ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ຊ່ວຍແນ່!! ມີບັນຫາກ່ຽວກັບ Bios. boot ເຂົ້າ windows ບໍ່ໄດ້

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ຂພຈ ໄຊ້ win7 ຢູ່ດີໆ ກະເລີຍຢາກລອງມາໄຊ້ win8 ກະເລີຍແບ່ງຊ່ອງອອກເປັນອິກຊ່ອງໜື່ງເພື່ອລົງ win8
ຂພຈ boot ວ່າຊິລົງຜ່ານ usb ແຕ່ ຕອນມັນກຳລັງ boot ເຂົ້າ win8 ເພື່ອ install ຂພຈ ດັນມືໄວໄປຖອດ usb ອອກ
ບັດນີ້ມັນກະເລີຍເປັນເລື່ອງ.... ມັນກະເລີຍ boot ເຂົ້າ win7 ບໍ່ໄດ້ເລີຍ
ຂພຈ repair ແລ້ວກະຍັງບໍ່ໃດ້, ເຂົ້າ save mod ກະຍັງບໍ່ໄດ້, ຂພຈ ລົງ dvd win7 ມາລົງໃໝ່ແລ້ວ ແຕ່ມັນກະບໍຍອມ boot ເລີຍ
ຂພຈ ຈົນປັນຍາລະ ວອນທ່ານຊຽນຄອມໃນພັນລາວທັງຫຼາຍຊ່ວຍແນ່ ຂ້ອຍເຈັບຫົວມາຫຼາຍມື້ແລ້ວ
ໃຜແກ້ໄຂໄດ້ ຂພຈ ຈະຂອບໃຈເປັນຢ່າງສູງ ໄວ້ລ່ວງໜ້າ “ຂອບໃຈເດີ....


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຊ້ແຜ່ນ boot win 7 ບໍ່ຂຶ້ນຊີ້ຫວາ


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ໄຊ້ ແຜ່ນ win7 ວ່າຊິລົງໃໝ່ ແຕ່ມັນບໍ່ boot ເລີຍ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ


ເຂົ້າໄປປັບຄືນຄ່າຕົງbootຫຼືຍັງ
ຖ້າລົງຜ່ານusb ເຮົາຕ້ອງໄດ້ປັບຈາກhdd ເປັນ flash drive ຖ້າບໍ່ໄດ້ໃຊ້ຕ້ອງປຽ່ນຄືນເປັນhdd



໒໒ ກະທູ້
໒໗໔ ໂພສ
ນັກການກະທູ້
ເຂົ້າໄບອອສໄດ້ຫຼືບໍ? ຖ້າໄດ້ກໍລອງປ່ຽນຈາກບູດ USB ມາເປັນຮາຣ໌ດດີສຄ໌ ຫຼື ລອງຕາມຄຳເຫັນເທິງນັ້ນ...

ຖ້າບໍໄດ້ອີກ ຂ້ອຍຄິດວ່າອາດຊິເປັນຍ້ອນ ພາຣ໌ຕິຊັນບໍແອັກທີບວ໌... ລອງໃຊ້ໂປຣແກຣມພາຣ໌ທິຊັນລຶບພາທທີ່ເຈົ້າລົງວິນໂດ້ແປດນັ້ນ ແລ້ວລວມເຂົ້າກັບພາທອື່ນເປັນດຽວ...

ຈາກນັ້ນກໍຕັ້ງ ພາຣ໌ທທິຊັນທີ່ຕ້ອງການລົງວິນໂດ້ໃຫ້ເປັນ Active
ໂປຣແກຣມທີ່ໃຊ້ ເລືອກເອົາໂຕຟຣີແວຣ
http://partitionwizard.com/free-partition-manager.html



໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າໄປຕັ້ງຄ່າ bios ໃຫ້ບູດຈາກ ແຜ່ນ ຈົບ


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ...


ເຂົ້າໄປປັບຄືນຄ່າຕົງbootຫຼືຍັງ
ຖ້າລົງຜ່ານusb ເຮົາຕ້ອງໄດ້ປັບຈາກhdd ເປັນ flash drive ຖ້າບໍ່ໄດ້ໃຊ້ຕ້ອງປຽ່ນຄືນເປັນhdd


ເຂົ້າໄປປັບແນວໃດ໋ ? ຂ້ອຍຍັງສັບສົນຫຼາຍກັບການປັບຄ່າ Bios


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...
ເຂົ້າໄປຕັ້ງຄ່າ bios ໃຫ້ບູດຈາກ ແຜ່ນ ຈົບ

ຂ້ອຍເຮັດແລ້ວແຕ່ຍັງເປັນຄືເກົ່າ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ


ທ່ານມີHDDຈັກໜ່ວຍ ຖ້າມີຫຼາຍກວ່າ1ໜ່ວຍ ໃຫ້ປັບໜ່ວຍທີ່ລົງOS ເປັນ Boot 1
ຖ້າມີໜ່ວຍດຽວ ລອງເບິ່ງດຸ ໄບອອສມັນເຫັນHDDຫຼືບໍ່


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ...


ທ່ານມີHDDຈັກໜ່ວຍ ຖ້າມີຫຼາຍກວ່າ1ໜ່ວຍ ໃຫ້ປັບໜ່ວຍທີ່ລົງOS ເປັນ Boot 1
ຖ້າມີໜ່ວຍດຽວ ລອງເບິ່ງດຸ ໄບອອສມັນເຫັນHDDຫຼືບໍ່

ຕ້ອງໄດ້ໄຊ້ໂປຮແກຮມຊ່ວຍບໍ່ ?


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ບໍ່ຕ້ອງໄດ້ໃຊ້ໂປຮແກຮມຫຍັງ ເຂົ້າໄປຕັ້ງຄ່າໃນໄບອອສໂລ້ດ ເຂົ້າໄປທີ່ຟັງຊັ່ນBootຫັ້ນຫລະ


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ...
ບໍ່ຕ້ອງໄດ້ໃຊ້ໂປຮແກຮມຫຍັງ ເຂົ້າໄປຕັ້ງຄ່າໃນໄບອອສໂລ້ດ ເຂົ້າໄປທີ່ຟັງຊັ່ນBootຫັ້ນຫລະ

ໄດ້ລະເດີ່.... ຂອບໃຈຫຼາຍໆ
ຂ້ອຍລົງ win7 ໃໝ່ໄດ້ແລ້ວ ທີ່ຍັງບໍ່ໄດ້ກະຄື Graphic Driver ຍັງຊອກຫາດາວໂຫຼດບໍ່ໄດ້ເທື່ອ
ໃຜມີກະຂໍແບ່ງປັນແນ່ ຫຼືມີ ລີ້ງດາວໂຫຼດ ກະຊ່ວຍແນະນຳດ້ອຍ. .. . .
Dell inspiron 5520 ເດີ່ “ລືມບອກ“ ຂອບໃຈຫຼາຍໆ


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
Intel Graphic 4000, win7 32bit ເດີ່ ຕື່ມໃຫ້ອິກ


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Lem ຂຽນວ່າ...
ເຂົ້າໄບອອສໄດ້ຫຼືບໍ? ຖ້າໄດ້ກໍລອງປ່ຽນຈາກບູດ USB ມາເປັນຮາຣ໌ດດີສຄ໌ ຫຼື ລອງຕາມຄຳເຫັນເທິງນັ້ນ...

ຖ້າບໍໄດ້ອີກ ຂ້ອຍຄິດວ່າອາດຊິເປັນຍ້ອນ ພາຣ໌ຕິຊັນບໍແອັກທີບວ໌... ລອງໃຊ້ໂປຣແກຣມພາຣ໌ທິຊັນລຶບພາທທີ່ເຈົ້າລົງວິນໂດ້ແປດນັ້ນ ແລ້ວລວມເຂົ້າກັບພາທອື່ນເປັນດຽວ...

ຈາກນັ້ນກໍຕັ້ງ ພາຣ໌ທທິຊັນທີ່ຕ້ອງການລົງວິນໂດ້ໃຫ້ເປັນ Active
ໂປຣແກຣມທີ່ໃຊ້ ເລືອກເອົາໂຕຟຣີແວຣ
http://partitionwizard.com/free-partition-manager.html


ຂອບໃຈຫຼາຍໆ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໒໒ ກະທູ້
໒໗໔ ໂພສ
ນັກການກະທູ້
ອ໋າວ!! ສະຫຼຸບ ໄດ້ຍ້ອນແນວໃດ, ມັນເປັນຍ້ອນຫຍັງ ຄືບໍມາບອກ ເພື່ອໄວ້ເປັນຂໍ້ມູນໃຫ້ຄົນອື່ນພໍເປັນວິທະຍາທານແດ່...


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະຫລຸບແມ່ນເພິ່ນຕັ້ງຄ່າ bios ບໍ່ຖືກນັ້ນເອງ


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ສະຫລຸບແມ່ນເພິ່ນຕັ້ງຄ່າ bios ບໍ່ຖືກນັ້ນເອງ

ແມ່ນ!!


໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໓ ກະທູ້
໒໒໕ ໂພສ
ນັກການກະທູ້


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ DD2ITLAOS ຂຽນວ່າ...
download driver dell inspiron 5520

ຂອບໃຈຫຼາຍໆ