ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » Bitcoin(ບິດຄອຍ) ສະກຸນເງິນດິຈິຕອນ ວິວັດທະນາການທານາການທາງການເງິນຂອງໂລກ

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ສະບາຍດີຊາວພັນລາວທີ່ໜ້າຮັກທຸກທ່ານ.

ຫຼາຍໆທ່ານອາດສົງໃສ ວ່າ ສະກຸນເງິນດິຈິຕອນແມ່ນຫຍັງ? ແລະ ເຮົາຈະທຳເງິນກັບມັນໄດ້ຈັ່ງໃດ?
OK! ສະກຸນເງິນດິຈິຕອນ ຫຼື ອິກຊື່ໜຶ່ງວ່າ ຄຣິບໂຕເຄີເຣນຊີ(Cryptocurrency) ແລະທ່ານອາດເຄີຍໄດ້ຍິນຄຳວ່າ Bitcoin(ບິດຄອຍ) ມາແລ້ວ. ຖ້າຈະໃຫ້ອະທິບາຍແບບລະອຽດຄົງຈະໄຊ້ເວລາຫຼາຍເກິນໄປ ເພາະອະທິບາຍໄປກໍ່ເຂົ້າໃຈໄດ້ຍາກ ເອົາເປັນວ່າໄຫ້ເຂົ້າໃຈງາ່ຍໆວ່າ:
ມັນເປັນວິວັດທະນາການທາງການເງິນແບບດຽວກັນກັບມະນຸດທີ່ມີວິວັດທະນາການເປັນລ້ານໆປີ ເງິນກໍ່ເຊັ່ນດຽວກັນ ຫຼາຍຮ້ອຍປີທີ່ຜ່ານມາມະນຸກແລກປ່ຽນສິນຄ້າກັນດວ້ຍ ຄຳ,ເງິນ ແລະ ທອງແດງ ເມື່ອເວລາຜ່ານໄປ ຈື່ງເລີ່ມມາໄຊ້ທະນາບັດ ຫຼື ເງິນຈ້ຽຍແທນ ຫຼັງຈາກນັ້ນຈື່ງເລີ່ມມີ ບັດ Credit(ເຄຣດິດ), ບັດ Debit(ເດບິດ) ແລະ ເລີ່ມມີການໄຊ້ຈ່າຍເງິນທາງອອນໄລນ ເຊັ່ນ: Paypal ຂັ້ນຕໍ່ມາກະຄື "ສະກຸນເງິນດິຈິຕອນ" ເຊິ່ງສະກຸນເງິນທຳອິດກະຄື Bitcoin(ບິດຄອຍ) ນັ້ນເອງ.
ປັດຈຸບັນ ສະກຸນເງິນດິຈິຕອນມີຫຼາຍສະກຸນ ເຊິ່ງນິຍົມສຸງສຸດແມ່ນ Bitcoin(ບິດຄອຍ) ລາຂອງສະກຸນເງິນດິຈິຕອນ ກະມີຂື້ນມີລົງຄືກັບສະກຸນເງິນຕ່າງໆ ແລະ ອັດຕາລາຄາຂອງບິດຄອຍນະປະຈຸບັນປະມານຢູ່ທີ່ 1 Bitcoin = $ 726.70 ແລະ ຈະສຸງຂື້ນເລື່ອຍໆ.

ເຮົາຈະຫາ Bitcoin(ບິດຄອຍ)ໄດ້ແນວໃດ?
ປັດຈຸບັນການຫາ ບິດຄອຍ ມີຫຼາຍວິທີດັ່ງນີ້:
1. ຫາເກັບບິດຄອຍຕາມເວັບຟຣີຕ່າງ
2. ແລກປ່ຽນ ບິດຄອຍ ຕາມເວັບທີ່ມີການຊື້ຂາຍບິດຄອຍ
3. ການຂຸດເໝືອງ ຫຼື Mining ເຊິ່ງການຂຸດເໝືອງບິດຄອຍນີ້ ບໍ່ແມ່ນຄຸດແບບ ບໍ່ເງິນບໍ່ຄຳ ຄືກັບ ພູເບ້ຍ ຫຼື ເຊໂປນ ແຕ່ຢ່າງໄດ. ແຕ່ເປັນການຂຸດດ້ອຍຄອບພິວເຕີ້. ແມ່ນແລ້ວໄຊ້ຄອມພິວເຕີຂຸດເໝືອງ ເຊີ່ງການຂຸດທີ່ວ່ານີ້ ແມ່ນການຂຸດ ລະຫັດລັບອາກໍຣີທືມຈຳນວນ 21 ຫຼັກ ເຊີ່ງລະຫັດອາກໍຮີທືມທີ່ວ່ານີ້ແຫຼະສາມາດເອົາມາແລກເປັນເງິນໄດ້.
ການຂຸດເໜືອງ ຫຼື Mining ມີຢຸ່ 3 ວິທີ ທີ່ນິຍົມ
1. ການຂຸດແບບ ໄຊ້ Hardware ເປັນການຂຸດແບບໄຊ້ງົບປະມານຫຼາຍໃນການຊື້ອຸປະກອນ ເຊີ່ງບໍ່ແນະນຳ
2. ການຂຸດແບບ ໄຊ້ Software ເປັນການຂຸດແບບໄຊ້ Program ເຊີ່ງ ໄຊ້ໂປຣແກຣມສະເພາະໃນການຂຸດ ແລະ ຕ້ອງໄດ້ໄຫ້ຄອມພິວເຕ້ທຳງານຕະຫຼອດເວລາ ແລະ ອາດຈະເຮັດໄຫ້ຄອມພິວເຕີສາມາດເພໄດ້
3. ການຂຸດແບບ Cloud Mining ເປັນການຂຸດແບບບໍ່ຕ້ອງເປິດຄອບປະໄວ້ຄືກັບແບບທີ່ 2 ພຽງແຕ່ເຮົາເຂົ້າໄປຈັດການເອງໃນ Server ຂອງຜູ້ໄຫ້ບໍລີການ Mining ແລ້ວໄຫ້ມັນຂຸດເອງເລີຍຕະຫຼອດ 24 ຊົ່ວໂມງ. ແຕ່ຕ້ອງໄດ້ລົງທືນຝາກ Bitcoin ຫຼື ເງິນ ເພື່ອຊື້ກຳລັງໃນການຂຸດໄດ້ຂຸດໄດໄວລົງທືນຫຼາຍໄດ້ຫຼາຍ. ຂ້າພະເຈົ້າແນະນຳເລີຍວິທີນີ້
ແນະນຳ 2 ເວັບທີ່ໄຫ້ບໍລິການ Mining ທີ່ຮັບຄວາມນີຍົມຫຼາຍໃນທົ່ວໂລກ
1. Tomine.io
2. HasOcean.com

ກ່ອນທີ່ຈະເລີ່ມເຮັດທຸລະກຳກັບສະກຸນເງິນດິຈິຕອນຈະຕ້ອງມີຫຍ້ງແດ່?
1. ສຶກສາກ່ອນບິດຄອຍແມ່ນຫຍ້ງ?
2. ກະເປົາບິດຄອຍ ຫຼື Bitcoin wallet
3. Enjoy!!


ຜິດຜາດປະການໄດ ຂໍອະໄພມນະທີ່ນີ້

ຂອບໃຈ!!


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍວ່າ ໃຫ້ຄົນເກັ່ງໆ ທັງຫລາຍ....ເອົາເວລາໄປຄົ້ນຫາວິທີ່ ແກ້ໂລກຮ້ອນຈະດີກວ່າ ເພາະທຸກມື້ນີ້ ອາກາດຮ້ອນຫລາຍ ຍາມແລ້ງກະບໍ່ມີຮອດນ້ຳປະປາ ຍາມຝົນກະຫລາຍຈົນຖ້ວມ......ມັນສຳຄັນກວ່າເງິນຄຳອີກ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
Swis coin, Leo coin ຮອດລາວແລ້ວ


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຂ້ອຍວ່າ ໃຫ້ຄົນເກັ່ງໆ ທັງຫລາຍ....ເອົາເວລາໄປຄົ້ນຫາວິທີ່ ແກ້ໂລກຮ້ອນຈະດີກວ່າ ເພາະທຸກມື້ນີ້ ອາກາດຮ້ອນຫລາຍ ຍາມແລ້ງກະບໍ່ມີຮອດນ້ຳປະປາ ຍາມຝົນກະຫລາຍຈົນຖ້ວມ......ມັນສຳຄັນກວ່າເງິນຄຳອີກ

ກະແມ່ນ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ໄລຍະນີ້ btc ລາຄາຂຶ້ນແຮງ ເສຍດາຍບໍ່ໄດ້ຊື້ໄວ້ແຕ່ດົນ 55


໓ ກະທູ້
໑໖໘ ໂພສ
ນັກການກະທູ້
ຂຸດຢູ່ນີ້ເດ: http://www.mmmglobal.org/ ເຄີຍບໍ
ຫລື Fb.: MMM Global Laos ສັງຄົມແຫ່ງການແບ່ງປັນ


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Ninu ຂຽນວ່າ...
ຂຸດຢູ່ນີ້ເດ: http://www.mmmglobal.org/ ເຄີຍບໍ
ຫລື Fb.: MMM Global Laos ສັງຄົມແຫ່ງການແບ່ງປັນ

ຍັງບໍ່ເຄີຍລອງເທື່ອ ຂ້າພະເຈົ້າຈະລອງສຶກສາກ່ອນ
ຂອບໃຈທີ່ແນະນຳ


໑໕ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ
ດີແຕ່ຂາຍອອກຕອນbitcoin ມັນຂື້ນ750$ ຕືນເຊົ້າມາມັນລົງ 650$ ຕອນຂ້ອຍຊື 623$ ໄດ້ກຳໄລໄປຫລາຍເຕີບ

www.satoshi250.com
freemoney on faucetbox

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ເປັນຄວາມຮູ້ໃໝ່ ທີ່ຈະຕ້ອງໄດ້ສຶກສາເພີ່ມເຕີມແລ້ວລະ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໓ ກະທູ້
໑໖໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ ToonSSV ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Ninu ຂຽນວ່າ...
ຂຸດຢູ່ນີ້ເດ: http://www.mmmglobal.org/ ເຄີຍບໍ
ຫລື Fb.: MMM Global Laos ສັງຄົມແຫ່ງການແບ່ງປັນ

ຍັງບໍ່ເຄີຍລອງເທື່ອ ຂ້າພະເຈົ້າຈະລອງສຶກສາກ່ອນ
ຂອບໃຈທີ່ແນະນຳ



https://www.facebook.com/siwiscoinlao/?pnref=story.unseen-section
https://www.facebook.com/monkanousak.xaipouvong?fref=ts