ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໕ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ເນື່ອງຈາກສາມີຂອງຂ້າພະເຈົ້າຢູ່ປະເທດຈີນ. ເວລາໂທຫາແຕ່ລະເທື່ອກະໝົດເງິນຫຼາຍ.ຂ້າພະເຈົ້າກະຊອກຄົ້ນມາຕັ້ງດົນວ່າມີລະບົບໃດທີ່ສາມາດໂທໄປຕ່າງປະເທດໄດ້ລາຄາຖືກກວ່າ Lao Telecom, ETL ຫຼືວ່າ Tigo ບໍ່ (ເຊິ່ງລາຄາປົກກະຕິສະເລ່ຍກະ 1999-2000 ກີບ/ນາທີ). ແຕ່ວ່າຕອນນີ້ຫາເຫັນແລ້ວແລະກຳລັງໃຊ້ຢູ່....

ລະບົບນີ້ຈະເອີ້ນວ່າ "insmai icall" ເຊິ່ງເປັນບໍລິການຂອງບໍລິສັດ Insmai Creative. ຄ່າໂທກະປະມານ 700-800 ກີບນີ້ລະ (ຊ່ຳໆກັບຄ່າໂທພາຍໃນປະເທດເລີຍ). ລາຍລະອຽດເລິກໆຂ້າພະເຈົ້າກະບໍ່ຮູ້ດີປານໃດ. ແຕ່ວ່າສາມາດອະທິບາຍການໃຊ້ລະບົບແບບຫຍໍ້ໆດັ່ງນີ້:

I. ວິທີເປີດໃຊ້

1. ເຮົາຕ້ອງໂທໄປຫາສູນ insmai ເພື່ອໃຫ້ເພິ່ນເອົາເບີໂທທີ່ເຮົາຈະໃຊ້ໂທໄປຕ່າງປະເທດ (ອາດເປັນມືຖືຫຼືຕັ້ງໂຕະເຮົາກະໄດ້) ເຂົ້າໃນລະບົບຂອງ insmai ກ່ອນ.

2. ແລ້ວເຮົາກະຕິດຕໍ່ຊື້ credit (ຄ້າຍໆກັບຊື້ບັດເຕີມເງິນຫັ້ນລະ) ກັບບໍລິສັດເພິ່ນ. ເຊິ່ງຂ້າພະເຈົ້າຊື້ແຕ່ລະເທື່ອກະ 50.000 ກີບ ເຊິ່ງໃຊ້ໂທໄດ້ເກືອບ 2 ຊົ່ວໂມງ. ຫັຼງຈາກເພິ່ນຕື່ມ credit ເຂົ້າລະບົບໃຫ້ເຮົາແລ້ວ ເຮົາກໍ່ສາມາດໃຊ້ໂທໄດ້ເລີຍ.

II. ວິທີການໂທ

1. ເຮົາຕ້ອງໂທໄປເບີສູນ Insmai ກ່ອນ (ເຊິ່ງເບີທີ່ຂ້າພະເຈົ້າຮູ້ແມ່ນມີ 2 ເບີ. ໂທໄປເບີໃດກະໄດ້). ມີເບີ 021 264892 ແລະເບີ 3012188 (ແຕ່ຂ້າພະເຈົ້າມັກໂທໄປເບີ 3012188 ຫຼາຍກວ່າ)

2. ຫຼັງຈາກເຮົາໂທໄປຕິດແລ້ວ ຟັງເບິ່ງມັນດັງ "ຕຸ໊ດດດດ "ບາດດຽວກະວາງໂລດ.

3. ຈາກນັ້ນລະບົບມັນຈະໂທກັບຫາເຮົາໂດຍອັດຕະໂນມັດ. ໃຫ້ເຮົາຮັບແລ້ວຟັງເບິ່ງ ຖ້າໄດ້ຍິນສຽງຄົນເວົ້າ ບໍ່ຕ້ອງສົນໃຈວ່າມັນຊິເວົ້າຫຍັງ ໃຫ້ເຮົາຮີບຟ້າວກົດເລກເບີໂທປາຍທາງໂລດ ແລ້ວລະບົບມັນຈະຕໍ່ສາຍໃຫ້ເອງ. ຈາກນັ້ນກໍ່ລົມໂລດລະ.

ເຮົາສາມາດກວດເບິ່ງຍອດເງິນແລະຂໍ້ມູນການໂທຂອງເຮົາໄດ້ຜ່ານ http:// icall.insmai.com http:// icall.insmai.com

ສຳລັບຂໍ້ມູນເພີ້ມເຕີມ ຕິດຕໍ່ຖາມເຮົາກະໄດ້ເດີ້ ... ຖ້າອັນໃດເຮົາຕອບບໍ່ໄດ້ ລະເຮົາຊິເອົາເບີໂທບໍລິສັດໃຫ້ໂທໄປ. ຫວັງວ່າໝູ່ເພື່ອນພັນລາວຜູ້ທີ່ມີພີ່ນ້ອງຫຼືຄົນຮັກຢູ່ຕ່າງປະເທດຄົງຈະປະຢັດຄ່າໂທໄດ້ຫຼາຍເລີຍລະ ຖ້າຫາກລອງໃຊ້ລະບົບນີ້.


໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ບໍ່ຮູ້ວ່າຢູ່ບ້ານເຈົ້າໃຊ້ເນັດໄວບໍ່ ຖ້າໄວລະແນະນຳໃຫ້ໃຊ້ lowrate ເດີ

ຮູ້ສຶກວ່າໂທໄປຈີນຈະຟຣີເລີຍ ທັງມືຖືແລະຕັ້ງໂຕະ ແຕ່ນີ້ມັນແມ່ນລາຄາເກົ່າລອງເຂົ້າໄປກວດເບິ່ງໃໝ່ກະດີ

ມັນມີເງື່ອນໄຂວ່າ ຕ້ອງໄດ້ໃຊ້ບັດສິນເຊື່ອຊື້ຜ່ານເນັດ ຂັ້ນຕ່ຳ10ຢູໂຣ

ແລ້ວມັນຈະມີກຳນົດໃຫ້ໂທຟຣີ30ວັນ ເຊັ່ນ ໄທ,ອົສເຕຣເລຍ,ຈີນເປັນຕົ້ນ

ລອງເຂົ້າໄປຊອກຫາຂໍ້ມູນເບິ່ງຕື່ມທີ່ http://www.lowratevoip.com/en/index.html

ໂອ້ລືມບອກຂໍ້ເສຍຂອງເວັບນີ້ ແບບວ່າມັນມີເວລາດີເລຂອງສາຍໂທລະສັບເຮັດໃຫ້ສຽງເວົ້າເຮົາໄປຮອດປາຍສາຍຊ້າປະມານ1-2ວິແລ້ວແຕ່ໂອກາດ

ຖ້າບໍ່ສົນໃຈກັບເລື່ອງນີ້ຫລາຍ ຫາກໃຊ້ໄປດົນໆແລ້ວກໍ່ຈະລຶ້ງເອງ

ຫວານຕົ້ນຈືດປາຍ

໕ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ອັນມັກຍາກບ່ອນຊື້ຜ່ານເນັດຫັ້ນລະ. ເພາະລະບົບຊື້ຂາຍຜ່ານເນັດຢູ່ລາວຍັງບໍ່ກ້າສ່ຽງດອກເຮົາ. ເນັດບ້ານເຮົາກະໄວຢູ່ເພາະໃຊ້ ADSL. ແຕ່ວ່າຖ້າຊິໃຊ້ເນັດໂທເຮົາລະມັກ Skype ຫຼາຍກ່ອນ.



ສ່ວນ Insmai icall ມັນດີບ່ອນວ່າບໍ່ຕ້ອງຊື້ credit ຜ່ານເນັດ ມີແຕ່ໄປຊື້ນຳບໍລິສັດເລີຍ. ຖ້າລູກຄ້າຕ່າງແຂວງກະໂອນເງິນເຂົ້າບັນຊີບໍລິສັດລະກະແລ້ວ. ຖ້າມີ credit 50.000 ກີບກະໂທລົມຈົນປາກປຽກເລີຍ. ບໍ່ຕ້ອງນັ່ງເຝົ້າໜ້າຈໍເພື່ອ online MSN ຫຼື Skype ອີກ. ໄປໃສກະເອົາມືຖືໂທໂລດ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ້ວຢູ່ບ້ານເຮົາໃຊ້ຣະບົບ skype ບໍ່ໄດ້ບໍ! ຕິດຕໍ່ກັນໃນຣະບົບ ຄອມຕໍ່ຕອມ, ມັນ ບໍ່ຕ້ອງເສັຍຫຍັງຈັກກີບ!


໕ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ໃຊ້ Skype ໄດ້ແທ້ ຖ້າຕິດຕໍ່ຄອມຕໍ່ຄອມ. ແຕ່ໃນກໍລະນີທີ່ທັງ 2 ຝ່າຍບໍ່ຢູ່ໜ້າຄອມເດລະ? ມັນກະຕິດຕໍ່ກັນບໍ່ໄດ້ເດ້... ສົມມຸດຝ່າຍໃດໜຶ່ງໄປເລາະຫຼີ້ນຢູ່ທາງນອກຈັ່ງຊິນ່າ


໕ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ໂທກະຈາຍຍຍຍ (^_^)


໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັກນໍເອື້ອຍ ຂອບໃຈເດີ ວ່າແຕ່ວ່າສູນນີ້ຕັ້ງຢູ່ໃສ

you will when you believe

໖ ກະທູ້
໒໘໐ ໂພສ
ນັກການກະທູ້
ດີດີ ບອກອີ່ເເມ່ກ່ອນຊັ້ນ


໔ ກະທູ້
໑໒໓ ໂພສ
ນັກການກະທູ້
^_^


໓ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ aznsandra ຂຽນວ່າ...
ເນື່ອງຈາກສາມີຂອງຂ້າພະເຈົ້າຢູ່ປະເທດຈີນ. ເວລາໂທຫາແຕ່ລະເທື່ອກະໝົດເງິນຫຼາຍ.ຂ້າພະເຈົ້າກະຊອກຄົ້ນມາຕັ້ງດົນວ່າມີລະບົບໃດທີ່ສາມາດໂທໄປຕ່າງປະເທດໄດ້ລາຄາຖືກກວ່າ Lao Telecom, ETL ຫຼືວ່າ Tigo ບໍ່ (ເຊິ່ງລາຄາປົກກະຕິສະເລ່ຍກະ 1999-2000 ກີບ/ນາທີ). ແຕ່ວ່າຕອນນີ້ຫາເຫັນແລ້ວແລະກຳລັງໃຊ້ຢູ່....

ລະບົບນີ້ຈະເອີ້ນວ່າ "insmai icall" ເຊິ່ງເປັນບໍລິການຂອງບໍລິສັດ Insmai Creative. ຄ່າໂທກະປະມານ 700-800 ກີບນີ້ລະ (ຊ່ຳໆກັບຄ່າໂທພາຍໃນປະເທດເລີຍ). ລາຍລະອຽດເລິກໆຂ້າພະເຈົ້າກະບໍ່ຮູ້ດີປານໃດ. ແຕ່ວ່າສາມາດອະທິບາຍການໃຊ້ລະບົບແບບຫຍໍ້ໆດັ່ງນີ້:

I. ວິທີເປີດໃຊ້

1. ເຮົາຕ້ອງໂທໄປຫາສູນ insmai ເພື່ອໃຫ້ເພິ່ນເອົາເບີໂທທີ່ເຮົາຈະໃຊ້ໂທໄປຕ່າງປະເທດ (ອາດເປັນມືຖືຫຼືຕັ້ງໂຕະເຮົາກະໄດ້) ເຂົ້າໃນລະບົບຂອງ insmai ກ່ອນ.

2. ແລ້ວເຮົາກະຕິດຕໍ່ຊື້ credit (ຄ້າຍໆກັບຊື້ບັດເຕີມເງິນຫັ້ນລະ) ກັບບໍລິສັດເພິ່ນ. ເຊິ່ງຂ້າພະເຈົ້າຊື້ແຕ່ລະເທື່ອກະ 50.000 ກີບ ເຊິ່ງໃຊ້ໂທໄດ້ເກືອບ 2 ຊົ່ວໂມງ. ຫັຼງຈາກເພິ່ນຕື່ມ credit ເຂົ້າລະບົບໃຫ້ເຮົາແລ້ວ ເຮົາກໍ່ສາມາດໃຊ້ໂທໄດ້ເລີຍ.

II. ວິທີການໂທ

1. ເຮົາຕ້ອງໂທໄປເບີສູນ Insmai ກ່ອນ (ເຊິ່ງເບີທີ່ຂ້າພະເຈົ້າຮູ້ແມ່ນມີ 2 ເບີ. ໂທໄປເບີໃດກະໄດ້). ມີເບີ 021 264892 ແລະເບີ 3012188 (ແຕ່ຂ້າພະເຈົ້າມັກໂທໄປເບີ 3012188 ຫຼາຍກວ່າ)

2. ຫຼັງຈາກເຮົາໂທໄປຕິດແລ້ວ ຟັງເບິ່ງມັນດັງ "ຕຸ໊ດດດດ "ບາດດຽວກະວາງໂລດ.

3. ຈາກນັ້ນລະບົບມັນຈະໂທກັບຫາເຮົາໂດຍອັດຕະໂນມັດ. ໃຫ້ເຮົາຮັບແລ້ວຟັງເບິ່ງ ຖ້າໄດ້ຍິນສຽງຄົນເວົ້າ ບໍ່ຕ້ອງສົນໃຈວ່າມັນຊິເວົ້າຫຍັງ ໃຫ້ເຮົາຮີບຟ້າວກົດເລກເບີໂທປາຍທາງໂລດ ແລ້ວລະບົບມັນຈະຕໍ່ສາຍໃຫ້ເອງ. ຈາກນັ້ນກໍ່ລົມໂລດລະ.

ເຮົາສາມາດກວດເບິ່ງຍອດເງິນແລະຂໍ້ມູນການໂທຂອງເຮົາໄດ້ຜ່ານ http:// icall.insmail.com http:// icall.insmail.com

ສຳລັບຂໍ້ມູນເພີ້ມເຕີມ ຕິດຕໍ່ຖາມເຮົາກະໄດ້ເດີ້ ... ຖ້າອັນໃດເຮົາຕອບບໍ່ໄດ້ ລະເຮົາຊິເອົາເບີໂທບໍລິສັດໃຫ້ໂທໄປ. ຫວັງວ່າໝູ່ເພື່ອນພັນລາວຜູ້ທີ່ມີພີ່ນ້ອງຫຼືຄົນຮັກຢູ່ຕ່າງປະເທດຄົງຈະປະຢັດຄ່າໂທໄດ້ຫຼາຍເລີຍລະ ຖ້າຫາກລອງໃຊ້ລະບົບນີ້.



Link ບໍ່ໄດ້ເດີ ເອື້ອຍ,. ຊ່ວຍກວດຄືນໃຫ້ແດ່ເດີ. ໜ້າສົນໃຈຫຼາຍ
ຂອບໃຈຫຼາຍ


໑໑ ກະທູ້
໒໖໔ ໂພສ
ນັກການກະທູ້
ບອກທີ່ຢູ່ໃຫ້ລະອຽດໄດ້ບໍ່
ບໍໍລິສັດຢູ່ໃສ ..........

ຄິດໃດທີ່ເພິ່ນວ່າ
ຜູ້ຊາຍບໍ່ຊົ່ວຜູ້ຍິງບໍ່ມັກ

໕ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ paype ຂຽນວ່າ...
ບອກທີ່ຢູ່ໃຫ້ລະອຽດໄດ້ບໍ່
ບໍໍລິສັດຢູ່ໃສ ..........



ບໍລິສັດຕັ້ງຢູ່ 4 ແຍກໄຟແດງສີດຳດວນ. ທາງໄປໂຮງຮຽນເລກ 9 ແລະ ໂຮງຮຽນ ມສ ວຽງຈັນຫັ້ນລະ. ແນມເບິ່ງໃກ້ໆໄຟແດງ ຈະມີໂລໂກຂອງບໍລິສັດ. ບໍລິສັດບໍ່ໃຫຍ່ປານໃດ ແຕ່ສັງເກດງ່າຍໆເພາະສີຂອງບໍລິສັດແມ່ນສີຂາວ-ດຳ. ຫ້ອງການກະຕົບແຕ່ງເປັນສີຂາວ-ດຳ, ປ້າຍຮ້ານກະຂາວດຳ


໕ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Phouvang ຂຽນວ່າ...


Link ບໍ່ໄດ້ເດີ ເອື້ອຍ,. ຊ່ວຍກວດຄືນໃຫ້ແດ່ເດີ. ໜ້າສົນໃຈຫຼາຍ
ຂອບໃຈຫຼາຍ



ແປງ Link ໃຫ້ແລ້ວເດີ້


໕ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ soutthiphong ຂຽນວ່າ...
ຄັກນໍເອື້ອຍ ຂອບໃຈເດີ ວ່າແຕ່ວ່າສູນນີ້ຕັ້ງຢູ່ໃສ



ຂໍ້ມູນເພີ້ມເຕີມຂອງບໍລິສັດ ເຂົ້າໄປເບິ່ງຢູ່ www.insmai.com


໕ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ມີໃຜລອງໃຊ້ຫຼືຍັງ ?


໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
www.calleasy.com OR lowraetviop ໃຫ້ອ້າຍເມກເຕີມເງິນຢູ່ຈີນລະເຈົ້າກະໂທແລະ ອິໆໆໆໆໆໆໆໆໆ

K.Soubandith

໖ ກະທູ້
໓໖໖ ໂພສ
ຊຳນານການເວັບບອດ
ໄຜ່ເຮັດໄດ້ ກະລູນາ ຢັງຢື້ນ

ຄົນໄກບ້ານ........ຍາກກັບບ້ານເດ່

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາບໍ່ມີ ເມຍຢູ່ຕ່າງປະເທດລເລີຍບໍ່ໄດ້ໂທໄປຕ່າງປະເທດຈັກເທື່ອ ອິອິອິ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ XxFxX ຂຽນວ່າ...
ເຮົາບໍ່ມີ ເມຍຢູ່ຕ່າງປະເທດລເລີຍບໍ່ໄດ້ໂທໄປຕ່າງປະເທດຈັກເທື່ອ ອິອິອິ

ໂທຫາ ຄຈດ ກະໄດ້

<-----ຄົນໃຈດີແຟນຄລັບ

໐ ກະທູ້
໑໖໔໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ XxFxX ຂຽນວ່າ...
ເຮົາບໍ່ມີ ເມຍຢູ່ຕ່າງປະເທດລເລີຍບໍ່ໄດ້ໂທໄປຕ່າງປະເທດຈັກເທື່ອ ອິອິອິ

ໂທຫາ ຄຈດ ກະໄດ້

bor mee phai tho ha jao doc

° ° ° Believe iN DestinY ° ° °

໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ aznsandra ຂຽນວ່າ...
ໃຊ້ Skype ໄດ້ແທ້ ຖ້າຕິດຕໍ່ຄອມຕໍ່ຄອມ. ແຕ່ໃນກໍລະນີທີ່ທັງ 2 ຝ່າຍບໍ່ຢູ່ໜ້າຄອມເດລະ? ມັນກະຕິດຕໍ່ກັນບໍ່ໄດ້ເດ້... ສົມມຸດຝ່າຍໃດໜຶ່ງໄປເລາະຫຼີ້ນຢູ່ທາງນອກຈັ່ງຊິນ່າ



ໃຊ້ skype ໂທເຂົ້າມືຖືກາໄດ້


໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ຫນ້າສົນໃຈຂະຫນາດເນາະ


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັກໆເນາະ


໐ ກະທູ້
໔໒ ໂພສ
ຂາປະຈຳເວັບບອດ
bor hu de u nee to kup lao 1h 10y kor pa marn 13-14000kip

dk poum

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ນີ້ໃຊ້ແຕ່ VOIP ໂທກັບບ້ານ