ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>


໑໓ ກະທູ້
໖໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ OnoyO ຂຽນວ່າ...
ເວົ້າຫລາຍພວກເຈົ້າ ຜູ້ໃຫຍ່ເພີ່ນຄືຊິຄິດມາດີລະແຫລະ ຈີງອອກມານະ ທ່ານຕ້ອງທຳໃຈ ອັນນີ້ແມ່ນຫຍັງ ພຽງແຕ່ຜົນປະໂຍດມາຫາເຈົ້າຫນອຍ ກະຕິເພີ່ນລະເດະ ການບໍລິຫານຂອງຜູ້ໃຫຍ່ໃນປະເທດເຮົາອາດຈະບໍ່ເຮັດໃຫ້ເຈົ້າໄດ້ອອກໃປນອກໂລກໄດ້ ແຕ່ເພີ່ນກະບໍ່ເຄີຍເຮັດໃຫ້ປະເທດລາວ ຫລົ່ມຈົມຕົວ



ໂປຣໂມຊັ້ນຕ່າງໆລ້ວນແລ້ວແຕ່ເຮັດໃຫ້ຜູ້ບໍລິໂພກຫຼືຜູ້ຊົມໃຊ້ໄດ້ຮັບຜົນປະໂຫຍດ, ແຕ່ກົງກັນຂ້າມ ກັບເຮັດໃຫ້ອີກຝ່າຍໜື່ງເສຍຜົນປະໂຫຍດ (ກູ່ມຄົນສ່ວນນ້ອຍ) ແຕ່ການແຈ້ງຢຸດຕິການໂປຣໂມຊັ້ນນັ້ນຄວນອະທິບາຍ ໃທ້ຫຼາຍກ່ວານີ້, ເປັນຫັຍງຈິງປິດ ແລະ ມີຜົນກະທົບຕໍ່ໃຜ ພາກສ່ວນໃດ ຖ້າຫັຍງອະທິບາຍບໍ່ໄດ້ແລ້ວ ແນ່ນອນອາດເຮັດຜູ້ບໍລິໂພກຫຼື ຜູ້ຊົມໃຊ້ ເກີດການລະແວງສົງໃສຕ່າງໆນາໆ ວ່າ ນີ້ແ່ມນຜົນປະໂຫຍດຂອງສ່ວນລວມ ຫຼື ຜົນປະໂຫຍດຂອງສ່ວນຕົວ

ຫັວງດີຕໍ່ປະເທດຊາດ


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ketsana ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ maimone ຂຽນວ່າ...
ເຖີງວ່າ ການຢຸດຕິໂປຣໂມຊັ້ນເປັນການສົ່ງຜົນກະທົບຕໍ່ຜູ້ນຳໃຊ້ ໂດຍກົງ .....ແຕ່ຂ້ອຍກະເຫັນດີນຳພາກລັດ ເຊິ່ງວິທີນີ້ຊ່ວຍໃຫ້ນ້ອງນ້ອງນັກຮຽນໃຊ້ໂທລະສັບໜ້ອຍລົງ ແລະອາດຈະມີເວລາໃຫ້ເລື້ອງຮຽນເພີ່ມຂື້ນອີກໜ້ອຍໜື່ງກໍ່ຍັງເປັນການດີ



ຕໍ່ກັບບັນຫານີ້ ຖ້າວ່າພັກລັດຈະໃຊ້ວິທີນີ້ເພື່ອໃຫ້ນັກຮຽນໃຊ້ໂທລະສັບໃຫ້ໜ້ອຍລົງຄືໄໝມ້ອນວ່າ ເຮົາວ່າໜ້າຈະບໍ່ໄດ້ຜົນເທົ່າທີ່ຄວນ ເພາະບັນຫານີ້ມັນຕ້ອງແກ້ທີ່ກົກ ກະຄືຄົນ ເຖິງຈະໃຊ້ວິທີນີ້ ຖ້ານັກຮຽນບໍ່ມີກະຈິດກະໃຈຈະຮຽນກະຄືເກົ່າໃດ໋ເຮົາວ່າ ມັນຂຶ້ນກັບຄົນນະ



-----------------------------------------------------------------------------------------------
bor khiey dai yin wa khum wao to wa::" ao garn hien pen luk ao khuam huk pen kum lung jaiiiiiiiiiiiii"



ບໍ່ນະ
ເຄີຍໄດ້ຍິນແຕ່ "ມີຮັກໃນໄວຮຽນ ຄືດັງໄຟກາງສາຍຝົນ

I believe in the IMPOSSIBLE

໑໓ ກະທູ້
໖໙ ໂພສ
ຂາປະຈຳເວັບບອດ
ຜູ້ໃດຈົນຍິງຈົນລົງອີກ ແທນທີ່ຈະໄດ້ຄ່າໂທຖືກ ແຕ່ກັບແພງ


໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ເຮັດແບບນີ້ກໍ່ມີຜົນດີຢູ່ບ່ອນວ່າ ເພື່ອປ້ອງກັນລັດວິສະຫະກິດຈາກແຮງກົດດັນພາຍນອກທີ່ເໜືອກວ່າ ແລະ ພ້ອມນີ້ຍັງຈະໄດ້ເກັບອາກອນຜູ້ບໍລິໂພກໄດ້ເປັນປົກກະຕິ ແຕ່ຜົນເສຍຄື: ຜູ້ບໍລິໂພກໄດ້ຮັບຄວາມເດືອດຮ້ອນຈາກອັດຕາການໃຊ້ຈ່າຍຄ່າໂທທີ່ສູງຂຶ້ນ ບວກກັບສະພາບເສດຖະກິດທີ່ຫົດຮູ່ ກໍ່ຍິ່ງເຮັດໃຫ້ຄົນລາວທີ່ທຸກຕ້ອງຊ້ຳຈົນເຂົ້າໄປ. ຖ້າອາກອນທີ່ເກັບໄປນັ້ນນຳໃຊ້ໃຫ້ຖືກທາງ ສ້າງປະໂຫຍດຕໍ່ບ້ານເມືອງ ກໍ່ຈະເປັນການດີ ຖ້າລັດບໍ່ໂກງແຫຼກ ແຕ່ຕາມທີ່ເຫັນຜ່ານມາຮູ້ສຶກວ່າ..... (ຄືປະຊາຊົນລາວເຮົາຮູ້ກັນຫັ້ນແຫຼະ) ລວມຍອດຜະລິດຕະພັນພາຍໃນ ແຕ່ລະປີເຕີບໂຕ 7% ກວ່າໃນແຕ່ລະປີ ເປັນປະເທດອື່ນເຂົາຈະເລີນແທ້ ແຕ່ເສຍທີເປັນລາວ ..... ເລີຍອອກມາໂຄດຈົນແບບນີ້ .... ອາຍປະເທດອື່ນເຂົາເດ໊ ... ເຂົາດ່າເຮົາກ່າທົນໄປຊື້ແຫຼະ ເພາະເຮົາບໍ່ມີປັນຍາພິກປະເທດໃຫ້ຈະເລີນຄືເຂົາໄດ້


໔ ກະທູ້
໓໔໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ laotelecom ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ dee000 ຂຽນວ່າ...
5,000 ກີບເດືອນໜຶ່ງກະ 150,000 ກີບລະເດ ເບີລາຍເດືອນບາງເບີຍັງບໍ່ໄດ້ຮອດແສນຊ້ຳຄັນສິວ່າໄປ ບໍ່ວ່າຕີລາວສິບໍ່ເຮັດບໍ່ທຳຫຍັງລົມແຕ່ໂທລະສັບໝົດມື້
ຕົວຢ່າງໄທມັນໃຊ້ໂທຂ້າມເຄືອຄ່າຍ ວິນາທີລະ 1 ສະຕາງມັນຍັງຢູ່ໄດ້ ເນັດກະຖືກອີກ ແຖມຍັງໃຫ້ບໍລິການຂ້າມໂຄງຄ່າຍອີກ ບ້ານເຮົາຫຍັງກະແພງ ເມື່ອບໍ່ມີການແຂ່ງຂັນແນ່ນອນລູກຄ້າມັນກະໃຊ້ຫນ້ອຍລົງເຊື່ອແນ່ວ່ານັບແຕ່ນີ້ໄປລາຍຮັບຂອງທຸກໆເຄື່ອຂ່າຍຫລຸດລົງແນ່ນອນ


ເຈົ້າເອົາບ້ານເຮົາໄປທຽບໃສ່ໄທບໍ່ໄດ້ດອກເພາະບ້ານເຮົາປະຊາກອນມີປະມານ 6 ລ້ານຄົນ ແຕ່ປະຊາກອນໄທມີ 60 ກວ່າລ້ານຄົນ ຈິ່ງເຮັດໃຫ້ໄທເກັບຖືກແຕ່ໄດ້ຈາກຈຳນວນຫຼາຍ
ເຈົ້າຄຶດເບິ່ງລະຫວ່າງ 60 ລ້ານ ກັບ 6 ລ້ານ ມັນຫ່າງກັນຊຳໃດ
ແຕ່ເວົ້າເລື້ອງຄ່າໂທ ແລະ ຄ່າ Internet ສ່ວນຫຼາຍແລ້ວແຕ່ລພເຄືອຂ່າຍຈະຄິດກຳໄລ 10% - 20% ຈາກຕົ້ນທຶນ.


ຄິດແລ້ວວ່າຕ້ອງມີຄົນເວົ້າແບບນີ້,,,,
ທີ່ຄວາມຈະເລີນນະຄືວ່າຢາກເອົາໄປທຽບກັບຊາດອື່ນດີແທ້ໃຫ້ເຂົາເຊີດຫນ້າຊູຕາ
ທີການດ້ອຍພັດທະນານະບໍ່ມີໃຜຢາກເອົາໄປທຽບເນາະ ຄົນເຮົາບໍ່ມີໃຜຈະຍ່າງດ້ວຍກ້າວທີ່ ສິບໄປໄດ້ດອກ ກ່ອນຈະຍ່າງໄປຫາຈຸດນັ້ນໄດ້ກໍ່ຕ້ອງໄດ້ເລີ້ມຕົ້ນຈາກກ້າວທຳອິດບໍ່ແມ່ນວະ?


໕ ກະທູ້
໑໗໑ ໂພສ
ນັກການກະທູ້
zenggggggg


ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>