ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໕ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ເປັນ File Excel ໃຊ້ໃນການບັນທຶກ ແລະ ຄັດຄັດຂໍ້ມູນ,ຖ້າເອົາໄປໃຊ້ແລ້ວເຫັນເປັນແນວໃດ?ຊ່ວຍສົ່ງຂ່າວໃຫ້ດ້ວຍ.
LinkDownload:
http://www.4shared.com/archive/_joPXYss/Filter.html
ຫຼື
http://www.ziddu.com/download/20181962/Filter.7z.html

I. ແນະນຳວິທີໃຊ້:
1, ຈຸດປະສົງ: ອອກແບບເພື່ອນຳໃຊ້ເຂົ້າທຸກໜ້າວຽກທີ່ຕ້ອງການໆຄັດຂໍ້ມູນ,ການແບ່ງຄວາມຮັບຜິດຊອບໃນການປ້ອນຂໍ້ມູນດ້ວຍ
ລະຫັດຜ່ານ,ເຊິ່ງແບ່ງເປັນ 13 User,ແຕ່ລະ User ສາມາດປ່ຽນຊື່ເປັນຊື່ຈິງໄດ້ ແລະ ມີລະຫັດຜ່ານຂອງໃຜມັນ.
2, ວ່າດ້ວຍຄວາມໝາຍ,ໜ້າທີ່ຂອງແຕ່ລະ Sheet.
Sheet"Data" ເປັນ Sheet ປ້ອນຂໍ້ມູນ.
Sheet"F" ເປັນ Sheet ຄັດຂໍ້ມູນຂັ້ນ 01 (ຄັດຂໍ້ມູນຈາກ Sheet"Data")
Sheet"F1" ແລະ "F2" ເປັນ Sheet ຄັດຂໍ້ມູນຂັ້ນ 02 (ຄັດຂໍ້ມູນຈາກ Sheet"F")
Sheet"K" ເປັນ Sheet ລະບຸຂໍ້ມູນພື້ນຖານຂອງແຕ່ລະ Sheet (ຫົວຂໍ້)
3, ກ່ຽວກັບການຄັດຂໍ້ມູນ:
3,1, ທ່ານພຽງແຕ່ລະບຸ ເນື້ອໃນທີ່ຕ້ອງການຄັດໃສ່ ແຕ່ຫ້ອງ A3 ຫາ IV3 ຂອງ Sheet"F" ,Sheet"F1" ແລະ Sheet"F2" ຫຼັງຈາກນັ້ນກໍ່ເດິບເບິ້ນຂິກ ,ລະບົບຈະຄັດຂໍ້ມູນທັນທີ.
*ຂໍ້ຄວນເອົາໃຈໃສ່:
Sheet"F" ເປັນ Sheet ຄັດຂໍ້ມູນຂັ້ນ 01 (ຄັດຂໍ້ມູນຈາກ Sheet"Data")
Sheet"F1" ແລະ "F2" ເປັນ Sheet ຄັດຂໍ້ມູນຂັ້ນ 02 (ຄັດຂໍ້ມູນຈາກ Sheet"F")
ສະນັ້ນ ທ່ານຕ້ອງຄັດຂໍ້ມູນຈາກ Sheet"F" ສາກ່ອນ,ຈິ່ງດຳເນີນການຄັດຂໍ້ມູນຂອງ Sheet"F1" ແລະ "F2"
4, ການນຳໃຊ້ສູດ (ການສະແດງຜົນ)
4,1, ແຕ່ຫ້ອງ A4 ຫາ IV4 ຂອງ Sheet"F",Sheet"F1" ແລະ "F2" ເປັນບ່ອນສະແດງຜົນຂອງສູດໃນແຖວຕັ້ງ.
4,2, ທ່ານສາມາດກຳນົດ ສູດ ໃຫ້ແຕ່ລະແຖວຕັ້ງໄດ້ດ້ວຍການຂິກຂວາໃສ່ຫ້ອງທີ່ຕ້ອງການຈະໃສ່ສູດ ແລ້ວເລືອກເອົາ
ສູດທີ່ຕ້ອງການ.
5, ກ່ຽວກັບການລະບຸຂໍ້ມູນພື້ນຖານໃຫ້ລະບົບ:
ໃນ Sheet"K" ແຕ່ຫ້ອງ A1 ຫາ IV1 ເປັນບ່ອນລະບຸຫົວຂໍ້ຂອງແຕ່ລະ Sheet,ພາຍຫຼັງທີ່ລະບຸຂໍ້ມູນແລ້ວໃຫ້ ເດິບ
ເບິ້ນຂິກ ຂໍ້ມູນທີ່ລະບຸ ຫຼື ປ່ຽນແປງ ຈະຖືກບັນທຶກໄປຍັງ Sheet ທີ່ກ່ຽວຂ້ອງທັນທີ.
ແຕ່ຫ້ອງ A2 ຫາ IV2 ເປັນບ່ອນໃສ່ເລກລຽງຂອງແຖວຕັ້ງ,ໃຊ້ເປັນບ່ອນອະທິບາຍໜ້າທີ່ຂອງແຕ່ລະແຖງ,ຕົວ
ຢ່າງ: 10 = 2-3+7
6, ກ່ຽວກັບການລະບຸ,ແປງ ຊື່ຜູ້ໃຊ້ ຫຼື ລະຫັດຜ່ານ:
6,1, ທ່ານ ສາມາດປ່ຽນແປງ,ກຳນົດຊື່ຜູ້ໃຊ້ ໄດ້ດ້ວຍການ ຂິກຂວາໃນ Sheet"Help" ແລ້ວລະບຸລະຫັດຜ່ານ: 123456 ແລ້ວກົດ OK ຫຼັງຈາກນັ້ນ,ຈະມີ Form ໂຊອອກມາໃຫ້ທ່ານທຳການປ່ຽນແປງ.
*ຂໍ້ຄວນເອົາໃຈໃສ່: ລະຫັດຜ່ານທັງໝົດ,ເບື້ອງຕົ້ນຈະແມ່ນ: 123456 ,ພາຍຫຼັງປ່ຽນແປງແລ້ວ ທ່ານຕ້ອງຈື່ລະຫັດ
ໃໝ່ (ລະຫັດເກົ່າຈະນຳໃຊ້ບໍ່ໄດ້)ໂດຍສະເພາະແມ່ນລະຫັດ Password ,ເພາະເປັນລະຫັດຜ່ານເຂົ້າແປງສິດຜູ້ໃຊ້ ແລະ
ລະຫັດຜ່ານທັງໝົດ.
7, ກ່ຽວກັບການ Copy ຜົນທີ່ຄັດ ແຕ່ຫ້ອງ A4 ຫາ IV4 ຂອງ Sheet"F" ,"F1" ແລະ "F2":
ທ່ານ ຂິກຂວາໃສ່ຫ້ອງທີ່ຕ້ອງການ Copy ຈະມີ Form ໂຊອອກມາ,ໃຫ້ ກົດປຸມ Copy ແລ້ວໄປ Paste ໃສ່ ຫ້ອງທີ່ຕ້ອງການຂອງ
File Excel ຫຼື Word ທີ່ຕ້ອງການ (ເວລາ Padte ໃຫ້ເລືອກ: Paste Special / ເລືອກ ValuesAndNumberFormats / OK)
8, ການປ້ອນຂໍ້ມູນ:
ໃນ Sheet"Data" ໄດ້ແບ່ງເນື້ອທີ່ປ້ອນຂໍ້ມູນໃຫ້ 13 User (ຜູ້ໃຊ້) ແຕ່ລະ User ຈະມີລະຫັດຜ່ານຕ່າງກັນ (ຂຶ້ນກັບຜູ້
ມີສິດທີ່ຮູ້ລະຫັດຜ່ານ PassWord ຕັ້ງໄວ້) ,ແຕ່ລະ User ມີສິດປ້ອນຂໍ້ມູນຄື:
User1 A5:IV5002
User2 A5003:IV10002
User3 A10003:IV15002
User4 A15003:IV20002
User5 A20003:IV25002
User6 A25003:IV30002
User7 A30003:IV35002
User8 A35003:IV40002
User9 A40003:IV45002
User10 A45003:IV50002
User11 A50003:IV55002
User12 A55003:IV60002
User13 A60003:IV65533


໑໖ ກະທູ້
໘ ໂພສ
ຂາປະຈຳເວັບບອດ
ລອງແລ້ວແຕ່ Unprotect sheet ບໍ່ໄດ້ ກົດເຂົ້າໄປແລ້ວບໍ່ມີຫຍັງເກີດຂຶ້ນເລີຍ
ຊ່ວຍບອກລາຍລະອຽດການໃຊ້ລະອຽດຕື່ມໄດ້ບໍ່?


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາວເລີຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍ



໕ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ tsp ຂຽນວ່າ...
ລອງແລ້ວແຕ່ Unprotect sheet ບໍ່ໄດ້ ກົດເຂົ້າໄປແລ້ວບໍ່ມີຫຍັງເກີດຂຶ້ນເລີຍ
ຊ່ວຍບອກລາຍລະອຽດການໃຊ້ລະອຽດຕື່ມໄດ້ບໍ່?


File ໄດ້ຖືກ ລອກ ໄວ້,ຈຶ່ງບໍ່ສາມາດ Unprotect sheet ໄດ້,ຢ້ານວ່າ ທ່ານຍັງບໍ່ອ່ານ ຄຳແນະນຳໝົດ,ຂ້າພະເຈົ້າລອງແລ້ວເຫັນວ່າຍັງໃຊ້ງານປົກະຕິ.
ຖ້າ File ຍັງແລ່ນປົກະຕິ,ເວລາທ່ານ ກົດເຂົ້າ Sheet"Data" ຈະມີ Form ໃຫ້ເລືອກ User ໂຊຂຶ້ນມາທັນທີ,ທ່ານ ລອງໃໝ່ເບິ່ງ.

&


໕ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ມື້ວານນີ້ຈັດວັນເກີດໃຫ້ລູກຊາຍ,ກໍ່ເລີຍສ້າງ ບັດເຊີນ ດ້ວຍ Excel,ເລີຍ up ຂຶ້ນມາໃຫ້ ສ/ຊ ພັນລາວ ຜູ້ໃດສົນໃຈເອົາໄປນຳໃຊ້ເພື່ອຄວາມສະດວກ.
1, ເປັນບັດເຊີນສຳລັບຈັດວັນເກີດໃຫ້ສະເພາະເດັກນ້ອຍ ແລະ ເຊີນເດັກນ້ອຍ.
2, ພິມເຂົ້າໜ້າຊອງບັດເຊີນເລີຍ (ໃສ້ມັນແມ່ນໃຫ້ຜູ້ມາຮ່ວມໃສ່ເອງ)
3, ສັ່ງພິມໄດ້ເທື່ອໜ້າ 50 ຊອງ (ຫຼາຍກ່ວານີ້ຢ້ານພິນເຕີໃໝ້)
4, ວິທີໃຊ້:
4,1, ໃຫ້ພິມລາຍຊື່ຜູ້ຈະເຊີນໃນ Sheet"Data" ແຕ່ເສົາ D ຫາ M,ຖ້າຢາກສັ່ງພິມລາຍຊື່ເສົາໃດກໍ່ພຽງແຕ່ເລືອກຊື່ເສົາໃນຫ້ອງ B1.
4,2, ແປງເນື້ອໃນບັດເຊີນ (ບັດທຳອິດ) ມັນຈະເຊື່ອມເນື້ອໃນໄປຫາ ບັດອື່ນເອງ.

Link:
http://www.ziddu.com/download/20773974/BatXonVanKot3.7z.html






໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທີ່ອົດສາເອົາຂອງດີມາຝາກ!
ເອີ້...!ຂໍຖາມແດ່ເຮືອນພັກແກ້ວຕະເວັນພັກຊົ່ວຄາວທໍ່ໄດ?
ຖາມໄວ້ຊື່ໆ!!!


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເບິ່ງນຳ


໕ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ WWWGO ຂຽນວ່າ...
ຂອບໃຈທີ່ອົດສາເອົາຂອງດີມາຝາກ!
ເອີ້...!ຂໍຖາມແດ່ເຮືອນພັກແກ້ວຕະເວັນພັກຊົ່ວຄາວທໍ່ໄດ?
ຖາມໄວ້ຊື່ໆ!!!


ຖ້າເປັນສະມະຊິກພັນລາວ ບາງທີຈະບໍ່ເອົາເງິນ.


໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ keotaven ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ WWWGO ຂຽນວ່າ...
ຂອບໃຈທີ່ອົດສາເອົາຂອງດີມາຝາກ!
ເອີ້...!ຂໍຖາມແດ່ເຮືອນພັກແກ້ວຕະເວັນພັກຊົ່ວຄາວທໍ່ໄດ?
ຖາມໄວ້ຊື່ໆ!!!


ຖ້າເປັນສະມະຊິກພັນລາວ ບາງທີຈະບໍ່ເອົາເງິນ.


ຍັງມີບາງທີຢູ່ ແຟນພັນໃຈເກີນ100ໂລດແມ໋...!


໕ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
File Excel ທີ່ໃຊ້ໃນການພິມບັດເຊີນ (ສົມບູນ)
[url= http://www.ziddu.com/download/20857824/BatXonPP.7z.html]Link download[/url]


໗ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ຂໍຖາມແດ່ ຢາກໂພຮດຮູບຕ້ອງເຮັດແນວໃດແນ່
ຂອບໃຈ[img]null[/img]


໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
thanks


໕ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
* File ປັບປຸງໃໝ່ + ເພີ້ມບັດເຊີນງານດອງ.


&

&
Link ດາວໂຫຼດ