ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ໃຜຮູ້ຊ່ວຍແດ່ partition (D) ຫາຍໄປ

໓ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
2 ວັນກ່ອນນີ້ໃນຕອນເຊົ້າຂ້ອຍເປີດ Laptop ຕອນເຊົ້າບັງເອີນເຫັນວ່າ ທຸກສິ່ງທຸກຢ່າງທີ່ເປັນເອກະສານແລະໂປຼແກມທີ່ບໍ່ໄດ້ຕິດຕັ້ງຫາຍໄປໝົດ ລວມທັງຮູບພາບແລະເພງຫຼວງຫຼາຍ ປາກົດວ່າບໍ່ເຫຼືອແມ້ແຕ່ອັນດຽວຍັງເຫຼືອແຕ່ windows ແລະ ບາງໂປຼແກມເທົ່ານັ້ນ ແລະຍິ່ງໄປກວ່ານັ້ນ partition (D) ບໍ່ເຫັນໃນ Mycomputer ໃຜຮູ້ວິທີດຶງຄືນມາຊ່ວຍບອກແດ່
(ຂອບໃຈລ່ວງໜ້າເດີ່)


໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລືອງແບບນີ້ຂ້ອຍບໍ່ຮູ້ເດີ ພຽງແຕ່ເຂົ້າມາເປີດສົດກະທູ້ເທົ່ານັ້ນ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໐ ກະທູ້
໗໘ ໂພສ
ຂາປະຈຳເວັບບອດ
ລອງໃຊ້Tools ຂອງ Microsoftເບີ່ງກ່ອນເດີ້
ຄລິກRun ພິມ compmgmt.msc ແລ້ວຄລິກ OK
ໃນທີຄອນໂຊລຄລິກDisk Management ສິເຫັນDisk Management ຂຶ້ນDisk ກັບ Volume
Partitionທີ່ເສຍໂຄງສ້າງ Disk Managementສິເຫັນເປັນຊ່ອງກາຟສີດຳບໍມີຊື່ໄດຣ໌ຟ ຖ້າເຫັນກໍ່ເອີ້ນກັບມາໄດ້
ຄລິກຂວາເລືອກMark Partition as Active ແລ້ວກໍ່ລໍ ຈາກນັ້ນຣີສະຕາດ ລອງໃຊ້ເບີ່ງ


໐ ກະທູ້
໗໘ ໂພສ
ຂາປະຈຳເວັບບອດ
ຖ້າຍັງບໍໄດ້ແທ້ກໍ່ລອງຫາໂປແກມActive Partition Recoveryມາໃຊ້ເບີ່ງແຫລ່ະ ແຕ່ອະທິບາຍບໍໄຫວອ່ະ ລອງສຶກສາເບີ່ງເອັງແລ້ວກັນເດີ້


໕໐ ກະທູ້
໒໔໒ ໂພສ
ນັກການກະທູ້
ມາຈອບເບິ່ງ ສິ່ງດີໆ

ມີສະຕິ ມີປັນຍາ ກ້າສະແດງອອກ

໑໐ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ຖ່າຍ​ພາບ​ມາ​ໃຫ້​ເບິ່ງ​ແດ່. ລອງ​ເຂົ້າ device manager ​ເບິ່ງ​ວ່າ harddisk active ຫຼື ບໍ່.

---------------
www.LaoCoders.com


໓ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ໄດ້ແລ້ວເດີ່ຂອບໃຈທຸກໆຄົນທີ່ໃຫ້ຄຳແນະນຳ ຂພຈ ຂອບໃຈແທ້ໆ...