ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໗ ກະທູ້
໑໐໑ ໂພສ
ນັກການກະທູ້
ຄືວ່າ ແຕ່ກ່ອນຢູ່ໃນ USB ຂອງ ຂພຈ ໄດ້ສ້າງ "folder A", ຢູ່ດີໆ "folder A" ກະມີນາມສະກຸນເປັນ
"folder.exe" ມັນແມ່ນອີ່ຫບັງຫວ່າ!!! ຂພຈ ກະງົງງົງົງົງ

*ความรู้ คือ อำนาจ**ถ้าไม่โง่ก่อน แล้วจะฉลาดได้ิอย่างไร*

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ມັນເປັນໄວຣັດ ສ່ວນຫຼາຍພວກນີ້ຕິດມານຳ USB Flash drive ທັງຫຼາຍ ຕິດຕໍ່ກັນງ່າຍ ມັນເປັນ autorun ສຽບແລ້ວຕິດພ້ອມຖ້າບໍ່ປ້ອງກັນ

ອາການຂອງມັນເມື່ອຕິດເຊື້ອແລ້ວ ແມ່ນມັນຈະເຊື່ອງໂຟນເດີເກົ່າໄວ້ ແລ້ວສ້າງໄຟລ໌ໃໝ່ຂຶ້ນມາເປັນໄອຄອນຮູບໂຟນເດີ ແລ້ວໃຊ້ຊື່ດຽວກັບໂຟນເດີທີ່ເຊື່ອໄວ້ຕອນຕົ້ນ

ທາງແກ້ແມ່ນຊອກ Antivirus ມາໃຊ້ ແນະນຳ Kaspersky ໂຫຼດ 30 day free trial ໄດ້ຈາກ http://downloads.kaspersky-labs.com/trial/registered/IALH5CIN3C6BRF8JWO9X/kav8.0.0.506en.exe

ອັນທີ່ຈິງ ຄອມ ຂພຈ ບໍ່ໃຊ້ Antivirus ກໍ່ບໍ່ຕິດ ເພາະວ່າບໍ່ມັກເອົາ USB Flash drive ຄົນອື່ນມາສຽບ ຖ້າເອົາມາສຽບກໍ່ປິດ autorun ໄວ້ກ່ອນ ໂດຍກົດ Shift ຄ້າງໄວ້ແລ້ວຄ່ອຍສຽບ ຈາກນັ້ນຣັນ cmd ຂຶ້ນມາ dir /a ແລ້ວຈັດການແກ້ attrib autorun.inf ແລ້ວລຶບອອກ ແລ້ວຖອດສຽບໃໝ່

໗ ກະທູ້
໑໐໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...

ຂອບໃຈຫຼາຍ

*ความรู้ คือ อำนาจ**ถ้าไม่โง่ก่อน แล้วจะฉลาดได้ิอย่างไร*

໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
ມັນເປັນໂບນັດຈາກການໃຊ້USB

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂ້ານ້ອຍໃຊ້ kaspersky ແລ້ວ ແລະ ຂ້າມັນຫມົດແລ້ວ

ແຕ່ບັນຫາມັນຢູ່ບ່ອນວ່າ
folder ທີ່ຕິດໄວລັດຫັນມັນຖືກເຊື່ອງໄວ້ຫມົດ

ໄປແກ້ທີ່ show hiden folder.... ແລ້ວ
ແຕ່ມັນກະຍັງ ເປັນ don't show hiden ..... ຄືເກົ່ານະທ່ານ

ບໍ່ຮູ້ວ່າຈະແກ້ໄຂແນວໃດຕໍ່

ຊ່ວຍແນ່

ຂອບໃຈ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
^
^
^
ຕ້ອງໃຫ້ມັນໂຊ superhidden ມັນຈຶ່ງເຫັນ ໄວ້ຊິມາຂຽນຕໍ່ ໄປຊື້ໝີ່ກ່ອນ

໘ ກະທູ້
໑໕໘ ໂພສ
ນັກການກະທູ້
ເອົາໂປຣແກຣມອື່ນທີ່ບໍ່ແມ່ນ windows explorer ເປີດເບິ່ງໄຟລທີ່ມັນເຊື່ອງແກ້ຂັດໄປກ່ອນກະໄດ້ ຢ່າງເຊັ່ນ ACDsee ລອງຫາມາຕິດຕັ້ງເບິ່ງ ເປີດໄຟລໄດ້ຕາມປົກກະຕິ

ວິທີເອົາໂຟລເດີ້ທີ່ມັນເຊື່ອງຄືນມາ ຕ້ອງໄປແກ້ຢູ່ run >> regedit

HKEY_CURRENT_USER/Software/Microsoft/Windows/CurrentVersion/Policies/Explorer

ບ່ອນ Explorer ທາງຂວາ NoFolderOptions ໃຫ້ແກ້ຄ່າ ຈາກ 1 ເປັນ 0

ຖ້າແກ້ແລ້ວ Folder Option ຍັງບໍ່ຄືນມາ ກະລອງ

run >> gpedit.msc

User Configuration > Administrative Templates > Window Components > Windows Explorer

ຢູ່ Windows Explorer ທາງຂວາ ກົດ Remove the folder option menu... ແກ້ເປັນ No configured ຫລື Disabled ກົດ OK

ລອງເປີດ windows explorer ມາເບິ່ງ ເຂົ້າ Folder Option >> View ບ່ອນ Hidden files and folder ປ່ຽນເປັນ Show ກົດ OK ໄຟລທີ່ຫາຍກະຈະຄືນມາ

ກໍລະນີທີ່ເຮັດຕາມຂັ້ນຕອນທາງເທິງແລ້ວ ແຕ່ Folder Option ຍັງບໍ່ຄືນມາ ກະບໍ່ຮູ້ແລ້ວເດີ້ວ່າຈະກູ້ຄືນມັນໄດ້ແນວໃດ ກໍລະນີນີ້ແມ່ນ Folder Option ໄດ້ຖືກທຳລາຍຫາຍສາບສູນເຂົ້າຫລຸມດຳ = = (ຫນ້າຈະ)ຕ້ອງຫາໂປຣແກຣມມາຮັກສາ ຫລືລົງວິນໂດໃຫມ່ເທົ່ານັ້ນແຫລະ

ກ່ອນຫນ້ານີ້ ຄອມຢູ່ ຮຮ ມີ່ກະຕິດໄວຣັສໂຕນີ້ ອັນນັ້ນມັນຄົງຖືກກິນມາຫລາຍເດືອນ Folder Option ຫາຍ (ກູ້ຄືນກະບໍ່ໄດ້) ດີທີ່ຕອນນີ້ອາຈານເພິ່ນລ້າງເຄື່ອງໃຫມ່ແລ້ວ ມີ່ເອົາ anti virus ໄປລົງ ມັນກະບໍ່ມາລົບກວນອີກ ເຫິໆ

ເຄີຍອ່ານເຈິມາວ່າ ມັນຕິດກັນທາງສາຍເຊື່ອມຕໍ່ນຳຫນິແຫລະ ທັນມີຄອມຫລາຍໆຫນ່ວຍລິ້ງກັນມັນກະຕິດ (ບໍ່ແນ່ໃຈເນີ້)

* ຜິດພາດປະການໃດໃຫ້ອ້າຍນິນມາແກ້ໄຂ ເຫິໆໆ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອ່າ.. ຖືກຕາມນັ້ນລະມີ່ ສ່ວນເລື່ອງໂຟນເດີທີ່ຫາຍໄປມັນບໍ່ໂຊຫັ້ນ ເປີດໃຫ້ໂຊ Hidden ມັນກໍ່ບໍ່ໂຊ ເພາະມັນບໍ່ແມ່ນ hidden ທັມດາ ໄວຣັດມັນແກ້ attribute ເປັນ +s +h (system & hidden) ເວລາຊິໃຫ້ມັນກັບມາຕ້ອງໃຊ້ຄຳສັ່ງ attrib -r -s -h folder ໃນ cmd.exe ຈຶ່ງຈະກັບຄືນມາ

ຖ້າກໍລະນີມີຫຼາຍ ໆ ໄຟລ໌ແລະໂຟນເດີ ໃຫ້ໃຊ້ attrib -r -s -h folder /S /D

໗ ກະທູ້
໑໐໑ ໂພສ
ນັກການກະທູ້
ຂໍຂອບໃຈສຳລັບທຸກໆຄຳຕອບ

*ความรู้ คือ อำนาจ**ถ้าไม่โง่ก่อน แล้วจะฉลาดได้ิอย่างไร*

໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ແຕ່ຂ້ານ້ອຍບໍ່ຈື່ ຊື່ folders ທີ່ຖືກເຊື່ອງນະທ່ານ ບໍ່ຮູ້ວ່າຈະເຮັດແນວໃດ

ຖ້າຈື່ກະຄົງຈະດີ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອ້າງເຖິງຂໍ້ຄວາມຈາກ icon ຂຽນວ່າ...
ແຕ່ຂ້ານ້ອຍບໍ່ຈື່ ຊື່ folders ທີ່ຖືກເຊື່ອງນະທ່ານ ບໍ່ຮູ້ວ່າຈະເຮັດແນວໃດ

ຖ້າຈື່ກະຄົງຈະດີ

ພິມ dir /ah ໃນ cmd ມັນຈະສະແດງລາຍຊື່ folder ທີ່ຖືກເຊື່ອງໄວ້

໔ ກະທູ້
໒໐໓ ໂພສ
ນັກການກະທູ້
ມີແຕ່ຄົນເກັ່ງໆ ອື່ມມ ຫາຍໃຈຖີ້ມແທ້ໆໆ ຕາອີ່ຕົນໂຕເອງງ

有自信不一定赢 没自信一定输

໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໃຊ້ Remove tool ຂອງ laoantivirus ໂດຍດາວໂຫຼດ ໄດ້ທີ່ http://www.laoav.co.cc/ ແຕ່ຕ້ອງສະໝັກກ່ອນຈຶ່ງສາມາດດາວໂຫຼດໄດ້
ວິທີ:
1. ເມື່ອໂຫຼດມາແລ້ວທຳການແຕກໄຟລ໌ ໃສ່ Destop ໄວ້ເລີຍ
2. Restart ແລ້ວ ກົດ F8 ເພື່ອເຂົ້າໄປທີ່ safemode
3. ດັບເບິ້ລຄຣິກໄປທີ່ໄຟລ໌ທີ່ເຮົາແຕກນັ້ນແລ້ວ ກົດ Remove now
4. ເລືອກ Drive c ,d... ແລ້ວ clean ໄປເລີຍ
5. Restart ສຳເລັດ ແລ້ວ...

໗ ກະທູ້
໑໐໑ ໂພສ
ນັກການກະທູ້
ຂອບໃຈຫຼາຍໆ ສຳລັບທຸກຄຳຕອບ

*ความรู้ คือ อำนาจ**ถ้าไม่โง่ก่อน แล้วจะฉลาดได้ิอย่างไร*

໓ ກະທູ້
໒໕໐ ໂພສ
ນັກການກະທູ້
555555+
ບໍ່ມີຜູ້ໃດ ເທ໋ບ ທໍ່ເຮົາເລີຍ
Folder ******້ຄືນໄດ້ຢ່າງສະບາຍ
ກົດ ປືມ ນັ່ງຖ້າ ມັນເຮັດເອງ ເທົ່ານັ້ນ ວິທີເຮົາ
ຢາກຮູ້ດຽວຊິບອກ

໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
ວີທີນີ້ເປັນວິທີໃຊ້ແລ້ວສຸດຍອດເລີຍແຕ່ຂ້ອຍບໍ່ຮູ້ຄືກັນຄັນຮູ້ລະຈະບອກ

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ຂອງຊາຕານຫມົດພໍ ດີ ຂອບໃຈຫລາຍໆ ເດີ

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໑໓ ກະທູ້
໒໓໗ ໂພສ
ນັກການກະທູ້
ເປັນຈາກ virus ຈຳພວກ MS-DOS.COM ຫຼື ເວລາມັນແຕກໄຟສ໌ ອອກມາເປັນ virus Global.exe

໑໕ ກະທູ້
໕໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Ek2B0Y ຂຽນວ່າ...
555555+
ບໍ່ມີຜູ້ໃດ ເທ໋ບ ທໍ່ເຮົາເລີຍ
Folder ******້ຄືນໄດ້ຢ່າງສະບາຍ
ກົດ ປືມ ນັ່ງຖ້າ ມັນເຮັດເອງ ເທົ່ານັ້ນ ວິທີເຮົາ
ຢາກຮູ້ດຽວຊິບອກ

ໃສວ່າຈະບອກ
ຄືຍັງບໍ່ເຫັນມີຫັຍງເກີດຂຶ້ນປານນີ້

໑໓ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ຄັນເຫັນexeສ່ວນຫລາຍແມ່ນມີvirus

(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆