ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ຢາກຮູ້ວິທີປົດບັ໋ອກ IP ຂອງສາຍແລນ ເພື່ອເຂົ້າໃຊ້ອິນເຕີເນັດທີ່ຖືກລັ໋ອກໄວ້ ໃຜມີ ວິທີ ກະບອກກັນແນ່ເດີ

໒໓ ກະທູ້
໑໓໓ ໂພສ
ນັກການກະທູ້
ດັ່ງທີ່ກ່າວມາຂ້າງເທິງນັ້ນລະ ຢູ່ office ຂອງຂ້າພະເຈົ້າມີສາຍອິນເຕີເນັດທີ່ໃຊ້ສະເພາະ ໂປຣແກຣມໜື່ງດຽວເທົ່ານັ້ນ ແລະ ບໍ່ສາມາດເຂົ້າໃຊ້ເວບທົ່ວໄປໄດ້ ໃຜມີວິທີ ກະຊ່ວຍໆກັນແນ່ເດີ ເດືອດຮ້ອນແຮງແລ້ວ ຂອບໃຈລ່ວງໜ້າ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດຽວຊິວິເຄາະຊ່ວຍ :
1.ຫ້ອງການລະດັບໃດ(ທະນາຄານ,ບໍລິສັດໃຫຍ່....), ມີຄອມຈັກຫນ່ວຍ ?
2.ໂປແກຣມດຽວທີ່ໃຊ້ເນັດໄດ້ແມ່ນໂປແກຣມຫຍັງ?
3.ສົມມຸດເອົາ notebook ສ່ວນຕົວຂອງເຮົາມາສຽບສາຍ LAN ແທນໃສ່ສາມາດເຫລິ້ນເນັດໄດ້ບໍ່ ?


໙ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ສົງໃສ ບໍລິສັດຂອງເຈົ້າຈະໃຊ້ Software Firewall ຫລື Hardware Firewall
ຖ້າເອົາໂນດບຸກເຈົ້າມາສຽນສານແລນ ແລ້ວຫລິ້ນໄດ້ ມັນກະ ໂອເຄ ແຕ່ຖ້າບໍ່ໄດ້ ບອກເລີຍວ່າບໍ່ງ່າຍ

SornClub ຄຼັບແຫ່ງການແບ່ງປັນ.. ປະສົບການໃຫມ່ ເຂົ້າໄປຮ່ວມນຳກັນ

໑໕ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ
ຄືກັນກັບຫ້ອງການຂ້ອຍເລີຍ ໄປດາວໂຫລດໂປແກຣມ Ultrasurf ມາໃຊ້ບໍ່ຕ້ອງເປັນ addmin ຂອງລະບົບກະໃຊ້ໄດ້ ເປີດໂປແກຣມນີ້ປະໄວ້ແລ້ວກະເຂົ້າໄປຫລິນເນັດໄດ້ເລີຍ
ແລະອີກວິທີຫນຶ່ງສະແກນຫາ gatway ຂອງລະບົບບໍລິສັດເຈົ້າ ແລ້ວຫາເອົາເກດເວ ທີເປັນອິນເຕີເນັດລັກຂອງບໍລິສັດ ສັງເກດໄດ້ ເອົາເກດເວດຽວກັບພວກຫົວຫນ້າ ເພາະຂອງຫົວຫນ້າກະເຈົ້າຈະບໍ່ໄດ້ລັ໋ອກເນັດ ເອົາມາໃຊ້ຢູ່ browserຂອງເຈົ້າ ເຂົ້າໄປ tools >options >advanced>network >coneccion ຄິກ setting ແລ້ວເອົາໄອພີ ທີເປັນເກດເວ ມາພຶມໃສ່ -ແຕ່ທາງທີດີຂ້ອຍວ່າເຈົ້າບໍຕ້ອງໄປໃຊ້ຖ້າກະເຈົ້າບໍ່ໃຫ້ໃຊ້ນະດຽວເຈົ້າຈະຖືກໃບເຕືອນ ຫລື ຖືກໄລອອກຈາກວຽກໄດ້ ຖ້າມີຄົນຍ່າງມາເຫັນ
ເຈົ້າໃຊ້ເນັດຫ້ອງການຫລິນທີບໍ່ກ່ຽວກັບວຽກຫ້ອງການ ຕໍ່ໃຫ້ບໍ່ມີຄົນຍ່າງມາເຫັນ ໄອທີເຂົາຄຸມ sever ຢູ່ເຂົາກະຮູ້ໄດ້ວ່າເຈົ້າເຂົ້າໄປເວບໃດ

www.satoshi250.com
freemoney on faucetbox

໓ ກະທູ້
໑໖໘ ໂພສ
ນັກການກະທູ້
ຕື່ມ "s" ໃສ່ລອງເບິ່ງ, ຕົວຢ່າງ: Facebook: http://www.facebook.com = > https://www.facebook.com


໓ ກະທູ້
໑໖໘ ໂພສ
ນັກການກະທູ້
https://www.youtube.com ເຂົ້າໄດ້ບໍ່


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊ່ວຍໂຕເອງກ່ອນເດີ


໗ ກະທູ້
໙໗ ໂພສ
ນັກການກະທູ້
ເລື່ອແຮັກໃຊ້ອິນເຕີເນັດທີ່ຖືກບ໊ອກງ່າຍໜ້ອຍດຽວ ຄົນບ໊ອກໄດ້ເຮົາກໍແກ້ໄດ້ ແຕ່ບໍຂໍແນະນຳ ຖ້າເຂົາບໍ່ໃຫ້ໃຊ້ກໍ່ຢ່າໃຊ້ເລີຍ ຄື Virus007 ເວົ້າຫັ້ນແຫລະເຖິງເຮົາແຮັກໃຊ້ໄດ້ ໄອທີທີ່ຄຸມເຊີບເວີຂອງບໍລິສັດກໍຮູ້ຢູ່ດີ ແລະຜົນເສຍກໍ່ຄືເຮົາເພາະຈະເປັນຈຸດອ່ອນ ຍິ່ງຖ້າເປັນບໍລິສັດທີ່ເຮັດກ່ຽວກັບທຸລະກຳທາງດ້ານການເງິນ ຢ່າງ ທະນາຄານ ສະຖາບັນເງິນຝາກຂະໜາດນ້ອຍ ກ່ຽວກັບດ້ານໂທລະຄົມ ຍິ່ງບໍ່ເປັນຕາແຮັກໃຊ້ ເພາະຈະເຮັດໃຫ້ມືດີແຮັກຂໍ້ມູນບໍລິສັດໄດ້ງ່າຍ ສ່ຽງຕໍ່ການເຮັດວຽກ


໒໓ ກະທູ້
໑໓໓ ໂພສ
ນັກການກະທູ້
ຂອບໃຈ ເດີ ສຳລັບທຸກຄຳແນະນຳ ລອງເບິ່ງກ່ອນ