ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ສະບາຍດີໝູ່ພັນລາວ ໃຜ່ຮູ້ວິທີແກ້ ກະເຈົ້າບ໋ອກ ເຟສດ ກັບຢູທູບແດ່

໑ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ຫ້ອງການຂ້ອຍກະເຈົ້າບ໋ອກເຟສດ ກັບ ຢູທູບ ຂ້ອຍເອົາໂປຣແກຣມ hotspot ກັບ VPN ມາລົງລະຫຼີ້ນໃດ້2ມື້ກະເຈົ້າກະບ໋ອກອີກ ລະຢາກຮູ້ວ່ານອກຈາກ2ໂຕນີ້ແລ້ວຍັງມີໂຕໃດອີກບໍ່ຊ່ວຍບອກແດ່ ຂອບໃຈ


໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ຫ້ອງການເຈົ້າມີເຄື່ອງເຊີເວີ້ແມ່ນບໍ່!? ມີພະນັກງານ ໄອທີ ຄຸມຢູ່ແມ່ນບໍ່!?
ຖ້າເປັນແນວນັ້ນ ສະແດງວ່າຖືກກັນໄອພີເຄື່ອງຂອງເຈົ້າບໍ່ໃຫ້ສາມາດຫຼຶ້ນອັນອື່ນໄດ້ ແນະນຳໃຫ້
“ຊວນ ພງ ໄອທີຫັ້ນ ໄປນັ່ງດື່ມເບຍເຍັນໆ...ຊວນກັນລົມມ່ວນໆ ລະກະຕົວະໃຫ້ລາວປ່ອຍໄປອພີໃຫ້”...

ມີພຽງຮັກແທ້ໃຜແນ່ຊິມາເອົາ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
hidemyass ບໍ່ໄດ້ບໍ
ປະເທດຈີນຍັງ block facebook
ເຂົາຫລິ້ນ facebook ຜ່ານໂປຣແກຣມເສີມ
ບໍ່ຈື່ວ່າໂປຣແກຣມຫຍັງ


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຊ້ ໂປ​ແກ້ມ​ນີ້​ເດີ້ CYBERGHOST

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ໃຊ້Proxy ຫຼື ໂປ​ແກມພວກUltrasurf ແຕ່ຕ້ອງເຈົ້າໃຈວ່າ ການໃຊ້ພວກນີ້ເພື່ອທະລຸFirewallຂອງບໍລິສັດ ເພື່ອໄປຫຼິ້ນເວັບຕ່າງໆ
ເຮົາກຳລັງຝ່າຝືນກົດຄວາມປອດໄພໃນຂ້ອມູນແລະຊັບສິນຂອງບໍລິສັດເດີ


໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ເຂົ້າໄດ້ລະຫວາ!!!

ມີພຽງຮັກແທ້ໃຜແນ່ຊິມາເອົາ

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ຫ້ອງການເຂົາໃຫ້ເຮົາໄປເຮັດວຽກໃຫ້ ບໍແມ່ນໃຫ້ເຮົາໄປນັ່ງຫລິ້ນເຟສບຸ໊ກ + ເບິ່ງຍູທູບ ໃນຫ້ອງການ
ຖ້າບໍລິສັດບ໋ອກກໍ່ສະແດງວ່າບໍລິສັດບໍຕ້ອງການໃຫ້ໃຊ້ເວລາໃນຫ້ອງການເຮັດເລື່ອງສ່ວນຕົວ
ດັ່ງນັ້ນບໍຄວນຈະຫລິ້ນ ເພາະຖ້າຫົວໜ້າເຫັນຜົນເສຍຄືເຮົາ


໔ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ເຂົາຫ້າມກາຢ່າໄປຫຼິ້ນເທາະເອົາເວລາໄປເຮັດວຽກດີກວ່າ ຫຼື ບໍ່ຊັ້ນກາຫຼີ້ນຢູ່ມືຖືເອົາ ເອົານີ້ບໍ່ຕ້ອງມີໃຫບອກ


໑໓ ກະທູ້
໒໘໑ ໂພສ
ນັກການກະທູ້
ຍ້ອນຫຍັງພະນັກງານໃນຫ້ອງການຈື່ງບ໋ອກ facebook ແລະ youtube ບໍ່ໃຫ້ເຈົ້າຫຼີ້ນ ຍ້ອນວ່າເຈົ້າຫຼີ້ນໃນໂມງການແມ່ນບໍ່

ຮ່າກວ່າທຸກເທື່ອ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດຝ່າຝືນກົດລະບຽບເຖີງສິຮູ້ກະບໍ່ບອກ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !