 ຂຽນເມື່ອ ຫລາຍກວ່າ 8 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 8 ປີ ກ່ອນໜ້ານີ້
ລອງໃຊ້ວິທີ Shrink Volume
ໄປທີ່ Disk Mannagement ແລ້ວຄລິກຂວາໃສ່ໄດຣທີ່ຕ້ອງກ່ານແບ່ງ ເຊັ່ນໄດຣ (C:) ຈາກນັ້ນເລືອກ Shrink Volume
ແລ້ວໃສ່ຕົວເລກຈຳນວນ(ຄິດເປັນ MB) ທີ່ຕ້ອງການແບ່ງອອກໃຫ້ເປັນອີກໄດຮຫນຶ່ງນັ້ນ.
ຈະສັງເກດວ່າ ໄດຣທີ່ແບ່ງອອກໄປຈະເປັນ Unallocated ປາກົດຢູ່ຂ້າງຂວາຖັດໄປຈາກໄດຣທີ່ຖືກແບ່ງ(C:) ສະເຫມີ
ຫລັງຈາກນັ້ນເຮົາກໍ່ຄລິກຂວາໃສ່ໄດຣ(Unallocated)ທີ່ແບ່ງອອກແລ້ວນັ້ນ ເພື່ອສ້າງ New Simple Volume ໄດ້ເລີຍເຊັ່ນສ້າງເປັນໄດຣ (H:)
ຫາກວ່າ Unallocated ທີ່ກຳລັງຈະສ້າງໃຫ້ເປັນໄດຣ (H:)ມັນກຳລັງຈະກາຍເປັນໄດຣທີ 5 ເຊິ່ງເຮົາຕ້ອງໄດ້ໃຊ້ໂປຣແກມແບ່ງ Partition
ເຊັ່ນ MiniTool Partition Wizard Home Edition ເຂົ້າມາຊ່ວຍ ມັນຟຣີ, ໂປຣແກຣມນີ້ໃນຂັ້ນຕອນສຸດທ້າຍຕ້ອງກົດ Apply ມຸມຊ້າຍເທິງ.
ສ່ວນເວລາຈະເອົາກັບເຂົ້າມາລວມກັນຄືນເຊັ່ນ ລຶບ(H:) ເຂົ້າໃສ່(C:) ກໍໃຫ້ໄປທີ່ Disk Mannagement
ແລ້ວຄລິກຂວາໃສ່ເຊັ່ນໄດຣ (H:) ແລ້ວ Delete Volume>yes ຂໍ້ມູນຢູ່ (H:) ຈະຫາຍກ້ຽງ
ຈາກນັ້ນ ຄລິກຂວາໃສ່ອີກຄັ້ງແລ້ວ Delete Partition...>yes
ເພື່ອເຮັດໃຫ້ກາຍເປັນ Unallocated ຕໍ່ມາ ຄລິກຂວາໃສ່ໄດຣທາງຊ້າຍເຊັ່ນໄດຣ (C:) ແລ້ວເລືອກ Extended Volume ເພື່ອດູດເອົາ
Unallocated ທີ່ຢູ່ທາງຂວາເຂົ້າມາໂຮມກັນ.
|