ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ໂປຣແກມທີ່ຕິດຕັ້ງໄປແລ້ວສາມາດແບັກອັບຄືນໄດ້ບໍ່?

໖ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ຂພຈ
ຄ່ອງຄາໃຈມາດົນແລ້ວ ເລື່ອງຂອງໂປຣແກມທີ່ເຮົາຕິດຕັ້ງ ຫລື ອິນສຕອນລົງໄປແລ້ວນັ້ນ ເຮົາສາມາດກູ້ຄືນໄດ້ບໍ່ ເພາະສ່ວນຫລາຍ ເຫັນບາງທ່ານກ໊ອບປີ້ເອົາຫມົດໂຟລເດີ ທີ່ຕິດຕັ້ງໄປແລ້ວນັ້ນເລີຍ ບາງໂປຣແກມສາມາດໃຊ້ໄດ້ຄືເກົ່າ ແຕ່ບາງໂປຣແກມໃຊ້ໄດ້ແຕ່ບໍ່ປົກກະຕິ ທ່ານຜູ້ຮອບຮູ້ທັງຫຼາຍຊ່ວຍ ບອກວິທີແດ່
ຂອບໃຈເປັນຢ່າງສູງ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂປຣແກມທີ່ເຮົາຕິດຕັ້ງ ຫລື ອິນສຕອນລົງໄປແລ້ວນັ້ນ ສາມາດເບີດໄດ້ບາງອັນ ໂດຍສະເພາະໂປແກຣມນ້ອຍໆ
ສ່ວນໂປແກຣມາໃຫຍ່ໆເຊັ່ນ photoshop ຫລື MS Office ແມ່ນ copy Folder ລ້າໆບໍ່ໄດ້


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ແມ່ນ ແລ້ວບາງໂປຣແກຣມ ໂດຍສະເພາະເກມແມ່ນກັອບປີ່ ໂຟນເດີ ໄດ້ ແຕ່ສ່ວນໂປຣແກມອື່ນສ່ວນຫຼາຍແລ້ວແມ່ນບໍ່ໄດ້ເພາະ ຟາຍຕ່າງໆຂອງມັນບໍ່ໄດ້ຢູ່ໂຟນເດີ ດຽວກັນເທົ່ານັ້ນ ແຕ່ມັນກະແຈກກະຈາຍ ເຊັ່ນ ຢູ່ system32 ເປັນຕົ້ນ ເມື່ອກັອບໄປແລ້ວມັນເລີຍໄດ້ ຟາຍບໍ່ຄົບ ເລີຍໃຊ້ບໍ່ໄດ້ ກະມີແຕ່ເກັບຟາຍທີ່ບໍ່ໄດ້ຕິດຕັ້ງໄວ້ລະກະແລ້ວ ບາດມີບັນຫາກະລົງໃໝ່ເລີຍ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຊ້ໂປແກມ GHOST ຊ່ວຍ ໃຊ້ໄດ້ໝົດ ລອງສຶກສາເບິ່ງ ບາງເທື່ອຊ່ວຍໄດ້
http://www.gggcomputer.com/index.php?board=6.0


໑ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ຖ້າຢາກກູ້ໄດ້ ຕ້ອງຊອກໂຕເປັນ Portable ມາໃຊ້. ໂຕທີ່ເປັນແບບນີ້ມັນຈະເຂົ້າໃຊ້ໄດ້ເລີຍແບບບໍ່ຕ້ອງຕິດຕັ້ງ, ຄົງຈະຫາຍາກແນ່ ຫຼື ອາດຈະບໍ່ມີເລີຍແລະ ຫິິຫິ.

ອີກວິທີໜຶ່ງ ລອງສຶກສາວິທີເຮັດໂປຣແກຣມໃຫ້ເປັນ Portable ແມະ, ຖ້າເຮັດໄດ້ ເຈົ້າກໍ Back-up ໄວ້ໄດ້. ເຮັດໄດ້ລະມາບອກແນ່ເດີ້ 5555


໑ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
Portable ບາງໂປແກັມກໍ່ໄດ້ ,ບາງໂປແກັມກໍ່ບໍ່ໄດ້ ,ມີແຕ່ GHOST ຢ່າງດຽວ.


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ


GHOSTເກັບໄວ້ທ່ານ ໃຊ້ເວລາ5ນາທີ10ນາທີ ກໍກູ້ກັບຄືນໄດ້ແລ້ວ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ແຕ່ບາງອັນ