ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ແກ້ປັນຫາ WiFi Limited ວິນໂດ 8/8.1

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ປັນຫາຫນຶ່ງທີ່ ວິນໂດ 8, ວິນໂດ 8.1 ແລະ ລວມໄປຮອດ ວິນໂດ 10 ມັກພົບແມ່ນ ເມື່ອເຂົ້າເຊື່ອມຕໍ່ WiFi ບາງບ່ອນ
ແທນທີ່ຈະຂຶ້ນວ່າ Connected ກໍກາຍເປັນຂຶ້ນ Limited ເຊິ່ງເຮັດໃຫ້ເຮົາບໍ່ສາມາດເຊື່ອມຕໍ່ໂນດບຸກ ຫລື ເນັດບຸກກັບ
ສັນຍານ WiFi ດັ່ງກ່າວນັ້ນໄດ້ເລີຍ ປັນຫາດັ່ງກ່າວແມ່ນຍ້ອນ ໄດຣເວີຮັບສັນຍານຂອງເຄື່ອງເຮົາຫລ້າສະໄຫມນັ້ນເອງ
ດັ່ງນັ້ນສິ່ງທີ່ເຮົາຄວນເຮັດຄື ກວດກາເບິ່ງ ຊື່ ແລະ ຫລຸ້ນຂອງໄດຣເວີ ແລ້ວທຳການຊອກຫາແລະຕິດຕັ້ງ ຫລຸ້ນທີ່ໃຫມ່ກວ່າ
ສຳລັບໄດຣເວີຊື່ດັ່ງກ່າວ.
ໄປເບິ່ງຕົວຢ່າງວີດີໂອ


ຫາກເບິ່ງບໍ່ໄດ້ ໄປເບິ່ງໂດຍກົງຢູ່ຢູທູບ


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ສຳລັບໃຜທີ່ມີປັນຫາໃນການອັບເດດໄດຣເວີດັ່ງກ່າວດ້ວຍການຕິດຕັ້ງແບບທຳມະດາ
ໃຫ້ໄປອັບເດດຢູ່ Device Manager ຄືເຮັດດັ່ງນີ້ :
1 - ຄລິກຂວາທີ່ປຸ່ມ Start Menu>Divice Manager>Network Adaptor
2 - ຄລິກຂວາໃສ່ໄດຣເວີຂອງເຮົາ ເຊັ່ນ:
Broadcom 802.11n Network Adapter
Qualcomm Atheros .........
ແລ້ວເລືອກ Update Driver Software...> Browse my computer fordriver software> Browse ໄປໃສ່ບ່ອນເກັບ
ໂຟນເດີໄດຣເວີຫລຸ້ນໃຫມ່ທີ່ເຮົາດາວໂຫລດມາແລະແຕກໄຟລ໌ແລ້ວນັ້ນ ແລ້ວ ຄລິກ ok ຕໍ່ໄປກໍ່ຄລິກ Next ເພື່ອຕິດຕັ້ງຈົນແລ້ວ.
ເມື່ອອັບເດດໄດຣເວີສົມບູນແລ້ວ ກໍ່ສາມາດເຊື່ອມຕໍ່ WiFi ໄດ້ເລີຍ ບໍ່ມີປັນຫາ ໄວໄຟ Limited ອີກຕໍ່ໄປ.


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
WiFi Limited windows 8, 8 1 or 10 ວິທີແກ້

ຫາກເບິ່ງແລ້ວວ່າເປັນປະໂຫຍດ ກະຊ່ວຍກົດມັກໃຫ້ແນ່ເດີທີ່ຢູທູບ ຂອບໃຈເດີ!


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທີ່ແບ່ງປັນ

ຮັກແທ້ຄືແມ່