ ຂ້ອຍໃຊ້ແຕ່ ລາວສະຄິ້ບປ່ຽນໄດ້ໃດ ເຈົ້າບໍ່ຮູ້ຫວາ ຫຼືເປັນແນວໃດ


໑ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ໂຫ໊.. ກະຊິມີຢູ່ຕິເບາະ ແຕ່ຂ້າພະເຈົ້າບໍ່ຮູເດີ່.. ຄືຊິຍາກເດີ່ ປ່ຽນຈາກ LSwin ເປັນ Unicode ນີ້... ອຶມມມມ ຈັງໃດກະຍາກ
ຖ້າທ່ານອຶ່ນມາຕອບລະກັນ ຂ້າພະເຈົ້າຂໍຍອມ


໑໕ ກະທູ້
໒໕໑ ໂພສ
ນັກການກະທູ້
ລອງລາວສະຄິ້ບເບິ່ງເດີ້ ເຈົ້າຂອງກະທູ້


໑ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ supper ຂຽນວ່າ...
ລອງລາວສະຄິ້ບເບິ່ງເດີ້ ເຈົ້າຂອງກະທູ້


ລາວສຄຣິບກໍ່ເຮັດບໍ່ໄດ້ເດີ່ທ່ານ ປ່ຽນຈາກ LSwin ມາເປັນ Unicode ນີ້ນະ


໑໕ ກະທູ້
໒໕໑ ໂພສ
ນັກການກະທູ້
ຂ້ອຍກະບໍ່ຮູ້ເດີ້ວ່າເຈົ້າໝາຍເຖິ່ງແນວໃດ ຫຼືເຈົ້າໝາຍເຖິງອັນດຽວກັບຂ້ອຍເຮັດນີ້ຫຼືບໍ່
ຂ້ອຍຮູ້ແຕ່ວ່າ ຖ້າປ່ຽນໄທເປັນລາວ ແລະ ເປັນ saysedtha lao ເປັນ ot ຫຼື unicode ນີ້ລາວສະຄິ້ບເຮັດໄກ້ສະບາຍ.
ຫຼືເປັນແນວໃດກະຕອບຄືນແນ່


໑ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ໂອ.. ຂ້າພະເຈົ້າຜິດແລ້ວທ່ານ

ໃຊ້ລາວສຄຣິບໄດ້ເດີ່...
ເມື່ອກີ້ໃຊ້ Ubuntu ບໍ່ມີລາວສຄຣິບ ລອງປ່ຽນມາໃຊ້ Windows XP ແລ້ວລອງເບິ່ງໄດ້ອີ່ຫຼີທ່ານ...

ສຸດຍອດທ່ານ ເພາະບໍ່ຄ່ອຍໄດ້ໃຊ້ Option ທີ່ lao Script ເຮັດມາໃຫ້ເລີຍບໍ່ຮູ້ທ່ານ...

ແບບນີ້ຕ້ອງ ຂໍໂທດຫຼາຍໆທ່ານ


໑໕ ກະທູ້
໒໕໑ ໂພສ
ນັກການກະທູ້
ບໍ່ເປັນຫຍັງດອກນ້ອງ ອ້າຍກະວ່າມົ້ວໆໄປຊື່ໆແລະ


໑໔ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ຂອບໃຈໝົດທຸກຄົນທີ່ຊ່ວຍແນະນຳ,ແຕ່ກໍ່ຄືທ່ານ lekpkd ວ່າ: "ບໍ່ຄ່ອຍໄດ້ໃຊ້ Option ທີ່ lao Script ເຮັດມາໃຫ້ເລີຍບໍ່ຮູ້ທ່ານ..."
ຖ້າທ່ານໃດຮູ້ຊ່ວຍບອກວິທີໃຫ້ແດ່...ຂອບໃຈ

<a href="http://metxai.web.officelive.com">ເມັດຊາຍໃນທະເລສາບ</a>

໑໕ ກະທູ້
໒໕໑ ໂພສ
ນັກການກະທູ້
ADD INS> LAO>TO UINCODE


໑ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ popk ຂຽນວ່າ...
ADD INS> LAO>TO UINCODE


ເພີ່ມໜ້ອຍໜຶ່ງ ກ່ອນອື່ນໃຫ້ເລືອກ (Select) ສ່ວນທີ່ຕ້ອງການ ຫຼື ເລືອກທັງໝົດບາດດຽວ (Select All) ກ່ອນ

ມາເສີມເສີຍໆ ຫຸໆໆ


໑໔ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ popk ຂຽນວ່າ...
ADD INS> LAO>TO UINCODE



ຂອບໃຈທີ່ທ່ານຊ່ວຍ,ຂໍຖາມຕື່ມວ່າ: ADD INS> LAO>TO UINCODE ຢູ່ບ່ອນໃດ?
ດີແທ້ໃຫ້ທ່ານຊ່ວຍແນະນຳລະອຽດແຕ່ລະຂັ້ນຕອນ,ເຊັ່ນ: ພາຍຫຼັງທາສີເລືອກ >> ຕໍ່ໄປເລືອກອັນໃດ >> ADD INS> LAO>TO UINCODE
ຂອບໃຈ.

<a href="http://metxai.web.officelive.com">ເມັດຊາຍໃນທະເລສາບ</a>

໑໕ ກະທູ້
໒໕໑ ໂພສ
ນັກການກະທູ້
ເຂົ້າອອຟິດແລ້ວເລືອກຕົວໜັງສືທີ່ຕ້ອງການ ເບິ່ງເຄື່ອງມືເທິ່ງສຸດຫັ້ນ ຈະມີ່ ແທບ add ins ຢູ່ ລະເລືອກ lao ມັນຈະມີລາຍການໃຫ້ເລືອກຫຼາຍອັນ ຖ້າຢາກປ່ຽນເປັນຢູນິໂຄດ ກະເລືອກ to unicode ຈະ


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືບໍລອງລາວສຄີຣບເບີ່ງ ກ່ອນ


໑ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ຄືບໍລອງລາວສຄີຣບເບີ່ງ ກ່ອນ


ທ່ານຫາກໍ່ມາບໍໜໍ໊... ເພິ່ນລົມກັນຈົນເຂົ້າໃຈກັນໝົດແລ້ວເດີ່ເລື່ອງລາວສຄຣິບທີ່ທ່ານແນະນຳນະ.. ແຕ່ກໍ່ຂອບໃຈຫຼາຍເດີ່ທີ່ແວ່ມາບອກ ນະ ...


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແວ່ມາຈອບເບີ່ງ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ແມ່ນມາປ້ຳກະທູ້ບໍ່ໜໍ໊


໒໕ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ລາວສະຄຣິບນັ້ນລະດີສຸກແລ້ວ


໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ລອງອ່ານລິ້ງນີ້ເບິ່ງ http://www.laozaa.com/thread-8013-1-2.html

M99NOY

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຊ້ Laoscript ປ່ຽນໄດ້ແຕ່ຕ້ອງແມ່ນ ຂອງແທ້ເດີ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໔ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ໃຊ້ Laoscript ປ່ຽນໄດ້ແຕ່ຕ້ອງແມ່ນ ຂອງແທ້ເດີ



ຄືຊິ້ແມ່ນຄວາມທ່ານ kaopai.

ທ່ານໃດມີ Key ຊ່ວຍແບ່ງປັນໃຫ້ແດ່,ຂອບໃຈ.

<a href="http://metxai.web.officelive.com">ເມັດຊາຍໃນທະເລສາບ</a>