ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ໂທລະສັບມືຖື, ອຸປະກອນຂະໜາດນ້ອຍ ແລະເຄືອຂ່າຍໂທລະສັບ » ມີໃຜຮູ້ຈັກຮ້ານຂາຍ BlackBerry ແດ່ໃນວຽງຈັນຊ່ວຍແນະນຳແດ່ (ເອົາສະເພາະຮ້ານທີ່ມີເຄື່ອງໃຫ້ຊື້ໄດ້ ຫຼື ສັ່ງຊື້ໄດ້) ຂອບໃຈທ່ານຜູ້ຮູ້ລ່ວງໜ້າມານະທີ່ນີ້ດ້ວຍ

໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ມີໃຜຮູ້ຈັກຮ້ານຂາຍ BlackBerry ແດ່ໃນວຽງຈັນຊ່ວຍແນະນຳແດ່ (ເອົາສະເພາະຮ້ານທີ່ມີເຄື່ອງໃຫ້ຊື້ໄດ້ ຫຼື ສັ່ງຊື້ໄດ້) ຂອບໃຈທ່ານຜູ້ຮູ້ລ່ວງໜ້າມານະທີ່ນີ້ດ້ວຍ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
Lao Mobile Group Link


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ກວາງ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫລຸ້ນຫຍັງລະ ເພາະມີຫລາຍຮ້ານຢູ່ນອກຈາກລາວໂມບ່າຍ ແລະກວາງ


໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ບອສໂຟນກໍ່ມີ ຍົກເວັ້ນຮ້ານບັກຈີໂຣບໍ່ແນະນຳ ຂອງປອມທັງຮ້ານ ຖ້າຊາຍແດນຕິດໄທກໍ່ຂ້າມໄປຊື້ໃນຮ້ານຂາຍຂອງ Ais Dtac Truemove H ໄດ້ເລີຍ ສັ່ງຂອງແທ້ແນ່ນອນ ແຖມລາຄາຖືກອີກ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ບອສໂຟນກໍ່ມີ ຍົກເວັ້ນຮ້ານບັກຈີໂຣບໍ່ແນະນຳ ຂອງປອມທັງຮ້ານ ຖ້າຊາຍແດນຕິດໄທກໍ່ຂ້າມໄປຊື້ໃນຮ້ານຂາຍຂອງ Ais Dtac Truemove H ໄດ້ເລີຍ ສັ່ງຂອງແທ້ແນ່ນອນ ແຖມລາຄາຖືກອີກ


ນຶກວ່າມີແຕ່ຂ້ອຍບຸຊັງຮ້ານຈີໂລ່ຍັງມີເຈົ້າອີກເນາະ ອິອິ


໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ຫລຸ້ນຫຍັງລະ ເພາະມີຫລາຍຮ້ານຢູ່ນອກຈາກລາວໂມບ່າຍ ແລະກວາງ


ລຸ້ນ Bold 9000 ຫຼື 9900 ກໍ່ໄດ້ ລົບກວນແນະນຳຮ້ານ ຫຼື ເບີໂທປະໄວ້ໃຫ້ກໍ່ໄດ້ ຂອບໃຈເດີ


໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ບອສໂຟນກໍ່ມີ ຍົກເວັ້ນຮ້ານບັກຈີໂຣບໍ່ແນະນຳ ຂອງປອມທັງຮ້ານ ຖ້າຊາຍແດນຕິດໄທກໍ່ຂ້າມໄປຊື້ໃນຮ້ານຂາຍຂອງ Ais Dtac Truemove H ໄດ້ເລີຍ ສັ່ງຂອງແທ້ແນ່ນອນ ແຖມລາຄາຖືກອີກ

ຂໍໂທດເດີ ຮ້ານນີ້ຂ້ອຍເຄີຍໄດ້ຍິນແຕ່ຊື່ສຽງແຕ່ບໍ່ເຄີຍໄດ້ໄປສຳຜັດຈັກເທື່ອ ຢາກຂໍຄວາມກະລຸນາຊ່ວຍບອກທີ່ຢູ່ພໍປະມານໃຫ້ຮູ້ແດ່ເດີ ຂໍລົບກວນແດ່


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ phouthasin ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ຫລຸ້ນຫຍັງລະ ເພາະມີຫລາຍຮ້ານຢູ່ນອກຈາກລາວໂມບ່າຍ ແລະກວາງ


ລຸ້ນ Bold 9000 ຫຼື 9900 ກໍ່ໄດ້ ລົບກວນແນະນຳຮ້ານ ຫຼື ເບີໂທປະໄວ້ໃຫ້ກໍ່ໄດ້ ຂອບໃຈເດີ


ຊື້ BlackBerry Bold 9900 ເອົາສະຫລຸ້ນນີ້ເປັນຫລຸ້ນທ໋ອບປະຈຳປີ 2012 ຈາກ RIM


ລາຄາຢູ່ທີ່ 4,300,000 - 4,500,000 ກີບ ມີຂາຍຢູ່ຮ້ານລາວໂມບ່າຍໂທ: 021-254 888 & ຮ້ານກວາງໂທ: 021- 216078 ສາຂາສີຫອມ
ຮ້ານອື່ນກະມີແຕ່ຂ້ອຍມັກໄປ 2 ຮ້ານນີ້ ຄັນແມ່ນພວກ APPLE ຍົກໃຫ້ ຮ້ານມີຊ໋ອບ, ສີນເທັກ ແລະ sStudio Laos
ສ່ວນລາຄາຢູ່ໄທທີ່ວາງຂາຍຜ່ານຄ້າຍມືຖືລາຍຕ່າງໆແມ່ນ 15,900 บาท


໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂອບໃຈທຸກໆທ່ານທີ່ອົດສາເສຍເວລາມາຕອບໃຫ້ຫຼາຍໆເດີ ຂໍໃຫ້ທຸກທ່ານຈົ່ງມີແຕ່ຄວາມສຸກໂຊກດີຕະຫຼອດປີ ຕະຫຼອດໄປ


໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ phouthasin ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ບອສໂຟນກໍ່ມີ ຍົກເວັ້ນຮ້ານບັກຈີໂຣບໍ່ແນະນຳ ຂອງປອມທັງຮ້ານ ຖ້າຊາຍແດນຕິດໄທກໍ່ຂ້າມໄປຊື້ໃນຮ້ານຂາຍຂອງ Ais Dtac Truemove H ໄດ້ເລີຍ ສັ່ງຂອງແທ້ແນ່ນອນ ແຖມລາຄາຖືກອີກ

ຂໍໂທດເດີ ຮ້ານນີ້ຂ້ອຍເຄີຍໄດ້ຍິນແຕ່ຊື່ສຽງແຕ່ບໍ່ເຄີຍໄດ້ໄປສຳຜັດຈັກເທື່ອ ຢາກຂໍຄວາມກະລຸນາຊ່ວຍບອກທີ່ຢູ່ພໍປະມານໃຫ້ຮູ້ແດ່ເດີ ຂໍລົບກວນແດ່


ສົງໃສຊືໄປແລ້ວ ແຕ່ມາບອກຮ້ານ ຮ້ານບອສໂຟນ ຢູ່ທາງຫລັງຮ້ານຈືນຂາໄກ່ຕະຫລາດວັງທອງ(450ປີ)ກົງກັນຂ້າມກັບລີໂຟໂຕ້ ຈຸດສັງເກດໃຫຍ່ໆ ໃກ້ໄຟແດງໂຮງແຮມວຽງຈັນພລາຊາ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊ່າງຈຽງ