ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ຂໍຖາມຜູ້ຮູ້ຫຼືຜູ້ເຄີຍໃຊ້ aircard ແນ່ວ່າໃຊ້ຢູ່ລາວເຮົາໄດ້ບໍ

໔ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຕາມຄຳຖາມໃນຫົວຂໍ້ເລີຍ ຜູ້ໃດເຄີຍໃຊ້ aircard ແນ່ວ່າໃຊ້ຢູ່ລາວເຮົາໄດ້ບໍ ຖ້າໃຊ້ໄດ້ ໃຊ້ໄດ້ກັບເບີໃດ
ຢາກຮູ້ແທ້ໆບາງເທື່ອຊິຊື້ມາໃຊ້ຄັນໃຊ້ໄດ້ນາ


໖ ກະທູ້
໘໘໖ ໂພສ
ຊຳນານການເວັບບອດ
ກາຂອງລາວ ໂທລະຄົມຫັນເດ Internet 3G ບໍ່ໃຊ້ສາຍບ່ອນໄດ້ມີສັນຍານໂທລະຊັບກາໃຊ້ໄດ້ຫັນລະ
ລາຄາປະມານ 600,000₭ ຄ່າອຸປະກອນ ລະຄ່ານຳໃຊ້ ແລະ ລາຍລະອຽດຕ່າງໆໄປເບີງທີ່ນີ້ລະຄິກເລີຍ


໔ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ແມ່ນຕ້ອງໃຊ້aircard ຂອງລາວໂທລະຄົມຫວະ ແລ້ວຄ່ານຳໃຊ້ອິນເຕີເນ້ດເດເພິ່ນຄິດໄລ່ແນວໃດ
ຫມາຍເຫດ ລິ້ງທີ່ອ້າຍໃຫ້ມານັ້ນມັນໃຊ້ບໍ່ໄດ້


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຂອງລາວໂທລະຄົມເບິ່ງໃນ http://laotel.com/hotspot.php ເດີ້
ໃຊ້ AirCard ຂອງ Sierra ກໍໄດ້ ມີຄົນຂາຍຢູ່ເວັບລາວຊ້ານຳ ໄປເບິ່ງໄດ້ທີ່ http://www.laozaa.com/viewthread.php?tid=9154

ອັນທີ່ຈິງ ໃຊ້ໃນມືຖືທີ່ຮອງຮັບ 3G ກໍໄດ້ຄືກັນ ຂພຈ ກໍໃຊ້ໃນ Nokia 5800 ເປັນປະຈຳ


໖ ກະທູ້
໘໘໖ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ somkhith ຂຽນວ່າ...
ແມ່ນຕ້ອງໃຊ້aircard ຂອງລາວໂທລະຄົມຫວະ ແລ້ວຄ່ານຳໃຊ້ອິນເຕີເນ້ດເດເພິ່ນຄິດໄລ່ແນວໃດ
ຫມາຍເຫດ ລິ້ງທີ່ອ້າຍໃຫ້ມານັ້ນມັນໃຊ້ບໍ່ໄດ້


ກະໄດ້ຕົວຫັນລອງໄໝ່ເບິງ


໔ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
585000ນີ້ແມ່ນລາຄາສະເພາະຕິດຕັ້ງແມ່ນບໍ ສ່ວນຕາຕະລາງດ້ານລຸ່ມນັ້ນຄືອັດຕາຄ່າບໍລິການແມ່ນບໍ ແລ້ວຖາມວ່າຫນຶ່ງມື້ໃຊ້ໄດ້ບໍ່ຈຳກັດຊົວໂມງແມ່ນບໍ ແລ້ວຄວາມໄວລະ ໄວປານໃດນໍ


໖ ກະທູ້
໘໘໖ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ somkhith ຂຽນວ່າ...
585000ນີ້ແມ່ນລາຄາສະເພາະຕິດຕັ້ງແມ່ນບໍ ສ່ວນຕາຕະລາງດ້ານລຸ່ມນັ້ນຄືອັດຕາຄ່າບໍລິການແມ່ນບໍ ແລ້ວຖາມວ່າຫນຶ່ງມື້ໃຊ້ໄດ້ບໍ່ຈຳກັດຊົວໂມງແມ່ນບໍ ແລ້ວຄວາມໄວລະ ໄວປານໃດນໍ


ກະຕາມຕາຕາລາງຫັນລະ ສ່ວນອັດຕາການໂຫວດຂໍມູນຫັນປະມານ 2 -3 Mb ນິລະ
ລະໃຊ້ແບບຕາມໃຈຫຼືເວົ້າງ່າຍແບບອິດສະຫຼະດາວໂຫຼວດຂໍມູນບໍ່ຈຳກັດໃຊ້ໜ້ອຍໃຊ້ຫຼາຍເສຍສຳຕາຕາລາງຫັນລະ


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
3G ລາວໂທລະຄົມໂຄດໄວເລີຍ ໂຫຼດເປັນໂຫຼດ


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງນີ້ນຳບໍ່ທັນຊ້ຳ

ຄົນຄິດຮອດບ້ານ

໖ ກະທູ້
໘໘໖ ໂພສ
ຊຳນານການເວັບບອດ
^
^
ພະຍາຍາມເດີ


໒ ກະທູ້
໓໕ ໂພສ
ຂາປະຈຳເວັບບອດ
ຂ້ອຍກະໃຊ້ 3G Internet. ເຮົາສາມາດຊື້ 3G RouterWireless ມາແຊກັນກະໄດ້