ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ໂທລະສັບມືຖື, ອຸປະກອນຂະໜາດນ້ອຍ ແລະເຄືອຂ່າຍໂທລະສັບ » ຈະເຮັດແນວໃດຖ້າເວລາຟ້າຮ້ອງແລ້ວບໍ່ຢາກປິດໂທລະສັບ ເຂົ້າມາເບິ່ງ ວິທີ ຂພຈ

໑໕ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ




ເຫັນເພື່ອນໆຫລາຍຄົນເວລາຝົນຕົກ ຈັກມັກປິດໂທລະສັບ ບັດເວລາໄຟດັບມາ ແນ່ນອນຕ້ອງງົມຫາທຽນມາໄຕ້ເພາະວ່າຈະໃຊ້ໄຟສາຍ ຫລື ແສງໃນຫນ້າຈໍໂທລະສັບໃຊ້ບໍ່ໄດ້ ຂພຈ ຂໍແນະນຳ ໃຫ້ໃຊ້ໂທລະສັບໃນໂຫມດ ອອຟໄລ ແລະ ບໍ່ຈຳເປັນຕ້ອງເອົາຊິມອອກ ເພາະໂຫມດ ອອຟໄລ ກໍ່ບໍ່ຕ່າງຫຍັງກັບການເອົາຊິມອອກ ແລະ ບໍ່ຕ້ອງກັງວົນວ່າຈະເປັນອັນຕະລາຍ ເພາະວ່າໃນໂຫມດ ອອຟໄລ ໂທລະສັບຂອງພວກເຮົາ ຈະບໍ່ສາມາດເຮັດກິດຈະກຳໃດໆທັງສິ້ນໄດ້ກັບເຄືອຂ່າຍ , ເຫັນບາງທ່ານກໍ່ເວົ້າວ່າບໍ່ຢ້ານດອກເປິດໂທລະສັບໄວ້ຊື່ໆບໍ່ໄດ້ໂທ ແມ່ນແທ້ຖ້າທ່ານບໍ່ໄດ້ໂທ ແຕ່ໃນກໍລະນີມີຄົນໂທຫາທ່ານເດລະ ເພາະວ່າຄື້ນສັນຍານໂທລະສັບເວລາໂທເຂ້າ - ອອກ ຈະມີການດຶງດູດສູງຈາກເສົາສັນຍານ ບໍ່ຕ່າງຫຍັງກັບການຫ່ອຍປາຢ້າງໄວ້ໃກ້ແມວ ເພາະຊີວິດເປັນສິ່ງສຳຄັນບໍ່ຕ້ອງຢູ່ໃນຄວາມສ່ຽງ.......................................................

ສ່ວນການໃຊ້ໂຫມດ ອອຟໄລນັ້ນ ເຄື່ອງ ຈີນໄອໂມບາຍ ສ່ວນໃຫຍ່ ກໍ່ຈະເຂົ້າຕັ້ງຄ່າເຄື່ອງ- ຕັ້ງຄ່າຊິມ ຫລື ເຄື່ອງມີສອງຊິິມກໍ່ຈະ
ເຂົ້າຕັ້ງຄ່າສອງຊິມ ແລ້ວ ເລືອກໂຫມດ ອອຟໄລ ໄດ້ເລີຍ.

ສ່ວນພວກຕະກູນໂນເກຍ ຍົກຕົວຢ່າງພວກ n70 ກໍ່ກົດປຸມປິດບາດຫນື່ງ ແຕ່ຫ້າມກົດຈຶ້ງໄວເລຍ ເພາະເຄື່ອງຈະມອດ ໃຫ້ກົດບາດຫນື່ງແລ້ວກົດປຸ່ມເລື່ນຫາໂຫມດ ອອຟໄລໄດ້ເລຍ ຫລື ບໍ່ສະນັ້ນ ກໍ່ເຂົ້າຕັ້ງຄ່າເອົາກໍ່ໄດ້.


ເພື່ອເປັນປະໂຫຍດກັບທຸກໆທ່ານ ຜິດພາດປະການ ຫລື ຖ້າໃຜຮູ້ແລ້ວຂໍອະໄພ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທີ່ໃຫ້ຄວາມຮູ້


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕົກກະຊາງ ບໍ່ເຄຍປິດຈັກເທືອ ນອກຈາກປິດໜີໜີ້

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂພຈ ກໍ່ມັກໃຊ້ໂໝດນີ້ເຊັ່ນດຽວກັນ!!!

ຖ້າເປັນ iphone ເຂົາເຈົ້າເອີ້ນວ່າໂໝດຍົນ Airplane Mode!!!


ແຕ່ລະວັງສຳລັບຄົນທີ່ມັກສາບານຫຍັງໄວ້...ໂໝດໃດກະຊ່ອຍກັນຟ້າຜ່າບໍ່ໄດ້ເດີ້!! 5555



໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ເດບໍ່ເຄີຍປິດໂທລະສັບນອກຈາກຂື້ນເຄື່ອງເວລາອອກເດີນທາງບາງຄັ້ງ
ຟ້າຮ້ອງ ຟ້າຜ່າກະບໍ່ກ່ຽວຖ້າເຮົາບໍ່ລົມນອກອາຄານບ້ານເຮືອນ ແຕ່ຖ້າລົມຢູ່ກາງແຈ້ງແທ້ອັນຕະລາຍແນ່ນອນ...


໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wantiya ຂຽນວ່າ...
ຕົກກະຊາງ ບໍ່ເຄຍປິດຈັກເທືອ ນອກຈາກປິດໜີໜີ້



ຮ່າໆໆ


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທີ່ໃຫ້ຄວາມຮູ້


໑໐ ກະທູ້
໒໔໒ ໂພສ
ນັກການກະທູ້


໔ ກະທູ້
໗໕໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ wantiya ຂຽນວ່າ...
ຕົກກະຊາງ ບໍ່ເຄຍປິດຈັກເທືອ ນອກຈາກປິດໜີໜີ້


ແມ່ນໆ












໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑ ກະທູ້
໕໗໐ ໂພສ
ຊຳນານການເວັບບອດ
ດຽວນີ້ລະບົບສົ່ງສັນຍານຂອງແຕ່ລະເຄື່ອຄ່າຍ ມີການປ້ອງກັນການຊ໊ອດແລະຜ່າຈາກສາຍຟ້າແລ້ວບໍ່ແມ່ນຫວາ


໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ POO2 ຂຽນວ່າ...
ດຽວນີ້ລະບົບສົ່ງສັນຍານຂອງແຕ່ລະເຄື່ອຄ່າຍ ມີການປ້ອງກັນການຊ໊ອດແລະຜ່າຈາກສາຍຟ້າແລ້ວບໍ່ແມ່ນຫວາ



ແຕ່ມັນກໍ່ບໍ່ 100% ດອກທ່ານ!!!

ຖ້າມີຄົນກ້າລອງຂອງ..ຮັບໂທລະສັບຢູ່ກາງເດີ່ນເວລາມີຟ້າຜ່າເບິ່ງ!!

ຖ້າລາວບໍ່ເປັນຫຍັງຈິເຊື່ອຢູ່!!!!




໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບຣະເຍິມເອິມ


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະເຮັດແບບນີ້ມາແຕ່ໃດ

ຍາມຝົນຕົກຟ້າຄຳລາມແລ້ວໃຊ້ໂໝດ ອອຟໄລນ໌ ໂລດແຫຼະ


I believe in the IMPOSSIBLE

໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂອບໃຈທີ່ບອກສາລະດີດີ

ເພາະມີເຈ້າເປັນເພີ່ອນຮັກ



໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wantiya ຂຽນວ່າ...
ຕົກກະຊາງ ບໍ່ເຄຍປິດຈັກເທືອ ນອກຈາກປິດໜີໜີ້


ລຸງເວົ້າຖືກ


໙ ກະທູ້
໑໐໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ wantiya ຂຽນວ່າ...
ຕົກກະຊາງ ບໍ່ເຄຍປິດຈັກເທືອ ນອກຈາກປິດໜີໜີ້


ຖືກຕ້ອງແລ້ວທ່ານ ວ່າແຕ່ຄືສິມີໜີ້ຄັກເນາະ ເບິ່ງທ່າກິນເຫລົ້າຫັ້ນ ຫ່າໆໆ