ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ກູ້ໂປຣແກັມທີ່ລຶບດ້ວຍ Shift+delete ແນວໃດ?

໗ ກະທູ້
໕໕ ໂພສ
ຂາປະຈຳເວັບບອດ
ສະບາຍ, ຄືວ່າມື້ວານບໍ່ລະວັງຫຼົງໄປລຶບຟາຍທີ່ຢູ່ໜ້າຈໍ (ເປັນຟາຍທີ່ທາງໃນມີເອກະສານເປັນpdf) ໂດຍການ Shift+Delete, ໄປໂຫຼດເອົາຫຼາຍໂປຼແກັມໃນອິນເຕີເນັດERPROT, pci_filerecovery, UndeleteMyFilesPro ແຕ່ກະບໍ່ໄດ້ (ຈັກບໍ່ຮູ້ວ່າໃຊ້ບໍ່ເປັນຕິເບາະ).
ໃຜຮູ້ວິທີລົບກວນແດ່ເດີ້ ແລະ ຂໍວິທີການກູ້ຄືນນຳ. ຂໍຢ້ຳອີກເທື່ອວ່າເປັນຟາຍທີ່ຢູ່ໜ້າຈໍ ຖືກລຶບດ້ວຍ Shift+Delete ເດີ້, ຂອບໃຈຄົນໃຈດີທຸກທ່ານ.


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍຮູ້ ຈັກຊ້ຳ
ຊ່ວຍຫັຍງບໍ່ໄດ້
ເປັນກຳລັງໃຈໃຫ້ ແລ້ວກັນ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມທຳມະດາເວລາລົບຂໍ້ມູນ ມັນຈະໄປຄ້າງຢູ່ຖັງຂີ້ເຫຍື່ອຍຫັ້ນລະ ລອງໄປຊອກຫາເບີ່ງ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໒ ກະທູ້
໒໔໐ ໂພສ
ນັກການກະທູ້
ເຄີຍໃຫ້ຫມູ່ກູ້ໃຫ້ ແຕ່ບໍ່ແນ່ໃຈວ່າກູ້ແນວໃດ ເພາະລາວໃປຮຽນແລ້ວ ເອົາເປັນວ່າລອງຫນີເບີ່ງ ຈື່ໄດ້ຄ້າວໆ

http://www.thaiware.com/main/info.php?id=3431


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລອງ​ໂປ​ຣແກມນີ້​ກະ​ໄດ້ http://uploadder.com/16npk8fia3fu/Power_Data_Recovery_4.12.rar.html
ລະຫັດ 5731636

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໗ ກະທູ້
໕໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ບໍຮູ້ ຈັກຊ້ຳ
ຊ່ວຍຫັຍງບໍ່ໄດ້
ເປັນກຳລັງໃຈໃຫ້ ແລ້ວກັນ


ຂອບໃຈສຳລັບກຳລັງໃຈເດີ້ ອິອິອິ


໗ ກະທູ້
໕໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
ຕາມທຳມະດາເວລາລົບຂໍ້ມູນ ມັນຈະໄປຄ້າງຢູ່ຖັງຂີ້ເຫຍື່ອຍຫັ້ນລະ ລອງໄປຊອກຫາເບີ່ງ


ຂອບໃຈເດີ້ທີ່ແວະມາເບິ່ງ, ການ Shift+Delete ເປັນການລຶບໂດຍບໍ່ຜ່ານຖັງຂີ້ເຫຍື້ອ, ມັນຈະຖືກລຶບແບບລາບຄາບກວ່າລົງຖັງຂີ້ເຫຍື້ອ...ມື້ນັ້ນສະລຶມສະລືແດ່ໜ້ອຍໜຶ່ງ, ລຶບປັບ ຄິດອອກປຶບເລີຍວ່າພາດໄປແລ້ວ. ສ່ວນໂປຼແກມທາງລຸ່ມທີ່ໃຫ້ມາ ຕອນນີ້ກຳລັງທົດລອງໃຊ້ຢູ່, ຂອບໃຈເດີ້ ຜົນເປັນແນວໃດລະຈະມາແບ່ງປັນ.
ຂອບໃຈ!


໗ ກະທູ້
໕໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ OnoyO ຂຽນວ່າ...
ເຄີຍໃຫ້ຫມູ່ກູ້ໃຫ້ ແຕ່ບໍ່ແນ່ໃຈວ່າກູ້ແນວໃດ ເພາະລາວໃປຮຽນແລ້ວ ເອົາເປັນວ່າລອງຫນີເບີ່ງ ຈື່ໄດ້ຄ້າວໆ

http://www.thaiware.com/main/info.php?id=3431


ເປັນໂປຼແກັມທີ່ໜ້າສົນໃດ, ຂອບໃຈເດີ້ ດຽວຈະໂຫຼດມາລອງເບິ່ງ, ເປັນແນວໃດລະຈະມາແບ່ງປັນໃໝ່
ຂອບໃຈເດີ້


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າເປັນ Shift+Delete
ໃຊ້ໂປຣແກຣມ tuneup utilities ກໍ່ນ່າຈະຊ່ວຍໄດ້


໒໐ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ
ເປັນກຳໃຈໃຫ້ເດີຊອກຫາວິທີກູ້ຄືນໃຫ້ໄດ້ແລ້ວເອົາມາແນະນຳແດ່ເດີ ຢາກຮູ້ຄືກັນພີນ້ອງພັນລາວ!


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ mst ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
ຕາມທຳມະດາເວລາລົບຂໍ້ມູນ ມັນຈະໄປຄ້າງຢູ່ຖັງຂີ້ເຫຍື່ອຍຫັ້ນລະ ລອງໄປຊອກຫາເບີ່ງ


ຂອບໃຈເດີ້ທີ່ແວະມາເບິ່ງ, ການ Shift+Delete ເປັນການລຶບໂດຍບໍ່ຜ່ານຖັງຂີ້ເຫຍື້ອ, ມັນຈະຖືກລຶບແບບລາບຄາບກວ່າລົງຖັງຂີ້ເຫຍື້ອ...ມື້ນັ້ນສະລຶມສະລືແດ່ໜ້ອຍໜຶ່ງ, ລຶບປັບ ຄິດອອກປຶບເລີຍວ່າພາດໄປແລ້ວ. ສ່ວນໂປຼແກມທາງລຸ່ມທີ່ໃຫ້ມາ ຕອນນີ້ກຳລັງທົດລອງໃຊ້ຢູ່, ຂອບໃຈເດີ້ ຜົນເປັນແນວໃດລະຈະມາແບ່ງປັນ.
ຂອບໃຈ!


ໂດຍ ບໍ່ເປັນຫຍັງ ຍີນດີ ຍີນດີ ... ເອົາໄປໃຊ້ແລ້ວໄດ້ຜົນແນວໃດລະບອກແດ່ ສິແວະເຂົ້າມາເບີ່ງ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໗ ກະທູ້
໕໕ ໂພສ
ຂາປະຈຳເວັບບອດ
ຍັງບໍ່ພົບໂປຼແກັມໃດທີ່ສາມາດກູ້ໄດ້ໂດນສົມບູນ, ເພາະມັນຈະກູ້ແຕ່ບາງຟາຍ ແລະ ບາງຟາຍກູ້ມາໄດ້ພັດໃຊ້ງານບໍ່ໄດ້
ແຕ່ກໍ່ຂໍຂອບໃຈສຳລັບທຸກຄຳຄິດເຫັນ.
ສົງໃສເອົາກັບບໍ່ໄດ້ລະ.


໑໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ຄືສິກູ້ບໍ່ໄດ້ດອກທ່ານເອົາເປັນວ່າລຶບເທື່ອໜ້າຢ່າກົດ shift+deleteພ້ອມກັນກໍພໍເພາະເທື່ອເຮົາຫຼົງລຶບມັນກະຍັງຄ້າງຢູ່ຖັງຂີ້ເຫຍື້ອ


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງກູ້ບໍໄດ້ຫວາ ລອງເອົາມາໃຫ້ເຮົາກູ້ໃຫ້ເບິ່ງເບາະ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້



໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
bor hu num ner un ni na......