ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ເຫດການມັນຍາວຫຼາຍ ໃຜບໍ່ມັກອ່ານຍາວໆ ກໍຂ້າມໄດ້ເດີ້ ອິອິ

ເລື່ອງກໍມີຢູ່ວ່າ ວັນທີ 25 ເດືອນ 3 ປີ 2010 ໄປປ່ຽນຊິມ mphone ທຳມະດາໃຫ້ເປັນ mphone 3G ກໍຈັດແຈງໃຫ້ພະນັກງານໄປປ່ຽນຢູ່ສູນລາວໂທລະຄົມປະຈຳແຂວງຫຼວງພະບາງໃຫ້ ກໍເສຍເງິນ 30,000 ກີມຕາມປົກກະຕິແລ້ວກໍໄດ້ຊິມສີແດງມາ ເຂົາບອກວ່າອີກ 1 ຊມ ໃຊ້ໄດ້.

ຜ່ານໄປ 2 ຊມ ລອງໃຊ້ ຍັງບໍ່ໄດ້ ລອງເຂົ້າເວັບກໍບໍ່ໄດ້ ລອງ video call ກໍບໍ່ໄດ້
ໂທຫາສູນ 101 ຖາມເຂົາ ເຂົາບອກວ່າ ຊິເປີດໃຫ້ (ອ້າວ ແລ້ວຍັງບໍ່ເປີດປານນີ້ຫວະ!!!?)

ຜ່ານໄປ 3 ຊມ ຍັງບໍ່ໄດ້ອີກ ໂທຫາ 101 ອີກຮອບ ເຂົາຖາມວ່າ “ອ້າຍເປີດ GPRS ຫຼືຍັງ?” ເຮົາກໍງົງ ອ້າວ ເປີດເຮັດຫຍັງ ຂ້ອຍໃຊ້ 3G ນ່ະ ພະນັກງານຮັບສາຍກໍວ່າ ຕ້ອງເປີດກ່ອນໃດ ... ເອີ ຫວາ ຊັ້ນເຈົ້າກໍເປີດໃຫ້ອ້າຍແດ່ສາ ເປີດຫຍັງກໍໄດ້ ຂໍແຕ່ໃຊ້ໄດ້ນ່ະ ຫະຫະ ຖ້າຈົນເມື່ອຍລະ ວ່າຊິເຊີໄພ້ເມຍຈັກໜ່ອຍ ອົດຊ້ຳ -.-'

ຜ່ານໄປ 1 ມື້ ຍັງບໍ່ໄດ້ ຮອດວັນທີ 5 ຖືກວັນສຸກພໍດີ ໂທຫາ 101 ໃໝ່ ບອກເຂົາວ່າ ຍັງບໍ່ໄດ້ ເຂົາກໍວ່າ ເປັນນຳມືຖືຕີ້ ເຮົາກໍຕອບວ່າ ບໍ່ນາ ມືຖືຂ້ອຍໃຊ້ໄດ້ຢູ່ ຂ້ອຍກໍໃຊ້ 3G ນີ້ແຫລະ ແຕ່ອັນນີ້ຊິມຂອງເມຍ ເອົາໄປເປີດ 3G ໃໝ່ ແລ້ວມັນບໍ່ໄດ້ ... ພະນັກງານກໍຖາມວ່າ ບໍ່ແມ່ນມືຖືອ້າຍບໍ່ຮອງຮັບຫວາ? ... ງົງ ກໍບອກລະເດ້ ມືຖືມັນໃຊ້ໄດ້ຢູ່ ປົກກະຕິຂ້ອຍກໍໃຊ້ 3G ຫັ້ນແຫລະ ແຕ່ອັນນີ້ຊິມໃໝ່ ຊິມໃໝ່ ຊິມໃໝ່ ຫາກໍໄປເປີດ ແລ້ວມັນບໍ່ໄດ້ຫັ້ນນາພີ່ນ້ອງເອີຍ...

ພະນັກງານຟັງແລ້ວກໍບອກວ່າ ອ້າຍເປີດ data service ຫຼືຍັງ? ອ້າວ ຖາມແປກ ກໍຕອບວ່າ ເປີດແລ້ວຕິ ຂ້ອຍບໍ່ຮູ້ດອກ ຂ້ອຍໄປປ່ຽນຊິມເປັນ 3G ເຂົາກໍວ່າ 1 ຊມໄດ້ ແຕ່ມັນບໍ່ໄດ້ຈັກເທື່ອເດ ທຳມະດາເຂົາກໍຊິເປີດໃຫ້ພ້ອມບໍ່ແມ່ນຫວາ? ພະນັກງານກໍບອກວ່າ ບາງທີກໍບໍ່ໄດ້ເປີດໃດ ... ຟັງແລ້ວແຮງງົງເຂົ້າໄປອີກ ເອີ ຊັ້ນເຈົ້າເປີດໃຫ້ແດ່ສາ ເຮັດແນວໃດກໍເຮັດເທາະ ໃຫ້ມັນໃຊ້ໄດ້ກໍພໍ ແລ້ວກໍວາງສາຍໄປ

ວັນເສົາຜ່ານໄປ

ວັນອາທິດຜ່ານໄປ

ກໍຍັງໃຊ້ບໍ່ໄດ້ -.-'


ວັນຈັນທີ 29 ໂທຫາອີກຮອບ ເພິ່ນກໍວ່າ ບໍ່ແມ່ນໂທລະສັບອ້າຍບໍ່ຮອງຮັບ 3G ຫວາ?
ກໍຕ້ອງກັບມາບ່ອນເກົ່າ ອະທິບາຍຄືນແບບເກົ່າວ່າ ຊິມນີ້ຊິມໃໝ່ ເປີດມາແລ້ວໃຊ້ບໍ່ໄດ້ 3G ຫັ້ນນະ ແຕ່ທຳມະດາມືຖືອ້າຍມັນໃຊ້ໄດ້ຢູ່
ອະທິບາຍຈົນເພິ່ນເຂົ້າໃຈ ແລ້ວພະນັກງານຮັບສາຍກໍບອກວ່າ ຊິໂທມາລອງ ແຕ່ລອງແນວໃດມັນກໍບໍ່ໄດ້ ເພິ່ນກໍບອກວ່າ ຊິສົ່ງເລື່ອງໃຫ້ທາງເຕັກນິກກວດສອບອີກຄັ້ງນຶ່ງ

ວັນອັງຄານຜ່ານໄປ

ວັນພຸດຜ່ານໄປ

ວັນພະຫັດຜ່ານໄປ

ກໍຍັງໃຊ້ບໍໄດ້ ຈົນໄດ້ໂທຫາ 101 ອີກຮອບ ເຊົາກໍຖາມຄືເກົ່າອີກວ່າ ບໍ່ແມ່ນມືຖືອ້າຍບໍ່ຮອງຮັບ 3G ຫວາ?
ແລ້ວກໍອະທິບາຍກັນຮອບໃໝ່ ຈົນເພິ່ນເຂົ້າໃຈ ແລ້ວກໍບອກວ່າ ຊິສົ່ງເລື່ອງໃຫ້ທາງເຕັກນິກ (ອີກລະ)

ວັນສຸກຜ່ານໄປ

ກໍຍັງບໍ່ໄດ້ອີກ ໂທຫາ 101 ເທື່ອນີ້ມາແປກ ພະນັກງານບອກວ່າ ຖ້າຍັງບໍ່ໄດ້ອີກ ໃຫ້ອ້າຍເຂົ້າໄປຫາສູນຢູ່ສາຂາແຂວງເລີຍເດີ ໃຫ້ເພິ່ນແກ້ໃຫ້ ກໍເລີຍວ່າຕົກລົງຕາມນັ້ນ ແຕ່ວ່າ ມື້ອື່ນເປັນວັນເສົາ ຕ້ອງຖ້າວັນຈັນກ່ອນ

ວັນເສົາຜ່ານໄປ

ວັນອາທິດຜ່ານໄປ

ວັນຈັນມາຮອດອີກຄັ້ງ ແຕ່ບໍ່ທັນໄປ ຄາວຽງ

ວັນອັງຄານຜ່ານໄປ

ວັນພຸດຜ່ານໄປ

ວັນພະຫັດທີ 8 ເດືອນ 4 ປີ 2010 ຄົບຮອບ 2 ອາທິດທີ່ໄປປ່ຽນເບີ 3G ມາ ກໍຍັງໃຊ້ບໍ່ໄດ້ອີກ ພໍດີມື້ນີ້ໄດ້ໄປຈ່າຍເງິນຄ່າໂທລະສັບ ກໍເລີຍໃຫ້ພະນັກງານໄປເບິ່ງໃຫ້ ... ດົນເຕີບ ພະນັກງານກັບມາ ບອກວ່າ ເຂົາບອກວ່າ....


ເປັນນຳມືຖືເຈົ້າມັນບໍ່ໄດ້...!!!!


ຟັງແລ້ວກໍງົງ ຈົນສຸດທ້າຍໄດ້ໄປເອງ ໄປຮອດສູນ ລົມໄປລົມມາ ອະທິບາຍໃຫ້ຟັງຈົນເຂົ້າໃຈວ່າ ເປັນສະເພາະຊິມນີ້ ຊິມອື່ນໂທໄດ້ປົກກະຕິ 3G ໄດ້ video call ໄດ້ ເຂົາຈຶ່ງເຂົ້າໃຈ ແລ້ວກໍແນະນຳວ່າ ໃຫ້ມື້ອື່ນເຂົ້າມາໃໝ່ ເພາະມື້ນີ້ ຊ່າງເຕັກນິກບໍ່ຢູ່ ເພິ່ນໄປຂາຍຊິມຢູ່ນອກເມືອງຍັງບໍ່ມາ

ກໍເລີຍເອົາເບີຊ່າງປະໄວ້ ແລ້ວກັບບ້ານ ພໍດີຕອນອອກມາ ໝູ່ທີ່ເຮັດວຽກຢູ່ລາວໂທລະຄົມໂທມາບອກວ່າ ໃກ້ເຂົາກວດໃຫ້ໃໝ່ແລ້ວ ຕອນນີ້ໃຊ້ໄດ້ແລ້ວ ເຢ້.....!!!!

ໃນທີ່ສຸດກໍໃຊ້ໄດ້ ໂດຍໃຫ້ໝູ່ແປງໃຫ້ ແທນທີ່ພວກ 101 ຫຼືສູນບໍລິການຊິຊ່ວຍກໍບໍ່ ໃຫ້ເສຍເວລາຖ້າລ້າໆ 2 ອາທິດ ບໍ່ມີຫຍັງ ບໍລິການສຸດຍອດ


ເປັນຫຍັງຈົ່ມໆໆໆ ແຕ່ຍັງໃຊ້ຢູ່? ກໍຍ້ອນວ່າມັນບໍ່ມີໃຜໃຫ້ບໍລິການ 3G ຫັ້ນເດ້!!!! ອີກຢ່າງ ໃຊ້ກໍບໍ່ໄດ້ຂໍໃຊ້ລ້າ ເສຍເງິນຄັກແນ່ ແຕ່ຖ້າເສຍເງິນແລ້ວຍັງໃຊ້ບໍ່ໄດ້ ກໍຕ້ອງຈົ່ມເປັນທຳມະດາ ຫະຫະ ຫວັງວ່າ ລາວໂທລະຄົມ ຈະເຮັດໃຫ້ດີຂຶ້ນກວ່ານີ້

ຈົບດີກວ່າ ຂໍຂອບໃຈທີ່ເຂົ້າມາອ່ານຄົນຈົ່ມ


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
555+ ດີແຕ່ຂອງຂ້ອຍບໍ່ວຸ່ນວາຍແບບນີ້ ເປີດປຸບ1ຊົ່ວໂມງຫຼີ້ນເນັດໄດ້ເລີຍ


21 3-15-13-16-12-5-20-5 13-5


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ນິນ ໃຫ້ຫມູ່ນິນ ເຮັດໃຫ້ແຕ່ດົນລະກະແລ້ວ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກວ່າຈະໄດ້ຍາວເລີຍ

ຄົນຄິດຮອດບ້ານ

໑໐ ກະທູ້
໔໓໒ ໂພສ
ຊຳນານການເວັບບອດ
ອາການແບບນີ້ເຂົາເອີ້ນວ່າ ການບໍ່ລິການຍັງບໍ່ທົ່ວເຖິງ
ແຕ່ຢູ່ນະຄອນຫລວງກະບໍ່ຍາກປານນັ້ນ ຊື້ປຸບກະໃຊ້ໄດ້ປັບ ແຖມໄດ້ເງີນໂທຟຮີອີກ

ອ້ອມກອດທີ່ອົບອຸ່ນ

໔ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ

YOU R MY LOVE,I AM YOUR LIFE

໐ ກະທູ້
໒໕໗ ໂພສ
ນັກການກະທູ້
บ่อเปันหยัง ยูนิเทว กะเจ้ากำลังสิเปีด 3 จี... อิอิอิ อยากลองของ ยูนิเทว เดะ...

!!!!! ຊິເອົາອີ່ຫຍັງກັບຜູ້ຍິງລັ່ນລ້າເກາະ... !!!!!.

໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
5555 ຮູ້ສຶກວ່າທ່ານອ້າຍນິນຈະບໍ່ຖືກກັບລາວໂທລະຄົມປານໃດເນາະ


໔ ກະທູ້
໒໖໓ ໂພສ
ນັກການກະທູ້
ຍັງໄຄແຕ່ເບີຂ້ອຍເປີດງ່າຍໆ

ເປີດ1ຊົ່ວໂມງ ລະກະໃຊ້ໄດ້ໂລດ

ທັງຫຼິ້ນເນັດ ກັບ ໂທVideo call e e

ichigo

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງມັນຍາວອີ່ຫຼີ ດີແຕ່ຂອງຂພຈ ບໍ່ເປັນແບບນີ້

~Vਕਆpïrєی™~

໔ ກະທູ້
໒໖໓ ໂພສ
ນັກການກະທູ້
ມາຈອບເບິ່ງ ອິອິ

ichigo

໓ ກະທູ້
໒໕໐ ໂພສ
ນັກການກະທູ້
Unitel ຍັງບໍ່ມີເທື່ອຫວາ


໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ເມື່ອຍນຳລາວໂທລະຄົມ

M99NOY

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕົກລົງນິນໃຊ້ໄດ້ລະວະ ເບິຫຍັງຫັ້ນ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ໄດ້ໃຊ້ແລ້ວ .. ຫຼັງຈັກຜ່ານໄປ 1 ຊົ່ວໂມງກັບ 2 ອາທິດ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດົນນານເນາະກວ່າຊິໄດ້ ຮິໆໆໆ ເມື່ອຍນຳ


໖ ກະທູ້
໙໒ ໂພສ
ຂາປະຈຳເວັບບອດ
ກາສິໄດ້ອົດໃຈໄວ້ກ່ອນຫັນລະນໍ້

ຄົນໄກບ້ານ ອາກາດຮ້ອນແທ້

໔ ກະທູ້
໒໖໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ໄດ້ໃຊ້ແລ້ວ .. ຫຼັງຈັກຜ່ານໄປ 1 ຊົ່ວໂມງກັບ 2 ອາທິດ





ຈັ່ງແມ່ນດົນ ແຮະໆ

ຊົ່ວຊິໄດ້ໃຊ້ ອິອິ

ichigo

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
555555 1 ຊົ່ວໂມງກັບ2ອາທິດ ຕະລົກຄຳເວົ້ານິນນີ່ ເວີຍ


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພວກເສຍເສັ້ນຢ່າຊິໃຊ້ເທາະອ້າຍເອີຍຊີມນີ້


໑ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
"ບໍ່ແມ່ນມືຖືອ້າຍບໍ່ຮອງຮັບ 3G ຫວາ?"
ຖາມເປັນ 888 ເທື່ອພຸ້ນເນາະ... ຈັ່ງແມ່ນບໍ່ຈື່!!!
ອ່ານໄປຫົວໄປນຳ
ແຕ່ກະດີໃຈນຳທີ່ໃຊ້ໄດ້ເດີ້...

you still a lots more to work on ຍັງອ່ອນຫັດຢູ່ເດີ້!!!

໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
555 3G ອີກແລ້ວ