ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້

































ເມື່ອວັນທີ່ 7 ມິຖຸນາ ທີ່ຜ່ານມາ ໃນງານ The Apple Worldwide Developers Conference (WWDC) 2010 ສະຕີບ ຈັອບ (Steve Jobs) ຜູ້ບໍລິຫານບໍລິສັດ ແອັບເປີ້ນ ປະເທດສະຫະລັດອາເມລິກາ ໄດ້ເປີດໂຕໂທລະສັບມືຖື iPhone ລຸ້ນໃຫມ່ iPhone 4 ແລ້ວ ພ້ອມກັບລະບົບປະຕິບັດການໃຫມ່ OS4 ຫລັງຈາກທີ່ເຄີຍສ້າງຄ່ານິຍົມໃຫມ່ໃນການໃຊ້ມືຖື ລະບົບສຳພັດ ໂດຍການເປີດໂຕ iPhone 3G ແລະ iPhone3Gs ໃນປີທີ່ຜ່ານມາ

iPhone ລຸ້ນໃຫມ່ນີ້ ຈະມີການປ່ຽນແປງ ຮູບລັກສະນະ ຈາກເດີມທີ່ເປັນຮູບໂຄ້ງມົນ ເປັນຮູບຊົງສີ່ຫລ່ຽມແບບລຽບໆ ແລະ iPhone 4 ເພີ່ມອັອບຊັ່ນກ້ອງດ້ານໜ້າໄວ້ສຳລັບການໂທແບບເຫັນໜ້າ ໂດຍຜ່ານແອັບຟີເຄຊັ່ນ Facetime ແລະ ເພີ່ມແສງແຟັດ ໃນການຖ່າຍຮູບ


ຕາຕະລາງປຽບທຽບ iPhone 3GS ກັບ iPhone 4



<object width="640" height="385"><param></param><param></param><param></param><embed src="http://www.youtube.com/v/PNfE2IWqtrY&color1=0xb1b1b1&color2=0xd0d0d0&hl=en_US&feature=player_embedded&fs=1" width="640" height="385"></embed></object>

ຄີບເປີດໂຕ iPhone 4


<object width="640" height="385"><param></param><param></param><param></param><embed src="http://www.youtube.com/v/R1wbQdVezio&color1=0x234900&color2=0x4e9e00&hl=en_US&feature=player_embedded&fs=1" width="640" height="385"></embed></object>


ຂອບໃຈເນື້ອຫາ ພາບປະກອບຈາກ live.gdgt.com


໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົງໃສ ຈະຮັບຄ່າ ໂຄສະນາ ເນາະ

ບໍມີວັນໄດ້ຮັກກັນ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ 1000lao ຂຽນວ່າ...
ສົງໃສ ຈະຮັບຄ່າ ໂຄສະນາ ເນາະ



ຖ້າໄດ້ກາດີໄດ໋ ເອົາມາບອກຜູ້ທີ່ສົນໃຈຊື່ໆດອກ ບໍ່ໄດ້ຫຍັງ


໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ 1000lao ຂຽນວ່າ...
ສົງໃສ ຈະຮັບຄ່າ ໂຄສະນາ ເນາະ



ຖ້າໄດ້ກາດີໄດ໋ ເອົາມາບອກຜູ້ທີ່ສົນໃຈຊື່ໆດອກ ບໍ່ໄດ້ຫຍັງ

ຫວາ ຄືບໍ່ບອກລາຄາ ຫຼືລາຍລະອຽດ ແດ່ ກະສົນໃຈຢູ່ ໄດ້ນີ໋

ບໍມີວັນໄດ້ຮັກກັນ

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລາຄາທໍ່ໃດ ບໍ

ຮັກແທ້ຄືແມ່

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khu1000lao ຂຽນວ່າ...
ລາຄາທໍ່ໃດ ບໍ

ບອກແຟນຢູ່ເມກາຊື້ໃຫ້ແມ້

ບໍມີວັນໄດ້ຮັກກັນ

໑໐ ກະທູ້
໔໓໒ ໂພສ
ຊຳນານການເວັບບອດ
ລາຄາເທົ່າໃດນະນິກ
ຢາກໄດ້ເດ້

ອ້ອມກອດທີ່ອົບອຸ່ນ

໑໐ ກະທູ້
໔໓໒ ໂພສ
ຊຳນານການເວັບບອດ


ມີ 3G ນຳອີກ

ອ້ອມກອດທີ່ອົບອຸ່ນ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍເພີ່ມຂໍ້ມູນອີກໜ້ອຍໜຶ່ງ

ສຳຫລັບ iPhone 4 ນີ້ ຈະເລີ່ມວາງຈຳໜ່າຍທີ່ ເມກາ, ອັງກິດ, ເຢຍລະມັນແລະ ຢີ່ປຸ່ນ ໃນວັນທີ່ 24 ມິຖຸນາ ແລະ ທົ່ວໂລກ ໃນຊ່ວງເດືອນ ກັນຍາ ຊື່ງວ່າລາຄາ iPhone 4 ຄວາມຈຸ 16GB ແມ່ນ 199 USD ແລະ iPhone 4 ຄວາມຈຸ 32 GB ແມ່ນ 299 USD ( ຫມາຍເຫດ. ລາຄາ iPhone 4 ແມ່ນເປັນລາຄາທີ່ຕິດສັນຍາການໃຊ້ເຄືອຂ່າຍທີ່ເມກາ ເປັນເວລາ 2 ປີ) iPhone 4 ມີໃຫ້ເລືອກສອງສີ ຄື ສີຂາວ ແລະ ສີດຳ


ຂອບໃຈເນື້ອຫາ ຈາກ live.gdgt.com


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໄດ້ເດ້..
ແຕ່ສິຊື້ i-mobile ຍັງໝົດປັນຍາ..


໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ໄດ້ເເຕ່ເບີງ

♡ເເມ່ລູກອ໋ອນ♡



.

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກຊື້ໄດ້ລາຄານີ້ເຮັດແນວໃດ


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Noukip ຂຽນວ່າ...
ຢາກຊື້ໄດ້ລາຄານີ້ເຮັດແນວໃດ



ຕ້ອງຊື້ຢູ່ບ້ານເຂົາ ຖ້າຍົກເລີກສັນຍາ ລາຄາການ່າຈະຄູນສອງປະມານນັ້ນລະ ຖ້າໃຫ້ເຂົາສົ່ງມາກາບວກຄ່າຂົນສົ່ງ ນ່າຈະເປັນແບບນີ້ລະ ຖ້າຄົນໄດຮູ້ລາຍລະອຽດກາມາເພີ່ມໃຫ້ແດ່ເດີ່


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ມັກແຕ່ມັນປ່ຽນກ້ອງໃຫ້ຖ່າຍວິດີໂອ ແບບ HD ກັບ flash LED

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ນັ້ນໄປຖາມຢູ່ຮ້ານ iphone 4 ຢູ່ຫວຽດ
ເຄື່ອງຢູ່ຮ້ານລາວຂາຍປະມານ ພັນກວ່າ $


໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ເຮັດແນວໃດຊິໄດ້ໃຊ້ຫວະ >>>>>>>>>>>>>>> ທ້ອນເງິນອີກຈັກປີບຸ

M99NOY

໑ ກະທູ້
໒໙໐໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໄດ້ເດ


໔ ກະທູ້
໗໕໐ ໂພສ
ຊຳນານການເວັບບອດ
ຢາກໄດ້ເດ່! ປານໃດຊິມາຮອດລາວ












໒໑ ກະທູ້
໔໖໑ ໂພສ
ຊຳນານການເວັບບອດ
wow


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ boupotato ຂຽນວ່າ...
ຢາກໄດ້ເດ່! ປານໃດຊິມາຮອດລາວ

ຢາກໄດ້ຄືກັນ ນະມັ໊ກໆໆໆມັກ ນະ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ມື້ນັ້ນໄປຖາມຢູ່ຮ້ານ iphone 4 ຢູ່ຫວຽດ
ເຄື່ອງຢູ່ຮ້ານລາວຂາຍປະມານ ພັນກວ່າ $



ຢູ່ຫວຽດມີຂາຍດົນລະຫວາ


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ມື້ນັ້ນໄປຖາມຢູ່ຮ້ານ iphone 4 ຢູ່ຫວຽດ
ເຄື່ອງຢູ່ຮ້ານລາວຂາຍປະມານ ພັນກວ່າ $



ຢູ່ຫວຽດມີຂາຍດົນລະຫວາ

ປ໊າດ 1000 ກວ່າຫຼຽນພຸ້ນນະ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໑ ກະທູ້
໖໘໘ ໂພສ
ຊຳນານການເວັບບອດ
ຊິຊືໃຫ້ເບິ່ງເດີ

ໜ້າຕາບໍ່ສຳຄັນ ທີ່ສຳຄັນຄື ແຮງດັນແລະຈັ່ງຫວະ