ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໔ ກະທູ້
໕໗ ໂພສ
ຂາປະຈຳເວັບບອດ
n70 ຈໍຂາວໂທເຂົ້າໂທອອກໄດ້ ບໍ່ໄດ້ຕົກນ້ຳ ຢູ່ໆກໍ່ເປັນ
ຊວ່ຍບອກສາຍເຫດ, ຮ້ານທີ່ສາມາດແປງໄດ້ເຊື່ອຖືໄດ້ ແລະຖ້າບອກວິທີແກ້ໄຂຍິ່ງເປັນການດີເພາະໄປຮ້ານແປງຈຶ່ງບໍ່ຖືກຕົວະ
ຂອບໃຈລວ່ງໜ້າສຳລັບ ທຸກໆຄຳຕອບ

ສີເກີດ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍເຄີຍເຈິແບບນີ້ແຫຼະ..
ສາເຫດມັນມີ 2 ສາເຫດ..
1. ເປັນນຳໜ້າຈໍເສື່ອມສະພາບ (ຕ້ອງໄດ້ປ່ຽນ)
2. ມີສິ່ງຊຳຣຸດຢູ່ທີ່ແຜງວົງຈອນໜ້າຈໍ (ອາດຈະບໍ່ຕ້ອງປ່ຽນ)

ເອົາເປັນວ່າຖ້າເຈົ້າຊື້ຢູ່ຮ້ານໃດກໍໄປແປງຢູ່ຫັ້ນແຫຼະ..
ບໍ່ຊັ້ນຂໍແນະນຳຮ້ານ ໄຊເສດຖາ ໂມບາຍ ຢູ່ແຖວທາດຫຼວງ (ໃກ້ຯກັບສູນພາສາ ສັຕະວັຕທີ 21)..
ແຕ່ຖ້າເຈົ້າມີຮ້ານໃດທີ່ໄວ້ໃຈ ກະໄປຮ້ານນັ້ນກະໄດ້..


໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ຂອງຂ້ອຍກະເຄີຍເປັນ ໄປແປງປະມານ ສາມແສນປາຍ

♡ເເມ່ລູກອ໋ອນ♡



.

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປຮ້ານຫັ້ນລະດີ


໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້


໕ ກະທູ້
໑໓ ໂພສ
ຂາປະຈຳເວັບບອດ
ສາຍເຫດ ໄອຊີຄຸມຈໍມີບັນຫາ ຫຼືບໍ່ກະຕອ້ງໄປກວດເບີ່ງຈໍ ຈໍເຊື່ອມ
ຄັນແປງເອງເປັນໄປຊື້ອາໄຫຼ່ຢູ່ໄທ ກະໜ້າຈະບໍ່ເກີນ 300 ບາດ


໔ ກະທູ້
໓໔໔ ໂພສ
ຊຳນານການເວັບບອດ
ຂ້ອຍລະບໍ່ປານໃດນ່າອັນໂທລະສັບເພແລ້ວເອົາໄປແປງຫັ້ນນະຊາທີ່ເຄີຍເຈີຊັ້ນດອກແປງປະມານສາມສີ່ແສນ ໃຊ້ໄດ້ຄືນບາງເທື່ອກະບໍ່ຮອດເດືອນກະເພອີກລະ ທາງທີ່ດີກ່ອນທີ່ຈະແປງນະແນະນຳໃຫ້ສຶກສາຂໍ້ມູນຂອງທາງຮ້ານກ່ອນເດີເພື່ອເຂົາຈະບໍ່ໄດ້ເອົາປຽບເຮົາຫລາຍ ເວົ້າມ່ວນແຕ່ທຳອິດ ພໍມີບັນຫາກັບໄປອີກລະຫນ້າເຂົາກະບໍ່ຢາກເບິ່ງເຮັດປານເຮົາໄປຂໍເຂົານິ ອີຫລີໄດ໋ບ້ານເຮົາທຸກມື້ນີ້ເປັນແບບນີ້ແລະເຄີຍເຈີກັບຕົວເອງມາຫລາຍຄັ້ງລະ