ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ESET Nod32 v5 ຕິດຕັ້ງແລ້ວເອີເລີ່ ຊ່ວຍແນ່!!

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ຂພຈ download ESET Nod 32 v5 ມາຕິດຕັ້ງແຕ່ຕິດຕັ້ງບໍ່ປະສົບຜົນສຳເລັດ
ມີແຕ່ ເອີເລີ່[img][/img]
ໃຜມີວີທີແກ້ໄຂ ກະລຸນາແນະນຳ ຂພຈແດ່ ໂຕກິນຄອມ ກິນຄອມຊີເພແລ້ວ ຂອບໃຂລ່ວງໜ້າເດີ່....."ຂອບໃຈ"


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ເປີດສົດກະທູ້ເອງ.. ..ແຮ່ໆໆ


໔໑ ກະທູ້
໑໖໗ ໂພສ
ນັກການກະທູ້
ຖ້າເຄີຍຕິດຕັ້ງມາກ່ອນໃຫ້ລຶບການຕິດຕັ້ງໂຕເກົ່າອອກໄປກ່ອນ ເພາະ່າຈາກທີ່ໄດ້ອ່ານແລແປຕາມຄວາມເຂົ້າໃຈເອງມາມັນບໍ່ສາມາດຂຽນທັບໄດ້ ກ່ຽວກັບໄຟຣ KEY ຂອງໂປຣແກຣມດັ່ງກ່າວ

ຖ້າຢາກລຶບໃຫ້ໝົດແບບບໍ່ຕ້ອງໃຫ້ເຫຼືອຫຍັງຕ້ອງໂຕນີ້ Revouninstaller-Portable ເອົາໂຕນີ້ເດີ້ມັນຈຶ່ງບໍ່ຕ້ອງໄດ້ຕິດຕັ້ງໃຫ້ເສຍເວລາ ຮັບຮອງວ່າບໍ່ເຫຼືອແທ້ ແລ້ວລີສະຕາດເຄື່ອງໃໝ່ ລອງຕິດຕັ້ງອີກເທື່ອໜຶ່ງ

ແຕ່ຖ້າບໍ່ໄດ້ອີກ ໃຫ້ເຂົ້າໄປທີ່ປຸ່ມ Start -> Run -> ພິມວ່າ regedit ແລ້ວກົດ OK

ເມື່ອເຂົ້າສູ່ໜ້າໂປຣແກຣມແລ້ວໃຫ້ກົດ Ctrl+F ຫຼືວ່າຈະກົດ F3 ກໍ່ໄດ້ຕາມແຕ່ໃຈມັກ ແລ້ວພິມຄຳວ່າ ESET ໃສ່ແລ້ວຊອກລຶບອອກໃຫ້ໝົດ ແລ້ວກົດ F3 ອີກຮອບແລ້ວລຶບອອກໃຫ້ໝົດເລີຍ

Restart ໃໝ່ແລ້ວລອງຕິດຕັ້ງ

ງ່າຍໆເລີຍ Error ທີ່ແຈ້ງນັ້ນໂດ້ໝັ້ນໃຈເລີຍວ່າເຈົ້າເຄີຍຕິດຕັ້ງໂປຣແກຣມແອນຕີ້ໄວຣັສໂຕນີ້ມາກ່ອນແນ່ນອນ ບໍ່ຊັ້ນມັນຈະບໍ່ມີ ອັນນີ້ຂື້ນມາ

ຄັນວ່າໃຊ້ WIN 7 ແນະນຳໃຫ້ໃຊ້ MSE= Microsoft Security Essentials ດີກວ່າ ແຖມຟຣີ ອີກບໍ່ຕ້ອງມີຊ່ອງໂຫວດໃຫ້ກັບ WIndowns

ESET ມັນບໍ່ຄ່ອຍດີປານໃດຕາມຄວາມເຫັນສ່ວນຕົວ ເພາະມັກບ໋ອກໂປຣແກຣມຫຼືໄຟຣທີ່ໂຫຼດມາທັງໆທີ່ບໍ່ມີໄວຣັສເລີຍ ມັນສ້າງປັນຫາໃຫ້ນ້າລຳຄານໂພດ ແລະຖ້າໃຊ້ຂອງພວກ ແຄັກ ຍິ່ງຈະຊ່ວຍເພີ່ມໄວຣັສ ບໍ່ແມ່ນຊ່ວຍປ້ອງກັນໄວຣັສ ໃດ

ບໍ່ເຂົ້າໃຈຂັ້ນຕອນໃດຖາມໄດ້ເດີ້

Credit:AdminDeklaos

ວ່າງໆເຂົ້າມາອ່ານມາເບິ່ງໄດ້ເດີ້

Deklao.com ສາລະບັນເທີງເພື່ອສັງຄົມລາວ
ຂ່າວ
Video
ຟັງເພັງອອນໄລ
gossip

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ໂດຍ ຂອບໃຂຫຼາຍໆ ສຳລັບຄຳແນະນຳດີໆ
ດຽວທົດລອງເບີ່ງກອ່ນເດີ່... ..


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັບເດດງ່າຍ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂດຍສ່ວນຕົວແລ້ວດີໃຈທີ່ເຈົ້າໃຊ້ ESET ຂ້ອຍຄິດວ່າມັນກ່ວາ KASPERSKY ຂອງໂຊຫວຽດອີກ
ເລື່ອງທີ່ install ບໍ່ໄດ້ແມ່ນຍ້ອນເຄີຍລົງ ESET ມາກ່ອນແລ້ວແມ່ນບໍ່ .
ເວລາ uninstall ມັນບໍ່ອອກໝົດແນະນຳ Tool ນີ້ ໄປຕິດຕັ້ງກ່ອນລົງໃໝ່ ຂ້ອຍຝາກໃຫ້ໂດຍສະເພາະ

Link


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ໂດຍສ່ວນຕົວແລ້ວດີໃຈທີ່ເຈົ້າໃຊ້ ESET ຂ້ອຍຄິດວ່າມັນກ່ວາ KASPERSKY ຂອງໂຊຫວຽດອີກ
ເລື່ອງທີ່ install ບໍ່ໄດ້ແມ່ນຍ້ອນເຄີຍລົງ ESET ມາກ່ອນແລ້ວແມ່ນບໍ່ .
ເວລາ uninstall ມັນບໍ່ອອກໝົດແນະນຳ Tool ນີ້ ໄປຕິດຕັ້ງກ່ອນລົງໃໝ່ ຂ້ອຍຝາກໃຫ້ໂດຍສະເພາະ

Link

ໂດຍແມ່ນແລ້ວ ເຄີຍລົງ v4 ມາກ່ອນ ມັນເກົ່າຫຼາຍກະເລີຍ ຢາກປ່ຽນມາໄຊ້ v5 ລອງເບິ່ງ.... . ຂອບໃຈຫຼາຍໆ


໙ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ແນະນຳ ESET NOD32 Antivirus 6 ດີກ່ອນເບາະ ໃໝ່ກວ່າ

ດາວໂຫລດໄດ້ ຕາມລີ້ງ ==> SornCLub ດາວໂຫລດ

SornClub ຄຼັບແຫ່ງການແບ່ງປັນ.. ປະສົບການໃຫມ່ ເຂົ້າໄປຮ່ວມນຳກັນ

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ SornClub ຂຽນວ່າ...
ແນະນຳ ESET NOD32 Antivirus 6 ດີກ່ອນເບາະ ໃໝ່ກວ່າ

ດາວໂຫລດໄດ້ ຕາມລີ້ງ ==> SornCLub ດາວໂຫລດ

Thanks ຫຼາຍໆ ບ່າວ