ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>


໓ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ບັນຫາການຢຸດຕິໂປໂມຊັນໂທຟຣີຂອງແຕ່ລະເຄືອຄ່າຍ ແມ່ນອີງຕາມການແຈ້ງການຂອງ ກະຊວງໄປະນີ ໂທລະຄົມມະນາຄົມ ແລະ ການສື່ສານ ເລື້ອງບໍ່ໃຫ້ມີການເຮັດ Promotion ກ່ຽວກັບການໂທຟຣີ ໃນເຄືອຄ່າຍ ຫຼື ນອກເຄືອຄ່າຍ ຫາກເຄືອຄ່າຍໃດເຮັດແມ່ນຈະໄດ້ປະຕິບັດຕາມລະບຽບກົດໝາຍ
ເພາະສະນັ້ນ ທຸກເຄືອຄ່າຍຈິງຕ້ອງໄດ້ຢຸດທຸກ Promotion ທີ່ມີການໂທຟຣີ



ຈາກ PR, LTC


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາເຫດຫຼັກມັນແມ່ນຫຍັງ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊັ້ນຖ້າບໍ່ມີໂປຣໂມຊັນ ກະບໍ່ຈຳເປັນຕ້ອງລົງໂຄສະນາແລະແຂ່ງຂັນກັນ ແລ້ວລັດສາມາດອອກມາດຕະການຄຸ້ມຄອງຜູ້ໃຊ້ໂທລະສັບເຄື່ອນທີ່ໄດ້ບໍລະໃນການໃຫ້ບໍລິການຂ້າມໂຄງຄ່າຍ ເພາະບາງເຄືອຄ່າຍກະບໍ່ມີສັນຍານໃນເຂດຫ່າງໄປສອກຫລີກ ບໍ່ແມ່ນເອົາຜົນປະໂຫຍດເຂົ້າໃສ່ໂຕເອງພຽງຝ່າຍດຽວ ປະເທດອື່ນເຂົາໄປໄກແລ້ວໂຕເອງລະນັບມື້ນັບຍ່າງຖອຍຫລັງ ອີຕົນຊາດປະຊາຊົນລາວເດ...


໙ ກະທູ້
໗໙ ໂພສ
ຂາປະຈຳເວັບບອດ
ກະຢາກຮູ້ເປັນຫຍັງກະຊວງໄປສະນີ ໂທລະຄົມມະນາຄົມຈິ່ງບໍ່ໃຫ້ທຸກເຄືອຄ່າຍເຮັດໂປຣໂມເຊັນໂທຟີ ທັ່ງທີ່ເຄືອຄ່າຍບາງເຄືອຄ່າຍບໍ່ແມ່ນຂອງລັດ, ການແຂ່ງຂັນກັນດ້ານການຄ້າມັນຕ້ອງມີໂປຣໂມເຊັນເປັນທຳມະດາ ແລະ ຂຶ້ນກັບການຕະຫຼາດວາງແຜນວ່າຈະເຮັດແນວໃຄຄົນຈິ່ງນິຍົມໃຊ້ ຫຼື ວ່າຢ້ານເຄືອຄ່າຍຂອງລັດວິສາຫະກິດບໍ່ໄດ້ຮັບຜົນກຳໄລບໍ ຈິ່ງສັ່ງໃຫ້ຢຸດເຊົາ.


໐ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ใช้โทละสับกํได้นี่ โทฟรีเพรียบ...........


໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄ່າໂທແພງຫລາຍ ກິກກະຖີ້ມໝົດແລ້ວນິ


໐ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ใช้โทละสับของไทกํได้นี่ โทฟรีเพรียบ...........


໑໐ ກະທູ້
໕໓໐ ໂພສ
ຊຳນານການເວັບບອດ
ສົ່ງຈົດໝາຍຫາກັນເອົາເນາະຊັ້ນນະ



໒ ກະທູ້
໒໔໐ ໂພສ
ນັກການກະທູ້
ເວົ້າຫລາຍພວກເຈົ້າ ຜູ້ໃຫຍ່ເພີ່ນຄືຊິຄິດມາດີລະແຫລະ ຈີງອອກມານະ ທ່ານຕ້ອງທຳໃຈ ອັນນີ້ແມ່ນຫຍັງ ພຽງແຕ່ຜົນປະໂຍດມາຫາເຈົ້າຫນອຍ ກະຕິເພີ່ນລະເດະ ການບໍລິຫານຂອງຜູ້ໃຫຍ່ໃນປະເທດເຮົາອາດຈະບໍ່ເຮັດໃຫ້ເຈົ້າໄດ້ອອກໃປນອກໂລກໄດ້ ແຕ່ເພີ່ນກະບໍ່ເຄີຍເຮັດໃຫ້ປະເທດລາວ ຫລົ່ມຈົມຕົວ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vkh ຂຽນວ່າ...
ກະຢາກຮູ້ເປັນຫຍັງກະຊວງໄປສະນີ ໂທລະຄົມມະນາຄົມຈິ່ງບໍ່ໃຫ້ທຸກເຄືອຄ່າຍເຮັດໂປຣໂມເຊັນໂທຟີ ທັ່ງທີ່ເຄືອຄ່າຍບາງເຄືອຄ່າຍບໍ່ແມ່ນຂອງລັດ, ການແຂ່ງຂັນກັນດ້ານການຄ້າມັນຕ້ອງມີໂປຣໂມເຊັນເປັນທຳມະດາ ແລະ ຂຶ້ນກັບການຕະຫຼາດວາງແຜນວ່າຈະເຮັດແນວໃຄຄົນຈິ່ງນິຍົມໃຊ້ ຫຼື ວ່າຢ້ານເຄືອຄ່າຍຂອງລັດວິສາຫະກິດບໍ່ໄດ້ຮັບຜົນກຳໄລບໍ ຈິ່ງສັ່ງໃຫ້ຢຸດເຊົາ.


ອັນທີ່ຈິງບໍ່ແມ່ນວ່າເຮົາໄດ້ໂທຟີຣໄດ໋ ເພາະກ່ອນທີ່ເຮົາຈະໂທອອກໄດ້ກະຕ້ອງໄດ້ມີເງິນໃນບັນຊີກ່ອນລະຈຶ່ງໄດ້ໂທ ຄັນໂທຟີຣລະແມ່ນຄືສະກ່າຍ ກັບເອັມຫັ້ນຈຶ່ງເອີ້ນວ່າໂທຟີຣ ແຕ່ເຮົາກະຍັງໄດ້ຈ່າຍຄ່າເນັດອີກ ນັ້ນກະໝາຍຄວາມວ່າເຮົາບໍ່ໄດ້ຫຍັງມາຟີຣເລີຍແມ່ນບໍ?


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອອກມາປົກປ້ອງຂະໜາດນັ້ນຄືສິມີຜົນປະໂຫຍດຮ່ວມກັນເນາະ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍບໍ່ຮູ້ວ່າພາຄຣັຖຕ້ອງກາຣຫຍັງຈາກມຕິດັ່ງກ່າວ..
ເພາະແນ່ນອນວ່າ ຖ້າຄ່າໂທແພງ ຜູ້ໃຊ້ຈະໃຊ້ໜ້ອຍລົງ ແນ່ນອນວ່າຣັຖຕ້ອງເກັບອາກອຣຊົມໃຊ້ໄດ້ໜ້ອຍລົງ..


໑ ກະທູ້
໕໗໐ ໂພສ
ຊຳນານການເວັບບອດ
ຖ້າເຮັດບໍ່ແບບນັ້ນ ບັນດາບໍລິສັດທີ່ໃຫ້ການບໍລິການດ້ານໂທລະຄົມ ຈະມອບພັນທະຕໍ່ງົບປະມານ ບໍ່ໄດ້ຕາມຄາດໝາຍນະ


໑ ກະທູ້
໑໒໕ ໂພສ
ນັກການກະທູ້
ຖ້າຢູ່ໄກ້ໄທມີພີ່ນ້ອງຫລາຍກໍຫັນໄປໃຊ້ເບີໄທໂທກະໄດ້ຕີຫວາເຂົາມີໂປຮໂມຊັ້ນໂທຟີອີກຫນາເຕີມບັດກະມີການເພີ່ມໃຫ້ອີກນະ
ເບີງແຖວເມກາຍູ່ທາງເລືອກໃຊ້ລະບົບໂທລະສັບເຂົາແບບເຕີມເງີນຫລືແບບລາຍເດືອນມັກເຄືອຂ່າຍໄດຍູ່ທາງເລືອກຍ້ອນເຂົາແຂ່ງ
ກັນຫລູດລາຄາເອົາໃຈລູກຄ້າມີຫລາກຫລາຍໃຫ້ເລືອກຄັກຂະນາດນະ ໄຜຕາບໍແຈ້ງກະບອກໃຫ້ຮູ້ແດ່ເອົາຕົວຢ່າງອັນດີໆຈາກບອ່ນເພີ່ນເຮັດ
ແລ້ວມັັັນເກີດຜົນດີແກ່ທູກຄົນມານຳໃຊ້ຫນ້າຈະດີ


໑໓ ກະທູ້
໒໕໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Bing ຂຽນວ່າ...
ຄ່າໂທແພງຫລາຍ ກິກກະຖີ້ມໝົດແລ້ວນິ





໓ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສາເຫດທີ່ ກະຊວງສັ່ງຍຸຕິ Promotion ໂທຟຣີ ກະບໍ່ແມ່ນເລື້ອງຫຍັງດອກ ເພາະທຸກເຄືອຄ່າຍແມ່ນຂື້ນກັບ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ແຕ່ຊວ່ງທີ່ຜ່ານມາແຕ່ແຕ່ລະເຄືອຄ່າຍມີການແຂ່ງຂັນດ້ານ Promotion ລວມທັງການ ໂທຟຣີທັງໃລະນອກເຄືອຄ່າຍ ເຮັດໃຫ້ມີບັນຫາທັງພາຍໃນ ເຄືອຄ່າຍ ແລະ ບັນຫານອກເຄືອຄ່າຍ ພ້ອມຍັງສົ່ງຜົນກະທົບດ້ານລາຍຮັບ ນຳອີກ ເພາະແຕ່ລະເຄືອຄ່າຍຕ້ອງໄດ້ຈ່າຍເງິນພັນທະ ໃຫ້ລັດຖະບານ ດັ່ງນັ້ນທາງຂັ້ນເທິງເພິ່ນຈິງເຮັດໃຫ້ເປັນເອກະພາບກັນໝົດທຸກເຄືອຄ່າຍ
ແຈ້ງການເລກທີ: 1463\\ອປທ.ຫກ ລົງວັນທີ 24 ມິຖຸນາ 2011 ປັບອັດຕາຄ່າໂທ ແລະ ຂໍ້ຄວາມ
ແຈ້ງການເລກທີ: 1690\\ອປທ.ຫກ ລົງວັທີ 29 ກໍລະກົດ 2011 ຢຸດຕິ Promotion ທີ່ມີການໂທຟຣີ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອຍຊວຍແລ້ວບໍມີຂອງຟີຣ....ອຶອຶອຶ


໗ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ເຊັງເລີຍ ອົດໂທຫາແຟນເລີຍ


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຫຍັງຂັ້ນເທິງຄືບໍ່ເຮັດໃຫ້ມັນຖືກລົງ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໔ ກະທູ້
໓໔໔ ໂພສ
ຊຳນານການເວັບບອດ
ງານນີ້ຕ້ອງໄດ້ໃຊ້ສະກ່າຍ ແລະເອັມລົມກັນເອົາ


໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອຍອົດແລ້ວເຮົາ


໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ DeXxZaAA ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Bing ຂຽນວ່າ...
ຄ່າໂທແພງຫລາຍ ກິກກະຖີ້ມໝົດແລ້ວນິ








ແມ່ນຫຍັງພັດລົມຂອງເບຍ


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຂົ້າໃຈແທ້ໆເນາະ ຝົນຕົກນ້ຳຖ້ວມ ນ້ຳມັນແພງ ຂອງກິນຂື້ນລາຄາ ພັດໂປໂມຊັ້ນໂທປະຢັດເງີນກະບໍ່ມີ ມີແຕ່ເປືອງກັບເປືອງ ຕໍ່ໄປນີ້ຄ່າໃຊ້ຈ່າຍກະເລີ່ມຫຼາຍຂື້ນ ບໍ່ຮູ້ວ່າທາງລັດເພີ່ນຈະຊ່ວຍຫຍັງເຮົາ ງົງນະ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ nuiiijang ຂຽນວ່າ...
ບໍ່ເຂົ້າໃຈແທ້ໆເນາະ ຝົນຕົກນ້ຳຖ້ວມ ນ້ຳມັນແພງ ຂອງກິນຂື້ນລາຄາ ພັດໂປໂມຊັ້ນໂທປະຢັດເງີນກະບໍ່ມີ ມີແຕ່ເປືອງກັບເປືອງ ຕໍ່ໄປນີ້ຄ່າໃຊ້ຈ່າຍກະເລີ່ມຫຼາຍຂື້ນ ບໍ່ຮູ້ວ່າທາງລັດເພີ່ນຈະຊ່ວຍຫຍັງເຮົາ ງົງນະ


ຄົງຈະບໍ່ມີຫຍັງດີຂື້ນດອກນອກຈາກຄຳວ່າຂູດຮີດ...........


໑໓ ກະທູ້
໒໕໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Bing ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ DeXxZaAA ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Bing ຂຽນວ່າ...
ຄ່າໂທແພງຫລາຍ ກິກກະຖີ້ມໝົດແລ້ວນິ








ແມ່ນຫຍັງພັດລົມຂອງເບຍ



ma bg Beer sork kik theow niii


໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ nuiiijang ຂຽນວ່າ...
ບໍ່ເຂົ້າໃຈແທ້ໆເນາະ ຝົນຕົກນ້ຳຖ້ວມ ນ້ຳມັນແພງ ຂອງກິນຂື້ນລາຄາ ພັດໂປໂມຊັ້ນໂທປະຢັດເງີນກະບໍ່ມີ ມີແຕ່ເປືອງກັບເປືອງ ຕໍ່ໄປນີ້ຄ່າໃຊ້ຈ່າຍກະເລີ່ມຫຼາຍຂື້ນ ບໍ່ຮູ້ວ່າທາງລັດເພີ່ນຈະຊ່ວຍຫຍັງເຮົາ ງົງນະ



ກະຈັງວ່າ ລັດຖະບານຍ້ານປະຊາຊົນຈ່າຍເງີນບໍ່ໝົດເພາະໃກ້ຮອດ2012ແລ້ວ


໑ ກະທູ້
໑໓ ໂພສ
ຂາປະຈຳເວັບບອດ
ຊ່ວຍແລ້ວບາດນີ້


໘ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
ສົງໄສວ່າ ເງິນໂທຟີນີ້ ຈະບໍ່ເສຍພາສີໃຫ້ລັດທະບານ ຈຶ່ງເຮັດໃຫ້ລັດຖະບານຂາດຜົນປະໂຫຍດ ຈຶ່ງສັ່ງຢຸດໂປໂມຊັ່ນ

ຂະໜາດຜູ້ໃຫ້ບໍລິການເມວ www.gmail.com ແຕ່ກ່ອນແມ່ນໂທໄປເມກາ ແລະການາດາຟີ (ໂທຢູ່ເມວເຂົ້າມືຖື) ແຕ່ອາທິດນີ້ມັນໃຫ້ເສຍເງິນແລ້ວ ຕ້ອງໄດ້ເຕີມກາດຈຶ່ງໂທໄດ້

ໝົດແນວທາງຟີ



໑໑ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ອິນເຕີເນັດດາວໂຫລດບໍ່ຈຳກັດ ຖືກກ່ອນນີ້ກະບໍ່ໄດ້ຫວ໋າ ມັນຍັງແພງຢູ່ນະ ຈັກສີ່ແສນຫ້າກະຫນ້າຈະໂອເຄໄດ


໘ ກະທູ້
໘໔໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ nuiiijang ຂຽນວ່າ...
ບໍ່ເຂົ້າໃຈແທ້ໆເນາະ ຝົນຕົກນ້ຳຖ້ວມ ນ້ຳມັນແພງ ຂອງກິນຂື້ນລາຄາ ພັດໂປໂມຊັ້ນໂທປະຢັດເງີນກະບໍ່ມີ ມີແຕ່ເປືອງກັບເປືອງ ຕໍ່ໄປນີ້ຄ່າໃຊ້ຈ່າຍກະເລີ່ມຫຼາຍຂື້ນ ບໍ່ຮູ້ວ່າທາງລັດເພີ່ນຈະຊ່ວຍຫຍັງເຮົາ ງົງນະ


ຄົງຈະບໍ່ມີຫຍັງດີຂື້ນດອກນອກຈາກຄຳວ່າຂູດຮີດ...........

tha man khue u fb nee kod like hai leo


ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>