ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ການ Config ຄ່າຂອງ Kaspersky Internet Security 2009

໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການ Config ຄ່າຕ່າງໆສຳຫລັບ KIS ຫລື Kaspersky Internet Security 2009
ຫລາຍໆຄົນອາດຈະງົງ ວ່າລະຫວ່າງ 2 ໂຕນີ້ Kaspersky Internet Security ແລະ Kaspersky Antivirus ມັນຕ່າງກັນແນວໃດ ແລະ ກໍ່ຈະໃຊ້ໂຕໃດດີ ມັນຈະຕ່າງຈາກ Kaspersky Antivirus ກໍ່ບ່ອນທີ່ວ່າ Kaspersky Internet Security ຈະມີເມນູ option ຫລາຍກວ່າ ຈະເພີ່ມພວກ ປ້ອງກັນໄວຣັດທີ່ມາຈາກອິນເຕີເນັດ, ເວັບໄຊທ໌ ແລະ ບອຼ໋ກປ໋ອບອັບໂຄສະນາຕ່າງໆໄດ້ອີກຫລາຍໆຢ່າງ ແຕ່ເຄື່ອງຈະອືດກວ່າໃຊ້ Kaspersky Antivirus ຖ້າຫາກມີ RAM ສູງກະບໍ່ມີບັນຫາ ແຕ່ຖ້າ RAM ຕ່ຳກະຂໍແນະນຳໃຫ້ໃຊ້ Kaspersky Antivirus 7.0 ຫລືບໍ່ກະ Kaspersky Internet Security 7.0 ດີກວ່າ ແລະ ກະຍັງບໍ່ຫຍຸ້ງຢາກຄືໂຕ 2009.
ສຳຫລັບການຕັ້ງຄ່າຕ່າງໆ ແມ່ນຢາກໃຫ້ອ່ານໃຫ້ຫມົດກ່ອນເພື່ອໃຫ້ເຂົ້າໃຈກ່ອນຢ່າຟ້າວເຮັດຕາມ ອ່ານແລ້ວຈະຕັ້ງຄ່າຕາມທີ່ຂ້າພະເຈົ້າບອກກໍ່ໄດ້

ວິທີໃຊ້ກໍ່ຄື ໃຫ້ຄຼິກຂວາໃສ່ໄອຄອນມັນຢູ່ລຸ່ມຂວາມືສຸດ ເພື່ອເປີດໂປຣແກຣມຂື້ນມາ ເລືອກ Notification ເອົາເຄື່ອງຫມາຍຖືກອອກບ່ອນ Enable events notification ແລ້ວກົດ Apply ຕາມຮູບເລີຍ

[img]null[/img]

ຕັ້ງຄ່າບໍ່ໃຫ້ມັນບັນທຶກ Report ຫລາຍເກີນໄປ ຄຼິກໄປທີ່ Reports ດ້ານຊ້າຍມື ຕາມຮູບເລີຍ ແລ້ວລະກະກົດ Apply



ຕັ້ງຄ່າວ່າຈະໃຫ້ມັນກວດສອບແນວໃດ ກັບ process ທີ່ຕ້ອງສົງໃສວ່າຈະເປັນໄວຣັດຄຼິກທີ່ Protection ດ້ານຊ້າຍມື ແລ້ວມາດ້ານຂວາມື ສັງເກດຊ່ອງ 3 ກັບ 4

ຖ້າຕິກໃສ່ທັງສອງຊ່ອງຄືຈະຈັດການອັດຕະໂນມັດ ແຕ່ບໍ່ລຶບໄຟລ໌ທີ່ຕ້ອງສົງໃສ ແຕ່ຈະບຼອ໋ກໄວ້ ຫລື ກັກໄວ້
ຖ້າຕິກຖືກໃສ່ແຕ່ຊ່ອງ 3 ຊ່ອງດຽວ ຄືຈະລຶບອັດຕະໂນມັດເລີຍເມື່ອເຈິໄຟລ໌ ທີ່ຄິດວ່າເປັນໄວຣັດ
ຖ້າບໍ່ຕິກໃສ່ 3-4 ຄືເມື່ອເຈິໄຟລ໌ທີ່ສົງໃສ ກໍ່ຈະມີຂື້ນມາຖາມວ່າຈະຈັດການກັບໄຟລ໌ພວກນີ້ແນວໃດ



ສຳຄັນເລີຍໂຕນີ້ ເຫັນຫລາຍໆຄົນອາດຈະບໍ່ຮູ້ລະກະຕິກໄປມົ້ວພໍໃຫ້ມັນຫາຍໄປຊື່ໆ

ຖ້າເຮົາຕັ້ງຄ່າໃຫ້ມັນຂື້ນມາຖາມເຮົາວ່າຈະຈັດການແນວໃດດີກັບໄຟລ໌ນີ້ ກໍ່ຈະມີຫນ້າຕ່າງຂື້ນມາເຕືອນ ຕາມຮູບຕົວຢ່າງນີ້ ມັນຂື້ນມາຟ້ອງວ່າໂປຣແກຣມ qq ເປັນໄວຣັດ ຫລື ອາດບໍ່ເປັນ ແຕ່ຄວາມຈິງແລ້ວມັນບໍ່ແມ່ນດອກ ພຽງແຕ່ Kasper ມັນກວດເຫັນຄຳສັ່ງຫລືການທຳງານຂອງໄຟລ໌ນີ້ຄ້າຍໆກັບໄວຣັດ ຈຶ່ງເດັ້ງເຕືອນຂື້ນມາ ເຮົາຕ້ອງແນ່ໃຈວ່າໄຟລ໌ນີ້ມັນເປັນໄຟລ໌ຂອງໂປຣແກຣມ ຫລື ໄວຣັດກັນແທ້ ອິອິອິ ຕ້ອງອາໃສຄວາມຮຼ້ ລະກະຕ້ອງຄິດໄປແດ່ ຖ້າແນ່ໃຈວ່າເປັນ Virus ກະກົດ Delete ໄປເລີຍ ຖ້າບໍ່ກະກົດ Block ໄປກ່ອນ(ບາງຄັ້ງອາດຈະມີ option ມາໃຫ້ເລືອກເປັນ Allow ກັບ Block ເທົ່ານັ້ນ ຖ້າຮຼ້ແນ່ນອນວ່າເປັນໄຟລ໌ຂອງລະບົບຫລືໂປຣແກຣມ ກໍ່ກົດເລືອກ Allow ໄດ້ເລີຍ).



ຖ້າຫາກເຮົາຕັ້ງຄ່າໃຫ້ມັນລຶບໄຟລ໌ໄວຣັດຫລື ກັກໄຟລ໌ໄວ້ ອັດຕະໂນມັດໄປເລີຍໂດຍບໍ່ຕ້ອງແຈ້ງເຕືອນ
ເມື່ອເຮົາເປີດໂປຣແກຣມ QQ ວິນໂດຈະຟ້ອງວ່າ ບໍ່ສາມາດຫາໄຟລ໌ທີ່ທ່ານເປີດພົບ ເພາະວ່າໂປຣແກຣມ Kaspersky ໄດ້ຈັບໂຕ QQ ໄປກັກຂັງຮຽບຮ້ອຍລໍຖ້າຄົນມາຮັບປະກັນ ແຮະ22


ຖ້າເປັນແນວນີ້ ທ່ານກະຕ້ອງໄປເປີດເບີ່ງວ່າ ມັນແອບກັກໂປຣແກຣມອີ່ຫຍັງຂອງເຮົາໄປແດ່ໂດຍການດັບເບີ້ນຄຼິກທີ່ໄອຄອນທາງລຸ່ມຂວາມື ແລ້ວຄິຼກແທ໋ບສີແດງ ຫລື ສີເຫລືອງຍາວໆຕາມຮູບ


ແລ້ວຄຼິກແທ໋ບ Detected threats ແລ້ວລະກະເລືອກຄຼິກຂວາໃສ່ໂປຣແກຣມຂອງເຮົາ ເລືອກ Restores ເດີ້ ເພື່ອເອົາໂປຣແກຣມກັບໄປໄວ້ທີ່ເດີມ ແຕ່ເຮົາຍັງເປີດໂປຣແກຣມບໍ່ໄດ້ເທື່ອເດີ້ ເບີ່ງຮູບໄປກ່ອນ


ຖ້າມັນຂື້ນແທ໋ບສີແດງຈະບໍ່ມີ option Restore ໃຫ້ເລືອກ ແຕ່ຈະເລືອກໂຕ Add to exclusions ແທນດັ່ງຮູບ


ກັບໄປກົດໃສ່ປຸ່ມແດງຍາວໆຢຼ່ເທິງອີກເທື່ອ 1 ເລືອກ System Security  Setting
ແລ້ວຄຼິກລາກ QQ ໄປໃສ່ໂຟລ໌ເດີ Trusted ສັງເກດວ່າຢູ່ບັນທັດຂອງ QQ ຈະມີເຄື່ອງຫມາຍກາກບານ(ຫມາຍຄູນ)ສີແດງຢູ່ ໃຫ້ຄຼິກຂວາເລືອກ Allow ທັງ 4 ອັນເລີຍເດີ້


ຜົນອອກມາກໍ່ຈະໄດ້ຄືໃນຮູບເລີຍ ບາດນີ້ແຫລະ ກະສາມາດໃຊ້ QQ ໄດ້ແລ້ວ


ເປັນອັນວ່າ*********ນສຸດ ຜູ້ໃດມີແນວເພີ່ມເຈີມ ຫລື ບໍ່ເຂົ້າໃຈໂຕໃດກໍ່ສາມາດໂພສ໌ເຂົ້າມາຖາມໄດ້ ຜິດພາດໂຕໃດກະຂໍອະໄພນຳ


Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໑໐ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ແລ້ວ ໂຕແຄັກມີລະຫວ໋າ ທ່ານ

ຢາກໄດ້ນະ