ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໙ ກະທູ້
໘໘ ໂພສ
ຂາປະຈຳເວັບບອດ
ມີໃຜໄດ້ໃຊ້ໂທລະສັບລຸ້ນນີ້ບໍ່? ມັນເປັນຈັງໃດຫຼີ້ນຄັກຢູ່ຫວາ

[img][/img]

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລຸ້ນນີ້ເປີດໂຕໄດ້ 1 ປີພໍດີ ຖືວ່າດົນສົມຄວນ
ເປັນ android 2.2 froyo
ຄວາມລະອຽດຈໍ 480 x 800
ກ້ອງ 5 M

http://www.siamphone.com/spec/acer/liquid_metal.htm
http://www.siamphone.com/review/2011/acer/liquid_metal/page.htm

໙ ກະທູ້
໘໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ nixsona ຂຽນວ່າ...

ໂດຍ...ຢາກຮູ້ວ່າມັນໃຊ້ຄັກບໍ່ຫັນນະ....

໔ ກະທູ້
໓໔໔ ໂພສ
ຊຳນານການເວັບບອດ
ຊື້ແລ້ວບໍ? ຖ້າຈະເລ່ນແອນດ່ອຍນະ ເລ່ນຍີ່ຫໍ້ HTC ຫລື Sony ດີກ່ວາເດີຂໍບອກ ຍີ່ຫໍ້ແຊມຊຳ ຫລືຍີ່ຫໍ້ອື່ນປ່ອຍໃຫ້ເທບໄປໂລດເຄື່ອງເຈັ້ງງ່າຍເດີ...

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊັ້ນເຄີຍໃຊ້ android ມາກ່ອນບໍ່ ?

໔ ກະທູ້
໓໔໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ nixsona ຂຽນວ່າ...
ຊັ້ນເຄີຍໃຊ້ android ມາກ່ອນບໍ່ ?

ຖາມຂ້ອຍບໍ?
ເຄີຍໃຊ້ Android, BB, Symbian ແລະ iOS ຍັງແຕ່ Windows Phone ລອງລັກເລ່ນຂອງອ້າຍເຂີຍໂອເຄຢູ່ໄດ໋ Lumia 900 ຄວາມໄວ 1.4 GHz
ແລະ RAM ແຄ່ 512MB ແຕ່ລະບົບມັນເປັນລະບຽບສຳພັດຈໍເລື່ອນໄຫລໄວປືດໆ ທີ່ໜ້າປະທັບໃຈຄືອັບໂຫລດຮູບລົງ Facebook ແລະໜ້າເວັບຕ່າງໆ
ໄດ້ຢ່າງວ່ອງໄວ ຍີ່ຫໍ້ກຳຊຸງ III (Samsung Galaxy S3) ໜ່ວຍປະມວນຜົນເປັນ Quad Core (ຖືວ່າສະເປັກບໍ່ທຳມະດາລະໄດ໋ນິ) ຄວາມໄວເທົ່າກັນ
RAM 1GB ແຕ່ອັບໂຫລດຂໍມູນຊິດຊ້າຍໄປໄກໆເລີຍ Lumia ກິນຂາດ ທີ່ໜ້າເປັນຫ່ວງສຸດໆເປັນເອກະລັກຂອງກຳຊຸງຕອນນີ້ຄືອາການເຄື່ອງຄ້າງ ກັບ
ດັບເອງເວລາໃຊ້ເປັນເວລານານເວົ້າແລ້ວເສົ້າ
ສຳລັບຂ້ອຍດຽວນີ້ຈົບລົງທີ່ iOS ກັບ BB ແຕ່ ບີບີ ຄັນກັບໄປບ້ານເຮົາລະກະປານບໍ່ບວດ
ແຕ່ຖ້າເລ່ນ Android ຂ້ອຍວ່າ HTC ນັ້ນແລະດີກ່ວາ ທົນທານກ່ວາລ້ານເປີເຊັນ....

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງຶ ຖາມເຈົ້າຂອງກະທູ້

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຄີຍໃຊ້

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລອງໃຊ້ເບິ່ງ ຂ້ອຍກະບໍ່ເຄີຍໃຊ້ຫຍີ່ຫໍ້ນີເວີຍ

໙ ກະທູ້
໘໘ ໂພສ
ຂາປະຈຳເວັບບອດ
ວ່າຈະຊື້ HTC one V ແຕ່ເບີ່ງໃນເນັດກະເຈົ້າວ່າບໍ່ມີ Video call ແຕ່ຮ້ານລາວໂມບາຍວ່າມີກ້ອງໜ້າມີ Video call ວ່າຊັນ....

໔ ກະທູ້
໓໔໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ peeyanout ຂຽນວ່າ...
ວ່າຈະຊື້ HTC one V ແຕ່ເບີ່ງໃນເນັດກະເຈົ້າວ່າບໍ່ມີ Video call ແຕ່ຮ້ານລາວໂມບາຍວ່າມີກ້ອງໜ້າມີ Video call ວ່າຊັນ....

ສາວລອງເຂົ້າໄປຮ້ານນີ້ເບິ່ງດຸ ຄິດວ່າໜ້າຈະຖືກກ່ວາໝູ່ໃນປະເທດລາວ ບາງຢ່າງຢູ່ໄທຍັງແພງກ່ວາຮ້ານລາວອີກ
ບັງເອີ້ນເຂົ້າໄປເຫັນເວັບນີ້ເລີຍຈື່ໄວ້ ເພາະລາວເອົາເຄື່ອງນອກມາຂາຍ ບາງຫລຸ້ນມາແຕ່ໂຊນຢູຣົບ ຫລືອາເມລິກາເລີຍ
ຮ້ານຕົ້ນກ້າ ໄອທີ...

໙ ກະທູ້
໘໘ ໂພສ
ຂາປະຈຳເວັບບອດ
ຮ້ານຢູ່ແຖວໃດຄືບໍ່ເຄີຍໄດ້ຍີນ...

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
One V ບໍ່ມີກ້ອງໜ້າເດີ...

໙ ກະທູ້
໘໘ ໂພສ
ຂາປະຈຳເວັບບອດ
HTC Hero S , HTC vivid , LG optimus black ລາຄາທໍ່ໃດຂາຍໃນລາວນີ້

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ຄືກັນ ຮູ້ແຕ່ວ່າບ້ານເຮົາ ຮ້ານລາວໂມບ່າຍກຸບ ກັບຮ້ານກວາງ ຍາກຂາຍແພງກ່ວາຮ້ານອື່ນໆແນ່ນອນ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລາຄາເທົ່າໃດເນາະຜູ້ເພີ່ນເຄີຍຊື້ແລະເຄີຍໃຊ້...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໙ ກະທູ້
໘໘ ໂພສ
ຂາປະຈຳເວັບບອດ
LG optimus black ມັນໃຊ້ດີຢູ່ຫວາ....

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SoneTBS ຂຽນວ່າ...
ລາຄາເທົ່າໃດເນາະຜູ້ເພີ່ນເຄີຍຊື້ແລະເຄີຍໃຊ້...

ໝາຍເຖິງຍີ່ຫໍ້ Acer ເບາະ? ຂ້ອຍບໍ່ເຄີບໃຊ້ເຄີຍໃຊ້ແຕ່ nokia, htc, sony, ss ຕອນນີ້ຄົງຈະຈົບຢູ່ທີ່ຍີ່ຫໍ້ໝາກໂປ່ມລະ ຫລືບໍ່ກະຄົງຈະແມ່ນຫລຸ້ນປ່ອງຢ້ຽມ 8
ແຕ່ຍັງອີກດົນກ່ວາຈະເປີດຕົວ ບາງທີອາດແມ່ນປີ 2013 ຖ້າໂລກບໍ່ແຕກກ່ອນໃນປີ 2012

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ peeyanout ຂຽນວ່າ...
LG optimus black ມັນໃຊ້ດີຢູ່ຫວາ....

ໂຕນີ້ລາຄາ 12,900 ບາດ
ສຳລັບຂ້ອຍນີ້ບໍ່ປານໃດນ່າກັບສິນຄ້າເກົາຫລີນີ້ນ່າາາ

ໃນລາຄາເກືອບເທົ່າໆກັນແຕ່ສະແປັກແຮງກ່ວາ ຄວາມທົນທານເລີດກ່ວາຂ້ອຍວ່າ Motorola ATRIX 2
ໜ້າຈະເປັນທາງເລືອກທີ່ດີ ລາຄາ 13,500 ບາດຢູ່ໄທ. ບ້ານເຮົາລາຄາ 3,440,000 ກີບ

ຂໍ້ມູນ...ແລະ ສະເປັກຂອງຕົວເຄື່ອງ

໙ ກະທູ້
໘໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ dee99 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ peeyanout ຂຽນວ່າ...
ວ່າຈະຊື້ HTC one V ແຕ່ເບີ່ງໃນເນັດກະເຈົ້າວ່າບໍ່ມີ Video call ແຕ່ຮ້ານລາວໂມບາຍວ່າມີກ້ອງໜ້າມີ Video call ວ່າຊັນ....

ສາວລອງເຂົ້າໄປຮ້ານນີ້ເບິ່ງດຸ ຄິດວ່າໜ້າຈະຖືກກ່ວາໝູ່ໃນປະເທດລາວ ບາງຢ່າງຢູ່ໄທຍັງແພງກ່ວາຮ້ານລາວອີກ
ບັງເອີ້ນເຂົ້າໄປເຫັນເວັບນີ້ເລີຍຈື່ໄວ້ ເພາະລາວເອົາເຄື່ອງນອກມາຂາຍ ບາງຫລຸ້ນມາແຕ່ໂຊນຢູຣົບ ຫລືອາເມລິກາເລີຍ
ຮ້ານຕົ້ນກ້າ ໄອທີ...

ເຈົ້າກະໄດ້ຊື້ຢູ່ຮ້ານນີ້ບໍ່??? ເປັນຈັງໃດບໍລິການດີບໍ່ ? ເຄື່ອງແທ້ບໍ່ ?

ບໍ່ເຄີຍຈະ ພຽງແຕ່ລອງເຊີດເບິ່ງຮ້ານຂາຍມືຖືໃນບ້ານເຮົາລະເຫັນຫລາຍໆຮ້ານແຕ່ເອົາມາທຽບລາຄາຮູ້ສຶກວ່າຮ້ານນີ້ຈະຖືກກ່ວາໝູ່ໃນປະເທດລາວ
ແລະບາງຮ້ານໃນປະເທດໄທ
ເພາະເຄື່ອງທັງໝົດຊາທີ່ໄດ້ລົມທາງເຟັກບຸກກັບເຈົ້າຂອງຮ້ານ ລາວບອກວ່າມືຖືບາງຫລຸ້ນແມ່ນເອົາມາແຕ່ໂຊນຢູຣົບ ກັບອາເມລິກາ ແຕ່ເປັນເຄື່ອງອັ່ນລ໋ອກ
ຮັບປະກັນໜຶ່ງປີເຕັມ ບາງຫລຸ້ນບໍ່ມີຂາຍຢູ່ເມືອງໄທ (ສູນໄທບໍ່ໄດ້ນຳເຂົ້າ) ແມ່ນສາມາດຊັ່ງຈອງໄດ້ ແລະລາຄານີ້ຂ້ອຍວ່າຖືກໄດ໋(ບໍ່ແມ່ນຂອງກ໋ອບຈີນແດງເດີ ເພາະຂອງແທ້ກັບຂອງປອມມັນຕ່າງກັນປານຟ້າກັບດິນ) ລາຍລະອຽດເຈົ້າໂທຖາມລາວເອົາແມ໋ຂ້ອຍກະບໍ່ຮູ້ວ່າຮ້ານລາວຢູ່ໃສ ເພາະຢູ່ຄົນລະປະເທດ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາ Sony ກະໄດ້ ພະລັງສຽງ ກັບກ້ອງຖ່າຍຮູບເປັນເລີດ....

໙ ກະທູ້
໘໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ເອົາ Sony ກະໄດ້ ພະລັງສຽງ ກັບກ້ອງຖ່າຍຮູບເປັນເລີດ....

ໂດຍ....ຂ້ອຍຊື້ sony xperia neo L ແລ້ວ