ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » Run Registry editor ບໍ່ໄດ້ຊິເຮັດແບບໃດ ? ໃຜຮູ້ ຕອບບບບບບ ຂ້ານ້ອຍແນ່

໒໓ ກະທູ້
໑໓໓ ໂພສ
ນັກການກະທູ້
Run Registry editor ລອງທຸກວິທີ ແຕ່ກະຍັງ Run ບໍ່ໄດ້ ໂອຍຍຍຍຍຍຍ ເມື່ອຍແລ້ວ ໃຜກະໄດ້ ຊ່ວຍແນ່


໒໓ ກະທູ້
໑໓໓ ໂພສ
ນັກການກະທູ້
ຍອມແລ້ວ ໃຜເຮັດໄດ້ ຊິເອີ້ນ ອາຈານ


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແວ່ມາທັກ


໔໖ ກະທູ້
໓໙໙ ໂພສ
ຊຳນານການເວັບບອດ
ລອງເຂົ້າໄປຊ່ອງ C ແລ້ວເຂົ້າ WINDOWS ຊອກຫາຟາຍ regedit.exe ແລ້ວລອງເປີດເບິ່ງໄດ້ບໍ່ ຖ້າບໍ່ໄດ້ໃຫ້ປ່ຽນຊື່ ເປັນ regedits.exe ແລ້ວລອງເປີດໃໝ່

Expert of Math apply, Math analysis and General Math

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ກົດປຸ່ມສະຕາດ > Run ພິມ regedit ກົດ Enter ຖ້າເຂົ້າບໍ່ໄດ້ ແມ່ນຄອມທ່ານຕິດໄວຣັດແລ້ວ ຫາໂຕແກ້ດ່ວນ


໐ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ໂຫລດ Lao Registry Editor ໃນ ເວບ laoav.net ມາໃຊ້ເດີ...ເຂົ້າໄດ້ສະບາຍ.
ຫລືໃຊ້ ໂປຣແກຣມ Re-Enable ເພື່ອແກ້ໄຂ .


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນແມ່ນໂປແກມຫຍັງເນາະ?????

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໒໓ ກະທູ້
໑໓໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...
ກົດປຸ່ມສະຕາດ > Run ພິມ regedit ກົດ Enter ຖ້າເຂົ້າບໍ່ໄດ້ ແມ່ນຄອມທ່ານຕິດໄວຣັດແລ້ວ ຫາໂຕແກ້ດ່ວນ



ວິທີນີ້ໄດຜົນ ຂໍຂອບໃຈແຮງງງງງງງງງງ ແລະ ຂໍຄະລາວະ ອາຈານ


໐ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
Lao Registry Editor 2.0
ເປັນໂປຣແກຣມໜື່ງຂອງລາວແອນຕີໄວຣັສມັນເປັນໂປຣແກຣມປະເພດ Registry Editor ຄ້າຍຄື Regedit.exe ຂອງ
ວິນໂດວນັ້ນເອງ
ຄຸນສົມບັດຂອງໂປຣແກຣມ:
- ສາມາດເບີ່ງ Registry ຂອງວິນໂດວໄດ້
- ສາມາດແກ້ໄຂຄ່າຕ່າງໆໃນ Registry
- ສາມາດ Import and Export Registry ໄດ້
- ສາມາດເຂົ້າ Registry ຂອງ ວິນໂດວໄດ້ ຖ້າ Regedit ຖືກ Disabled ແລ້ວ

ທ່ານ ສາມາດດາວໂຫລດໄດ້ທີ່ http://laoav.net/page.php?23

==============ຂໍໃຫ້ໂຊກດີ================