ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ຢູ່​ດີໆໆ ຄອມ ກໍ່​ມອດ​ໄປ​ເອງ ຊ່ວຍ ແກ້​ໄຂ ໃຫ້ ແນ່??

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫ້າມບອກວ່າ ເອົາ ໄປ ຮ້ານ ເດີ ບໍ່ ມີ ເງິນ

ກຳ​ລັງ ຫລິ້ນ FB ຢູ່ ດີໆໆ ໂນດ​ບຸກ ຄູ່ ຊີບ ກະ​ມອດ​ໄປ ແລະ ປະ​ກົດ​ຂໍ​ຄວາມ​ວ່າ ມີ​ບັນ​ຫາ​ກັບ driver ແຕ່ ກໍ່ ບໍ່​ເຂົ້າ​ໃຈ ປານ​ໃດ
ມັນ​ຄື ວ່າ ບອກ​ໃຫ້ Restart ເຄື່ອງ​ເພື່ອ ຄວາມ​ປອດ​ໄພ ແລະ ໃຫ້ ກົດ F8 ບາ​ດ​ກົດ ແລ້ວ ກໍ່ ບໍ່​ມີ ຫັຍ​ງ
ມື​ດຽວ​ເປັນ ສອງ ເທື​ອ່ ຫາງ​ກັນ ປະ​ມານ ສອງ ຊົ່ວ ໂມງ​ນີ້ ແລະ

ຢາກ​ຮູ້ ວິ​ທີ ແກ​ໄຂ ເບື​ອ້ງ​ຕົ້ນ ທີ່​ສາ​ມາດ​ເຮັດ​ເອງ​ໄດ້

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ ເຄື່ອງ​ມັນ​ກໍ່​ຍັງ​ເປີດ ໄດ້ ຢູ່ ຫາກ​ປະ​ໄວ້ ດົນ ຢ້ານ ມັນ​ເປີດ​ບໍ່​ໄດ້ ເລີຍ ກໍ່​ເລີຍ ຟ້າວ ມາ​ຊອກ​ທາງ​ແກ້ ກ່ອນ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພໍຊິແນະນຳໄດ້ຢູ່ ແຕ່ຍ້ານເຈົ້າອ່ານພາສາຕ່າງປະເທດບໍ່ໄດ້

ອີກຢ່າງຄັນ ບໍ່ມີເງິນແປງ ໃຫ້ຂ້ອຍແປງໃຫ້ກໍ່ໄດ້ ບໍ່ເອົາເງິນນຳດອກ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບັນຫາ Ram


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແບັດໝົດຕິເບາະ


໑໕ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ
ລອງອັບເດດວິນໂດເບິງ ແຕ່ສັງເກດວ່າວິນໂດທີເຈົ້າໃຊ້ມັນເປັນຂອງແທ້ບໍ່ ສັງເກດໄດ້ເວລາຄິກຂວ່າໃສ່ My computer ແລ້ວເຂົ້າ Properties
ແລ້ວສັງເກດວ່າມັນມີ ໂລໂກສີຟ້າ ask for genuine ຢູ່ລຸມສຸດບໍ່ ຖ້າມີແມ່ນສາມມາດອັບເດໄດ້ ຖ້າບໍ່ມີກະຕ້ອງ crack ກ່ອນ
ຖ້າມີແລ້ວກະຄິກໃສ່ອັບເດດເລີຍ (ແຕ່ຕ້ອງຕໍເນັດກອນໃດຈັງອັບເດດໄດ້ ໃຊ້ດາຕາ ຫລາຍເຕີບ ) ການອັບເດດຈະໄວຫລືຊ້າຂື້ນກັບ ອິນເຕີເນັດເຈົ້າ ໃຊ້ແອກາດອັບເດດກະໄດ້ ສວນຫລາຍຂ້ອຍໃຊ້ ແອກາດເອັມໂຟນ ໃຊເວລາ 1.20 ນາທີ ເຕີມເງິນ 5000ກີບ

www.satoshi250.com
freemoney on faucetbox

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນຕັ້ງໂຕະ power ເດີ ເຄີຍພົບ
ຄັນ ໂນດ ບຸກ ມັນບໍ່ເຕື່ອນ ເລື່ອ ແບັດ


໑໕ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ



ຫນາຈໍເປັນສີັັຟ້າກ່ອນທີຈະດັບ
ມີສອງສາເຫດ ສາເຫດທີ 1 ເກີດຈາກການຕິດຕັ້ງໄດເວີ ຫລືໂປແກມ ທີບໍ່ເຂົ້າກັບ OS ວິທີແກ້ ໄປລົບໂປແກມເຈົ້າປັນຫານັ້ນອອກ ຖ້າເປັນໄດເວີ ກະເບ້ກອັບ ໄປໃຊ້ໄດເວີໂຕເກົ່າ
ອາການທີ 2 ມັກເກີດຈາກ hardware ເຊັ່ນໄປອັບເດດພວກ Hardwareຕ່າງໆ ເຊັ່ນ ram ,harddisk ກາດຕ່າງ ມັນບໍ່compatible ກັບວິນໂດXP
ຫລືແກ້ງາຍໆ ດ້ວຍວິທີ System Restore ກັບຄືນໄປມື້ທີ່ຄອມຍັງໃຊ້ໄດ້ປົກກະຕິ
www.youtube.com/watch?v=oGXbMyFaROw‎

www.satoshi250.com
freemoney on faucetbox

໙ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ເອົາມາຫາແລ້ວຊິແກ້ໃຫ້..

SornClub ຄຼັບແຫ່ງການແບ່ງປັນ.. ປະສົບການໃຫມ່ ເຂົ້າໄປຮ່ວມນຳກັນ

໔໑ ກະທູ້
໑໖໗ ໂພສ
ນັກການກະທູ້
ມັນບອກໃຫ້ Restart ແລ້ວກົດ F8 ໂອເຂົ້າໃຈລະຂໍລາຍລະອຽດກ່ຽວກັບ ສິ່ງທີ່ມັນແຈ້ງເຕືອນຂື້ນມາອີກແນ່ບາງທີ Driver ອາດຈະເສຍກໍໄດ້ມັນຈຶ່ງບອກເຂົ້າ SAFEMODE ລອງເອົາສ່ວນທີ່ມັນແຈ້ງຂື້ນມາ ຂຽນໃຫ້ເບິ່ງແນ່

ຄັນບໍ່ຈື່ລະກະເຂົ້າ Safemode ໄດ້ເລີຍ ໂດຍການ Restart ເຄື່ອງແລ້ວກົດ F8 ຫຼາຍໆເທື່ອຕອນມັນຂື້ນໜ້າຈໍສີດຳຫັ້ນນະ ບບໍ່ແມ່ນຮອດຕອນວິນໂດກຳລັງໂຫຼດໃດ

ແລ້ວມັນຈະປະມວນຜົນມັນເອງຫາກຈະຮູ້ວ່າເກີດຫຍັງຂື້ນ ລອງຄິດດີໆກ່ອນໜ້ານີ້ເຄີຍອັດເດດ Driver ມາກ່ອນບໍ່

ຈາກການເດົາລະມັນໃຫ້ໄປແກ້ໄຂ ໃນ Safemode ລອງເຂົ້າໄປແກ້ໄຂເບິ່ງເດີ້ ຂໍໃຫ້ໂຊກດີ ມີຫຍັງຖາມໄດ້ອາດຈະບໍ່ໄດ້ເຂົ້າມາຕະຫຼອດເດີ້

ຄັນວ່າຍັງບໍ່ໄດ້ອີກອາດເປັນເພາະຕິດໄວຣັສແແລ້ວໃຫ້ໂຫຼດທ່າສຸດຍອດມາໃຊ້

ComboFix ລອງໂຫຼດໄປໃຊ້ເດີ້ຖ້າວິທີດ້ານເທິງໃຊ້ບໍ່ໄດ້ ບໍ່ຊັ້ນກະລອງອັດເດດ Driver ເປັນເວີຊັ່ນໃໝ່

ວ່າງໆເຂົ້າມາອ່ານມາເບິ່ງໄດ້ເດີ້

Deklao.com ສາລະບັນເທີງເພື່ອສັງຄົມລາວ
ຂ່າວ
Video
ຟັງເພັງອອນໄລ
gossip