ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ບັນຫາຄອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ບັນຫາຄອມ » ເມື່ອ Kaspersky Internet Security 2009 ບ໋ອກໂປຣແກຣມ ຫລື ເກມ

໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະທູ້ກ່ອນຫນ້າແມ່ນໄດ້ມາແນະນຳວິທີການ Config ຄ່າຕ່າງໆສຳຫລັບ KIS
ບາດນີ້ຈະມາແນະນຳການແກ້ໄຂ ເມື່ອ Kaspersky Internet Security 2009 ບ໋ອກໂປຣແກຣມ ຫລື ເກມ
ການແກ້ໄຂຕັ້ງຄ່າຕ່າງໆນັ້ນແມ່ນໃຫ້ເຂົ້າຄຼິກຂວາໄອຄອນຂອງມັນຂ້າງລຸ່ມຂວ່າສຸດແລ້ວເລືອກ Setting

ຈາກປະສົບການທີ່ເຈິ ກໍ່ຄືມັນໄປບ໋ອຼກເກມຕ່າງໆທີ່ລົງໄວ້ຫມົດເລີຍ ລະກະມີຂໍ້ຄວາມຂື້ນມາເຕືອນຢູ່ບໍ່ເຊົາ ລຳຄານຢູ່ນີ້ແຫລະກະເລີຍໄດ້ວິທີມາແກ້ໄຂ

ໂດຍເຂົ້າໄປ Add to Exclusions ເພື່ອບໍ່ໃຫ້ມັນບອຼ໋ກອີກ

ແຕ່ກະຕ້ອງເຂົ້າ Setting ແລ້ວເຂົ້າຫົວຂໍ້ System Security ດ້ານຊ້າຍມື ລະກະເລືອກ Setting ຂອງໂຕເທິງສຸດ ກໍ່ຈະເຈິຫນ້າຕ່າງຂອງ Rules settings ໃຫ້ເລືອກໄຟລ໌ເກມ ຫລື ໂປຣແກຣມທີ່ມັນບອຼ໋ກ ແລ້ວຄິກໃສ່ Move to -> Trusted ດ້ານລຸ່ມສຸດຂອງຫນ້າຕ່າງ



ກັບມາເຂົ້າເກມຄືນເບີ່ງມັນກະຈະມີຂື້ນມາຖາມຈູ້ຈີ້2-3 ເທື່ອ ແລະ ເຮົາກະຕ້ອງກົດ Allow ເພື່ອໃຫ້ເຂົ້າເກມຕາມທີ່ຕ້ອງການໄດ້ ເປັນແບບນີ້ບໍ່ໄຫວດອກຕ້ອງຫາວິທີເອົາມັນອອກໄປ ລຳຄານເພາະໃນເຄື່ອງລົງໂປຣແກຣມໄວ້ຫລາຍໂພດ ຕ້ອງໄປປິດໂຕ Enable System Security ກ່ອນ ຄາວນີ້ມັນກໍ່ຈະຂື້ນມາຟ້ອງແຕ່ສະເພາະໄຟລ໌ຂອງໄວຣັດ ແຕ່ບໍ່ບອຼັກໂປຣແກຣມຫລືໄຟລ໌ລະບົບຂອງເຮົາ ແຕ່ຫາກບໍ່ລຳຄານກະບໍ່ຕ້ອເອົາອອກ ມັນຟ້ອງນະແຫລະດີແລ້ວ ລະກະໂຕ Enable Firewall ກໍ່ຄວນເອົາອອກ ຈື່ງບໍ່ມີປັນຫາເລື່ອງການ Shere ເຄື່ອງພິມ.


ເພີ່ມເຕີມ
ເຮົາສາມາດເຊັດຄ່າໃຫ້ມັນບອຼັກໄດ້ນຳອີກ ໂດຍໄປທີ່ settings ປຸ່ມທີ່ 2 ແລ້ວໃສ່ຊື່ເວັບທີ່ເຮົາຕ້ອງການ ແຕ່ບໍ່ຕ້ອງໃສ່ WWW. ນຳຫນ້າ ກໍ່ຈະບໍ່ສາມາດເຂົ້າເວັບນັ້ນໄດ້ເລີຍ ສາມາດປ້ອງກັນເດັກນ້ອຍຫລືບຸກຄົນທົ່ວໄປບໍ່ໃຫ້ເຂົ້າເວັບລາມົກໄດ້ນຳອີກ


ແລະຖ້າຢາກສັ່ງໃຫ້ມັນຢຸດການທຳງານຊົ່ວຄາວ ກໍ່ໃຫ້ຄິກຂວາໃສ່ໄອຄອນຂອງມັນແລ້ວເລືອກ Pause Protection ແລ້ວເລືອກຕໍ່ວ່າຈະໃຫ້ມັນ

1. ຢຸດການເຮັດວຽກເປັນເວລາ….
2. ເລີ່ມເຮັດວຽກອີກຄັ້ງເມື່ອເປີດເຄື່ອງໃຫ່ມ
3. ເຮັດວຽກອີກເທື່ອເມື່ອໄດ້ຮັບຄຳສັ່ງຈາກເຮົາ




ບາດນີ້ ຖ້າຢາກກວດສອບວ່າ ຜ່ານມາມັນເຈິໄວຣັດຫຍັງແດ່ ປະເພດໃດ ກໍ່ໃຫ້ຄິກໃສ່ແທບສີເຫລືອງ ຖ້າມີໄວຣັດກໍ່ຈະເປັນແທບສີແດງ -> ແລ້ວໄປ Statistics


ຫມົດແຍ້ວວວວ ສຳຫລັບວິທີຕັ້ງຄ່ານະ ໃຜເຮັດແລ້ວໄດ້ຮັບຜົນເປັນແນວໃດກໍ່ມາບອກແດ່ ຫລື ໃຜມີທີເດັດ ຫລື ເຄັດລັບຫຍັງຕື່ມກະໂພດສ໌ບອກແດ່ ຈະໄດ້ແບ່ງປັນຄວາມຮູ້ ຜິດພາດປະການໃດກໍ່ຂໍອະໄພ ແຕ່ຂ້າພະເຈົ້າວ່າໃຊ້ໂຕເວີຊັ່ນ 7.0 ດີກວ່ານະ ບໍ່ຫຍຸ້ງຢາກຊັບຊ້ອນ
ສຸດທ້າຍກະຕ້ອງຂອບໃຈ ບັນດາອ້າຍໆ Admin ທາງ DATACOM ຫລາຍໆ ທີ່ໃຫ້ຂໍ້ມູນເພີ່ມເຕີມບາງອັນ

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໗ ກະທູ້
໑໐໑ ໂພສ
ນັກການກະທູ້
ຂອບໃຈທ່ານ CoMEuP

*ความรู้ คือ อำนาจ**ถ้าไม่โง่ก่อน แล้วจะฉลาดได้ิอย่างไร*

໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ຂອບໃຈເດີ້ທີ່ເອົາມາບອກ ແຕ່ຂ້ອຍໃຊ້ລຸ້ນເກົ່າກວ່ານັ້ນ 555+

ວ່າແຕ່ສາວຄ້ຳແກ້ມປ່ຽນຮູບປ່ຽນຊື່ໃໝ່ ຈົນບໍ່ຈື່

ຫວານຕົ້ນຈືດປາຍ

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ຂອບອົກຂອບໃຈເດີ

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ