ກະທູ້ມາໃໝ່ | ຫມວດ | ເທັກໂນໂ... » ບັນຫາຄອມ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
1 - ດາວໂຫລດແລະຕິດຕັ້ງປລັກອິນທີ່ຊື່ວ່າ Windows Media Player Firefox Plugin ແລະ ໃນຂະນະຕິດຕັ້ງໃຫ້ປິດບຣາວເຊີອື່ນໆໄວ້ກ່ອນ ເຫລືອໄວ້ແຕ່ Firefox ໂຕດຽວ. 2 - ປິດ Firefox ຢ່າງສົມບູນ ດ້ວຍການກົດປຸ່ມ settings (ມຸມຂວາເທິງ) ແລ້ວເລື່ອນລົງມາກົດປຸ່ມສັນຍາລັກ ພາວເວີອອຟ 3 - ເປີດ Firefox ຂຶ້ນມາໃຫມ່ 4 - ພິມຫລືກອບປີ້ເອົາ about:config ໄປໃສ່ທີ່ໂລເຄຊັນບາ(ບ່ອນ URL) ແລ້ວກົດເອັນເຕີ 5 - ເຈີຂໍ້ຄວາມແຈ້ງເຕືອນ ກໍໃຫ້ຄລິກໃສ່ "I'll be careful, I promise!" ເພື່ອດຳເນີນການຕໍ່ 6 - ພິມຫລືກອບປີ້ເອົາຄຳວ່າ plugins.load_appdir_plugins ໄປໃສ່ບ່ອນຄົ້ນຫາ(Search)ຢູທີ່ນັ້ນ. 7 - ດັບເບິ້ນຄລິກໃສ່ plugins.load_appdir_plugins ເພື່ອປ່ຽນ value ຈາກ false ໃຫ້ກາຍເປັນ true 8 - ປິດ Firefox ຢ່າງສົມບູນ ດ້ວຍການກົດປຸ່ມ settings (ມຸມຂົວເທິງ) ແລ້ວເລື່ອນລົງມາກົດປຸ່ມສັນຍາລັກ ພາວເວີອອຟ 9 - ໃຊ້ໄດ້! ທົດສອບເປີດວິທະຍຸອອນໄລທີ່ ວິທະຍຸກະຈາຍສຽງແຫ່ງຊາດລາວ |
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
|